ສາລະບານ

1. ຈຸດປະສົງ
2. ການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ຕິ້ວ
3. ການເຄືີ່ອນຍ້າຍຖ່ານຂາວ ທີ່ຜະລິດຈາກໄມ້ຕິ້ວພາຍໃນ ແລະ ສົ່ງອອກຕ່າງປະເທດ
4. ຫົວໜ່ວຍວັດແທກບໍລິມາດໄມ້ ແລະ ການເກັບຄ່າທຳນຽມ-ຄ່າບໍລິການ.
5. ວິທີຈັດຕັ້ງປະຕິບັດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້              ເລກທີ 0050/ກປ
  ນະຄອນຫຼວງວຽງຈັນ, ວັນທີ 18 ກັນຍາ 2017

ຄຳແນະນຳ
ກ່ຽວກັບການຂຸດຄົ້ນໄມ້ ແລະ ເຄື່ອນຍ້າຍໄມ້ຕີ້ວ,
ການເຄື່ອນຍ້າຍຖ່ານຂາວ ທີ່ຜະລິດມາຈາກໄມ້ຕິ້ວ ພາຍໃນ ແລະ ສົ່ງອອກຕ່າງປະເທດ

ເຖິງ: - ທ່ານຫົວໜ້າກົມປ່າໄມ້;
        - ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ

- ອິງຕາມ ດໍາລັດຂອງນາຍົກລັດຖະມົນຕີ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້;
- ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1355/ຫສນຍ.ກລຂ, ລົງວັນທີ 09 ກັນຍາ 2016 ກ່ຽວກັບການຄຸ້ມຄອງ ແລະ ສົ່ງອອກເຄື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ;
- ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1818/ຫສນຍ.ກສສ, ລົງວັນທີ 18 ພະຈິກ 2016 ກ່ຽວກັບຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂື້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ;
- ອິງຕາມ ໜັງສືສະເໜີຂອງກົມປ່າໄມ້ ເລກທີ 2148/ກປມ, ລົງວັນທີ 24 ສິງຫາ 2017.

ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີນະໂຍບາຍການສົ່ງເສີມການປູກ, ຟື້ນຟູ ແລະ ຂຸດຄົ້ນໄມ້ຕິ້ວເພື່ອຜະລິດເປັນຖ່ານຂາວ ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ອັນໄດ້ສ້າງລາຍຮັບໃຫ້ປະຊາຊົນດີພໍສົມຄວນ, ແຕ່ຄຽງຄູ່ກັນນັ້ນ ການຄຸ້ມຄອງຂອງພາກລັດ ຍັງບໍ່ທັນຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນປູກ ແລະ ຟື້ນຟູປ່າໄມ້ຕີ້ວທຳມະຊາດ ຕາມທິດຂຽວ ແລະ ຍືນຍົງ, ເກີດມີປະກົດການລັກລອບຕັດ ແລະ ເຄື່ອນຍ້າຍໄມ້ຕິ້ວທຳມະຊາດ ຢ່າງຊະຊາຍ.
   ເພື່ອຄຸ້ມຄອງການເຄື່ອນຍ້າຍ ແລະ ສົ່ງອອກຖ່ານຂາວ ໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ນັ້ນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:

  1. ຈຸດປະສົງ

     ເພື່ອແນະນໍາການຈັດຕັ້ງປະຕິບັດ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1355/ຫສນຍ.ກລຂ,ລົງວັນທີ 09 ກັນຍາ 2016 ກ່ຽວກັບການຄຸ້ມຄອງ ແລະ ສົ່ງອອກເຄຶື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ ແລະ ແຈ້ງການ ເລກທີ 1818/ຫສນຍ.ກສສ, ລົງວັນທີ 18 ພະຈິກ 2019 ກ່ຽວກັບຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂຶ້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

  1. ການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ຕິ້ວ

ການສົ່ງເສີມ ແລະ ການຄຸ້ມຄອງການຂຸດຄົ້ນໄມ້ຕິ້ວ, ການເຄື່ອນຍ້າຍໄມ້ຕິ້ວ ໃຫ້ປະຕິບັດ ດັ່ງນີ້:

  • ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານກັບຂະແໜງການກ່ຽວຂ້ອງ ດຳເນີນການສຳຫຼວດ, ຂຶ້ນທະບຽນສ່ວນປູກໄມ້ຕິ້ວ ຫຼື ເຂດຟຶ້ນຟູປ່າໄມ້ຕິ້ວຂອງບຸກຄົນ, ການຈັດຕັ້ງ ແລະ ລວມໝູ່ ເພື່ອເປັນບ່ອນອິງໃນການພິຈາລະນາອະນຸມັດຂຸດຄົ້ນ, ຢັ້ງຢືນແຫຼ່ງທີ່ມາ ແລະ ການເຄື່ອນຍ້າຍໄມ້ຕິ້ວ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  • ເພື່ອໃຫ້ຂະບວນການຜະລິດສິນຄ້າຈາກໄມ້ຕິ້ວ ມີຄວາມເຂັ້ມແຂງ ແລະ ເຂົ້າສູ່ລະບຽບກົດໝາຍນັ້ນ, ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງຊຸກຍູ້, ສົ່ງເສີມປະຊາຊົນສ້າງຕັ້ງກຸ່ມ ຫຼື ສະມາຄົມປູກ, ຟຶ້ນຟູ ແລະ ຜະລິດຖ່ານຂາວໃນທ້ອງຖິ່ນຂອງຕົນ;
  • ສ່ວນການສະເໜີແຜນຂຸດຄົ້ນໄມ້ຕິ້ວ ໃຫ້ປະຕິບັດຕາມຄຳແນະນຳ ເລກທີ 0054/ກປ, ລົງວັນທີ 09 ມິຖຸນາ 2016 ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຢ່າງເຂັ້ມງວດ ຄື: ການສະເໜີໂກຕາຂອງແຕ່ລະແຂວງໃຫ້ກົມປ່າໄມ້ ບໍ່ໃຫ້ກາຍວັນທີ 30 ກັນຍາ ຂອງທຸກໆປີ ເພື່ອສະເໜີລັດຖະບານພິຈາລະນາ;
  • ສຳລັບ ການຕັດ ແລະ ເຄື່ອນຍ້າຍໄມ້ຕິ້ວ ຈາກສວນປູກ ແລະ ເຂດຟື້ນຟູປ່າທີ່ມີທະບຽນ, ເຈົ້າຂອງສວນປູກ ສາມາດດຳເນີນໄດ້ຕະຫຼອດປີ ໂດຍໃຫ້ລາຍງານຕໍ່ໜ່ວຍງານປ່າໄມ້ບ້ານ ແລະ ມີໃບຢັ້ງຢືນຂອງໜ່ວຍງານປ່າໄມ້ບ້ານ ແລະ ອົງການປົກຄອງບ້ານກ່ຽວຂ້ອງ;
  • ການຕັດ ແລະ ເຄື່ອນຍ້າຍໄມ້ຕິ້ວຈາກປ່າຊົມໃຊ້ຂອງບ້ານທີ່ບໍ່ໄດ້ມີການຄຸ້ມຄອງຈັດສັນປ່າໄມ້ບ້ານ, ໃຫ້ມີການຕິດຕາມກວດກາລະອຽດ, ການເຄື່ອນຍ້າຍ ຕ້ອງມີການຢັ້ງຢືນຈາກອົງການປົກຄອງບ້ານກ່ຽວຂ້ອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ;
  • ການຕັດ ແລະ ເຄື່ອນຍ້າຍໄມ້ຕິ້ວຈາກເຂດພັດທະນາໂຄງລ່າງ ແລະ ເຂດບຸກເບີກເນື້ອທີ່ທຳການຜະລິດ ໃຫ້ມີການຕິດຕາມກວດກາຢັ້ງຢືນຈາກຂະແໜງປ່າໄມ້ແຂວງ.
  1. ການເຄືີ່ອນຍ້າຍຖ່ານຂາວ ທີ່ຜະລິດຈາກໄມ້ຕິ້ວພາຍໃນ ແລະ ສົ່ງອອກຕ່າງປະເທດ
    1. 1 ການເຄື່ອນຍ້າຍຜະລິດຕະພັນຖ່ານຂາວພາຍໃນປະເທດ ໃຫ້ປະຕິບັດດ່ັງນີ້:
  • ການເຄື່ອນຍ້າຍຜະລິດຕະພັນຖ່ານຂາວພາຍໃນແຂວງ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງກ່ຽວຂ້ອງຢັ້ງຢືນ ແລະ ນຳໃຊ້ແບບຟອມ ປມ 1;
  • ການເຄື່ອນຍ້າຍລະຫວ່າງແຂວງຢູ່ພາຍໃນປະເທດ ໃຫ້ຂະແໜງປ່າໄມ້ຢັ້ງຢືນ ແລະ ນຳໃຊ້ແບບຟອມ ປມ2;
  • ການເຄື່ອນຍ້າຍຜະລິດຕະພັນຖ່ານຂາວ ຕ້ອງໄດ້ກວດກາຄວາມສົມດຸນລະຫວ່າງ ຕົວເລກທີ່ໄດ້ຮັບການອະນຸມັດໃຫ້ຂຸດຄົ້ນໄມ້ຕິ້ວ (ໄມ້ສົ້ນເຂົ້າ) ແລະ ປະລິມານຖ່ານຂາວ (ສົ້ນອອກ) ທີ່ຜະລິດໄດ້.
    1. 2 ການເຄື່ອນຍ້າຍຜະລິດຕະພັນຖ່ານຂາວ ອອກຕ່າງປະເທດ ໃຫ້ປະຕິບັດດ່ັ່ງນີ້:
  • ຖ່ານຂາວຜະລິດດ້ວຍໄມ້ຕິ້ວ ຈາກສວນປູກ ແລະ ເຂດຟື້ນຟູປ່າທີ່ມີທະບຽນ ຕ້ອງໄດ້ຮັບການຢັ້ງຢືນຈາກ: ຂະແໜງປ່າໄມ້, ອຸດສາຫະກຳ ແລະ ການຄ້າ ແລະ ເຊັນຮັບຮູ້ຈາກພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ຫຼື ນະຄອນຫຼວງວຽງຈັນ ກ່ຽວຂ້ອງ ໂດຍນຳໃຊ້ແບບຟອມ ປມ3;
  • ຖ່ານຂາວຜະລິດດ້ວຍໄມ້ຕິ້ວ ຈາກປ່າຊົມໃຊ້ຂອງບ້ານ, ເຂດພັດທະນາໂຄງລ່າງ, ເຂດຂຸດຄົ້ນແຮ່ທາດ ແລະ ເຂດບຸກເບີກເນື້ອທີ່ທຳການຜະລິດ ຕ້ອງໄດ້ຮັບການຢັ້ງຢືນຈາກ: ຂະແໜງປ່າໄມ້, ອຸດສາຫະກຳ ແລະ ການຄ້າ,ຂະແໜງຄຸ້ມຄອງຊັບສິນຂອງລັດ ແລະ ເຊັນຮັບຮູ້ຈາກ ພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ ຫຼື ນະຄອນຫຼວງວຽງຈັນ ກ່ຽວຂ້ອງ ໂດຍນຳໃຊ້ແບບຟອມ ປມ4.
  1. ຫົວໜ່ວຍວັດແທກບໍລິມາດໄມ້ ແລະ ການເກັບຄ່າທຳນຽມ-ຄ່າບໍລິການ:

ຫົວໜ່ວຍວັດແທກບໍລິມາດໄມ້ ໃຫ້ປະຕິບັດຕາມມາດຕາ 10 ຂອງກົດໝາຍວ່າດ້ວຍການວັດແທກ ສະບັບເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013 ໂດຍນໍາໃຊ້ລະບົບເມຕຼິກ, ໃຫ້ຖືເອົາບໍລິມາດກອງໄມ້ຕິ້ວ (ມ3 ໄມ້ຟືນ) ໂດຍຖືເອົາຂະໜາດຂອງກອງໄມ້ຕິ້ວ 1x1x1x ແມັດ ເປັນພື້ນຖານຄິດໄລ່ພາສີຂາອອກ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ມີຜົນບັງຄັບໃຊ້ໃນແຕ່ລະໄລຍະ.

  1. ວິທີຈັດຕັ້ງປະຕິບັດ
  • ໃຫ້ ຫົວໜ້າກົມ ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ຈັດຕັ້ງເຜີຍແຜ່ຄຳແນະນຳສະບັບນີ້ ໃຫ້ກວ້າງຂວາງ, ແທດເຖິງ ແລະ ທັນເວລາ;
  • ມອບໃຫ້ ກົມປ່າໄມ້ ສ້າງເປັນຄຸ່ມື ແລະ ອອກແບບຟອມເຕັກນິກການສຳຫຼວດໄມ້ຕິ້ວ, ການວັດແທດໄມ້ຕິ້ວ, ການເຄື່ອນຍ້າຍໄມ້ຕິ້ວເຂົ້າໂຮງງານ ແລະ ການເຄື່ອນຍ້າຍຜະລິດຕະພັນຖ່ານຂາວສົ່ງອອກຕ່າງປະເທດໃຫ້ສາມາດຢັ້ງຢືນແຫຼ່ງທີ່ມາຂອງໄມ້ຕິ້ວ ແລະ ຜະລິດຕະພັນຖ່ານຂາວທີ່ຜະລິດຈາກໄມ້ຕິ້ວ ເພື່ອຄວາມເປັນເອກະພາບໃນທາງປະຕິບັດ;
  • ໃຫ້ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ,ນະຄອນຫຼວງວຽງຈັນ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານການຂຸດຄົ້ນ, ການເຄື່ອນຍ້າຍໄມ້ຕິ້ວ, ການເຄື່ອນຍ້າຍ ແລະ ສົ່ງອອກຜະລິດຕະພັນຖ່ານຂາວໃຫ້ ກົມປ່າໄມ້ ຊາບເປັນແຕ່ລະໄລຍະ;
  • ໃນການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອຫາວິທີແກ້ໄຂຢ່າງທັນການ.

ດັ່ງນັ້ນ,ຈຶ່ງອອກຄຳແນະນຳສະບັບນີ້ ເພື່ອພ້ອນກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ.

ລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້
(ເຊັນ ແລະ ປະທັບຕາ)

ລຽນ ທີແກ້ວ

 

# ຫົວຂໍ້ ດາວໂຫຼດ
1 Instruction On Exploration and Transportation of Cratoxylum Cochinchinense, Domestic and International Transportation of White Charcoal made from Cratoxylum Cochichinen PDF
2 ຄຳແນະນຳ ກ່ຽວກັບການຂຸດຄົ້ນໄມ້ ແລະ ເຄື່ອນຍ້າຍໄມ້ຕີ້ວ,ການເຄື່ອນຍ້າຍຖ່ານຂາວ ທີ່ຜະລິດມາຈາກໄມ້ຕິ້ວ ພາຍໃນ ແລະ ສົ່ງອອກຕ່າງປະເທດ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.