ສາລະບານ

ມາດຕາ 1. ນິຍາມຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້
ມາດຕາ 2. ຈຸດປະສົງ
ມາດຕາ 3. ການກໍານົດປະເພດວັດຖຸທາດລະເບີດອຸດສາຫະກໍາ
ມາດຕາ 4. ການຄຸ້ມຄອງ
ມາດຕາ 5. ສິດ ແລະ ໜ້າທີ່ຂອງກົມອຸດສາຫະກໍາປ້ອງກັນຊາດ ກ່ຽວກັບການຄຸ້ມຄອງວັດຖຸທາດລະເບີດອຸດສາຫະກໍາ
ມາດຕາ 6. ການນໍາເຂົ້າ, ສົ່ງອອກ, ຜະລິດ ແລະ ຈໍາໜ່າຍ
ມາດຕາ 7. ການຂົນສົ່ງ
ມາດຕາ 8. ສາງເກັບມ້ຽນວັດຖຸທາດລະເບີດອຸດສາຫະກໍາ
ມາດຕາ 9. ການກວດກາ
ມາດຕາ 10. ດ້ານລະບຽບການ ແລະ ກົດໝາຍ
ມາດຕາ 11. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງປ້ອງກັນປະເທດ       ເລກທີ 2450 /ກປທ
ນະຄອນຫລວງວຽງຈັນ, ວັນທີ 5 ສິງຫາ 2010

ຂໍ້ຕົກລົງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
ກ່ຽວກັບການຄຸ້ມຄອງວັດຖຸທາດລະເບີດອຸດສາຫະກໍາ

  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍລະບຽບການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດຢູ່ ສປປ ລາວ ເລກທີ 39/ນຍ, ລົງວັນທີ 12/07/2001.
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ວ່າດ້ວຍສິດອະນຸຍາດນໍາເຂົ້າວັດຖຸທາດລະເບີດ ຈາກຕ່າງປະເທດເຂົ້າໃນ ສປປ ລາວ ເລກທີ 88 ລົງວັນທີ 21/07/2005.
  • ອີງຕາມ ແຈ້ງການຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບສິນຄ້າຄວບຄຸມທີ່ຕ້ອງອະນຸຍາດນໍາເຂົ້າ ແລະ ສົ່ງອອກແບບບໍ່ອັດຕະໂນມັດຂອງ ສປປ ລາວ ເລກທີ 2151/ ອຄ.ກຂອ, ລົງວັນທີ 30/10/2009.

   ເພື່ອຮັບປະກັນໃນການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາທີ່ນໍາໃຊ້ ໃນວຽກງານພັດທະນາເສດຖະກິດໃຫ້ມີປະສິດທິຜົນ ພ້ອມກັນນັ້ນຮັບປະກັນ ທັງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ກະຊວງປ້ອງກັນປະເທດຈຶ່ງໄດ້ອອກຂໍ້ຕົກລົງ ເພື່ອກໍານົດລະບຽບການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເຊິ່ງມີເນື້ອໃນລາຍລະອຽດຄືດັງນີ້:

ມາດຕາ 1. ນິຍາມຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້

  1. ທາດລະເບີດ: ແມ່ນໄດ້ມາຈາກທາດເຄມີດ່ຽວ ຫຼື ທາດເຄມີປະສົມທີ່ໄດ້ຜະລິດນໍາໃຊ້ ເພື່ອໃຫ້ເກີດປະຕິກິລິຍາການລະເບີດ ດ້ວຍການກະທົບຈາກກະຕຸ້ນກົນລະສາດ, ຄວາມຮ້ອນ, ເຄມີ ຫຼື ໄຟຟ້າ.
  2. ອຸປະກອນລະເບີດ: ແມ່ນບັນດາແກັບແຕກ, ສາຍແຕກ, ສາຍຂະນວນ, ບຸດສະເຕີ ແລະ ບັນດາວັດຖຸທີ່ມີທາດລະເບີດ ເພື່ອໃຫ້ເກີດຜົນການກະຕຸ້ນໃນເບື້ອງຕົ້ນ ເຮັດໃຫ້ທາດລະເບີດອື່ນລະເບີດຂຶ້ນ.
  3. ວັດຖຸທາດລະເບີດອຸດສາຫະກໍາ: ແມ່ນລວມມີທາດລະເບີດ ແລະ ອຸປະກອນລະເບີດ ທີ່ຖືກນໍາໃຊ້ເຂົ້າໃນເປົ້າໝາຍພົນລະເຮືອນ. ຂ້າງເທິງ

ມາດຕາ 2. ຈຸດປະສົງ
   ຂໍ້ຕົກລົງສະບັບນີ້ສ້າງຂື້ນ ເພື່ອຮັບປະກັນໃນການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ໂດຍປາສະຈາກຄວາມອັນຕະລາຍ ແລະ ພ້ອມກັນນັ້ນແມ່ນຮັບປະກັນຄວາມປອດໄພ ຢູ່ໃນສັງຄົມ. ວັດຖຸທາດລະເບີດອຸດສາຫະກໍາ ແມ່ນວັດຖຸທາດລະເບີດທີ່ໄດ້ກໍານົດເປັນລາຍການ ເຊິ່ງໄດ້ລະບຸໃນຂໍ້ຕົກລົງສະບັບນີ້ ເພື່ອຮັບໃຊ້ໃນກິດຈະການວິສະວະກໍາເຊັ່ນ: ສໍາຫລວດ ແລະ ຂຸດຄົ້ນບໍ່ແຮ່ ແລະ ໂຄງການກໍ່ສ້າງຕ່າງໆ. ຂ້າງເທິງ

ມາດຕາ 3. ການກໍານົດປະເພດວັດຖຸທາດລະເບີດອຸດສາຫະກໍາ
   ວັດຖຸທາດລະເບີດອຸດສາຫະກໍາໄດ້ກໍານົດ ແລະ ແບ່ງອອກເປັນ 4 ປະເພດຄື:

  1. ປະເພດທາດລະເບີດ: ແມ່ນດິນລະເບີດທີ່ນໍາໃຊ້ໃນການຈູດລະເບີດຕ່າງໆ ທີ່ຜະລິດຢູ່ໂຮງງານ ຫຼື ປະສົມລະເບີດຢູ່ກັບທີ່ (ຢູ່ສະໜາມ).
  2. ປະເພດອຸປະກອນລະເບີດ: ແມ່ນຜະລິດຕະພັນກະຕຸ້ນວັດຖຸທາດລະເບີດ ທີ່ນໍາໃຊ້ສໍາລັບຈູດລະເບີດປະກອບດ້ວຍ ບັນດາແກັບທຸກຊະນິດ, ສາຍແຕກ, ສາຍຂະນວນໄໝ້ຊ້າ ແລະ ບຸດສະເຕີ.
  3. ປະເພດວັດຖຸດິບ: ແມ່ນວັດຖຸດິບທີ່ນໍາໃຊ້ເຂົ້າໃນການຜະລິດ ວັດຖຸທາດລະເບີດອຸດສາຫະກໍາທຸກຊະນິດ.
  4. ປະເພດດອກໄມ້ໄຟ: ແມ່ນບັ້ງໄຟດອກທີ່ຈູດຮັບໃຊ້ ໃນການສະເຫຼີມສະຫຼອງໃນງານຕ່າງໆ. ຂ້າງເທິງ

ມາດຕາ 4. ການຄຸ້ມຄອງ

  • ວັດຖຸລະເບີດອຸດສາຫະກໍາທີ່ໄດ້ກໍານົດຢູ່ໃນ ມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ຈະຕ້ອງຄຸ້ມຄອງໂດຍກົມອຸດສາຫະກໍາປ້ອງກັນຊາດ, ກົມໃຫ່ຍພະລາທິການກອງທັບ, ກະຊວງປ້ອງກັນປະເທດ.
  • ເພື່ອຮັບປະກັນໃນການຄຸ້ມຄອງໃຫ້ມີຄວາມຮັດກຸມ ແລະ ມີຄວາມປອດໄພສູງ ຜູ້ຜະລິດ, ຜູ້ຈໍາໜ່າຍ, ຜູ້ນໍາເຂົ້າ-ສົ່ງອອກ, ຜູ້ນໍາໃຊ້ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງປະຕິບັດຕາມຂໍ້ຕົກລົງສະບັບນີ້ ແລະ ທຸກຂໍ້ກໍານົດທີ່ກົມອຸດສາຫະກໍາປ້ອງກັນຊາດ ວາງອອກຢ່າງເຂັ້ມງວດເຊັ່ນ:
  1. ຂໍ້ກໍານົດວ່າດ້ວຍມາດຖານ ສາງເກັບມຽ້ນວັດຖຸທາດລະເບີດອຸດສາຫະກໍາ.
  2. ຂໍ້ກໍານົດວ່າດ້ວຍລະບຽບການຂົນສົ່ງ ວັດຖຸທາດລະເບີດອຸດສາຫະກໍາ.
  3. ຂໍ້ກໍານົດວ່າດ້ວຍລະບຽບການນໍາໃຊ້ ວັດຖຸລະເບີດອຸດສາຫະກໍາ.
  4. ຂໍ້ກໍານົດວ່າດ້ວຍການກວດກາ ວັດຖຸທາດລະເບີດອຸດສາຫະກໍາ. ຂ້າງເທິງ

ມາດຕາ 5. ສິດ ແລະ ໜ້າທີ່ຂອງກົມອຸດສາຫະກໍາປ້ອງກັນຊາດ ກ່ຽວກັບການຄຸ້ມຄອງວັດຖຸທາດລະເບີດອຸດສາຫະກໍາ
   ເພື່ອຮັບປະກັນໃນການຄຸ້ມຄອງໃຫ້ມີຄວາມປອດໄພ ແລະ ຮັດກຸມໃນການຈັດຕັ້ງປະຕິບັດ ກົມອຸດສາຫະກໍາປ້ອງກັນຊາດມີສິດ ແລະ ໜ້າທີ່ຄືດັງນີ້:

  1. ສ້າງ ແລະ ສະເໜີນໍາໃຊ້ຂໍ້ກໍານົດ, ກົດລະບຽບໃນການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ,ທົບທວນດັດແກ້ ຫຼື ສະເໜີລົບລ້າງຂໍ້ກໍານົດຕ່າງໆທີ່ກ່ຽວຂ້ອງ.
  2. ອອກໃບອະນຸຍາດ ແລະ ໃບຢັ້ງຢືນ ຫຼື ລົບລ້າງບັນດາເອກະສານ ກ່ຽວກັບການຄຸ້ມຄອງວັດຖຸທາດລະເບີດ ໂດຍກົມອຸດສາຫະກໍາປ້ອງກັນຊາດທີ່ໄດ້ສ້າງຂື້ນ.
  3. ອອກໃບອະນຸຍາດນໍາໃຊ້ລະເບີດອຸດສາຫະກໍາ ຂອງບາງໂຄງການທີ່ມີຄວາມຈໍາເປັນຕ້ອງນໍາໃຊ້.
  4. ປະສານສົມທົບກັບບໍລິສັດ ທີ່ມີໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຫຼື ຜະລິວັດຖຸທາດລະເບີດອຸດສາຫະກໍາ ເພື່ອສ້າງຂໍ້ກໍານົດກົດລະບຽບໃນການຄຸ້ມຄອງບໍລິຫານ.
  5. ກວດກາການຈັັດຕັ້ງປະຕິບັດບັນດາຂໍ້ກໍານົດ ແລະ ລະບຽບການຄຸ້ມຄອງວັດຖຸທາດລະເບີດ.
  6. ເປັນເຈົ້າການສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງກວດກາ ແລະ ແກ້ໄຂກໍລະນີຕ່າງໆ ທີ່ພົວພັນກັບວັດຖຸທາດລະເບີດອຸດສາຫະກໍາ. ຂ້າງເທິງ

ມາດຕາ 6. ການນໍາເຂົ້າ, ສົ່ງອອກ, ຜະລິດ ແລະ ຈໍາໜ່າຍ

  1. ການນໍາເຂົ້າ

   ບໍລິສັດທີ່ມີຈຸດປະສົງສະເໜີຂໍອະນຸຍາດນໍາເຂົ້າ ວັດຖຸທາດລະເບີດອຸດສາຫະກໍາ ເພື່ອມານໍາໃຊ້ໃນໂຄງການຢູ່ໃນ ສປປ ລາວ ຈະຕ້ອງມີໃບອະນຸຍາດກ່ຽວກັບ ການດໍາເນີນທຸລະກິດດ້ານວັດຖຸທາດລະເບີດອຸດສາຫະກໍາ ຢູ່ ສປປ ລາວ ໂດຍສອດຄ່ອງກັບລະບຽບກົດໝາຍ, ພ້ອມກັນນັ້ນຈະຕ້ອງປະກອບເອກະສານ ຊຶ່ງໄດ້ກໍານົດກ່ຽວກັບສິນຄ້າຄວບຄຸມ ທີ່ຕ້ອງອະນຸຍາດນໍາເຂົ້າ-ສົ່ງອອກ ແບບບໍ່ອັດຕະໂນມັດຂອງ ສປປ ລາວ ສະບັບເລກທີ 2151/ອຄ.ກຂອ, ລົງວັນທີ 30/10/2010 ແລະ ບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ການນໍາເຂົ້າ-ສົ່ງອອກວັດຖຸທາດລະເບີດອຸດສາຫະກໍາ ຂອງກົມອຸດສາຫະກໍາປ້ອງກັນຊາດ ເພື່ອນໍາສະເໜີຂໍອະນຸຍາດຈາກກົມອຸດສາຫະກໍາປ້ອງກັນຊາດ.

  1. ການສົ່ງອອກ

   ບໍລິສັດທີ່ມີ ໂຮງງານຜະລິດວັດຖຸທາດລະເບີດອຸດສາຫະກໍາຢູ່ໃນ ສປປ ລາວ ເຊິ່ງມີໃບອະນຸຍາດກ່ຽວກັບການດໍາເນີນທຸລະກິດ ຜະລິດວັດຖຸທາດລະເບີດອຸດສາຫະກໍາ ມີສິດສົ່ງອອກຜະລິດຕະພັນຂອງຕົນໄປຈໍາໜ່າຍຢູ່ຕ່າງປະເທດ ໂດຍສອດຄ່ອງຕາມລະບຽບກົດໝາຍ ແລະ ພ້ອມກັນນັ້ນຈະຕ້ອງປະຕິບັດ ຕາມບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດການນໍາເຂົ້າ-ສົ່ງອອກ ວັດຖຸທາດລະເບີດອຸດສາຫະກໍາຂອງ ກົມອຸດສາຫະກໍາປ້ອງກັນຊາດ.

  1. ການຜະລິດ

   ການຜະລິດວັດຖຸທາດລະເບີດອຸດສາຫະກໍາ ຈະຕ້ອງດໍາເນີນໂດຍບໍລິສັດທີ່ໄດ້ຮັບອະນຸຍາດ ຈາກກະຊວງປ້ອງກັນປະເທດ ແລະ ການອະນຸຍາດລົງທຶນຈາກລັດຖະບານ ສປປ ລາວ ໂດຍສອດຄ່ອງຕາມກົດໝາຍ.

  1. ການຈໍາໜ່າຍ
  • ບໍລິສັດທີ່ມີໂຮງງານຜະລິດວັດຖຸທາດລະເບີດອຸດສາຫະກໍາ ຢູ່ໃນ ສປປ ລາວ ຊຶ່ງມີໃບອະນຸຍາດກ່ຽວກັບການດໍາເນີນທຸລະກິດ ຜະລິດວັດຖຸທາດລະເບີດທີ່ມີອຸດສາຫະກໍາ ຈິ່ງມີສິດຈໍາໜ່າຍຜະລິດຕະພັນຂອງຕົນຢູ່ໃນ ສປປ ລາວ ໂດຍສອດຄ່ອງຕາມລະບຽບກົດໝາຍ.
  • ຫ້າມບໍ່ໃຫ້ບໍລິສັດ, ອົງການຈັດຕັ້ງບໍລິຫານ ຫຼື ບຸກຄົນໃດໜຶ່ງ ທີ່ບໍ່ມີໃບອະນຸຍາດກ່ຽວກັບການດໍາເນີນທຸລະກິດ ຜະລິດວັດຖຸທາດລະເບີດອຸດສາຫະກໍາ ນໍາເຂົ້າວັດຖຸທາດລະເບີດອຸດສາຫະກໍາມາຈໍາໜ່າຍ ຢູ່ໃນ ສປປ ລາວ ຢ່າງເດັດຂາດ. ຂ້າງເທິງ

ມາດຕາ 7. ການຂົນສົ່ງ

  • ທຸກຄົນທີ່ມີການຈັດຕັ້ງຂົນສົ່ງວັດຖຸທາດລະເບີດ ອຸດສາຫະກໍາຈະຕ້ອງສະເໜີຂໍໃບອະນຸຍາດເຄື່ອນຍ້າຍ ຈາກກົມອຸດສາຫະກໍາປ້ອງກັນຊາດ ນອກຈາກການຂົນສົ່ງຢູ່ພາຍໃນໂຮງງານ, ເຂດບໍ່ແຮ່ ຫຼື ຂົງເຂດກໍ່ສ້າງຕ່າງໆ.
  • ພາຫະນະສໍາລັບນໍາໃຊ້ໃນການຂົນສົ່ງ ວັດຖຸທາດລະເບີດອຸດສາຫະກໍາ ຈະຕ້ອງອອກແບບມາສະເພາະ ແລະ ຂັບຂີ່ໂດຍຜູ້ຂັບຂີ່ທີ່ໄດ້ຮັບການຝຶກອົບຮົມ ກ່ຽວກັບການຂົນສົ່ງວັດຖຸທາດລະເບີດອຸດສາຫະກໍາ ເຊິ່ງມີໃບຢັ້ງຢືນຈາກກົມອຸດສາຫະກໍາປ້ອງກັນຊາດ, ພ້ອມກັນນັ້ນຈະຕ້ອງປະຕິບັດຕາມລະບຽບການ ແລະ ຂໍ້ກໍານົດຕ່າງໆກ່ຽວກັບການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ທີ່ກົມອຸດສາຫະກໍາປ້ອງກັນຊາດວາງອອກ. ຂ້າງເທິງ

ມາດຕາ 8. ສາງເກັບມ້ຽນວັດຖຸທາດລະເບີດອຸດສາຫະກໍາ

  • ເພື່ອຮັບປະກັນຄວາມປອດໄພຜູ້ນໍາເຂົ້າ- ສົ່ງອອກ, ຜູ້ຜະລິດ, ຜູ້ຈໍາໜ່າຍ ແລະ ຜູ້ນໍາໃຊ້ ຈະຕ້ອງມີສາງເກັບມຽ້ນ ວັດຖຸທາດລະເບີດອຸດສາຫະກໍາ ທີ່ສອດຄ່ອງກັບມາດຕະຖານຂອງສາງເກັບມ້ຽນ ວັດຖຸທາດລະເບີດທີ່ໄດ້ກໍານົດ.
  • ສາງເກັບມ້ຽນວັດຖຸທາດລະເບີດໄດ້ແບ່ງອອກເປັນ ສອງປະເພດຄື ສາງຄົງທີ່ ແລະ ສາງເຄື່ອນທີ່
  1. ສາງຄົງທີ່:

ສາງຄົງທີ່ແມ່ນສາງທີ່ມີການປະກອບສ້າງ ແໜ້ນໜາເຄື່ອນຍ້າຍບໍ່ໄດ້.

  1. ສາງເຄື່ອນທີ່:

ສາງເຄື່ອນທີ່ເປັນສາງທີ່ມີການປະກອບສ້າງ ແບບບໍ່ແໜ້ນໜາຖາວອນ ແລະ ສາມາດເຄື່ອນຍ້າຍໄດ້. ການສ້າງສາງເກັບມ້ຽນວັດຖຸທາດລະເບີດທຸກປະເພດຈະແມ່ນ ສາງຄົງທີ່ ຫຼື ສາງເຄື່ອນທີ່ ຈະຕ້ອງສະເໜີຂໍອະນຸຍາດຈາກ ອົງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ທີ່ກ່ຽວຂ້ອງ ແລະ ໄດ້ຮັບການຢັ້ງຢືນຈາກກົມອຸດສາຫະກໍາປ້ອງກັນຊາດ ຈິ່ງຈະມີສິດນໍາໃຊ້ໄດ້, ພ້ອມກັນນັ້ນເພື່ອຮັບປະກັນຄວາມປອດໄພ ຈະຕ້ອງປະຕິບັດຕາມມາດຖານທີ່ໄດ້ກໍານົດໄວ້ ໃນຂໍ້ກໍານົດກ່ຽວກັບສາງເກັບມ້ຽນວັດຖຸທາດລະເບີດ ອຸດສາຫະກໍາຂອງກົມອຸດສາຫະກໍາປ້ອງກັນຊາດ ວາງອອກຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 9. ການກວດກາ

  • ກົມອຸດສາຫະກໍາປ້ອງກັນຊາດ ແລະ ອົງການທີ່ມີສິດກ່ຽວຂ້ອງຈະເປັນຜູ້ສ້າງແຜນຄຸ້ມຄອງ ແລະ ກວດກາການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
  • ຜູ້ທີ່ຖືກກວດກາຈະບໍ່ມີສິດປະຕິເສດຕໍ່ການກວດກາໃນທຸກກໍລະນີ.
  • ພາຍຫຼັງສໍາເລັດການກວດກາ ຜູ້ຖືກແຕ່ງຕັ້ງເປັນຜູ້ກວດກາ ຈະຕ້ອງແຈ້ງໃຫ້ຜູ້ຖືກກວດກາຮັບຊາບ ກ່ຽວກັບຜົນໄດ້ຮັບຂອງການກວດກາ. ໃນກໍລະນີພົບເຫັນຄວາມຜິດພາດ ຈະຕ້ອງແຈ້ງໃຫ້ຜູ້ທີ່ຖືກກວດກາຮັບຮູ້ ໂດຍມີຂໍ້ມູນຫລັກຖານອ້າງອີງຢ່າງສົມເຫດສົມຜົນ.
  • ໃນກໍລະນີພົບເຫັນບັນຫາທີ່ເກີດຂື້ນນັ້ນ ພາໃຫ້ມີຄວາມອັນຕະລາຍເກີດຂື້ນ ຜູ້ທີ່ຖືກແຕ່ງຕັ້ງເປັນຜູ້ກວດກາ ຕ້ອງຮີບດ່ວນແຈ້ງໃຫ້ກົມອຸດສາຫະກໍາຊາບ ແລະ ອອກຄໍາສັ່ງໃຫ້ປະຕິບັດມາດຕະການສຸກເສີນ ພ້ອມກັນນັ້ນໃນກໍລະນີຈໍາເປັນ ຈະຕ້ອງຢຸດຕິການນໍາໃຊ້ຊົ່ວຄາວ ຈົນກ່ວາຈະໄດ້ຮັບການແກ້ໄຂ. ຂ້າງເທິງ

ມາດຕາ 10. ດ້ານລະບຽບການ ແລະ ກົດໝາຍ

  • ຜູ້ທີ່ລະເມີດ ແລະ ກະທໍາຜິດຕໍ່ຂໍ້ຕົກລົງສະບັບນີ້ ຈະຕ້ອງລົງໂທດຕາມລະບຽບກົດໝາຍ.
  • ກົມອຸດສາຫະກໍາປ້ອງກັນຊາດ, ຜູ້ຜະລິດ, ຜູ້ຈໍາໜ່າຍ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ໝາຍເຫດ: ສໍາລັບວັດຖຸທາດລະເບີດທີ່ນໍາໃຊ້ໃນກິດຈະການ ການທະຫານລວມທັງການຜະລິດ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ເກັບຮັກສາ ຈະບໍ່ນອນຢູ່ໃນການຄຸ້ມຄອງຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 11. ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
ດວງໃຈ ພິຈິດ

 

# ຫົວຂໍ້ ດາວໂຫຼດ
1 Decision of The Minister of National Defense on The Management of Industrial Explosive Materials No. 2450/MND PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເລກທີ 2450/ກປທ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ: ວັດຖຸທາດລະເບີດ ຕ້ອງມີໃບອະນຸຍາດ ກະຊວງ ປ້ອງກັນປະເທດ ການນຳເຂົ້າວັດຖຸທາດລະເບີດ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ
  1. ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເລກທີ 2450/ກປທ
  2. ບົດແນະນຳ ກ່ຽວກັບ ລະບຽບການຂໍອະນຸຍາດ ນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ເລກທີ 109/ກອຊ
9999-12-31 ALL
2 ຮຽກຮ້ອງຂຶ້ນທະບຽນຜູ້ນໍາເຂົ້າ ທາດລະເບີດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ປ້ອງກັນປະເທດ ບໍລິສັດທີ່ຕ້ອງການສົ່ງອອກທາດລະເບີດເພື່ອນຳໃຊ້ເຂົ້າໃນວຽກງານອຸດສາຫະກຳຕ້ອງໄດ້ຮັບອານຸຍາດດໍາເນີນທຸລະກິດດ້ານວັດຖຸລະເບີດ ຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເລກທີ 2450/ກປທ 9999-12-31 ALL
3 ການຮຽກຮ້ອງການຂົນສົ່ງ ແລະ ການເກັບຮັກສາວັດຖຸທາດລະເບີດ TBT ກະຊວງ ປ້ອງກັນປະເທດ ຜູ້ນຳເຂົ້າ ຕ້ອງເກັບຮັກສາວັດຖຸທາດລະເບີດໃຫ້ສອດຄ່ອງກັບມາດຕະຖານຂອງສາງເກັບມ້ຽນ ວັດຖຸທາດລະເບີດທີ່ໄດ້ກໍານົດໄວ້ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເລກທີ 2450/ກປທ 9999-12-31 ALL
4 ຮຽກຮ້ອງໃຫ້ມີການຂຶ້ນທະບຽນສຳລັບບໍລິສັດທີ່ຈະນຳເຂົ້າທາດລະເບີດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ປ້ອງກັນປະເທດ ການນຳເຂົ້າວັດຖຸທາດລະເບີດ, ຜູ້ນຳເຂົ້າຕ້ອງໄດ້ຂຶ້ນທະບຽນກັບກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ກ່ອນສາມາດ ນຳເຂົ້າໄດ້. ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເລກທີ 2450/ກປທ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.