ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມພາສີ              ເລກທີ: 02948/ກພສ
ນະຄອນຫຼວງວຽງຈັນ, ວັນທີ 08 ມິຖຸນາ 2018

ແຈ້ງການແນະນຳ

ເຖິງ: - ຫົວໜ້າກອງຄຸ້ມຄອງພາສີ V
   - ຫົວໜ້າດ່ານພາສີຊາຍສາກົນຂົວມິດຕະພາບ 1

ເລື່ອງ: ການປັບປຸງຂອດຂັ້ນ ແລະ ກົນໄກການຄຸ້ມຄອງການນຳເຂົ້າຊົ່ວຄາວຕູ້ສິນຄ້າເປົ່າຜ່ານດ່ານພາສີສາກົນຂົວມິດຕະພາບ 1

- ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງ ສະບັບທີ 057/ສພຊ, ລົງວັນທີ 24 ທັນວາ 2014.

- ອີງຕາມ ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, 01.02.2018 ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ.

- ອີງຕາມ ບົດບັນທຶກກອງປະຊຸມປຶກສາຫາລືລະຫວ່າງກົມພາສີ ແລະ ພາກທຸລະກິດຄັ້ງວັນທີ 30.04.2018.

- ອີງຕາມ ບົດບັນທຶກການລົງເຮັດວຽກຂອງຄະນະວິຊາການກົມພາສີທີ່ດ່ານພາສີສາກົນຂົວມິດຕະພາບ 1 ໃນລະຫວ່າງວັນທີ 15-16.05.2018 ສະບັບເລກທີ 00722/ພສ.ຂມພ, ລົງວັນທີ 21.05.2018

ໃນໄລຍະຜ່ານມາໄດ້ມີຜູ້ປະກອບການຈຳນວນນຶ່ງສະເໜີຕໍ່ກົມພາສີກ່ຽວກັບການຄຸ້ມຄອງການນຳເຂົ້າຊົ່ວຄາວຕູ້ສິນຄ້າເປົ່າທີ່ນຳເຂົ້າມາບັນຈຸສິນຄ້າຢູ່ພາຍໃນແລ້ວຂົນສົ່ງອອກຄືນຜ່ານດ່ານພາສີສາກົນຂົວມິດຕະພາບ 1 ເຊິ່ງເຫັນວ່າຊັກຊ້າຫຍຸ້ງຍາກ, ມີຫຼາຍຂອດຂັ້ນ ແລະ ສົ່ງຜົນກະທົບຕໍ່ການສົ່ງອອກຂອງຜູ້ປະກອບການ.

ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ທັນກັບສະພາບ ກົມພາສີມອບຄວາມຮັບຜິດຊອບໃຫ້ກອງກວດກາຄຸ້ມຄອງພາສີ V ຊີ້ນຳດ່ານພາສີສາກົນຂົວມິດຕະພາບ 1 ປະຕິບັດດັ່ງນີ້:

  1. ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເປັນເຈົ້າການແກ້ໄຂປັບປຸງຂັ້ນຕອນການຄຸມຄອງການນຳເຂົ້າຊົ່ວຄາວຕູ້ບັນຈຸສິນຄ້າໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ສອດຄ່ອງກັບກົດໝາຍພາສີ.
  2. ການນຳເຂົ້າຊົ່ວຄາວຕູ້ສິນຄ້າເປົ່າຂອງແຕ່ລະບໍລິສັດແມ່ນໃຫ້ປະຕິບັດຕາມ ມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ 20 ທັນວາ ຊຶ່ງບໍລິສັດນຳເຂົ້າຕ້ອງສະເໜີຫາດ່ານພາສີສາກົນຂົວມິດຕະພາບ 1 ເພື່ອພິຈາລະນາອະນຸມັດໃຫ້ນຳເຂົ້າຊົ່ວຄາວ ໂດຍມອບສິດໃຫ້ຫົວໜ້າໜ່ວຍງານເປັນຜູ້ຄຸ້ມຄອງ ແລະ ເຊັນອະນຸມັດ ບໍ 7 ໃຫ້ຕູ້ບັນຈຸສິນຄ້ານຳເຂົ້າຊົ່ວຄາວຕາມລະບຽບການ, ເດັດຂາດບໍ່ໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ຮຽກຮ້ອງໃຫ້ບໍລິສັດຜູ້ນຳເຂົ້າເຮັດໃບສະເໜີເປັນແຕ່ລະຄັ້ງ ຫຼື ຖ້ຽວ ຊຶ່ງເປັນສາເຫດເຮັດໃຫ້ຫຍຸ້ງຍາກ ແລະ ຊັກຊ້າ.
  3. ດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງລົງຕິດຕາມກວດກາໜ່ວຍງານທີ່ຮັບຜິດຊອບອະນຸຍາດອອກ ບໍ 7, ຖ້າເຫັນວ່າບໍລິມາດໃນການນຳເຂົ້າຕູ້ບັນຈຸສິນຄ້າຫາກມີຈຳນວນຫລາຍ ໃຫ້ເປີດປຶ້ມອະນຸຍາດນຳໃຊ້ ບໍ 7 ເພີ້ມເຕີມເປັນແຕ່ລະບໍສັດ ແລະ ຈັດວາງພະນັກງານວິຊາການຜູ້ທີ່ຮັບຜິດຊອບໃຫ້ພຽງພໍກັບວຽກງານຕົວຈິງ.
  4. ໃຫ້ເອົາໃຈໃສ່ເຜີຍແຜ່ລະບຽບການ ແລະ ຂັ້ນຕອນໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ຖ້າພົບເຫັນການກະທຳຜິດຕ້ອງໄດ້ປະຕິບັດມາດຕະການຕາມກົດໝາຍພາສີຢ່າງເຂັ້ມງວດ.
  5. ໃນການຈັດຕັ້ງປະຕິບັດຕົວຈິງຫາກພົບຄວາມຫຍຸ້ງຍາກ, ໃຫ້ລາຍງານກົມພາສີເພື່ອມີທິດຊີ້ນຳໃນການແກ້ໄຂ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Improvement of Procedures and Management Mechanism for Temporary Import of Empty Containers through International Border Checkpoint at Lao-Thai Friendship Bridge I No. 02948/CD, dated 08 June 2018 PDF
2 ແຈ້ງການແນະນຳ ກ່ຽວກັບ ການປັບປຸງຂັ້ນຂອດ ແລະ ກົນໄກການຄຸ້ມຄອງການນຳເຂົ້າຊົ່ວຄາວຕູ້ສິນຄ້າເປົ່າຜ່ານດ່ານພາສີສາກົນຂົວມິດຕະພາບ 1 ເລກທີ 02948/ກພສ, ລົງວັນທີ 08 ມິຖຸນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.