ສາທາລະນະລັດ ປະຊາທິປະໄຕ ປະຊາຊົນບລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ          ເລກທີ2647/ຫອຄ.ກຂອ
ຫ້ອງການ        ນະຄອນຫຼວງ​ວງຽຈັນ, ວັນ​ທີ 30 ຕຸລາ​2018

​ແຈ້ງ​ການ

​ເຖິງ: - ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ
- ບັນດາ​ຫ້ອງການ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ​ເມືອງ

​ເລື່ອງ: ​ເພີ່ມ​ທະວີ​ເອົາ​ໃຈ​ໃສ່​ການ​ຫຼຸດຜ່ອນ​ການ​ນຳ​ໃຊ້​ຖົງ​ປລາສຕິກ​ເພື່ອ​ບັນຈຸ​ສິນຄ້າ ​ແລະ ພາຊະນະ​ບັນຈຸ​ທີ່​ຜະລິດ​ຈາກ​ປລາສຕິກ

  • ອີງ​ຕາມ ດຳລັດ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ ​ແລະ ຈັດ​ຕັ້ງ ຂ​ອງກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ສະບັບ​ເລກທີ 230/ນຍ, ລົງ​ວັນ​ທີ 24 ກໍລະກົດ 2017;
  • ອີງ​ຕາມ ບົດ​ບັນ​ທຶກກອງປະຊຸມປືກ​ສາ​ຫາ​ລືກ່ຽວ​ກັບ​ການຈຳ​ກັດການ​ນຳ​ໃຊ້​ຖົງ​ຢາງ​ປລາສຕິກ ​ແລະ ການ​ຫ້າມ​ນຳ​ເຂົ້າ​ຂີ້​ເຫຍື້ອປລາສຕິກ ລະຫວ່າງ ຮອງ​ລັດຖະມົນ​ຕີ ກະຊວງ​ອຸດສາຫະກຳ ​ແລະ ​ການ​ຄ້າ ຮ່ວມ​ກັບ​ຮອງ​ລັດຖະມົນຕີ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສີ່​ງ​ແວດ​ລ້ອມ ຄັ້ງ​ວັນ​ທີ 15 ມີ​ຖຸນາ 2018.

    ເພື່ອເປັນການປູກຈິດສຳນຶກໃຫ້ແກ່ບັນດາຮ້ານຄ້າ, ຮ້ານອາຫານ, ຕະຫຼາດ ແລະ ຜູ້ຊົມໃຊ້ໃຫ້ຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ແລະ ພາຊະນະທີ່ຜະລິດຈາກປລາສຕິກ. ພ້ອມທັງເປັນການປົກປັກຮັກສາສີ່ງແວດລ້ອມ ແລະ ພັດທະນາເສດຖະກິດຕາມທິດສີຂຽວໄປພ້ອມກັນ.

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ:

1.ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສົມທົບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຂະແໜງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງ, ນະຄອນຫຼວງ ແລະ ພາກສ່ວນນອື່ນທີ່ກ່ຽວຂ້ອງ ຊຸກຍູ້ ບັນດາຮ້ານຄ້າ, ຮ້ານອາຫານ ແລະ ຕະຫຼາດ ເພື່ອປະຕິບັດດັ່ງນີ້:

1.1 ຫຼຸດຜ່ອນປະລິມານການນຳໃຊ້ ແລະ ກ້າວໄປເຖິງການຢຸດເຊົາການນຳໃຊ້ຖົງປລາສຕິກ ແລະ ພາຊະນະບັນຈຸສິນຄ້າໃຫ້ແກ່ຜູ້ຊົມໃຊ້. ໂດຍຫັນມານຳໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄດ້ໄວ ຫຼື ຖົງຜ້າທີ່ເປັນມິດກັບສີ່ງແວດລ້ອມ ແລະ ສາມາດນຳກັບມາໃຊ້ຄືນໃໝ່ໄດ້.

1.2 ໃຫ້ມີການວາງຂາຍຖົງເຄື່ອງ, ພາຊະນະບັນຈຸສິນຄ້າທີ່ສາມາດນຳມາໃຊ້ຄືນໃໝ່ ໃນບໍລິເວນໃກ້ກັບໂຕະຄິດໄລ່ເງິນ ຫຼື ບໍລິເວນທີ່ງ່າຍໃຫ້ແກ່ການສັງເກດເຫັນຂອງລູກຄ້າ ທີ່ຕ້ອງການໃຊ້ຖົງເພື່ອບັນຈຸສິນຄ້າ.

1.3 ໂຄສະນາເຜີຍແຜ່ດ້ວຍການຕິດແຜ່ນປ້າຍໂຄສະນາ ແລະ ສ້າງກິດຈະກຳການຊຸກຍູ້ການຫຼຸດຜ່ອນ ແລະ ຢຸດເຊົາການນຳໃຊ້ຖົງປລາສຕິກ ແລະ ພາຊະນະບັນຈຸທີ່ຜະລິດຈາກປລາສຕິກ, ໂດຍສົ່ງເສີມໃຫ້ຜູ້ຊົມໃຊ້ຫັນມານຳໃຊ້ຖົງເຄື່ອງ, ພາຊະນະບັນຈຸທີ່ສາມາດນຳກັບມາໃຊ້ຄືນໃໝ່ໄດ້ ຫຼື ນຳໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄດ້ໄວ ແລະ ເປັນມິດກັບສີ່ງແວດລ້ອມ;

1.4 ນຳໃຊ້ກິດຈະກຳທີ່ເປັນການສົ່ງເສີມການຕະຫຼາດ ໃນການຊຸກຍູ້ໃຫ້ຜູ້ຊົມໃຊ້ຫຼຸດຜ່ອນ ແລະ ຢຸດເຊົາການນຳໃຊ້ຖົງຢາງປລາສຕິກ ຕົວຢ່າງ: ຖ້າຜູ້ຊົມໃຊ້ບໍ່ເອົາຖົງຢາງປລາສຕິກ ຫຼື ພາຊະນະບັນເພື່ອບັນຈຸສິນຄ້າ ຫຼື ອາຫານ ແມ່ນຈະໄດ້ຮັບສ່ວນຫຼຸດ 500 ຫາ 1.000 ກີບ ຕາມຄວາມເໝາະສົມ ຫຼື ອອກບັດສະແຕັມຮັກໂລກສີ່ງແວດລ້ອມ ເພື່ອສະສົມຄະແນນໄວ້ແລກຮັບຂອງລາງວັນ ແລະ ສ່ວນຫຼຸດຕ່າງໆ.

2. ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສົມທົບ ຫ້ອງການອຸດສາຫະກຳ ແລະ ຄ້າເມືອງ ລົງຕິດຕາມ ບັນດາຮ້ານຄ້າ, ຮ້ານອາຫານ ແລະ ຕະຫຼາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຈັດຕັ້ງປະຕິບັດແຈ້ງການສະບັບນີ້ໃຫ້ປະກົດຜົນເປັນຈິງ.

3. ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ສົມທົບພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງ, ນະຄອນຫຼວງ ເພື່ອປະເມີນການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໂດຍໃຫ້ມີນະໂຍບາຍຍ້ອງຍໍຮ້ານດີເດັ່ນ ທີ່ສົ່ງເສີມການຄ້າແບບເປັນມິດຕໍ່ສິ່ງແວດລ້ອມ.

4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຫົວໜ້າຫ້ອງການ
ນ. ບານສະຕິ ເທບພະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the raising awareness of the reduction of using plastic bags for goods containers and other containers made of plastic, No. 2647/PSO.MOIC, dated 30 October 2018 PDF
2 ແຈ້ງການວ່າດ້ວຍການເພີ່ມທະວີເອົາໃຈໃສ່ການຫຼຸດຜ່ອນການນໍາໃຊ້ຖົງຢາງປລາສະຕິກ ເພື່ອບັນຈຸສິນຄ້າ ແລະ ພາຊະນະບັນຈຸທີ່ຜະລິດຈາກປລາສະຕິກສະບັບເລກທີ 2647/ຫອຄ.ກຂອ, ລົງວັນທີ 30 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.