ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ           ເລກທີ 2823 / ຫອຄ.ກທຄວ
ຫ້ອງການ          ນະຄອນຫຼວງວຽງຈັນ, ວັນທີ 26 ພະຈິກ 2018

ແຈ້ງການ

ເຖິງ:  -  ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ
-  ຫ້ອງການ ອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ
-  ວິສາຫະກິດທີ່ໄດ້ຮັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ )

​​​​​ເລື່ອງ: ການຄວັດຕາປະທັບວິສາຫະກິດ ແລະ ປ້າຍຊື່ວິສາຫະກິດ

- ອີງຕາມ ກົດໝາຍ ວ່າດ້ວຍ ວິສາຫະກິດ, ສະບັບປັບປຸງ - 2013;
- ອີງຕາມ ກົດໝາຍ ວ່າດ້ວຍປ້າຍ, ສະບັບປີ - 2018:
- ອີງຕາມດຳລັດ, ສະບັບ ເລກທີ່ 322/ລບ,ລົງວັນທີ 1 ຕຸລາ 2018, ວ່າດ້ວຍຕາປະທັບ;
- ອີງຕາມຂໍ້ 7 (1.2.1) 1.2 (1)  ຄຳສັ່ງ,  ສະບັບເລກທີ  02/ນຍ, ລົງວັນທີ 1 ກຸມພາ 2018, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.

ເພື່ອໃຫ້ການຄວັດຕາປະທັບວິສາຫະກິດ ແລະ ປ້າຍຊື່ວິສາຫະກິດ ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ຕາມເນື້ອໃນຈິດໃຈຂອງກົດໝາຍ ແລະ ລະບຽບການດັ່ງກ່າວ, ແນ່ໃສ່ສ້າງບັນຍາກາດ “ການເລີ່ມຕົ້ນທຸລະກິດ” ໃຫ້ມີຄວາມສະດວກ ວ່ອງໄວ, ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນກ່ຽວຂ້ອງຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

ກ. ການຄວັດຕາປະທັບ
ພາຍຫຼັງໄດ້ຮັບການຂຶ້ນທະບຽນວິສາຫະກິດແລ້ວ, ວິສາຫະກິດທີ່ກ່ຽວຂ້ອງສາມາດນຳເອົາໃບທະບຽນວິສາຫະກິດ ໄປຄວັດຕາປະທັບ ນຳຂະແໜງການປ້ອງກັນຄວາມສະຫງົບ ຕາມບົດບັນຍັດມາດຕາ 21 (ໃໝ່)ຂອງກົດໝາຍວ່າດ້ວຍວິສາຫະກິດ, ສະບັບປັບປຸງ - 2013 ແລະ ມາດຕາ 22 ຂອງດຳລັດ, ສະບັບເລກທີ 322/ລບ, ລົງວັນທີ 1 ຕຸລາ 2018 ວ່າດ້ວຍຕາປະທັບ. ຫ້າມອອກໃບອະນຸຍາດຄັວດຕາປະທັບອີກ;

ຂ. ປ້າຍຊື່ວິສາຫະກິດ
1. ພາຍຫຼັງທີ່ຜູ້ລົງທຶນໄດ້ຮັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ແລ້ວໃຫ້ນຳເອົາໃບທະບຽນວິສາຫະກິດ ໄປຜະລິດປ້າຍຊື່ວິສາຫະກິດ ໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ ຜະລິດປ້າຍຊື່ວິສາຫະກິດ ດັ່ງທີ່ເຄີຍປະຕິບັດມາ.
2. ເນື້ອໃນປ້າຍຊື່ວິສາຫະກິດ ຕ້ອງປະກອບດ້ວຍ:

- ຊື່ວິສາຫະກິດ ຕາມທີ່ບົ່ງໄວ້ໃນທະບຽນວິສາຫະກິດ;
- ເລກລະຫັດວິສາຫະກິດ;
- ເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ);
- ເບີໂທລະສັບທີ່ສາມາດຕິດຕໍ່ໄດ້.

ນອກຈາກເນື້ອໃນທີ່ກ່າວມາຂ້າງເທິງ, ວິສາຫະກິດສາມາດຕື່ມໂລໂກ ຫລື ຄິວອາໂຄດ (QR code ) ຂອງຕົນ ໃສ່ທາງຂວາດ້ານເທິງຂອງປ້າຍຊື່ວິສາຫະກິດ.

ທຸກຄັ້ງທີ່ມີການປ່ຽນແປງເນື້ອໃນທະບຽນວິສາຫະກິດ ທີ່ພາໃຫ້ມີການປ່ຽນແປງເນື້ອໃນປ້າຍຊື່ວິສາຫະກິດ, ວິສາຫະກິດທີ່ກ່ຽວຂ້ອງ ຕ້ອງຜະລິດປ້າຍຊື່ວິສາຫະກິດໃໝ່ໃຫ້ສອດຄ່ອງ.

3. ພາສາຕ່າງປະເທດ ທີ່ໃຊ້ໃນປ້າຍຊື່ວິສາຫະກິດ ຕ້ອງແມ່ນພາສາອັງກິດ ຕາມທີ່ລະບຸໃນທະບຽນວິສາຫະກິດເທົ່ານັ້ນ ຕ້ອງໃຊ້ພາສາລາວຢູ່ເທິງ, ພາສາອັງກິດຢູ່ລຸ່ມ ແລະ ຂະໜາດຕົວໜັງສືຂອງພາສາອັງກິດ ຕ້ອງບໍ່ໃຫ້ເກີນ ສອງສ່ວນສາມ (2/3) ຂອງຂະໜາດຕົວໜັງສືລາວ;
4. ຂະໜາດຂອງປ້າຍວິສາຫະກິດ ຕ້ອງເໝາະສົມກັບສະຖານທີ່ຈະຕິດຕັ້ງ, ບໍ່ສ້າງຜົນກະທົບຕໍ່ທິວທັດທຳມະຊາດ, ສິ່ງແວດລ້ອມອອ້ມຂ້າງ, ມີຄວາມປອດໄພ, ບໍ່ເປັນອຸປະສັກຕໍ່ການສັນຈອນ, ແຕ່ຂະໜາດນ້ອຍສຸດບໍ່ໃຫ້ຫຼຸດ 30x60 ຊັງຕີແມັດ ແລະ ໃຫຍ່ສຸດ ບໍ່ເກີນ 1.5 ແມັດ x 3 ແມັດ;
5. ສີພື້ນ ແລະ ຕົວໜັງສືຂອງປ້າຍຊື່ວິສາຫະກິດ ແມ່ນເປັນພື້ນສີຂາວ ຕົວໜັງສືສີແດງ, ແລະ ປ້າຍຊື່ວິສາຫະກິດຂອງເອກະຊົນ ແລະ ລວມໝູ່ (ສະຫະກອນ) ແມ່ນເປັນພື້ນສີເຫຼືອງ ຕົວໜັງສືສີແດງ;
6. ປ້າຍຊື່ວິສາຫະກິດເປັນສັນຍາລັກບົ່ງບອກຂໍ້ມູນພື້ນຖານກ່ຽວກັບຕົວຕົນຂອງວິສາຫະກິດ ຕໍ່ສາທາລະນະຊົນ. ການຕິດຕັ້ງປ້າຍຊື່ວິສາຫະກິດ ຕ້ອງຕິດໄວ້ທາງດ້ານໜ້າຂອງທີ່ຕັ້ງສຳນັກງານ ຫຼື ບ່ອນທີ່ວິສາຫະກິດຕັ້ງຢູ່ ( ກໍລະນີວິສາຫະກິດນ້ອຍ ທີ່ມີທີ່ຕັ້ງສຳນັກງານຢູ່ກັບສະຖານທີ່ເຮັດທຸລະກິດ ເຊັ່ນ: ຮ້ານຄ້າຂາຍຍ່ອຍເປັນຕົ້ນ);
7. ວິສາຫະກິດ ຕ້ອງເລືອກຮູບແບບເນື້ອໃນປ້າຍຊື່ວິສາຫະກິດ ຕາມຄວາມເໝາະສົມໃດໜຶ່ງ ຈາກສອງຮູບແບບເນື້ອໃນປ້າຍຊື່ວິສາຫະກິດທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ - ໂຣແມັງ I ແລະ ໂຣແມັງ ຂອງແຈ້ງການສະບັບນີ້;
8. ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ຕິດ ຫຼື ວາງເອກະສານຊ້ອນທ້າຍ - ໂຣແມັງ I ແລະ ໂຣແມັງ II ຕາມທີ່ກ່າວມາໃນຂໍ້ 7 ຂອງແຈ້ງການສະບັບນີ້ ໄວ້ໃນບ່ອນທີ່ສະດວກສຳລັບຜູ້ລົງທຶນ ໃນການຖ່າຍພາບ ຫຼື ກອບປີ ນອກຈາກນີ້ຜູ້ລົງທຶນ ຫຼື ຜູ້ທີ່ສົນໃຈ ສາມາດເຂົ້າເບິ່ງ ຫຼືດາວໂຫຼດ ຈາກເວບໄຊ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ( www.erm.gov.la);
9. ແຈ້ງການສະບັບນີ້ ມີຜົນນຳໃຊ້ນັບແຕ່ວັນທີ 5 ທັນວາ 2018 ເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການ, ສະບັບເລກທີ 1542/ຫອຄ.ກທຄວ, ລົງວັນທີ 21 ມີຖຸນາ 2018 ເລື່ອງ: ການຄັວດຕາປະທັບ ແລະ ປ້າຍຊື່ວິສາຫະກິດ.

ແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ຫົວໜ້າຫ້ອງການ
ນ. ບານສະຕິ ເທບພະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on Enterprise seal making and sign of enterprise name No. 2823/PSO. ERMD, dated 26 November 2018 PDF
2 ແຈ້ງການ ກ່ຽວກັບ ການຄວັດຕາປະທັບວິສາຫະກິດ ແລະ ປ້າຍຊື່ວິສາຫະກິດ ເລກທີ 2823/ຫອຄ.ກທຄວ, ລົງວັນທີ 26 ພະຈິກ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.