ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ            ເລກທີ:1434/ກງ
ນະຄອນຫຼວງວຽງຈັນ,ວັນທີ 14 MAY 2018

ແຈ້ງການ

ເຖິງ: ອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ, ບັນດາຫົວໜ້າໜ່ວຍທຸລະກິດ, ບັນດາບຸກຄົນ, ນິຕິບຸກຄົນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017).

  • ອີງຕາມ ກົດໝາຍວ່າດ້ວຍພາສີສະບັບເລກທີ 04/ສພຊ,ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ  122/ນຍ, ລົງວັນທີ 03 ເມສາ 2018 ວ່າດ້ວຍການປະກາດໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017);
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ ສະບັບເລກທີ 2929/ກງ, ລົງວັນທີ 31 ສິງຫາ 2017;
  • ອີງຕາມ ໃບສະເໜີຂອງກົມພາສີ ສະບັບເລກທີ 02090/ກພສ, ລົງວັນທີ 04/05/2018.

         ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງ  ດໍາລັດວ່າດ້ວຍການປະກາດໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (ASEAN Harmonized Tariff Nomenclature~AHTN 2017) ໃຫ້ສອດຄ່ອງກັບລະບຽບການສາກົນແນໃສ່ເປັນການອຳນວຍຄວາມສະດວກທາງດ້ານການຄ້າ ດ້ວຍການຮັບປະກັນຄວາມຖືກຕ້ອງ ຊັດເຈນ ແລະ ເປັນເອກະພາບກັນໃນການຈັດລະຫັດສິນຄ້າ, ເຄື່ອງຂອງ ໃນຂອບເຂດທົ່ວປະເທດ ແລະ ສອດຄ່ອງກັບຫຼັກການສາກົນ.

ກະຊວງການເງິນ ອອກແຈ້ງການ ດັ່ງນີ້:

1.  ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ  2017 (AHTN 2017) ແມ່ນໃຊ້ປ່ຽນແທນສາລະບານສິນຄ້າລົບເອກະພາບ ລຸ້ນປີ 2012 (AHTN 2012);

2.  ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017(AHTN 20017) ປະກອບມີ 21 ພາກ, 97 (ໃນນີ້ໝວດທີ 77 ແມ່ນຖືກສະຫງວນໄວ້ໃຊ້ໃນອານາຄົດ), 1,222 ລະຫັດເຄົ້າ (04​ ຕົວເລກ), 5,387 ລະຫັດຍ່ອຍ (06 ຕົວເລກ) ແລະ 10,813 ລະຫັດຍ່ອຍ (08 ຕົວເລກ);

3.  ມອບໃຫ້ກົມພາສີອອກບົດແນະນໍາລະອຽດກ່ຽວກັບການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017)  ພ້ອມ​ທັ້ງຝຶກ​ອົບຮົມ​ໃຫ້​ເຈົ້າ​ໜ້າ​ທີ່​ພາສີ, ຜູ້​ປະກອບ​ການ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ຮັບ​ຊາບ ​ແລະ ​ເຂົ້າ​ໃຈ;

4.  ສາລະບານ​ສິນຄ້າ​ລະບົບ​ເອກະ​ພາບ​ອາ​ຊຽນ ລຸ້ນປີ 2017 (AHTN 2017) ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່ ວັນ​ທີ 01 ກໍລະກົດ 2018 ​ເປັນ​ຕົ້ນ​ໄປ.

ດັງ​ນັ້ນ, ຈຶ່ງ​ແຈ້ງ​ມາ​ເພື່ອ​ຊາບ ​ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຍ່າງ​ເຂັ້ມ​ງວດ.

ລັດຖະມົນຕີກະຊວງການເງິນ
ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Notification on the Implementation of ASEAN Harmonized Tariff Nomenclature 2017 (AHTN 2017) No. 1434/MOF, dated 14 May 2018 PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017) ເລກທີ 1434/ກງ, ລົງວັນທີ 14 ພຶດສະພາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.