ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 ນາຍົກລັດຖະມົນຕີ               ເລກທີ  12/ນຍ
ນະຄອນຫຼວງວຽງຈັນ, ວັນທີ 16 ຕຸລາ 2019​

ຄຳສັ່ງ
ວ່າດ້ວຍການອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ

 ເຖິງ : - ບັນດາທ່ານ ລັດຖະມົນຕີກະຊວງ, ຫົວໜ້າອົງການລັດທຽບເທົ່າກະຊວງ
    - ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

  • ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ດຳລັດ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011;
  • ອີງຕາມ ໜັງສືສະເໜີ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ເລກທີ 032/ຄອຄສ, ລົງວັນທີ 08 ພຶດສະພາ 2019.

ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການປັບປຸງບັນຍາກາດການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ ແລະ ຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າ ຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ, ຫຼີກລ້ຽງການສ້າງອຸປະສັກທາງດ້ານການຄ້າ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ການຄ້າ ຂອງ ສປປ ລາວ.

ນາຍົກລັດຖະມົນຕີ ອອກຄຳສັ່ງ:

I. ການອອກອະນຸຍາດ, ການຢັ້ງຢືນ ສຳລັບການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ ແລະ ການຜ່ານແດນ.

ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບການອອກອະນຸຍາດ, ການຢັ້ງຢືນສຳ ລັບການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ ແລະ ການຜ່ານແດນຂອງສິນຄ້າ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂັ້ນຂອດ ແລະ ໄລຍະເວລາ ດັ່ງນີ້:

1. ມອບໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບ ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງສາທາລະນະສຸກ, ຂະແໜງວິທະຍາສາດ ແລະ ເຕັກໂນໂລ ຊີ, ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່່ກ່ຽວຂ້ອງ ປະຕິບັດດັ່ງນີ້

1.1. ສືບຕໍ່ທົບທວນຄືນລະບຽບການ ແລະ ຂັ້ນຕອນ ໃນການອອກອະນຸຍາດ, ຢັ້ງຢືນ ສຳລັບການນໍາເຂົ້າ-ສົ່ງອອກ ສິນຄ້າ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ກະທັດຮັດ ແລະ ວ່ອງໄວຂຶ້ນ ແນ່ໃສ່ຫລຸດເວລາໃຫ້ໄດ້ຢ່າງໜ້ອຍ 50%, ຄ່າໃຊ້ຈ່າຍ ແລະ ເອກະສານ ໃຫ້ໄດ້ຢ່າງໜ້ອຍ 30% ພາຍໃນປີ 2022 ຕາມແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022. ຫາກເຫັນວ່າລະບຽບການ, ຂັ້ນຕອນ, ເວ ລາ, ຄ່າໃຊ້ຈ່າຍ ແລະ ເອກະສານໃນການອອກອະນຸຍາດ, ຢັ້ງຢືນບໍ່ສົມເຫດສົມຜົນ ແລະ ຊໍ້າຊ້ອນກັນ ແມ່ນໃຫ້ປັບປຸງ ຫຼື ລົບລ້າງ

1.2. ຄົ້ນຄວ້າ ແລະ ປັບປຸງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ສໍາລັບສິນຄ້ານໍາເຂົ້າ-ສົ່ງອອກ  ໃຫ້ມີຄວາມຮັດກຸມ ແນໃສ່ປົກປ້ອງຊີວິດ, ສຸຂະພາບຂອງຄົນ ແລະ ສັດ, ຮັບປະກັນຄວາມປອດໄພຂອງສິນຄ້າ ຕໍ່ກັບຜູ້ຊົມໃຊ້, ຄວາມໝັ້ນຄົງຂອງຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນມາດຕະ ການສຸຂານາໄມ ແລະ ສຸຂານາໄມພືດ (SPS), ມາດຕະການເຕັກນິກຕໍ່ການຄ້າ (TBT) ແລະ ມາດຕະ ການອື່ນໆ ໂດຍສອດຄ່ອງກັບສັນຍາ ແລະ ສົນທິສັນຍາຕ່າງໆ ທີ່ ສປປ ລາວ ເປັນພາຄີ.

1.3. ສ້າງ ແລະ ເຜີຍແຜ່ ມາດຕະຖານການບໍລິການ ຊຶ່ງປະກອບມີ: ແຜນວາດຂັ້ນຕອນ, ເອກະສານປະກອບ, ຄ່າທຳນຽມ ແລະ ເວລາຂອງການບໍລິການ ຢ່າງຄົບຖ້ວນ ແລະ ຊັດເຈນ ພ້ອມທັງກຳນົດເປົ້າໝາຍປັບປຸງ ໃນແຕ່ລະປີ. ລວມທັງປັບປຸງຂັ້ນຕອນການຈໍລະຈອນເອກະສານພາຍໃນໃຫ້ມີຄວາມວ່ອງໄວຂຶ້ນ ໂດຍໃຫ້ຜູ້ຮັບເອກະສານ ກວດກາເອກະສານ ແລະ ແຈ້ງຕອບທັນທີ. ຖ້າເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕ້ອງມອບໃຫ້ໜ່ວຍງານຮັບຜິດຊອບຄົ້ນຄວ້າເລີຍ ແລ້ວນຳສະເໜີຫາຄະນະນຳຂອງຕົນພິຈາລະນາອະນຸມັດ. ໃນກໍລະນີເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ, ໜ່ວຍງານຮັບຜິດຊອບ ຕ້ອງແຈ້ງຜູ້ມາຍື່ນນຳໄປປັບປຸງແກ້ໄຂ.

1.4. ປັບປຸງລະບຽບການທີ່ຕິດພັນກັບການນໍາເຂົ້າຊົ່ວຄາວ ແລະ ການຜ່ານແດນຂອງສິນຄ້າ ເພື່ອແກ້ໄຂບັນຫາຄວາມບໍ່ເປັນເອກະພາບກັນ ກ່ຽວກັບຂັ້ນຕອນ, ເອກະສານປະກອບ ແລະ ການຄຸ້ມຄອງຫົວໜ່ວຍທຸລະກິດ ລວມທັງອາຍຸການນໍາໃຊ້ຂອງໃບອະນຸຍາດ, ຢັ້ງຢືນ ດັ່ງກ່າວ.

1.5. ປັບປຸງຂັ້ນຕອນ ແລະ ເອກະສານ ໃນການລົງກວດກາການສົ່ງອອກສິນຄ້າຕົວຈິງ ຂອງຂະແໜງການທີ່ກ່ຽວ ຂ້ອງ ໃຫ້ກະທັດຮັດຂຶ້ນ ເປັນຕົ້ນຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດ. ພ້ອມດຽວກັນ,ຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອລົງກວດກາ, ໜີບກົ່ວຕູ້ສິນຄ້າ ແລະ ເຊັນບົດບັນທຶກຮ່ວມກັນ ຕ້ອງປະກອບມີຜູ້ຕາງໜ້າພາກສ່ວນລະ 01 ທ່ານ ເທົ່ານັ້ນ.

2. ມອບໃຫ້ຂະແໜງການເງິນ ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງ  ປະຕິບັດດັ່ງນີ້:

2.1. ຊຸກຍູ້ການຫັນມານຳໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ເປັນຕົ້ນລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດລາວ ເຂົ້າໃນການອອກອະນຸຍາດ, ການຢັ້ງຢືນ ແລະ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ເທື່ອລະກ້າວ.

2.2. ປັບປຸງຂັ້ນຕອນ ແລະ ເວລາໃນການຄົ້ນຄວ້າ ແລະ ພິຈາລະນາອະນຸມັດຮັບຮອງ ແຜນນໍາເຂົ້າສິນຄ້າເຄື່ອງຂອງ ເພື່ອມາຮັບໃຊ້ໂຄງການກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກຕ່າງປະເທດ ທີ່ໄດ້ຮັບນະໂຍບາຍດ້ານພາສີ ແລະ ອາ ກອນ ໃຫ້ກະທັດຂຶ້ນ ໂດຍສະເພາະການຢັ້ງຢືນ ຫຼື ຮັບຮອງທາງດ້ານເຕັກນິກ ຂອງຂະແໜງການທີ່ກ່ຽວຂ້ອງ ກ່ອນສະເໜີຕໍ່ຂະແໜງການເງິນ ພິຈາລະນາອະນຸມັດຮັບຮອງ.

2.3. ມອບໃຫ້ຂະແໜງແຜນການ ແລະ ການລົງທຶນ ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງ ປັບປຸງຂັ້ນຕອນ ແລະ ເວລາ ໃນການຄົ້ນຄວ້າ ແລະ ພິຈາລະນາ ແຜນນໍາເຂົ້າປະຈໍາປີ ເພື່ອອໍານວຍຄວາມສະດວກໃຫ້ແກ່ວິສາຫະກິດ ທີ່ລົງທຶນໃນກິດຈະການທີ່ໄດ້ຮັບນະໂຍບາຍດ້ານພາສີ ແລະ ອາກອນ ໃຫ້ວ່ອງໄວຂຶ້ນ ໂດຍສະເພາະການຢັ້ງຢືນ ຫຼື ຮັບຮອງທາງດ້ານເຕັກນິກ ຂອງຂະແໜງການທີ່ກ່ຽວຂ້ອງ ກ່ອນສະເໜີຕໍ່ຂະແໜງແຜນການ ແລະ ການລົງທຶນ ພິຈາລະນາອະນຸມັດຮັບຮອງ.

II. ການດຳເນີນການຢູ່ດ່ານ.

ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ມີພາ ລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂັ້ນຂອດ ແລະ ໄລຍະເວລາ ດັ່ງນີ້:

1. ມອບໃຫ້ຂະແໜງພາຍໃນ ເປັນເຈົ້າການສົມທົບກັບ ຂະແໜງການເງິນ, ຂະແໜງການກະສິກໍາ ແລະ ປ່າໄມ້, ຂະ ແໜງສາທາລະນະສຸກ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍງານກ່ຽວຂ້ອງທີ່ປະຈຳຢູ່ດ່ານ ໂດຍໃຫ້ປະຕິບັດຕາມດຳລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018.

2. ມອບໃຫ້ຂະແໜງການເງິນ ເປັນເຈົ້າການສົມທົບກັບ ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງສາທາລະນະສຸກ, ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງ ປະຕິບັດດັ່ງນີ້:

2.1. ອຳນວຍຄວາມສະດວກໃຫ້ແກ່ການກວດປ່ອຍສິນຄ້າຢູ່ດ່ານ ໂດຍສະເພາະສິນຄ້າສົ່ງອອກ ເປັນຕົ້ນຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດ ທີ່ໄດ້ຮັບການລົງກວດກາ, ໜີບກົ່ວຕູ້ສິນຄ້າ, ເຊັນບົດບັນທຶກ ແລະ ອະ ນຸຍາດ ຫຼື ຢັ້ງຢືນການສົ່ງອອກ ໂດຍຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງແລ້ວ, ເວ ລາມາຮອດດ່ານ ບໍ່ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງແກະກົ່ວທີ່ໜີບແລ້ວອອກ ຍົກເວັ້ນກໍລະນີມີຄວາມສົງໃສ ຫຼື ແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ເທົ່ານັ້ນ.

2.2. ສ້າງກົນໄກການກວດກາສິນຄ້າຮ່ວມກັນ ເພື່ອໃຫ້ບັນດາໜ່ວຍງານກ່ຽວຂ້ອງທີ່ປະຈຳຢູ່ດ່ານ (ພາສີ, ກັກກັນພືດ-ສັດ, ອາຫານ ແລະ ຢາ)​ ຈັດຕັ້ງປະຕິບັດບົນພື້ນຖານຫຼັກການ ການບໍລິຫານຄວາມສ່ຽງ ແລະ ການກວດສອບຄືນ ເພື່ອຫຼຸດຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍ ໃນການກວດປ່ອຍສິນຄ້າ.

2.3. ສ້າງ ແລະ ພັດທະນາ ລະບົບເກັບກໍາສະຖິຕິນໍາເຂົ້າ-ສົ່ງອອກສິນຄ້າ ແລະ ລະບົບຫັກລົບແຜນນໍາເຂົ້າປະຈໍາປີ ຢູ່ທຸກດ່ານທົ່ວປະເທດ ໂດຍໃຫ້ສາມາດເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ ທີ່ເປັນຜູ້ຄຸ້ມຄອງສິນຄ້າ ເພື່ອຕິດຕາມ ແລະ ລາຍງານຄະນະນໍາຂອງຕົນ ໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນສະພາບ.

2.4. ພັດທະນາລະບົບການຊໍາລະຄ່າພັນທະ, ຄ່າທຳນຽມ ແລະ ຄ່າບໍລິການ ຜ່ານທາງລະບົບເອເລັກໂຕຣນິກທີ່ທັນສະໄໝ ແບບລວມສູນຈຸດດຽວ ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດລາວ ໃຫ້ແກ່ໜ່ວຍງານກ່ຽວ ຂ້ອງທີ່ປະຈໍາຢູ່ດ່ານ ແນໃສ່ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ມີຄວາມໂປ່ງໃສ ແລະ ຄົບຖ້ວນ.

2.5. ຄົ້ນຄວ້າ, ສ້າງ ແລະ ປັບປຸງລະບຽບການ ເພື່ອອຳນວຍຄວາມສະດວກໃນການກວດປ່ອຍສິນຄ້າປະເພດສັດທີ່ມີຊີວິດ, ສິນຄ້າເນົ່າເປື່ອຍງ່າຍ ແລະ ສິນຄ້າຈັດສົ່ງດ່ວນ.

2.6. ເຜີຍແຜ່ ແລະ ຊຸກຍູ້ຜູ້ປະກອບການ ໃຫ້ຫັນມານຳໃຊ້ກົນໄກການຢັ້ງຢືນຮັບຮອງລ່ວງໜ້າ ແລະ ແຈ້ງພາສີກ່ອນສິນຄ້າມາຮອດດ່ານ ຢ່າງກວ້າງຂວາງ.

2.7. ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ສາມາດປະຕິບັດມາດຕະຖານຜູ້ປະກອບການ ເອອີໂອ (Authorized Economic Operator: AEO) ຢ່າງມີປະສິດທິພາບ ແລະ ຍືນຍົງ.

2.8. ດໍາເນີນການສຶກສາເວລາກວດປ່ອຍສິນຄ້າເປັນແຕ່ລະໄລຍະ ແລະ ເຜີຍແຜ່ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ.

III. ການເຄື່ອນຍ້າຍສິນຄ້າພາຍໃນປະເທດ.

ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂັ້ນຂອດ ແລະ ໄລຍະເວລາ ດັ່ງນີ້:

1. ມອບໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ທົບທວນຄືນລະບຽບການ ແລະ ຂັ້ນຕອນ ໃນການອອກອະນຸຍາດ,ຢັ້ງຢືນ ສໍາລັບການເຄື່ອນຍ້າຍສິນຄ້າພາຍໃນ ເປັນຕົ້ນສິນຄ້າກະສິກໍາ, ສັດ ແລະ ຜະລິດຕະພັນສັດ, ໄມ້, ແລະ ເຄື່ອງປ່າຂອງດົງ ເພື່ອຫຼຸດຂັ້ນຕອນ ແລະ ເອກະສານທີ່ຊໍ້າຊ້ອນ ແລະ ບໍ່ໍຈໍາເປັນ ທັງຢູ່ຂັ້ນເມືອງ ແລະ ແຂວງ.

2. ໃນການຕັ້ງຈຸດກວດກາຕາມເສັ້ນທາງການຂົນສົ່ງ ຫຼື ເຄື່ອນຍ້າຍສິນຄ້າພາຍໃນປະເທດ ແມ່ນໃຫ້ມີແຕ່ 03 ຂະ   ແໜງການ ຄື:

2.1. ຂະແໜງປ້ອງກັນຄວາມສະຫງົບ: ໃຫ້ມີພຽງແຕ່ປ້ອມຕໍາຫຼວດຈະລາຈອນ ແລະ ຕຳຫຼວດທາງຫຼວງເທົ່ານັ້ນ ຊຶ່ງໃຫ້ກວດກາສະເພາະເອກະສານທີ່ພົວພັນກັບລົດ ແລະ ການຂັບຂີ່ ຕາມກົດໝາຍຈະລາຈອນທາງບົກ ແລະ ກົດລະບຽບການສັນຈອນ, ບໍ່ໃຫ້ກວດກາສິນຄ້າ.

2.2. ຂະແໜງໂຍທາທິການ ແລະ ຂົນສົ່ງ: ໃຫ້ມີພຽງແຕ່ສະຖານີຕິດຊັ່ງນໍ້າໜັກເທົ່ານັ້ນ ເພື່ອປົກປັກຮັກສາເສັ້ນ ທາງ ຊຶ່ງໃຫ້ກວດກາສະເພາະນໍ້າໜັກ ແລະ ຂະໜາດຂອງລົດບັນທຸກເທົ່ານັ້ນ, ບໍ່ໃຫ້ກວດກາສິນຄ້າ.

2.3. ຂະແໜງການເງິນ: ໃຫ້ມີພຽງແຕ່ຈຸດປະສານງານຂອງຂະແໜງພາສີ ເພື່ອເຄື່ອນໄຫວວຽກງານປາບປາມການລັກລອບໜີພາສີ, ຊຶ່ງສາມາດຕັ້ງດ່ານກວດກາສິນຄ້າ ສະເພາະກໍລະນີມີຄວາມສົງໃສ ຫຼື ມີແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ເທົ່ານັ້ນ.

ໃນກໍລະນີມີຄວາມຈຳເປັນ, ຂະແໜງການທີ່ກ່ຽວຂ້ອງສາມາດຕັ້ງຈຸດກວດກາສະເພາະກິດໄດ້ຊົ່ວຄາວ ໂດຍໃຫ້ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຜູ້ອະນຸມັດ ແລະ ໃຫ້ມີກໍານົດເວລາຊັດເຈນ. ການກວດກາແຕ່ລະຄັ້ງ ຕ້ອງບໍ່ສ້າງອຸ ປະສັກໃຫ້ແກ່ການເຄື່ອນຍ້າຍສິນຄ້າ ແລະ ບໍ່ໃຫ້ກວດກາສິນຄ້າທີ່ບໍ່ຕິດພັນກັບໜ້າວຽກຂອງຕົນ.

IV. ການຈັດຕັ້ງປະຕິບັດ.

1. ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຄຳສັ່ງສະບັບນີ້ ແລະ ເອກະສານຊ້ອນທ້າຍ 01 ຢ່າງເຂັ້ມງວດ.

2. ມອບໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍແມ່ນຫ້ອງການປະຈໍາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວ ຂ້ອງ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ. ຖ້າພົບເຫັນຂໍ້ຫຍຸ້ງຍາກ, ໃຫ້ຄະນະກໍາມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ສັງລວມ ແລ້ວລາຍງານລັດຖະບານ ເພື່ອພິຈາລະນາແກ້ໄຂ ໃຫ້ທັນສະພາບການ.

V. ຜົນສັກສິດ.

ຄຳສັ່ງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນລັດຖະການ.

ຄຳສັ່ງສະບັບນີ້ ປ່ຽນແທນຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການອຳນວຍຄວາມສະດວກ ແກ່ການນຳ    ເຂົ້າ-ສົ່ງອອກ ແລະ ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ສະບັບເລກທີ 24/ນຍ ລົງວັນທີ 22 ກັນຍາ 2004.

ນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 A PM's order in facilitating import-export, temporary import, transit, and transfer goods in Lao PDR. No 12/PM, dated 16 October 2019 PDF
2 ຄໍາສັ່ງ ວ່າດ້ວຍ ການອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.