ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 0451/ອຄ.ກຂອ

ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2021


ຂໍ້ຕົກລົງ


ວ່າດ້ວຍ ການຄຸ້ມຄອງສິນຄ້າຜ່ານແດນ


-    ອີງຕາມ ດຳລັດວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011;
-    ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
-    ອີງຕາມ ຄໍາສັ່ງວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019;
-    ອີງຕາມ ໜັງສືສະເໜີຂອງກົມການນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 1922/ກຂອ.ຊດ, ລົງວັນທີ 03 ມິຖຸນາ 2021.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:
 

ໝວດທີ 1
ບົດບັນຍັດທົ່ວໄປ


ມາດຕາ 1     ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງສິນຄ້າຜ່ານແດນ ສປປ ລາວ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຜ່ານແດນຂອງສິນຄ້າ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.


ມາດຕາ 2     ການຄຸ້ມຄອງສິນຄ້າຜ່ານແດນ
ການຄຸ້ມຄອງສິນຄ້າຜ່ານແດນ ແມ່ນ ການຕິດຕາມ, ກວດກາ ແລະ ອອກອະນຸຍາດ ກ່ອນການນໍາເອົາສິນຄ້າຈາກປະເທດໃດໜຶ່ງ ມາຜ່ານອານາເຂດພາສີ ຂອງ ສປປ ລາວ ໄປປະເທດທີສາມ. 
ການຜ່ານແດນຂອງສິນຄ້າທີ່ນອນຢູ່ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ຫຼື ສິນຄ້າຄຸ້ມຄອງ ແມ່ນຕ້ອງຂໍອະນຸຍາດກ່ອນການນຳສິນຄ້າຜ່ານແດນ. ສຳລັບ ການຜ່ານແດນຂອງສິນຄ້າທີ່ບໍ່ນອນຢູ່ລາຍການສິນຄ້າດັ່ງກ່າວ ແມ່ນໃຫ້ດຳເນີນການແຈ້ງເອກະສານຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ໂດຍບໍ່ຕ້ອງຂໍອະນຸຍາດ.


ມາດຕາ 3     ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1.    ສິນຄ້າຄຸ້ມຄອງ ໝາຍເຖິງ ສິນຄ້າທີ່ນອນຢູ່ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ ທີ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ ກໍານົດໃນແຕ່ລະໄລຍະ; 
2.    ໃບອະນຸຍາດ ໝາຍເຖິງ ເອກະສານຢັ້ງຢືນການອະນຸຍາດໃຫ້ສາມາດນໍາສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ ໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ;
3.    ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໝາຍເຖິງ ບັນດາຂະແໜງການ ທີ່ຄຸ້ມຄອງ ແລະ ອອກໃບອະນຸຍາດໃຫ້ນໍາສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ.


ມາດຕາ 4     ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ກ່ຽວກັບ ການນໍາເອົາສິນຄ້າຄຸ້ມຄອງ ມາຜ່ານອານາເຂດພາສີ ຂອງ ສປປ ລາວ.

ໝວດທີ 2
ການຂໍອະນຸຍາດນຳສິນຄ້າຄຸ້ມຄອງຜ່ານແດນ


ມາດຕາ 5     ເງື່ອນໄຂຂອງຜູ້ຂໍອະນຸຍາດນໍາສິນຄ້າຄຸ້ມຄອງຜ່ານແດນ
ຜູ້ຂໍອະນຸຍາດນຳສິນຄ້າຄຸ້ມຄອງຜ່ານແດນຂອງ ສປປ ລາວ ຕ້ອງມີເງື່ອນໄຂ ດັ່ງນີ້:
1.    ເປັນວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດໍາເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກສິນຄ້າຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ;
2.    ບໍລິສັດທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ ທີ່ມີຈຸດປະສົງນໍາສິນຄ້າຄຸ້ມຄອງຜ່ານດິນແດນຂອງ ສປປ ລາວ ຕ້ອງມອບສິດໃຫ້ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກສິນຄ້າຄຸ້ມຄອງ ຢູ່ ສປປ ລາວ ເປັນຜູ້ດໍາເນີນຂັ້ນຕອນທາງດ້ານເອກະສານແທນ.


ມາດຕາ 6     ການຂໍອະນຸຍາດນຳສິນຄ້າຄຸ້ມຄອງຜ່ານແດນ
ການຂໍອະນຸຍາດ ຕ້ອງສະເໜີລ່ວງໜ້າ ກ່ອນສິນຄ້າຈະມາເຖິງດ່ານພາສີຂາເຂົ້າຂອງ ສປປ ລາວ ຕາມໄລຍະເວລາທີ່ ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໄດ້ກຳນົດ.
ຜູ້ທີ່ມີເງື່ອນໄຂຕາມທີ່ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຕ້ອງປະກອບເອກະສານ ສະເໜີຕໍ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ທີ່ຄຸ້ມຄອງແຕ່ລະປະເພດສິນຄ້າ ເພື່ອພິຈາລະນາ ດັ່ງນີ້:
1.    ຄໍາຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ;
2.    ສໍາເນົາໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ;
3.    ສໍາເນົາໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່;
4.    ເອກະສານຢັ້ງຢືນ ການສົ່ງອອກຈາກປະເທດຕົ້ນທາງ, ການນໍາເຂົ້າຈາກປະເທດປາຍທາງ ຫຼື ສັນຍາ ຊື້-ຂາຍ ລະຫວ່າງຄູ່ຄ້າປະເທດຕົ້ນທາງ ແລະ ປາຍທາງ;
5.    ໃບມອບສິດຈາກເຈົ້າຂອງສິນຄ້າໃຫ້ຜູ້ດໍາເນີນການຂໍອະນຸຍາດຜ່ານແດນ ກໍລະນີມອບສິດໃຫ້ຜູ້ອື່ນມາແລ່ນເອກະສານແທນ.

ມາດຕາ 7     ການພິຈາລະນາອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ຕ້ອງພິຈາລະນາອອກໃບອະນຸຍາດ ພາຍໃນ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.
ໃນກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບທັນທີເພື່ອນຳໄປປັບປຸງ.
ໃນກໍລະນີທີ່ບໍ່ສາມາດອອກໃບອະນຸຍາດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ສະເໜີຊາບ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.


ມາດຕາ 8     ອາຍຸ ແລະ ການຕໍ່ອາຍຸ ໃບອະນຸຍາດ
ໃບອະນຸຍາດ ມີອາຍຸການນຳໃຊ້ ຫົກ ເດືອນ ແລະ ສາມາດຕໍ່ໄດ້ ໜຶ່ງ ຄັ້ງ ກຳນົດເວລາ ສາມ ເດືອນ.
ການສະເໜີຂໍຕໍ່ອາຍຸໃບອະນຸຍາດ ແມ່ນໃຫ້ສະເໜີຕໍ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ກ່ອນໃບອະນຸຍາດໝົດອາຍຸການນຳໃຊ້ ຊາວ ວັນ ໂດຍປະກອບເອກະສານ ດັ່ງນີ້:
1.    ຄຳຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
2.    ໃບອະນຸຍາດ ສະບັບຕົ້ນ.


ມາດຕາ 9      ການດັດແກ້ເນື້ອໃນໃບອະນຸຍາດ 
ການດັດແກ້ເນື້ອໃນໃບອະນຸຍາດແມ່ນການດັດແກ້ເນື້ອໃນ ກ່ຽວກັບ ລາຍການສິນຄ້າ, ຈຳນວນ, ມູນຄ່າ, ດ່ານ ແລະ ອື່ນໆ.
ຜູ້ທີ່ມີຈຸດປະສົງດັດແກ້ເນື້ອໃນໃບອະນຸຍາດ ຕ້ອງປະກອບເອກະສານສະເໜີຕໍ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ດັ່ງນີ້:
1.    ຄຳຮ້ອງ ຕາມແບບພິມທີ່ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
2.    ໃບອະນຸຍາດສະບັບຕົ້ນ;
3.    ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ ກໍລະນີມີການປ່ຽນແປງຈາກສະບັບເດີມ.


ມາດຕາ 10      ການອອກໃບອະນຸຍາດຄືນໃໝ່
ກໍລະນີໃບອະນຸຍາດເສຍຫາຍ ຫຼື ຖືກທໍາລາຍ ແລະ ຕ້ອງການອອກໃບອະນຸຍາດຄືນໃໝ່ ແມ່ນໃຫ້ປະກອບເອກະສານ ສະເໜີຕໍ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ດັ່ງນີ້:
1.    ຄຳຮ້ອງ ຕາມແບບພິມທີ່ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
2.    ໜັງສືຢັ້ງຢືນການເສຍຫາຍ ຫຼື ຖືກທຳລາຍ ທີ່ຢັ້ງຢືນໂດຍ ຜູ້ໄດ້ຮັບໃບອະນຸຍາດ.


ມາດຕາ 11  ການເຄື່ອນຍ້າຍສິນຄ້າຄຸ້ມຄອງຜ່ານແດນ
ການເຄື່ອນຍ້າຍຕ້ອງຜ່ານດ່ານສາກົນ ແລະ ຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີ ແລະ ອົງການຄຸ້ມຄອງທີ່ກ່ຽວຂ້ອງ. ສິນຄ້າຜ່ານແດນຕ້ອງຢູ່ໃນສະພາບເດີມ, ຖືກຈັດສົ່ງຕາມເສັ້ນທາງ  ແລະ ວັນເວລາທີ່ໄດ້ກໍານົດໄວ້ ໂດຍບໍ່ໃຫ້ຈຳໜ່າຍ, ນຳໃຊ້ ຫຼື ຕົກຄ້າງຢູ່ໃນ ສປປ ລາວ. 
ໃນກໍລະນີຈໍາເປັນຕ້ອງສັບປ່ຽນພາຫະນະ ຫຼື ຄ່ຽນຖ່າຍສິນຄ້າ ແມ່ນໃຫ້ປະຕິບັດຕາມກົດໝາຍພາສີ ແລະ ກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ. 


ໝວດທີ 3
ສິດ ແລະ ພັນທະ ຂອງຜູ້ນຳສິນຄ້າຄຸ້ມຄອງຜ່ານແດນ


ມາດຕາ 12     ສິດຂອງຜູ້ນຳສິນຄ້າຄຸ້ມຄອງຜ່ານແດນ
ຜູ້ນຳສິນຄ້າຄຸ້ມຄອງຜ່ານແດນ ມີສິດ ດັ່ງນີ້:
1.    ນໍາເອົາສິນຄ້າຄຸ້ມຄອງທີ່ໄດ້ຮັບອະນຸຍາດມາຜ່ານແດນ ສປປ ລາວ;
2.    ສະເໜີຂໍ ຕໍ່ອາຍຸ, ດັດແກ້ເນື້ອໃນ, ລົບລ້າງ ຫຼື ອອກໃບອະນຸຍາດຄືນໃໝ່;
3.    ໄດ້ຮັບການອຳນວຍຄວາມສະດວກ ຈາກອົງການຄຸ້ມຄອງຂອງລັດ;
4.    ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.


ມາດຕາ 13     ພັນທະຂອງຜູ້ນຳສິນຄ້າຄຸ້ມຄອງຜ່ານແດນ
ຜູ້ນຳສິນຄ້າຄຸ້ມຄອງຜ່ານແດນ ມີພັນທະ ດັ່ງນີ້:
1.    ປະຕິບັດການເສຍພາສີ, ອາກອນ ແລະ ພັນທະອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
2.    ເກັບຮັກສາເອກະສານທຸກຄັ້ງທີ່ມີການດໍາເນີນການນໍາເອົາສິນຄ້າຄຸ້ມຄອງມາຜ່ານແດນ ຢ່າງໜ້ອຍ ສາມ ປີ ນັບແຕ່ ວັນທີແຈ້ງພາສີເປັນລາຍລະອຽດ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ;
3.    ສະຫຼຸບລາຍງານ ການຈັດຕັ້ງປະຕິບັດການນຳເອົາສິນຄ້າຄຸ້ມຄອງມາຜ່ານແດນ ສປປ ລາວ ໃຫ້ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດທຸກໆ ສາມ ເດືອນ ຕາມແບບພິມທີ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ;
4.    ແຈ້ງໃຫ້ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດຊາບເປັນລາຍລັກອັກສອນ ກໍລະນີທີ່ບໍ່ມີການນຳໃຊ້ໃບອະນຸຍາດ;
5.    ນໍາເອົາສິນຄ້າຄຸ້ມຄອງມາຜ່ານແດນ ຖືກຕ້ອງຕາມເສັ້ນທາງ, ດ່ານເຂົ້າ-ອອກ, ເວລາ ແລະ ຈໍານວນ ຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ;
6.    ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ພາກລັດ ໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດການນໍາເອົາສິນຄ້າຄຸ້ມຄອງມາຜ່ານແດນ;
7.    ປະຕິບັດການຊໍາລະເງິນຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ໄດ້ກໍານົດ;
8.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. 


ໝວດທີ 4
ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິນຄ້າຜ່ານແດນ


ມາດຕາ 14     ການຄຸ້ມຄອງສິນຄ້າຜ່ານແດນ
ການຄຸ້ມຄອງສິນຄ້າຜ່ານແດນ ແມ່ນ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ເປັນຜູ້ຈັດຕັ້ງປະຕິບັດ ຊຶ່ງປະກອບມີ ສອງ ຂັ້ນ ດັ່ງນີ້: 
1.    ຂັ້ນສູນກາງ ແມ່ນບັນດາກະຊວງທີ່ກ່ຽວຂ້ອງ ທີ່ຄຸ້ມຄອງບັນດາສິນຄ້າຄຸ້ມຄອງຜ່ານແດນ ຕາມສິດ ແລະ ພາລະບົດບາດຂອງຕົນ; 
2.    ຂັ້ນແຂວງ ແມ່ນບັນດາພະແນກການ ປະຈໍາ ແຂວງ, ນະຄອນຫຼວງ ທີ່ໄດ້ຮັບມອບໝາຍໃຫ້ຄຸ້ມຄອງ ແລະ ອອກໃບອະນຸຍາດຜ່ານແດນສິນຄ້າຄຸ້ມຄອງ.

ມາດຕາ 15     ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ຂັ້ນສູນກາງ
ໃນການຄຸ້ມຄອງການນຳເອົາສິນຄ້າຄຸ້ມຄອງຜ່ານແດນ ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ຂັ້ນສູນກາງ ມີສິດ ແລະ ໜ້າທີ່ ດັ່ງນີ້:
1.    ຄົ້ນຄ້ວາ, ສ້າງນະໂຍບາຍ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງສິນຄ້າຄຸ້ມຄອງຜ່ານແດນ ເພື່ອນໍາສະເໜີຂັ້ນເທິງ ພິຈາລະນາ;
2.    ໂຄສະນາ, ເຜີຍແຜ່, ແນະນຳ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ສັງຄົມຊາບ ຢ່າງທົ່ວເຖິງ;
3.    ພິຈາລະນາອອກ, ຕໍ່ອາຍຸ, ດັດແກ້ເນື້ອໃນ ແລະ ລົບລ້າງ ໃບອະນຸຍາດ;
4.    ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານການຄຸ້ມຄອງສິນຄ້າຜ່ານແດນ ໂດຍປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ;
5.    ສະຫຼຸບ ແລະ ລາຍງານ ວຽກງານຄຸ້ມຄອງສິນຄ້າຜ່ານແດນ ໃຫ້ຂັ້ນເທິງຂອງຕົນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຢ່າງເປັນປົກກະຕິ;
6.    ເກັບຮັກສາສຳເນົາເອກະສານໃບອະນຸຍາດຄົບຊຸດ ຢ່າງໜ້ອຍ ສາມ ປີ ຫຼື ຕາມການກໍານົດຂອງຂະແໜງການຄຸ້ມຄອງ;
7.    ປະສານສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການສ້າງ ແລະ ປັບປຸງ ລາຍການສິນຄ້າຄຸ້ມຄອງ; 
8.    ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.


ມາດຕາ 16     ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ຂັ້ນແຂວງ
ໃນການຄຸ້ມຄອງການນຳເອົາສິນຄ້າຄຸ້ມຄອງຜ່ານແດນ ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້: 
1.    ຈັດຕັ້ງປະຕິບັດການຄຸ້ມຄອງການນຳເອົາສິນຄ້າຄຸ້ມຄອງມາຜ່ານແດນໃຫ້ສອດຄ່ອງກັບນະໂຍບາຍ ແລະ ນິຕິກໍາທີ່ວາງອອກ ໃນແຕ່ລະໄລຍະ;
2.    ເຜີຍແຜ່ນິຕິກຳ ແລະ ຂໍ້ມູນຂ່າວສານ ທີ່ຕິດພັນກັບວຽກງານການຄຸ້ມຄອງການນຳເອົາສິນຄ້າຄຸ້ມຄອງມາຜ່ານແດນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ຂັ້ນແຂວງ ແລະ ພາກທຸລະກິດຊາບ ຢ່າງທົ່ວເຖິງ;
3.    ພິຈາລະນາອອກ, ຕໍ່ອາຍຸ, ດັດແກ້ເນື້ອໃນ ແລະ ລົບລ້າງ ໃບອະນຸຍາດ ຕາມພາລະບົດບາດຂອງຕົນ;
4.    ເກັບກໍາ, ສັງລວມສະພາບ ແລະ ສະໜອງຂໍ້ມູນສະຖິຕິ ທີ່ຕິດພັນກັບການຄຸ້ມຄອງການນຳສິນຄ້າຄຸ້ມຄອງຜ່ານແດນ ເພື່ອລາຍງານຕໍ່ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ; 
5.    ເກັບຮັກສາສຳເນົາເອກະສານໃບອະນຸຍາດຄົບຊຸດຢ່າງໜ້ອຍ ສາມ ປີ ຫຼື ຕາມການກໍານົດຂອງ    ຂະແໜງການຄຸ້ມຄອງ;
6.    ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ, ລະບຽບການ ຂອງ ສປປ ລາວ, ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.


ໝວດທີ 5
ບົດບັນຍັດສຸດທ້າຍ


ມາດຕາ 17     ການຈັດຕັ້ງປະຕິບັດ
ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ.


ມາດຕາ 18     ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.
ຂໍ້ຕົກລົງສະບັບນີ້ ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍ ການເຄື່ອນຍ້າຍສິນຄ້າຜ່ານແດນ ສປປ ລາວ ສະບັບເລກທີ 1238/ອຄ.ກຂອ, ລົງວັນທີ 23 ມິຖຸນາ 2015. 

ລັດຖະມົນຕີ
 

# ຫົວຂໍ້ ດາວໂຫຼດ
1 Decision on transit goods management, No. 0451/MOIC.DIMEX, date 14 June 2021 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຜ່ານແດນ, ເລກທີ 0451/ອຄ.ກຂອ, ລົງວັນທີ 14 ມິຖຸນາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.