ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ 0023/ອຄ
ນະຄອນຫຼວງວຽງຈັນ, ວັນທີ 06 ມັງກອນ 2022

ຂໍ້ຕົກລົງ

ວ່າດ້ວຍ ການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກ

  • ອີງຕາມ ດຳລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ສະບັບເລກທີ 470/ລບ, ລົງວັນທີ 27 ທັນວາ 2019;
  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ໜັງສືສະເໜີຂອງ ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0047/ຫອຄ.ນກ, ລົງວັນທີ 06 ມັງກອນ 2022.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1   ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ຜັນຂະຫຍາຍ ຂໍ້ 7 ມາດຕາ 45 ຂອງ ດຳລັດວ່າດ້ວຍການຄຸ້ມຄອງທຸລະກິດຍານ ພາຫະນະທາງບົກ ສະບັບເລກທີ 470/ລບ, ລົງວັນທີ 27 ທັນວາ 2019 ໂດຍກຳນົດ ກ່ຽວກັບການແບ່ງສິດ ແລະ ໜ້າທີ່ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເພື່ອເຮັດໃຫ້ທຸລະກິດຍານພາຫະນະທາງບົກ ແລະ ຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງມີຄວາມເຂົ້າໃຈ ກ່ຽວກັບພາລະບົດບາດຂອງແຕ່ລະຂັ້ນຄຸ້ມຄອງ ແນໃສ່ອຳນວຍຄວາມສະດວກແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດຍານພາຫະນະທາງບົກ.

ມາດຕາ 2   ການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກ

ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແບ່ງອອກເປັນ ສາມ ຂັ້ນ ດັ່ງນີ້:

1. ຂັ້ນສູນກາງ ປະກອບມີ ກົມການນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ ແລະ ກົມອຸດສາຫະ ກຳ ແລະ ຫັດຖະກຳ ໂດຍແບ່ງຄວາມຮັບຜິດຊອບຄຸ້ມຄອງຕາມປະເພດທຸລະກິດຍານພາຫະນະທາງບົກ ດັ່ງນີ້:

    1.1. ກົມການນຳເຂົ້າ ແລະ ສົ່ງອອກ ເປັນຜູ້ຮັບຜິດຊອບ ທັງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ;

    1.2. ກົມການຄ້າພາຍໃນ ເປັນຜູ້ຮັບຜິດຊອບ ທັງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວ ຂ້ອງ ໃນການຄຸ້ມຄອງທຸລະກິດການຈຳໜ່າຍຍານພາຫະນະທາງບົກ;

    1.3. ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນຜູ້ຮັບຜິດຊອບ ທັງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງທຸລະກິດໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ.

2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນຜູ້ຮັບຜິດຊອບ ທັງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ຕາມພາລະບົດບາດຂອງຕົນ ໃນຂອບເຂດ ແຂວງ, ນະຄອນຫຼວງວຽງຈັນ.

3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ  ເປັນຜູ້ຮັບຜິດຊອບ ທັງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ຕາມພາລະບົດບາດຂອງຕົນ ໃນຂອບເຂດ ເມືອງ, ນະຄອນ.

ມາດຕາ 3   ສິດ ແລະ ໜ້າທີ່ ຂອງກົມການນຳເຂົ້າ ແລະ ສົ່ງອອກ

ກົມການນຳເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ ນະໂຍບາຍ, ນິຕິກໍາ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ນິຕິກຳ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ຊາບຢ່າງທົ່ວເຖິງ;
  3. ພິຈາລະນາການອອກ, ສັ່ງໂຈະ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດ​ການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ປະເພດ ສີ່ ລໍ້ຂຶ້ນໄປ (ລວມທັງປະເພດ ສອງ ຫຼື ສາມ ລໍ້ ທີ່ຂຶ້ນກັບບໍລິສັດນຳເຂົ້າ ແລະ ສົ່ງອອກຍານພາຫະນະທີ່ມີ ສີ່ ລໍ້ຂຶ້ນໄປ) ໃນຂອບເຂດທົ່ວປະເທດ;
  4. ພິຈາລະນາການຂໍອະນຸຍາດນຳເຂົ້າ, ສົ່ງອອກ, ນໍາເຂົ້າເພື່ອສົ່ງອອກຕໍ່ຍານພາຫະນະທາງບົກ ແລ້ວແຈ້ງໃຫ້ຂະແໜງການເງິນຮັບຊາບ;
  5. ປະສານສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ແລະ ລາຍງານລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ເພື່ອນຳສະເໜີລັດຖະບານພິຈາລະນາກຳນົດ ແລະ ດັດສົມຫົວໜ່ວຍທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ໃຫ້ເໝາະສົມຕາມສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
  6. ຮັບ, ພິຈາລະນາ​ແກ້​ໄຂ ຫຼື ນຳສະເໜີຂັ້ນເທິງ ພິຈາລະນາ​ຄຳ​ສະ​ເໜີ​ຂອງຜູ້ດໍາເນີນທຸລະກິດການນຳເຂົ້າ ແລະ ການສົ່ງອອກຍານພາຫະນະທາງ​ບົກ;
  7. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ພ້ອມດ້ວຍສະຖິຕິຈຳນວນຫົວໜ່ວຍທຸລະກິດ ແລະ ຈຳນວນຍານພາຫະນະທີ່ນຳເຂົ້າ ເພື່ອຈຳໜ່າຍ, ຈຳນວນການສົ່ງອອກ ແລະ ຈຳນວນທີ່ນຳເຂົ້າເພື່ອສົ່ງອອກຕໍ່ ໂດຍລາຍງານໃຫ້ຂັ້ນເທິງຊາບຢ່າງເປັນປົກກະຕິ;
  8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 4   ສິດ ແລະ ໜ້າທີ່ ຂອງກົມການຄ້າພາຍໃນ

       ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ ນະໂຍບາຍ, ນິຕິກໍາ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດຈຳໜ່າຍຍານພາຫະນະທາງບົກ ເພື່ອນຳສະເໜີຂັ້ນເທິງ ພິຈາ ລະນາ;
  2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ນິຕິກຳ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງທຸລະກິດການຈຳໜ່າຍຍານພາຫະນະທາງບົກ ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ຊາບຢ່າງທົ່ວເຖິງ;
  3. ປະສານສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ແລະ ນໍາສະເໜີລັດຖະບານ ເພື່ອກໍານົດ ແລະ ດັດສົມຫົວໜ່ວຍທຸລະກິດຈຳໜ່າຍຍານພາຫະນະທາງບົກ ໃຫ້ເໝາະສົມຕາມສະພາບການພັດທະນາເສດຖະ ກິດ-ສັງຄົມ ໃນແຕ່ລະໄລຍະ;
  4. ຊີ້ນໍາ ແລະ ຕິດຕາມ ການເຄື່ອນໄຫວຂອງ ບັນດາສະມາຄົມອຸດ​ສາ​ຫະ​ກຳຍານພາຫະນະທາງບົກ ໃຫ້ດຳ​ເນີນໂດຍຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ; 
  5. ຮັບ, ພິຈາລະນາ​ແກ້​ໄຂ ຫຼື ນຳສະເໜີຂັ້ນເທິງ ພິຈາລະນາ​ຄຳ​ສະ​ເໜີ​ຂອງຜູ້ດໍາເນີນທຸລະກິດການຈຳໜ່າຍຍານພາຫະນະທາງ​ບົກ;
  6. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງທຸລະກິດການຈຳໜ່າຍຍານພາ ຫະນະທາງບົກ ພ້ອມດ້ວຍສະຖິຕິຈຳນວນຫົວໜ່ວຍທຸລະກິດດັ່ງກ່າວໃນຂອບເຂດທົ່ວປະເທດ ໂດຍລາຍງານໃຫ້ຂັ້ນເທິງຊາບ ຢ່າງເປັນປົກກະຕິ;
  7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 5   ສິດ ແລະ ໜ້າທີ່ ຂອງກົມອຸດສາຫະກຳ ແລະ ຫັດຖະກຳ

ກົມອຸດສາຫະກຳ ແລະ ຫັດຖະກຳ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ ນະໂຍບາຍ, ນິຕິກໍາ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງ ບົກ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ນິຕິກຳ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງທຸລະກິດໂຮງ ງານຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ຊາບຢ່າງທົ່ວເຖິງ;
  3. ພິຈາລະນາ ອອກ, ໂຈະ ຫຼື ຖອນໃບອະນຸຍາດສ້າງຕັ້ງໂຮງງານ, ໃບຢັ້ງຢືນດໍາເນີນກິດຈະການໂຮງ ງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ໃນຂອບເຂດທົ່ວປະເທດ;
  4. ຢັ້ງຢືນແຜນການເຄື່ອນໄຫວປະຈຳປີຂອງໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງ ບົກ;
  5. ຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກໃນໂຮງງານ;
  6. ຕິດຕາມ ແລະ ກວດກາ ມາດຕະຖານເຕັກນິກໂຮງງານ, ຂະບວນການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ຢູ່ໂຮງງານ;
  7. ຄຸ້ມຄອງການຜະລິດ ແລະ ປະກອບຍານພາຫະນະທາງບົກ ໃຫ້ໄດ້ມາດຕະຖານ ແລະ ມີຄວາມປອດໄພ;
  8. ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເຂົ້າໃນການຜະລິດ ແລະ ປະກອບຍານ ພາຫະນະທາງບົກ;
  9. ເອື້ອອຳນວຍຄວາມສະດວກ ແລະ ຊຸກຍູ້ສົ່ງເສີມໃຫ້ ໂຮງງານຜະລິດ ແລະ/ຫຼື ປະກອບຍານພາ ຫະນະທາງບົກ ມີການເຄື່ອນໄຫວເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  10. ຮັບ, ພິຈາລະນາ​ແກ້​ໄຂ ຫຼື ນຳສະເໜີຂັ້ນເທິງ ພິຈາລະນາ​ຄຳ​ສະ​ເໜີ​ຂອງຜູ້ດໍາເນີນທຸລະກິດໂຮງ ງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງ​ບົກ;
  11. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງທຸລະກິດໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ພ້ອມດ້ວຍສະຖິຕິຈຳນວນຫົວໜ່ວຍທຸລະກິດໂຮງງານດັ່ງກ່າວໃນຂອບເຂດທົ່ວປະເທດ ໂດຍລາຍງານໃຫ້ຂັ້ນເທິງຊາບ ຢ່າງເປັນປົກກະຕິ;
  12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 6   ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ແນະນຳ ນະໂຍບາຍ, ນິຕິກໍາ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ໃຫ້ທັງພາກລັດ ແລະ ພາກທຸລະກິດ ຢູ່ແຂວງ, ນະຄອນຫຼວງ ຂອງຕົນໃຫ້ຮັບຊາບຢ່າງທົ່ວເຖິງ;
  2. ພິຈາລະນາ ອອກ, ໂຈະ, ຖອນ ໃບອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກ ສຳລັບຍານພາຫະນະທາງບົກ ປະເພດລົດສອງ ລໍ້ ແລະ ສາມ ລໍ້ (ຍົກເວັ້ນບໍລິສັດທີ່ໄດ້ຮັບໃບອະນຸຍາດຈາກກົມການນຳເຂົ້າ ແລະ ສົ່ງອອກ), ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ ການ​ຈຳ​ໜ່າຍ​ຍານ​ພາ​ຫະ​ນະ​ທາງ​ບົກ ສຳ​ລັບພາ​ຫະ​ນະປະ​ເພດ ສີ່ລໍ້ຂຶ້ນໄປ;
  3. ພິຈາລະນາການຂໍອະນຸຍາດນຳເຂົ້າ-ສົ່ງອອກ ຍານພາຫະນະທາງບົກ ປະເພດສອງ ຫຼື ສາມລໍ້ ແລະ ພາຫະນະຮັບໃຊ້ການຜະລິດທາງກົງ ທີ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ,  ນະ ຄອນຫຼວງ ຮັບຮອງ ແລ້ວແຈ້ງໃຫ້ຂະແໜງການການເງິນຮັບຊາບ;
  4. ຄຸ້ມຄອງ ແລະ ຕິດຕາມ ກວດກາ ດ້ານມາດຕະຖານເຕັກນິກໂຮງງານ, ການດໍາເນີນກິດຈະການໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ທີ່ຕັ້ງຢູ່ພາຍໃນຂອບເຂດແຂວງ, ນະຄອນຫຼວງຂອງຕົນ;
  5. ຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງທຸລະກິດຍານພາຫະນະທາງບົກທັງໝົດ ລວມທັງ ສາຂາທີ່ສ້າງຕັ້ງ ແລະ ເຄື່ອນໄຫວຢູ່ແຂວງ, ນະຄອນຫຼວງຂອງຕົນ ລວມທັງຫົວໜ່ວຍທຸລະກິດທີ່ອອກໃບອະນຸຍາດດຳເນີນທຸລະກິດ ຢູ່ຂັ້ນສູນກາງ;
  6. ຢັ້ງຢືນການລົງທະບຽນສ້າງຕັ້ງສາຂາຂອງທຸລະກິດຍານພາຫະນະທາງບົກ;
  7. ປະສານສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ແລະ ລາຍງານກະຊວງອຸດສາຫະກຳ ແລະ ການຄ້າເພື່ອນຳສະເໜີລັດຖະບານພິຈາລະນາກຳນົດ ແລະ ດັດສົມຫົວໜ່ວຍທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແລະ ຍານພາຫະນະຮັບໃຊ້ການຜະລິດກະສິກຳ ໃຫ້ເໝາະສົມກັບສະພາບການ ພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
  8. ຮັບ ແລະ ຄົ້ນຄວ້າພິຈາລະນາແກ້ໄຂ ຫຼື ສະເໜີຂັ້ນສູນກາງພິຈາລະນາຄຳສະເໜີຂອງຜູ້ດຳເນີນທຸລະກິດຍານພາຫະນະທາງບົກ ທີ່ຕົນອອກໃບອະນຸຍາດດຳເນີນທຸລະກິດ;
  9. ເອື້ອອຳນວຍຄວາມສະດວກ ແລະ ຊຸກຍູ້ ການດຳເນີນທຸລະກິດຍານພາຫະນະທາງບົກ ພາຍໃນແຂວງ, ນະຄອນຫຼວງຂອງຕົນ ໃຫ້ເຄື່ອນໄຫວເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  10. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ພ້ອມດ້ວຍສະຖິຕິຈຳນວນຫົວໜ່ວຍທຸລະກິດທັງໝົດ ພາຍໃນແຂວງ, ນະຄອນຫຼວງ ຂອງຕົນ ໂດຍລາຍງານໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ປະຈຳໄຕມາດ ແລະ ປະຈຳປີ;
  11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 7   ສິດ ແລະ ໜ້າທີ່ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ພິ​ຈາ​ລະ​ນາ​ອອກ, ສັ່ງ​ໂຈະ ຫຼື ຖອນ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ ການ​ຈຳ​ໜ່າຍ​ຍານ​ພາ​ຫະ​ນະ​ທາງ​ບົກ ​ປະ​ເພດ ສອງ ລໍ້ ແລະ ສາມ ລໍ້;

2. ຕິດຕາມການດຳເນີນທຸລະກິດຍານພາຫະນະ, ການດໍາເນີນກິດຈະການໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະ ທີ່ມີທີ່ຕັ້ງຢູ່ ເມືອງ, ນະຄອນ ຂອງຕົນ ໃຫ້ເຄື່ອນໄຫວ ຖືກຕ້ອງສອດຄ່ອງກັບດຳລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ;

3. ຕິດຕາມ, ສັງລວມບັນຫາຂອງຫົວໜ່ວຍທຸລະກິດຍານພາຫະນະທາງບົກ ທີ່ຢູ່ ເມືອງ, ນະຄອນ ຂອງຕົນ ເພື່ອລາຍງານຕໍ່ຂັ້ນເທິງໃນການຊອກຫາວິທີທາງແກ້ໄຂໃຫ້ແທດເໝາະ ແລະ ສອດຄ່ອງ;

4. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 8   ການຈັດຕັ້ງປະຕິບັດ

ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ, ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ຕາມທີ່ໄດ້ກຳນົດໃນຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ ແລະ ຖືກຕ້ອງສອດຄ່ອງກັບດຳລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ພ້ອມທັງໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ມາດຕາ 9   ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ. 

ລັດຖະມົນຕີ

ປອ. ຄຳແພງ ໄຊສົມແພງ

 

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກ, ເລກທີ 0023/ອຄ, ລົງວັນທີ 06 ມັງກອນ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.