ສາລະບານ

ມາດຕາ 1. ຈຸດປະສົງ 
ມາດຕາ 2. ຂອບເຂດການນໍາໃຊ້
ມາດຕາ 3. ບຸກຄົນ ຫຼື ການຈັດຕັ້ງທີ່ດໍາເນີນທຸລະກິດ…
ມາດຕາ 4. ການອອກໃບຢັ້ງຢືນຄຸນນະພາບ
ມາດຕາ 5. ການແຈ້ງຄຸນນະພາບຜະລິດຕະພັນ ແລະ ສິນຄ້ານໍາເຂົ້າ
ມາດຕາ 6. ໜ່ວຍງານກວດກາຄຸນນະພາບ
ມາດຕາ 7. ຫນ້າທີ່ຂອງຫນ່ວຍງານກວດກາຄຸນນະພາບ
ມາດຕາ 8. ສິດຂອງໜ່ວຍງານກວດກາຄຸນນະພາບ
ມາດຕາ 9. ເອກະສານຢັ້ງຢືນຄຸນນະພາບ ແລະ ສະຖານທີ່ກວດກາ
ມາດຕາ 10. ການຕິດບັດກວດກາຂອງພະນັກງານກວດກາຄຸນນະພາບ
ມາດຕາ 11. ການແຈ້ງກວດກາຄຸນນະພາບ
ມາດຕາ 12. ການນັດກວດກາຄຸນນະພາບ
ມາດຕາ 13. ການນໍາໃຊ້ໃບຢັ້ງຢືນຄຸນນະພາບສິນຄ້າ
ມາດຕາ 14. ຄ່າທໍານຽມ ແລະ ຄ່າບໍລິການ
ມາດຕາ 15. ຂໍ້ຫ້າມ
ມາດຕາ 16. ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານກວດກາຄຸນນະພາບ 
ມາດຕາ 17. ຜູ້ທີ່ມີຜົນງານໃນການປະຕິບັດ…
ມາດຕາ 18. ຜູ້ນໍາເຂົ້າທີ່ມີສິນຄ້າທີ່ນອນ…
ມາດຕາ 19. ມາດຕະການທາງວິໃນ…
ມາດຕາ 20. ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ…
ມາດຕາ 21. ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງ…


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ
ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ    ເລກທີ 1226 /ສນຍ-ອວຕຊ
ນະຄອນຫລວງວຽງຈັນ, ວັນທີ 17 ກໍລະກົດ 2009

ຂໍ້ຕົກລົງ
ວ່າດ້ວຍການກວດກາຄຸນນະພາບສິນຄ້າ

  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ ສະບັບເລກທີ 13 ສພຊ ລົງວັນທີ 26 ທັນວາ 2007
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 85/ນຍ ລົງວັນທີ 2/11/1995 ວ່າດ້ວຍການຄຸ້ມຄອງມາດຕະຖານ ແລະ ຄຸນນະພາບຜະລິດຕະພັນ ສິນຄ້າ.
  • ອີງຕາມການຕົກລົງຂອງກອງປະຊຸມນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 5/12/2000 ແລະ ໃບແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2053 ລົງວັນທີ 13/12/2000 ກ່ຽວກັບການອະນຸມັດປະກາດໃຊ້ມາດຕະຖານແຫ່ງຊາດ ແລະ ໃຫ້ຈັດຕັ້ງຄະນະ ກວດກາຄຸນນະພາບສິນຄ້າລະດັບຊາດຂຶ້ນ.
  • ອີງຕາມຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງຄຸນນະພາບສິນຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ.

ລັດຖະມົນຕີປະຈໍາສໍານັກງານນາຍົກລັກຖະມົນຕີ
ຫົວຫນ້າອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດອອກຂໍ້ຕົກລົງ:

ມາດຕາ 1. ຈຸດປະສົງ    
  
ຂໍ້ຕົກລົງສະບັບນີ້ວາງອອກເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງຄຸນນະພາບສິນຄ້າຕາມມາດຕະຖານແຫ່ງຊາດ ທີ່ປະກາດໃຊ້ ຫຼື ມາດຕະຖານຂອງຕ່າງປະເທດ ຫຼື ສາກົນທີ່ ສປປ ລາວ ຮັບຮູ້ ຫຼື ທີ່ໄດ້ເຊັນສັນຍາຮັບຮູ້ເຊີ່ງກັນ ແລະ ກັນ ເພື່ອແນໃສ່ຮັບປະກັນຄວາມປອດໄພທາງດ້ານສຸຂະພາບ ປ້ອງກັນການຫຼອກລວງຜູ້ບໍລິໂພກ ແລະ ຮັກສາສິ່ງແວດລ້ອມ ທີ່ມີຜົນສະທ້ອນຈາກສິນຄ້າບໍ່ໄດ້ມາດຕະຖານ ຫຼື ລະບຽບການເຕັກນິກທີ່ບັງຄັບໃຊ້ໃນ ສປປ ລາວ. ຂ້າງເທິງ

ມາດຕາ 2. ຂອບເຂດການນໍາໃຊ້
   ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ ໃນການຄຸ້ມຄອງສິນຄ້າທີ່ນອນໃນລາຍການສິນຄ້າຄວບຄຸມ, ແຕ່ຍົກເວັ້ນຜະລິດຕະພັນ ແລະ ສິນຄ້າທີ່ພາຍໃຕ້ໂຄງການກູ້ຢືມຂອງ ລັດຖະບານແຫ່ງ ສປປ ລາວ, ໂຄງການລົງທືນຂອງຕ່າງປະເທດແມ່ນ ຕ້ອງໄດ້ມາແຈ້ງນໍາອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ. ແຕ່ສິນຄ້າດັ່ງກ່າວ ນໍາໄປຈໍາໜ່າຍຕາມທ້ອງຕະຫຼາດ ກໍຈະຕົກຢູ່ໃນການຄຸ້ມຄອງຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 3. ບຸກຄົນ ຫຼື ການຈັດຕັ້ງທີ່ດໍາເນີນທຸລະກິດນໍາເຂົ້າ (ຕໍ່ໄປນີ້ເອີ້ນຫຍໍ້ວ່າຜູ້ນໍາເຂົ້າ) ຕ້ອງມີຄວາມຮັບຜິດຊອບຕໍ່ຄຸນນະພາບຜະລິດຕະພັນ ແລະ ສິນຄ້າຂອງ ຕົນ ແລະ ໃຫ້ການຮ່ວມມືກັບລັດ ໃນການເຄື່ອນໄຫວກວດກາຄຸນນະພາບຜະລິດຕະພັນ ແລະ ສິນຄ້າດັ່ງກ່າວ. ຂ້າງເທິງ

ມາດຕາ 4. ການອອກໃບຢັ້ງຢືນຄຸນນະພາບ
   ຜູ້ນໍາເຂົ້າສິນຄ້າທີ່ນອນຢູ່ໃນລາຍການສິນຄ້າຄວບຄຸມ ທີ່ປະກາດໃຊ້ມາດຕະຖານແຫ່ງຊາດ ຫຼື ມາດຕະຖານຕ່າງປະເທດ ຕ້ອງໄດ້ຂໍການຢັ້ງຢືນທາງດ້ານ ຄຸນນະພາບຂອງສິນຄ້ານໍາອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫລວງ ຫຼື ການຈັດຕັ້ງ ຂອງແຂວງທີ່ຖືກມອບໝາຍ ກ່ອນການຮັບອະນຸຍາດນໍາເຂົ້າຈາກຂະແໜງການອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 5. ການແຈ້ງຄຸນນະພາບຜະລິດຕະພັນ ແລະ ສິນຄ້ານໍາເຂົ້າ
  
ການແຈ້ງຄຸນນະພາບຜະລິດຕະພັນ ແລະ ສິນຄ້ານໍາເຂົ້າສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ (ກ່ຽວກັບວັດສະດຸການກໍ່ສ້າງ, ນ້ໍາມັນ ແລະ ໄຟຟ້າເອເລັກໂຕຣນິກ) ແລະ ສິນຄ້າທີ່ນອນຢູ່ໃນບັນຊີຄຸ້ມຄອງອຶ່ນໆ ແຕ່ລະຄັ້ງຕ້ອງໃຫ້ມີໃບຢັ້ງຢືນຄຸນນະພາບ ຫຼື ໃບຢັ້ງຢືນຄວາມສອດຄ່ອງ ຈາກອົງການກວດກາຢັ້ງຢືນຄຸນນະພາບ ຈາກປະເທດທີ່ນໍາເຂົ້າຂັດຕິດມາພ້ອມ. ຂ້າງເທິງ

ມາດຕາ 6. ໜ່ວຍງານກວດກາຄຸນນະພາບ
  
ໜ່ວຍງານກວດກາຄຸນນະພາບແມ່ນໜ່ວຍງານຫນຶ່ງສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ນໍາຂອງອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກວິທະຍາ ສາດ ແລະ ເຕັກໂນໂລຊີແຂວງ ຫຼື ນະຄອນຫລວງ ຫຼື ການຈັດຕັ້ງຂອງແຂວງທີ່ຖືກມອບໝາຍ. ໂດຍການປະສານສົມທົບ ກັບສະພາມາດຕະຖານແຫ່ງຊາດ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງເຊິ່ງມີສິດ ແລະ ຫນ້າທີ່ເຕັມສ່ວນຕາມລະບຽບກົດຫມາຍ. ຂ້າງເທິງ

ມາດຕາ 7. ຫນ່ວຍງານກວດກາຄຸນນະພາບມີຫນ້າທີ່ດັ່ງນີ້:

  1. ສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງທໍາການກວດກາຄຸນນະພາບ ໃຫ້ໄດ້ຕາມກໍານົດເວລາທີ່ ໄດ້ຕົກລົງເຫັນດີ ໃຫ້ຜູ້ອະນຸຍາດນໍາເຂົ້າ.
  2. ດໍາເນີນການກວດກາໃຫ້ມີປະສິດທິພາບ ແລະ ໃຫ້ໄດ້ຕາມກໍານົດເວລາ, ກໍ່ສ້າງຍົກລະດັບພະນັກງານວິຊາການຂອງຕົນ ເພື່ອຮັບປະກັນໃຫ້ໄດ້ລະດັບ ຄວາມສາມາດອັນແນ່ນອນ ພ້ອມທັງມີຄວາມສັດຊື່ບໍລິສຸດ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານ ທີ່ໄດ້ຖືກມອບຫມາຍໃຫ້ກວດກາ.
  3. ແນະນໍາຜູ້ນໍາເຂົ້າສິນຄ້າກ່ຽວກັບຂັ້ນຕອນການແຈ້ງຂໍອະນຸຍາດສິນຄ້ານໍາເຂົ້າ ແລະ ການກວດກາຄຸນນະພາບສິນຄ້າຂອງຕົນ.
  4. ເກັບຮັກສາ ແລະ ເຜີຍແຜ່ (ຖ້າມີການຮຽກຮ້ອງ) ຂໍ້ມູນຕ່າງໆກ່ຽວກັບການກວດກາຄຸນນະພາບສິນຄ້າປະເພດຕ່າງໆ.
  5. ສະຫລຸບລາຍງານໃຫ້ຂັ້ນເທິງກ່ຽວກັບສະພາບການເຄື່ອນໄຫວກວດກາດັ່ງມີເນື້ອໃນຕົ້ນຕໍ່ຄື:
  • ບັນຊີລາຍຊື່ບັນດາຜູ້ນໍາເຂົ້າທີ່ໄດ້ກວດກາຢັ້ງຢືນຄຸນນະພາບສິນຄ້າຂອງຕົນ.
  • ປະເພດ ແລະ ຈໍານວນສິນຄ້າທີ່ໄດ້ຜ່ານການກວດກາ.
  • ບັນຊີການເງີນ ແລະ ມູນຄ່າສິນຄ້າທີ່ໄດ້ກວດກາ.      
  • ສະພາບການຮ້ອງຟ້ອງ ແລະ ຮ້ອງທຸກຂອງຜູ້ນໍາເຂົ້າ ແລະ ຜູ້ຊົມໃຊ້.
  • ສະເໜີມາດຕະການແກ້ໄຂ ແລະ ຂໍ້ສະເໜີອື່ນໆ. ຂ້າງເທິງ

ມາດຕາ 8. ໜ່ວຍງານກວດກາຄຸນນະພາບມີສິດດັ່ງນີ້:

  1. ກວດກາຄຸນນະພາບສິນຄ້າຕາມທີ່ໄດ້ກໍານົດໄວ້ໃນລາຍການສິນຄ້າຄວບຄຸມ(ກ່ຽວກັບວັດສະດຸການກໍ່ສ້າງ ແລະ ໄຟຟ້າເອເລັກໂຕຣນິກ)
  2. ເກັບຕົວຢ່າງສິນຄ້າເພື່ອນໍາໄປກວດສອບໃນກໍລະນີຈໍາເປັນ.
  3. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນການກວດກາ, ສັ່ງໂຈະຊົ່ວຄາວສິນຄ້ານໍາເຂົ້າ ທີ່ເຫັນວ່າບໍ່ຖືກຕ້ອງຕາມມາດຕະຖານແຫ່ງຊາດ ຫຼື ມາດຕະ ຖານຂອງຕ່າງປະເທດ. ຂ້າງເທິງ

ມາດຕາ 9. ເອກະສານຢັ້ງຢືນຄຸນນະພາບ ແລະ ສະຖານທີ່ກວດກາ
   ການແຈ້ງຂໍອະນຸຍາດນໍາເຂົ້າສິນຄ້າ ແຕ່ລະຄັ້ງຕ້ອງໃຫ້ມີໃບຢັ້ງຢືນຄຸນນະພາບ ຫຼື ໃບຢັ້ງຢືນຄວາມສອດຄ່ອງຈາກອົງການຢັ້ງຢືນຄຸນນະພາບຈາກຕ່າງປະເທດ ທີ່ນໍາເຂົ້າເຊິ່ງອາດຈະໄດ້ຮັບການກວດກາຢູ່ກັບດ່ານນໍາເຂົ້າ ຫຼື ຢູ່ກັບບ່ອນເກັບຮັກສາອີກເທື່ອຫນຶ່ງ. ຂ້າງເທິງ

ມາດຕາ 10. ການຕິດບັດກວດກາຂອງພະນັກງານກວດກາຄຸນນະພາບ
   ໜ່ວຍງານກວດກາຄຸນນະພາບທີ່ຈະລົງໄປກວດກາແຕ່ລະຄັ້ງ ຕ້ອງໄດ້ຕິດບັດກວດກາທີ່ອອກໃຫ້ ໂດຍອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫລວງ ຫຼື ການຈັດຕັ້ງຂອງແຂວງທີ່ຖືກມອບໝາຍ. ຂ້າງເທິງ

ມາດຕາ 11. ການແຈ້ງກວດກາຄຸນນະພາບ
   ຜູ້ນໍາເຂົ້າທີ່ມີສິນຄ້ານອນຢູ່ໃນລາຍການສິນຄ້າຄວບຄຸມ ທີ່ປະກາດໃຊ້ມາດຕະຖານແຫ່ງຊາດ ຫຼື ມາດຕະຖານຕ່າງປະເທດທີ່ຈະຕ້ອງຮັບການກວດການັ້ນ ຕ້ອງໄດ້ແຈ້ງນໍາອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫລວງ ຫຼື ການຈັດຕັ້ງຂອງແຂວງ ທີ່ຖືກມອບໝາຍ. ຂ້າງເທິງ

ມາດຕາ 12. ການນັດກວດກາຄຸນນະພາບ
   ຜູ້ນໍາສິນຄ້າແຕ່ລະຄັ້ງທີ່ແຈ້ງຂໍອະນຸຍາດນໍາເຂົ້າ ຕ້ອງໄດ້ມີການຕົກລົງນັດໝາຍກ່ຽວກັບ ສະຖານທີ່ນໍາເຂົ້າສິນຄ້າທີ່ຈະຕ້ອງການໃຫ້ມີການກວດການໍາອົງການ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫລວງ ຫຼື ການຈັດຕັ້ງຂອງແຂວງທີ່ຖືກມອບໝາຍ. ຂ້າງເທິງ

ມາດຕາ 13. ການນໍາໃຊ້ໃບຢັ້ງຢືນຄຸນນະພາບສິນຄ້າ
   ໃບຢັ້ງຢືນກວດກາຄຸນນະພາບສິນຄ້າມີຜົນບັງຄັບໃຊ້ ສະເພາະໃນກໍລະນີຄຸນນະພາບສິນຄ້າ ບໍ່ມີການປ່ຽນແປງສະພາບເດີມ ໂດຍຜ່ານຈາກການຂົນສົ່ງ, ການເກັບ ຮັກສາ ແລະ ມີອາຍຸໜຶ່ງປີ ແລະ ນໍາໃຊ້ໄດ້ຄັ້ງດຽວເທົ່ານັ້ນ. ຂ້າງເທິງ

ມາດຕາ 14. ຄ່າທໍານຽມ ແລະ ຄ່າບໍລິການ
   ຜູ້ນໍາເຂົ້າທີ່ໄດ້ຮັບໃບຢັ້ງຢືນຄຸນນະພາບຕ້ອງໄດ້ເສຍຄ່າບໍລິການ ແລະ ຄ່າທໍານຽມນໍາອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫລວງ ຫຼື ການຈັດຕັ້ງຂອງແຂວງທີ່ຖືກມອບໝາຍ ແລະ ຫ້ອງທົດລອງທີ່ກ່ຽວຂ້ອງດັ່ງນີ້:

  1. ຄ່າໃບຄໍາຮ້ອງ 1 ຊຸດ  5,000 ກີບ
  2. ໃບຢັ້ງຢືນຄຸນນະພາບ   30,000 ກີບ
  3. ຄ່າທົດສອບຄຸນນະພາບສິນຄ້າແຕ່ລະຄັ້ງ ໃຫ້ອີງໃສ່ມູນຄ່າຂອງການກວດສອບຕົວຈິງຂອງຫ້ອງທົດລອງກວດສອບທີ່ກ່ຽວຂ້ອງ.
  4. ຄ່າບໍລິການກວດກາຄຸນນະພາບສິນຄ້ານໍາເຂົ້າໃນຄັ້ງໜຶ່ງແມ່ນ 600,000 ກີບ. ຂ້າງເທິງ

ມາດຕາ 15. ຂໍ້ຫ້າມ
   ຫ້າມຜູ້ນໍາເຂົ້າສິນຄ້າທີ່ນອນຢູ່ໃນລາຍການສິນຄ້າຄວບຄຸມ ທີ່ປະກາດໃຊ້ມາດຕະຖານແຫ່ງຊາດ ຫຼື ມາດຕະຖານຂອງຕ່າງປະເທດນໍາເຂົ້າສິນຄ້າຕົນ ໂດຍບໍ່ໄດ້ຮັບ ການຢັ້ງຢືນຄຸນນະພາບຈາກອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫລວງ ຫຼື ການຈັດຕັ້ງ ຂອງແຂວງທີ່ຖືກມອບໝາຍ. ຂ້າງເທິງ

ມາດຕາ 16. ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານກວດກາຄຸນນະພາບ 
   ຫ້າມເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານກວດກາຄຸນນະພາບມີພຶດຕິກໍາດັ່ງນີ້:

  1. ຂາດຄວາມຮັບຜິດຊອບ ແລະ ປະລະໜ້າທີ່;
  2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸດຕິທໍາ ຫຼື ລໍາອຽງຕໍ່ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ;
  3. ຮັບສິນບົນ, ສວຍໃຊ້ຕໍາແໜ່ງ, ໜ້າທີ່, ອໍານາດເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ຍາດພີ່ນ້ອງ;
  4. ມີພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 17. ຜູ້ທີ່ມີຜົນງານໃນການປະຕິບັດຂໍ້ກໍານົດສະບັບນີ້ ແລະ ຜູ້ທີ່ເຄື່ອນໄຫວກວດກາຄຸນນະພາບສິນຄ້າຢ່າງມີປະສິດທິຜົນ ຫຼື ຜູ້ທີ່ມີຜົນງານໃນການຊອກເຫັນ ຜູ້ລະເມີດລະບຽບການຕ່າງໆ ກ່ຽວກັບການກວດກາຄຸນນະພາບຈະໄດ້ຮັບການຍ້ອງຍໍ ແລະ ຮັບຄ່າບໍາເນັດຕາມການກໍານົດຂອງອົງການວິທະຍາສາດ ແລະ ເຕັກໂນ ໂລຊີແຫ່ງຊາດ ຫຼື  ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງອື່ນໆ. ຂ້າງເທິງ

ມາດຕາ 18. ຜູ້ນໍາເຂົ້າທີ່ມີສິນຄ້າທີ່ນອນຢູ່ໃນລາຍການສິນຄ້າຄວບຄຸມ ທີ່ໄດ້ປະກາດໃຊ້ມາດຕະຖານແຫ່ງຊາດມີການລະເມີດຂໍ້ກໍານົດສະບັບນີ້ ຫຼື ຫລົບຫລີກ ການກວດກາຄຸນນະພາບຈະຖືກກ່າວເຕືອນ ຫຼື ປັບໃຫມ:

ຄັ້ງທີ 1: ຈະຖືກປັບໃຫມ 10% ຂອງມູນຄ່າຊຸດສິນຄ້າທີ່ນໍາເຂົ້າ.
ຄັ້ງທີ 2: ຈະຖືກປັບໃຫມ 20% ຂອງມູນຄ່າຊຸດສິນຄ້າທີ່ນໍາເຂົ້າ.
ຄັ້ງທີ 3: ສົມທົບກັບຂະແໜງການທີ່ກ່ຽວຂ້ອງສັ່ງຢຸດຕິດໍາເນີນກິດຈະການ ແລະ ສົ່ງຟ້ອງດໍາເນີນຄະດີຕາມລະບຽບກົດຫມາຍ. ຂ້າງເທິງ

ມາດຕາ 19. ມາດຕະການທາງວິໃນ
  
ພະນັກງານ ແລະ ເຈົ້າໜ້າທີ່ ທີ່ລະເມິດກ່ຽວກັບ ການກວດກາຄຸນນະພາບສິນຄ້າ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕ່ໍາກວ່າຫ້າແສນກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼິກຈາກຄວາມຜິດ ກໍ່ຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີດັ່ງນີ້:

  1. ຕິຕຽນ, ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ;
  2. ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕ່ໍາກວ່າເກົ່າ;
  3. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ;

ຜູ້ທີ່ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ. ຂ້າງເທິງ

ມາດຕາ 20. ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດມອບໃຫ້ກົມຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກສົມທົບກັບສະພາມາດຕະຖານ ແຫ່ງຊາດ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດກວດກາຄຸນນະພາບສິນຄ້ານໍາເຂົ້າຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 21. ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງ ສາມສິບວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ທຸກຂໍ້ຕົກລົງ ແລະ ລະບຽບການອື່ນໆທີ່ໄດ້ປະກາດໃຊ້ ໃນເມື່ອກ່ອນຫາກຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ຫົວຫນ້າ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ
ສ.ຈ.ດຣ ບູນຕຽມ ພິດສະໄໝ

 

# ຫົວຂໍ້ ດາວໂຫຼດ
1 Regulation On the Quality Inspection of Goods No.1226/PMO-STEA PDF
2 ຂໍ້ຕົກລົງ ວ່າດ້ວຍ ການກວດກາ ຄຸນນະພາບສິນຄ້າ ເລກທີ 1226 /ສນຍ-ອວຕຊ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.