ອີງຕາມແຈ້ງການສະບັບເລກທີ 04/2018/TT-BTC, ລົງວັນທີ 02 ເມສາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມໄດ້ກຳນົດສອງປະເພດສິນຄ້າທີ່ມີລະຫັດພາສີຄື: ເກືອ (2501) ແລະ ໄຂ່ (0407.21.00, 0407.90.10, 0407.29.10, 0407.90.20, 0407.29.90 ແລະ 0407.90.90) ແມ່ນຈະຖືກຍົກເລີກໂກຕາພາສີ ຫຼື ອັດຕາພາສີນຳເຂົ້າແມ່ນ 0% ຈາກບັນດາປະເທດອາຊຽນ. ໂດຍລະບຸເງື່ອນໄຂວ່າສິນຄ້າປະເພດດັ່ງກ່າວ ຕ້ອງມີໃບຢັ້ງຢືນແຫລ່ງກຳເນີດສິນຄ້າ ຟອມ D ທີ່ອອກໂດຍປະເທດຕົ້ນທາງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.