ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການນໍາເຂົ້າ ແລະ ການສົ່ງອອກ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ຫຼັກການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ
ມາດຕາ 5. ຂອບເຂດການນໍາໃຊ້

ໝວດທີ 2 - ການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ

ມາດຕາ 6. ການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ
ມາດຕາ 7. ການເກືອດຫ້າມການນໍາເຂົ້າ ຫຼື ການສົ່ງອອກ
ມາດຕາ 8. ການໃຫ້ຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ການສົ່ງອອກ
ມາດຕາ 9. ການໃຫ້ປະກອບເອກະສານຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ແລະ ລະບຽບການ ທາງດ້ານເຕັກນິກ
ມາດຕາ 10. ມາດຕະການແກ້ໄຂທາງການຄ້າ

ໝວດທີ 3 - ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ

ມາດຕາ 11. ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ
ມາດຕາ 12. ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ

ໝວດທີ 4 - ສິດ ແລະ ພັນທະໃນການນໍາເຂົ້າ ແລະ ການສົ່ງອອກ

ມາດຕາ 13. ສິດໃນການນໍາເຂົ້າ ແລະ ການສົ່ງອອກ
ມາດຕາ 14. ການແຍກກັນລະຫວ່າງສິດໃນການນໍາເຂົ້າ ແລະ ການສົ່ງອອກ ແລະ ສິດຈໍາໜ່າຍສິນຄ້າ
ມາດຕາ 15. ສິດໃນການຮ້ອງທຸກ
ມາດຕາ 16. ພັນທະໃນການນໍາເຂົ້າ ແລະ ການສົ່ງອອກ

ໝວດທີ 5 - ການນໍາເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ ແລະ ການຜ່ານແດນ

ມາດຕາ 17. ການນໍາເຂົ້າຊົ່ວຄາວ
ມາດຕາ 18. ການສົ່ງອອກຊົ່ວຄາວ
ມາດຕາ 19. ການຜ່ານແດນ

ໝວດທີ 6 - ຂໍ້ຫ້າມ

ມາດຕາ 20. ຂໍ້ຫ້າມສໍາລັບພະນັກງານ ຫຼື ເຈົ້າໜ້າທີ່
ມາດຕາ 21. ຂໍ້ຫ້າມສໍາລັບຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກ

ໝວດທີ 7 - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 22. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 23. ມາດຕະການຕໍ່ຜູ້ລະເມີດ

ໝວດທີ 8 - ບົດບັນຍັດສຸດທ້າຍ

ມາດຕາ 24. ການຈັດຕັ້ງປະຕິບັດ
ມາດຕາ 25. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ­

ລັດຖະບານແຫ່ງ ສປປ ລາວ      ເລກທີ 114/ລບ
ນະຄອນຫຼວງວຽງຈັນ, ວັນທີ 6 ເມສາ 2011

ດຳລັດ
ວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ­ ສະບັບເລກທີ 02/ສພຊ, ລົງວັ­ນທີ 06 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 11/ສພຊ, ລົງວັນ­ທີ 09 ພະຈິກ 2005;
  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັ­ນທີ 20 ພຶດສະພາ 2005;
  • ອີງຕາມ ໜັງສືສະເໜີຂອງລັດຖະມົນ­ຕີວ່າການ ­ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0547/ອຄ, ລົງວັນທີ 21/3/2011.

­ລັດຖະບານອອກດຳລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການນໍາເຂົ້າ ແລະ ການສົ່ງອອກ ສິນຄ້າເພື່ອອຳນວຍຄວາມສະດວກ, ຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ແນໃສ່ພັດ ທະນາເສດຖະກິດສັງຄົມໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ. ຂ້າງເທິງ

ມາດຕາ 2. ການນໍາເຂົ້າ ແລະ ການສົ່ງອອກ
   ການນໍາເຂົ້າ ແລະ ການສົ່ງອອກ ແມ່ນການນໍາເອົາສິນຄ້າເຂົ້າມາ ສປປ ລາວ ຫຼື ສົ່ງອອກຈາກ ສປປ ລາວ ລວມທັງການນຳເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ ແລະ ການຜ່ານແດນ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະ ບັບນີ້. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
   ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍດັ່ງນີ້:

  1. “ສິນຄ້າ” ໝາຍເຖິງ ວັດສະດຸ ຫຼື ຜະລິດຕະພັນທີ່ມີມູນຄ່າທາງເສດຖະກິດ;
  2. “ການນຳເຂົ້າ” ໝາຍເຖິງ ການນຳເອົາສິນຄ້າເຂົ້າມາໃນ ສປປ ລາວ ຊຶ່ງລວມເອົາການນໍາເຂົ້າຊົ່ວຄາວ;
  3. “ກາ­­ນສົ່ງອອກ” ໝາຍເຖິງ ການສົ່ງສິນຄ້າອອກຈາກ ສປປ ລາວ ຊຶ່ງລວມເອົາການສົ່ງອອກຊົ່ວຄາວ;  
  4. “ການນຳເຂົ້າຊົ່ວຄາວ” ໝາຍເຖິງ ການນຳເອົາສິນຄ້າເຂົ້າມາໃນ ສປປ ລາວ ຊົ່ວຄາວແລ້ວສົ່ງອອກຄືນ ຫຼື ໄປປະເທດທີ່ສາມ;
  5. “ການສົ່ງອອກຊົ່ວຄາວ” ໝາຍເຖິງ ການສົ່ງສິນຄ້າອອກຈາກ ສປປ ລາວ ຊົ່ວຄາວແລ້ວນຳເຂົ້າມາຄືນ;
  6. “ການຜ່ານແດນ” ໝາຍເຖິງ ການນຳເອົາສິນຄ້າຈາກປະເທດໃດໜຶ່ງ ຜ່ານດິນແດນ ສປປ ລາວ ໄປຍັງ ປະເທດທີ່ສາມ;
  7. “ຜູ້ນຳເຂົ້າ” ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ອາໄສຢູ່ໃນ ສປປ ລາວ ຫຼື ຕ່າງປະ ເທດທີ່ດຳເນີນການນຳເຂົ້າ;
  8. “ຜູ້ສົ່ງອອກ” ໝາຍເຖິງ ບຸກຄົນ, ນິຕິບຸກຄົນ, ຫຼື ການຈັດຕັ້ງໃດໜຶ່ງທີ່ອາໄສຢູ່ໃນ ສປປ ລາວ ຫຼື ຕ່າງ ປະເທດທີ່ດຳເນີນການສົ່ງອອກ;
  9. “ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ” ໝາຍເຖິງ ອົງການລັດທີ່ມີສິດອຳນາດໃນການຄຸ້ມຄອງ ແລະ ອະນຸຍາດການນຳເຂົ້າ ແລະ/ຫຼື ການສົ່ງອອກ ສຳລັບແຕ່ລະລາຍການສິນຄ້າ;
  10. “ການອຳນວຍຄວາມສະດວກທາງດ້ານການຄ້າ” ໝາຍເຖິງການເຮັດໃຫ້ການນຳເຂົ້າ ແລະ ການສົ່ງອອກ ມີຄວາມສະດວກ, ວ່ອງໄວ, ກະທັດຮັດ ແລະ ໂປ່ງໃສ;
  11. “ການບໍ່ຈຳແນກປະຕິບັດ” ໝາຍເຖິງ ການປະຕິບັດລະບຽບການ ແລະ ມາດຕະການຢ່າງສະເໝີພາບກັນ ລະຫວ່າງພາຍໃນ ແລະ ຕ່າງປະເທດ ແລະ ລະຫວ່າງຕ່າງປະເທດດ້ວຍກັນຕໍ່ກັບສິນຄ້າ, ຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ ໂດຍສອດຄ່ອງກັບສົນທິສັນຍາທີ່ ສປປ ລາວ ເປັນພາຄີ;   
  12. “ຄວາມໂປ່ງໃສ”ໝາຍເຖິງ ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ໃນການອອກລະບຽບການ ແລະ ມາດຕະການກ່ຽວກັບການນຳເຂົ້າ ແລະ ການສົ່ງອອກ  ແລະ ເຮັດໃຫ້ລະບຽບການ ແລະ ມາດຕະການ ດັ່ງກ່າວມີຄວາມຊັດເຈນ ແລະ ຖືກເຜີຍແຜ່ຕໍ່ສາທາລະນະຊົນ ໂດຍສອດຄ່ອງກັບສົນທິສັນຍາທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 4. ຫຼັກການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ
   ການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກຕ້ອງປະຕິບັດຕາມຫຼັກການດັ່ງນີ້:

  1. ການອຳນວຍຄວາມສະດວກທາງດ້ານການຄ້າ;
  2. ການບໍ່ຈຳແນກປະຕິບັດ;
  3. ຄວາມໂປ່ງໃສ;
  4. ຄວາມສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ສົນທິສັນຍາທີ່ ສປປ ລາວເປັນພາຄີ.
    ຂ້າງເທິງ

ມາດຕາ 5. ຂອບເຂດການນໍາໃຊ້
   ດໍາລັດສະບັບນີ້ມີຜົນນໍາໃຊ້ ສໍາລັບຜູ້ນໍາເຂົ້າ, ຜູ້ສົ່ງອອກ, ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ ແລະ ເຈົ້າໜ້າທີ່ຂອງອົງການດັ່ງກ່າວ. ຂ້າງເທິງ

ໝວດທີ 2
ການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ

ມາດຕາ 6. ການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ
   ການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກປະກອບດ້ວຍມາດຕະການດັ່ງນີ້:

  1. ການເກືອດຫ້າມການນໍາເຂົ້າ ຫຼື ການສົ່ງອອກ;
  2. ການໃຫ້ຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ການສົ່ງອອກ;
  3. ການໃຫ້ປະກອບເອກະສານຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ແລະ ລະບຽບການທາງດ້ານເຕັກນິກ;
  4. ນໍາໃຊ້ມາດຕະການແກ້ໄຂທາງການຄ້າ.

   ການນໍາໃຊ້ມາດຕະການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກຕ້ອງປະຕິບັດໃຫ້ສອດຄ່ອງກັບຫຼັກການທີ່ ໄດ້ກໍານົດໄວ້ໃນ ມາດຕາ 4 ຂອງດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 7. ການເກືອດຫ້າມການນໍາເຂົ້າ ຫຼື ການສົ່ງອອກ
   ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ ມີສິດນໍາໃຊ້ມາດຕະການເກືອດຫ້າມການນໍາເຂົ້າ ຫຼື ການສົ່ງອອກສິນຄ້າ. ສໍາລັບສິນຄ້າທີ່ຢູ່ໃນລາຍການສິນຄ້າເກືອດຫ້າມການນໍາເຂົ້າ ຫຼື ການສົ່ງອອກຕ້ອງໄດ້ ຮັບອະນຸຍາດຈາກ ລັດຖະບານແຫ່ງ ສປປ ລາວ ຈຶ່ງສາມາດນໍາເຂົ້າ ຫຼື ສົ່ງອອກໄດ້, ຂັ້ນຕອນການຂໍອະນຸ ຍາດດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ຂ້າງເທິງ

ມາດຕາ 8. ການໃຫ້ຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ການສົ່ງອອກ
   ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກມີສິດກໍານົດໃຫ້ຜູ້ນໍາເຂົ້າ ຫຼື ຜູ້ສົ່ງອອກຂໍອະນຸຍາດກ່ອນ ການນໍາເຂົ້າ ຫຼື ການສົ່ງອອກ. 
   ສໍາລັບຂັ້ນຕອນການອອກໃບອະນຸຍາດການນໍາເຂົ້າແມ່ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.  
   ຂັ້ນຕອນການອອກໃບອະນຸຍາດການສົ່ງອອກ ໃຫ້ປະຕິບັດຄືກັນກັບຂັ້ນຕອນການອອກໃບອະນຸຍາດການນໍາ ເຂົ້າ. ຂ້າງເທິງ

ມາດຕາ 9. ການໃຫ້ປະກອບເອກະສານຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ແລະ ລະບຽບການ ທາງດ້ານເຕັກນິກ
   ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ ມີສິດກໍານົດໃຫ້ຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກ ປະກອບເອກະ ສານຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ຫຼື ປະຕິບັດຕາມລະບຽບການທາງດ້ານເຕັກນິກ ກ່ອນການນໍາເຂົ້າ ຫຼື ການສົ່ງອອກ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງດັ່ງກ່າວ. ຂ້າງເທິງ

ມາດຕາ 10. ມາດຕະການແກ້ໄຂທາງການຄ້າ
   ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ ມີສິດນໍາໃຊ້ມາດຕະການແກ້ໄຂທາງການຄ້າເຊັ່ນ: ມາດຕະ ການຕ້ານການທຸ້ມຕະຫຼາດ, ມາດຕະການຕ້ານການຖົມຂຸມ ແລະ ມາດຕະການປົກປ້ອງຊົ່ວຄາວ, ຕາມກໍລະນີ ແລະ ເງື່ອນໄຂທີ່ສອດຄ່ອງກັບສົນທິສັນຍາທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ໝວດທີ 3
ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ

ມາດຕາ 11. ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກ
   ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກແມ່ນບັນດາຂະແໜງການຕ່າງໆເຊັ່ນ: ຂະແໜງອຸດສາຫະ ກໍາ ແລະ ການຄ້າ, ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຖະແຫຼງຂ່າວ ແລະ ວັດທະນະທຳ, ປ້ອງກັນປະເທດ, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນໆ.
   ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງກໍານົດ ແລະ ອອກລາຍການຕ່າງໆດັ່ງນີ້:

  1. ລາຍການສິນຄ້າເກືອດຫ້າມການນຳເຂົ້າ;
  2. ລາຍການສິນຄ້າເກືອດຫ້າມການສົ່ງອອກ;
  3. ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນຳເຂົ້າ;
  4. ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການສົ່ງອອກ;
  5. ລາຍການສິນຄ້າທີ່ຕ້ອງຜ່ານມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຫຼື ລະບຽບການທາງດ້ານ ເຕັກນິກ;
  6. ລາຍຊື່ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ສຳລັບແຕ່ລະລາຍການສິນຄ້າຂ້າງເທິງ.
    ຂ້າງເທິງ

ມາດຕາ 12. ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ
   ອົງການຄຸ້ມຄອງການນໍາເຂົ້າ ແລະ ການສົ່ງອອກມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນດັ່ງນີ້:

  1. ຄົ້ນຄ້ວານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງ ການນຳເຂົ້າ ແລະ ການສົ່ງອອກ;
  2. ກຳນົດລະບຽບການເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ;
  3. ເຜີຍແຜ່, ແນະນໍາ ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ທົ່ວເຖິງ;
  4. ພິຈາລະນາອອກໃບອະນຸຍາດການນຳເຂົ້າ ແລະ ການສົ່ງອອກ;
  5. ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ຕາມທີ່ໄດ້ກຳນົດໄວ້ໃນ ໝວດ 2 ຂອງດໍາລັດສະບັບນີ້;
  6. ຮັບພິຈາລະນາແກ້ໄຂຄຳສະເໜີ ຂອງຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກກ່ຽວກັບ ການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ;
  7. ປະຕິບັດການເກັບຄ່າທຳນຽມ ແລະ ຄ່າບໍລິການວິຊາການໃນການຄຸ້ມຄອງການນຳເຂົ້າ ແລະ ການສົ່ງ ອອກຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ;
  8. ສຳລັບຂະແໜງການອື່ນໃຫ້ຄວາມຮ່ວມມືກັບ ກະຊວງອຸດສາຫະກຳ ແລະ ການຄ້າໃນການປະຕິບັດສິດ ແລະ ໜ້າທີ່ຂອງຂະແໜງການດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້;
  9. ຕິດຕາມ, ກວດກາ, ສະຫຼຸບ, ລາຍງານ ແລະ ສະເໜີວິທີການແກ້ໄຂກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມ ຄອງການນຳເຂົ້າ ແລະ ການສົ່ງອອກ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. 
    ຂ້າງເທິງ

ໝວດທີ 4
ສິດ ແລະ ພັນທະໃນການນຳເຂົ້າ ແລະ ການສົ່ງອອກ

ມາດຕາ 13. ສິດໃນການນໍາເຂົ້າ ແລະ ການສົ່ງອອກ
   ຜູ້ນໍາເຂົ້າ ຫຼື ຜູ້ສົ່ງອອກມີສິດນໍາເຂົ້າ ຫຼື ສົ່ງອອກ ຕາມແຕ່ລະກໍລະນີດັ່ງນີ້:

  1. ນຳເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຢູ່ໃນລາຍການສິນຄ້າທີ່ຕ້ອງຂໍອະນຸຍາດການນຳເຂົ້າ ຫຼື ການສົ່ງອອກ ພາຍຫຼັງທີ່ໄດ້ຮັບອະນຸຍາດນຳເຂົ້າ ຫຼື ສົ່ງອອກຈາກອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ;
  2. ນຳເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຢູ່ໃນລາຍການສິນຄ້າທີ່ຕ້ອງຜ່ານມາດຕະການສຸຂານາໄມ ແລະ ສຸຂານາ ໄມພືດ ຫຼື ລະບຽບການທາງດ້ານເຕັກນິກ ພາຍຫຼັງທີ່ໄດ້ຜ່ານການກວດສອບ ຫຼື ການຢັ້ງຢືນມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ ຫຼື ລະບຽບການທາງດ້ານເຕັກນິກ ຈາກອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ຫຼື ຈາກອົງການຢັ້ງຢືນອື່ນ ທີ່ໄດ້ຮັບມາດຕະຖານສາກົນຂອງປະເທດສົ່ງອອກ ຫຼື ປະ ເທດທີ່ສາມທີ່ຮັບຮູ້ໂດຍລັດຖະບານແຫ່ງ ສປປ ລາວ;
  3. ນຳເຂົ້າ ຫຼື ສົ່ງອອກສິນຄ້າທີ່ບໍ່ຢູ່ໃນລາຍການຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1 ຫຼື 2 ຂ້າງເທິງນີ້ ໂດຍດຳ ເນີນການແຈ້ງເອກະສານນຳເຂົ້າ ຫຼື ສົ່ງອອກຢູ່ດ່ານພາສີໄດ້ເລີຍ. ຂ້າງເທິງ

ມາດຕາ 14. ການແຍກກັນລະຫວ່າງສິດໃນການນຳເຂົ້າ ແລະ ການສົ່ງອອກ ແລະ ສິດຈຳ ໜ່າຍສິນຄ້າ
   ສິດໃນການນໍາເຂົ້າ ແລະ ການສົ່ງອອກແມ່ນແຍກຈາກສິດຈໍາໜ່າຍສິນຄ້າ. ບຸກຄົນ ຫຼື ນິຕິບຸກຄົນ, ພາຍໃນ ຫຼື ຕ່າງປະເທດຈະໄດ້ສິດຈຳໜ່າຍສິນຄ້າ ກໍຕໍ່ເມື່ອໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດຈຳໜ່າຍສິນຄ້າທີ່ກ່ຽວ ຂ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 15. ສິດໃນການຮ້ອງທຸກ
   ຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກມີສິດສະເໜີຮ້ອງທຸກກ່ຽວກັບການນໍາເຂົ້າ ແລະ ການສົ່ງອອກໄປຍັງພາກສ່ວນ ທີ່ກ່ຽວຂ້ອງໃນກໍລະນີທີ່ເຫັນວ່າ ຕົນເອງໄດ້ຮັບຄວາມເສຍຫາຍຈາກການປະຕິບັດໜ້າທີ່ ທີ່ບໍ່ຖືກຕ້ອງຂອງພະນັກ ງານ ຫຼື ເຈົ້າໜ້າທີ່ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 16. ພັນທະໃນການນຳເຂົ້າ ແລະ ການສົ່ງອອກ
   ຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກມີພັນທະດັ່ງນີ້:

  1. ປະຕິບັດດຳລັດສະບັບນີ້, ກົດໝາຍວ່າດ້ວຍພາສີ, ລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ;
  2. ແຈ້ງຂໍ້ມູນທີ່ກ່ຽວຂ້ອງກັບການນຳເຂົ້າ ຫຼື ການສົ່ງອອກຂອງຕົນ ໃຫ້ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ໃນກໍລະນີທີ່ອົງການດັ່ງກ່າວຮ້ອງຂໍ. ຂ້າງເທິງ

ໝວດທີ 5
ການນຳເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ ແລະ ການຜ່ານແດນ

ມາດຕາ 17. ການນຳເຂົ້າຊົ່ວຄາວ
   ການນໍາເຂົ້າຊົ່ວຄາວຕ້ອງປະຕິບັດດັ່ງນີ້:

  1. ຜູ້ນຳເຂົ້າສາມາດນຳເຂົ້າສິນຄ້າທຸກປະເພດຊົ່ວຄາວ ເພື່ອສົ່ງອອກຄືນຕາມລະບຽບການ ແຕ່ລະກໍລະນີທີ່ໄດ້ ກຳນົດໄວ້ໃນ ມາດຕາ 13 ຂອງດໍາລັດສະບັບນີ້.
  2. ໃນເວລາສົ່ງອອກຄືນຖ້າຫາກມີການດັດແປງ, ເສີມແຕ່ງ ຫລື ເພີ່ມເຕີມອຸປະກອນໃດໜຶ່ງຊຶ່ງເຮັດໃຫ້ສິນຄ້າ ດັ່ງກ່າວປ່ຽນປະເພດແມ່ນໃຫ້ປະຕິບັດຕາມລະບຽບການ ແຕ່ລະກໍລະນີຕາມທີ່ກຳນົດໄວ້ໃນ ມາດຕາ 13 ຂອງດໍາລັດສະບັບນີ້.    
  3. ສິນຄ້າທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າຊົ່ວຄາວຕ້ອງສົ່ງອອກຄືນ ພາຍໃນກຳນົດເວລາ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍພາສີ. ຂ້າງເທິງ

ມາດຕາ 18. ການສົ່ງອອກຊົ່ວຄາວ
   ການສົ່ງອອກຊົ່ວຄາວຕ້ອງປະຕິບັດດັ່ງນີ້:

  1. ຜູ້ສົ່ງອອກສາມາດສົ່ງສິນຄ້າອອກຊົ່ວຄາວ ເພື່ອການນຳເຂົ້າຄືນໄດ້ຕາມລະບຽບການ ແຕ່ລະກໍລະນີຕາມທີ່ ກຳນົດໄວ້ ໃນ ມາດຕາ 13 ຂອງດໍາລັດສະບັບນີ້.
  2. ໃນເວລານຳເຂົ້າຄືນຖ້າຫາກມີການດັດແປງ, ເສີມແຕ່ງ ຫລື ເພີ່ມເຕີມອຸປະກອນໃດໜຶ່ງຊຶ່ງເຮັດໃຫ້ສິນຄ້າ ດັ່ງກ່າວປ່ຽນປະເພດແມ່ນໃຫ້ປະຕິບັດຕາມລະບຽບການ ແຕ່ລະກໍລະນີທີ່ກໍານົດໄວ້ໃນ ມາດຕາ 13 ຂອງ ດໍາລັດສະບັບນີ້.
  3. ສິນຄ້າທີ່ໄດ້ຮັບອະນຸຍາດໃຫ້ຕ້ອງສົ່ງອອກ ພາຍໃນກຳນົດເວລາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າ ດ້ວຍພາສີ. ຂ້າງເທິງ

ມາດຕາ 19. ການຜ່ານແດນ
   ການຜ່ານແດນຕ້ອງປະຕິບັດດັ່ງນີ້:

  1. ຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກສາມາດນຳເຂົ້າ ຫຼື ສົ່ງອອກສິນຄ້າຜ່ານແດນ ຕາມລະບຽບການແຕ່ລະກໍລະນີທີ່ ໄດ້ກຳນົດໄວ້ໃນ ມາດຕາ 13 ຂອງດໍາລັດສະບັບນີ້.
  2. ການນຳສິນຄ້າຜ່ານດິນແດນ ສປປ ລາວ ຕ້ອງຖືກຈັດສົ່ງຕາມເສັ້ນທາງ, ດ່ານເຂົ້າ- ອອກ, ເວລາທີ່ໄດ້ ກຳນົດໄວ້ ແລະ ຄົບຕາມຈຳນວນ ແລະ ຢູ່ໃນສະພາບເດີມ ພາຍໃຕ້ການຕິດຕາມຂອງເຈົ້າໜ້າທີ່ພາສີ ຂອງ ສປປ ລາວ. ຂ້າງເທິງ

ໝວດທີ 6
ຂໍ້ຫ້າມ

ມາດຕາ 20. ຂໍ້ຫ້າມສຳລັບພະນັກງານ ຫຼື ເຈົ້າໜ້າທີ່
   ໃນການປະຕິບັດໜ້າທີ່ ຫ້າມພະນັກງານ ຫຼື ເຈົ້າໜ້າທີ່ມີພຶດຕິກໍາດັ່ງນີ້:

  1. ສວຍໃຊ້ອຳນາດ, ຕຳແໜ່ງ, ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;
  2. ສວຍໃຊ້ອຳນາດເກີນຂອບເຂດທີ່ເປັນການບັງຄັບ ແລະ ນາບຂູ່ເຊັ່ນ: ໃຊ້ຄວາມຮຸນແຮງ, ໃຊ້ອາວຸດ, ໃຊ້ ການກະທຳ ແລະ ວາຈາທີ່ຫຍາບຊ້າ;
  3. ປະລະໜ້າທີ່ ແລະ ລົບຫຼີກການເຄື່ອນໄຫວວຽກງານ;
  4. ເມີນເສີຍ, ປະໝາດ, ຂາດຄວາມຮັບຜິດຊອບ, ບິດເບືອນຄວາມຈິງ;
  5. ປິດບັງ, ປົກປ້ອງ, ເຊື່ອງອຳ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ກະທຳຄວາມຜິດ ເພື່ອຮັບສິນບົນ ຫຼື ຜົນປະ ໂຫຍດແນວອື່ນ;
  6. ເປີດເຜີຍຄວາມລັບທີ່ໄດ້ຈາກຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກ ນອກເໜືອຈາກເປົ້າໝາຍການຄຸ້ມຄອງການນຳເຂົ້າ ຫຼື ການສົ່ງອອກ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກ; ຫຼື
  7. ມີພຶດຕິກຳອື່ນທີ່ລະເມີດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 21. ຂໍ້ຫ້າມສຳລັບຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ
   ຫ້າມຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກມີພຶດຕິກໍາດັ່ງນີ້:

  1. ນຳເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຢູ່ໃນລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ການສົ່ງອອກ ຍົກເວັ້ນ ໃນກໍລະນີທີ່ໄດ້ຮັບອະນຸຍາດຈາກລັດຖະບານແຫ່ງ ສປປ ລາວ;
  2. ນຳເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຢູ່ໃນລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນຳເຂົ້າ ຫຼື ການສົ່ງ ອອກກ່ອນໄດ້ຮັບອະນຸຍາດ;
  3. ນຳເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຢູ່ໃນລາຍການສິນຄ້າທີ່ຕ້ອງຜ່ານມາດຕະການສຸຂານາໄມ ແລະ ສຸຂານາ ໄມພືດ ຫຼື ລະບຽບການທາງດ້ານເຕັກນິກ ກ່ອນໄດ້ຜ່ານການກວດສອບ ຫຼື ການຢັ້ງຢືນມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ ຫຼື ລະບຽບການທາງດ້ານເຕັກນິກ. ຂ້າງເທິງ

ໝວດທີ 7
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ຜູ້ລະເມີດ

ມາດຕາ 22. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນໆຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 23. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດທີ່ລະເມີດດໍາລັດສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ ຫຼື ຖືກດຳເນີນຄະດີຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 24. ການຈັດຕັ້ງປະຕິບັດ
   ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດຳ ລັດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 25. ຜົນສັກສິດ
   ດໍາລັດສະບັບນີ້ ມີຜົນສັກສິດ ພາຍຫຼັງເກົ້າສິບວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນດໍາລັດ ວ່າດ້ວຍ ການຄຸ້ມຄອງການສົ່ງອອກ ແລະ ການນຳເຂົ້າ ສະບັບເລກທີ 205/ນຍ, ລົງວັນທີ 11 ຕຸລາ 2001.
   ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ຕາງໜ້າລັດຖະບານແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງສິງ ທຳມະວົງ

 

ເອກະສານທິ່ກ່ຽວຂ້ອງ Relevant regulations:

# ຫົວຂໍ້ ດາວໂຫຼດ
1 Decree on Import and Export of Goods No. 114/GoL, dated 6 April 2011 DOC
2 ດໍາລັດ ວ່າດ້ວຍ ການນໍາເຂົ້າ ແລະ ການສົ່ງອອກ ສິນຄ້າ ເລກທີ 114/ລບ, ລົງວັນທີ 6 ເມສາ 2011 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.