ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ 
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ຂອບເຂດການນຳໃຊ້

ໝວດທີ 2 - ສິດ ແລະ ເງື່ອນໄຂໃນການນຳເຂົ້າ ແລະ ຈຳໜ່າຍອາຍແກັສ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າອາຍແກັສ
ມາດຕາ 5. ສິດ ແລະ ເງື່ອນໄຂໃນການຈຳໜ່າຍອາຍແກັສ

ໝວດທີ 3 - ລະບຽບການຂໍອະນຸຍາດນຳເຂົ້າອາຍແກັສ

ມາດຕາ 6. ການຂໍອະນຸຍາດນຳເຂົ້າອາຍແກັສ
ມາດຕາ 7. ເອກະສານປະກອບຂໍອະນຸຍາດນຳເຂົ້າອາຍແກັສ
ມາດຕາ 8. ໃບອະນຸຍາດນຳເຂົ້າອາຍແກັສ
ມາດຕາ 9. ຄ່າທຳນຽມ ແລະ ຄ່າບໍລິການ
ມາດຕາ 10. ການສະໜອງເອກະສານໃນເວລານຳເຂົ້າອາຍແກັສຕົວຈິງ

ໝວດທີ 4 - ບົດບັນຍັດສຸດທ້າຍ

ມາດຕາ 11. ການຈັດຕັ້ງປະຕິບັດ
ມາດຕາ 12. ຜົນສັກສິດ    


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ   ເລກທີ 0238/ອຄ.ກຂອ
ນະຄອນຫລວງວຽງຈັນ, ວັນທີ 02 ກຸມພາ 2012

ຂໍ້ຕົກລົງ
ວ່າດ້ວຍ ລະບຽບການຂໍອະນຸຍາດນຳເຂົ້າ ແລະ ຈຳໜ່າຍອາຍແກັສ ຢູ່ ສປປ ລາວ

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກຳນົດລະບຽບການຂໍອະນຸຍາດນຳເຂົ້າ ແລະ ຈຳໜ່າຍອາຍແກັສຢູ່ ສປປ ລາວ. ຂໍ້ຕົກລົງສະບັບນີ້ ບໍ່ໄດ້ນຳໃຊ້ເພື່ອຈຸດປະສົງໃນການຈຳກັດປະລິມານ ຫຼື ມູນຄ່າໃນການນຳເຂົ້າ ແຕ່ເພື່ອຈຸດປະສົງໃນການເກັບກຳຂໍ້ມູນສະຖິຕິ ໃນການນຳເຂົ້າອາຍແກັສ, ໂດຍຜ່ານລະບອບການອອກໃບອະນຸຍາດນຳເຂົ້າ ແບບອັດຕະໂນມັດ. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ

ໃນຂໍ້ຕົກລົງສະບັບນີ້ "ອາຍແກັສ" ໝາຍເຖິງ ອາຍແກັສທຸກຊະນິດບໍ່ວ່າຈະເປັນອາຍແກັສຫຸງຕົ້ມ ຫຼື ອາຍແກັສທີ່ໃຊ້ເຂົ້າໃນອຸດສາຫະກຳ ຊຶ່ງໄດ້ລະບຸໄວ້ ໃນປຶ້ມສາລະບານອັດຕາພາສີຂອງ ສປປ ລາວ ໃນໝວດລະຫັດເຄົ້າ 2711. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ຕໍ່ການນຳເຂົ້າ ແລະ ຈຳໜ່າຍອາຍແກັສ ຢູ່ ສປປ ລາວ. ຂ້າງເທິງ

ໝວດທີ 2
ສິດ ແລະ ເງື່ອນໄຂໃນການນຳເຂົ້າ ແລະ ຈຳໜ່າຍອາຍແກັສ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າອາຍແກັສ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ ມີສິດນຳເຂົ້າອາຍແກັສ ໂດຍປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 5. ສິດ ແລະ ເງື່ອນໄຂໃນການຈຳໜ່າຍອາຍແກັສ

ຜູ້ທີ່ມີສິດຈຳໜ່າຍອາຍແກັສຢູ່ ສປປ ລາວ ຕ້ອງແມ່ນຜູູ້ທີ່ຂຶ້ນທະບຽນວິສາຫະກິດຈຳໜ່າຍ ອາຍແກັສ ພາຍໃຕ້ກົດໝາຍຂອງ ສປປ ລາວ.

ວິສາຫະກິດຈຳໜ່າຍອາຍແກັສ ຕ້ອງປະຕິບັດຕາມຂໍ້ບັງຄັບດັ່ງນີ້:

  1. ຕ້ອງເປັນຕົວແທນຈຳໜ່າຍອາຍແກັສຂອງບໍລິສັດໃດໜຶ່ງ;
  2. ຕ້ອງມີສາງເກັບອາຍແກັສ;
  3. ຕ້ອງມີຫ້ອງຂາຍ ຫຼື ປ້ຳບໍລິການລູກຄ້າ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການບໍລິການ; ແລະ
  4. ຕ້ອງມີລະບົບການປ້ອງກັນຄວາມປອດໄພ. ຂ້າງເທິງ

ໝວດທີ 3
ລະບຽບການຂໍອະນຸຍາດນຳເຂົ້າອາຍແກັສ

ມາດຕາ 6. ການຂໍອະນຸຍາດນຳເຂົ້າອາຍແກັສ

ການນຳເຂົ້າອາຍແກັສ ຕ້ອງໄດ້ຮັບໃບອະນຸຍາດນຳເຂົ້າຈາກ ກົມການນຳເຂົ້າ ແລະ ສົ່ງອອກ ຫຼື ໜ່ວຍງານທີ່ໄດ້ຮັບມອບໝາຍ ຈາກກະຊວງອຸດສາຫະກຳ ແລະ ການຄ້າ. ຂ້າງເທິງ

ມາດຕາ 7. ເອກະສານປະກອບຂໍອະນຸຍາດນຳເຂົ້າອາຍແກັສ

ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດນຳເຂົ້າອາຍແກັສມີດັ່ງນີ້:

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າອາຍແກັສ.
  2. ສຳເນົາຂອງເອກະສານຕາມແຕ່ລະກໍລະນີດັ່ງນີ້:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສຳປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ຢູ່ ສປປ ລາວ); ຫຼື
  • ເອກະສານຂຶ້ນທະບຽນດຳເນີນທຸລະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ບໍ່ຢູ່ ສປປ ລາວ).
  1. ເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກ ສຳນັກງານທະບຽນສານຂອງ ສປປ ລາວ. ຂ້າງເທິງ

ມາດຕາ 8. ໃບອະນຸຍາດນຳເຂົ້າອາຍແກັສ

ການອອກ, ການປ່ຽນແປງ ແລະ ອາຍຸຂອງໃບອະນຸຍາດນຳເຂົ້າອາຍແກັສ ໃຫ້ປະຕິບັດຕາມດຳລັດ 180/ນຍ ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນຳເຂົ້າສິນຄ້າ. ໃບອະນຸຍາດນຳເຂົ້າອາຍແກັສ ບໍ່ສາມາດໂອນໃຫ້ຜູ້ອື່ນໄດ້. ຂ້າງເທິງ

ມາດຕາ 9. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກ ແລະ ການປ່ຽນແປງຂອງ ໃບອະນຸຍາດນຳເຂົ້າອາຍແກັສ ແມ່ນໃຫ້ອີງຕາມລັດຖະບັນຍັດ ສະບັບເລກທີ 03/ປປທ ລົງວັນທີ 19 ພະຈິກ 2008 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ. ຂ້າງເທິງ

ມາດຕາ 10. ການສະໜອງເອກະສານໃນເວລານຳເຂົ້າອາຍແກັສຕົວຈິງ

ໃນເວລານຳເຂົ້າຕົວຈິງ, ຜູ້ນຳເຂົ້າຕ້ອງສະແດງເອກະສານດັ່ງຕໍ່ໄປນີ້ ໃຫ້ແກ່ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນຳເຂົ້າອາຍແກັສທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້; ແລະ
  2. ເອກະສານອື່ນໆຕາມລະບຽບການຂອງພາສີ. ຂ້າງເທິງ

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 11. ການຈັດຕັ້ງປະຕິບັດ

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 12. ຜົນສັກສິດ   

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການ
ກະຊວງ
ອຸດສາຫະກຳ ແລະ ການຄ້າ

ນຳສົ່ງ:

  • ຫ້ອງວ່າການລັດຖະບານ;
  • ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
  • ກົມພາສີ, ກະຊວງການເງິນ;
  • ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ;
  • ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ.

 

# ຫົວຂໍ້ ດາວໂຫຼດ
1 Decision On the Procedure for Import and Distribution of Gas in the Lao PDR No.0238/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ອາຍແກັສ ຢູ່ ສປປ ລາວ ເລກທີ 0238/ອຄ.ກຂອ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ ອາຍແກັສ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນຳເຂົ້າອາຍແກ໊ສຈຳເປັນຕ້ອງໄດ້ຂໍອະນຸຍາດນຳເຂົ້າຈາກກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ອາຍແກັສ ຢູ່ ສປປ ລາວ ເລກທີ 0238/ອຄ.ກຂອ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.