ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍສັບ    
ມາດຕາ 3. ຂອບເຂດການນຳໃຊ້
ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ
ມາດຕາ 5. ການຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ
ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ
ມາດຕາ 7. ໃບອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ
ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ
ມາດຕາ 9. ການສະໜອງເອກະສານ ໃນເວລານຳເຂົ້າວັດຖຸທາດລະເບີດອຸດສາຫະກຳ
ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງປ້ອງກັນປະເທດ
ກົມໃຫຍ່ພະລາທິການກອງທັບ
ກົມອຸດສາຫະກຳປ້ອງກັນຊາດ        ເລກທີ 109/ກອຊ
ນະຄອນຫຼວງວຽງຈັນ, ວັນທີ 29 ພຶດສະພາ 2012

ບົດແນະນຳກ່ຽວກັບ
ລະບຽບການຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ

ຫົວໜ້າກົມອຸດສາຫະກຳປ້ອງກັນຊາດ, ກົມໃຫ່ຍພະລາທິການກອງທັບ, ກະຊວງປ້ອງກັນປະເທດ ອອກບົດແນະນຳດັ່ງນີ້:

ມາດຕາ 1. ຈຸດປະສົງ

ບົດແນະນຳສະບັບນີ້ ວາງອອກເພື່ອກຳນົດລະບຽບການຂໍອະນຸຍາດນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ໂດຍຜ່ານລະບອບການອອກໃບອະນຸຍາດນຳເຂົ້າແບບບໍ່ອັດຕະໂນມັດ ຊຶ່ງຈຸດປະສົງຂອງການນຳໃຊ້ໃບອະນຸຍາດແມ່ນ ເພື່ອເປັນການຮັບປະກັນຄວາມປອດໄພຂອງປະຊາຊົນ, ຄວາມໝັ້ນຄົງຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 2. ອະທິບາຍສັບ 

"ວັດຖຸທາດລະເບີດອຸດສາຫະກຳ" ທີ່ໃຊ້ໃນບົດແນະນຳສະບັບນີ້ ແມ່ນວັດຖຸທາດລະເບີດທີ່ຖືກນຳໃຊ້ ເຂົ້າໃນເປົ້າໝາຍອຸດສາຫະກຳເຊິ່ງລວມມີ: ທາດເຄມີດ່ຽວ ຫຼື ທາດເຄມີປະສົມທີ່ໄດ້ຜະລິດນຳໃຊ້ ເພື່ອໃຫ້ເກີດປະຕິກິລິຍາການລະເບີດ ດ້ວຍການກະທົບຈາກການກະຕຸ້ນກົນລະສາດ, ຄວາມຮ້ອນ, ເຄມີ ຫຼື ໄຟຟ້າ, ແກັບແຕກ, ສາຍແຕກ, ສາຍຊະນວນ, ບຸດສະເຕີ ແລະ ບັນດາວັດຖຸທີ່ມີທາດລະເບີດ ເພື່ອໃຫ້ເກີດຜົນການກະຕຸ້ນໃນເບື້ອງຕົ້ນ ເຮັດໃຫ້ທາດລະເບີດອື່ນລະເບີດຂຶ້ນ ທີ່ໄດ້ລະບຸໄວ້ໃນໝວດລະຫັດເຄົ້າ 36.01 ; 36.02; 36.03 ແລະ 36.04 ຂອງສາລະບານອັດຕາພາສີຂອງ ສປປ ລາວ. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

ບົດແນະນຳສະບັບນີ້ ນຳໃຊ້ຕໍ່ການນຳເຂົ້າວັດຖຸທາດລະເບີດອຸດສາຫະກຳຢູ່ ສປປ ລາວ. ຂ້າງເທິງ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບສຳປະທານໂຄງການພັດທະນາຈາກລັດຖະບານແຫ່ງ ສປປ ລາວ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ມີສິດສະເໜີຂໍອະນຸຍາດນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ໃນກໍລະນີ ມີຄວາມຈຳເປັນນຳໃຊ້ວັດຖຸທາດລະເບີດອຸດສາຫະກຳ ເຂົ້າໃນໂຄງການດັ່ງກ່າວ ແລະ ຈະຕ້ອງປະຕິບັດຕາມລະບຽບ ການຄຸ້ມຄອງວັດຖຸທາດລະເບີດອຸດສາຫະກຳຢູ່ ສປປ ລາວ. ຂ້າງເທິງ

ມາດຕາ 5. ການຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ

ການນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ ຕ້ອງໄດ້ຮັບໃບອະນຸຍາດນຳເຂົ້າ ຈາກກົມອຸດສາຫະກຳປ້ອງກັນຊາດ, ກົມໃຫຍ່ພະລາທິການກອງທັບ, ກະຊວງປ້ອງກັນປະເທດ. ຂ້າງເທິງ

ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ

ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ ປະກອບມີດັ່ງນີ້:

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ;
  2. ໃບທະບຽນວິສາຫະກິດ ຫຼື ໃບທະບຽນສຳປະທານ ທີ່ີ່ຖືກຕ້ອງຕາມລະບຽບກົດໝາຍ;
  3. ແຜນການນຳໃຊ້ວັດຖຸທາດລະເບີດສະເພາະແຕ່ລະໂຄງການ ຫຼື ແຜນນຳໃຊ້ວັດຖຸທາດລະເບີດປະຈຳປີ;
  4. ໃບແຈ້ງລາຄາສິນຄ້າ ແລະ ໃບຫຸ້ມຫໍ່; ແລະ
  5. ມີໃບສັນຍາຊື້-ຂາຍ. ຂ້າງເທິງ

ມາດຕາ 7. ໃບອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ

ການອອກ, ການປ່ຽນແປງ ແລະ ອາຍຸຂອງໃບອະນຸຍາດນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ໃຫ້ປະຕິບັດຕາມດຳລັດ 180/ນຍ, ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນຳເຂົ້າສິນຄ້າ. ໃບອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາຫະກຳ ບໍ່ສາມາດໂອນໃຫ້ຜູ້ອື່ນໄດ້.

ການພິຈາລະນາອອກໃບອະນຸຍາດນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ແມ່ນຂຶ້ນກັບດຸນພິນິດຂອງ ກົມອຸດສາຫະກຳປ້ອງກັນຊາດ, ກົມໃຫຍ່ພະລາທິການກອງທັບ, ກະຊວງປ້ອງກັນປະເທດ. ຂ້າງເທິງ

ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກ ແລະ ການປ່ຽນແປງ ຂອງໃບອະນຸຍາດນຳເຂົ້າ  ວັດຖຸທາດລະເບີດອຸດສາຫະກຳ ແມ່ນໃຫ້ອີງຕາມລັດຖະບັນຍັດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິ ການ ທີ່ໄດ້ວາງອອກໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 9. ການສະໜອງເອກະສານ ໃນເວລານຳເຂົ້າວັດຖຸທາດລະເບີດອຸດສາຫະກຳ

ໃນເວລານຳເຂົ້າວັດຖຸທາດລະເບີດອຸດສາຫະກຳຕົວຈິງ, ຜູ້ນຳເຂົ້າຕ້ອງສະແດງເອກະສານດັ່ງຕໍ່ໄປນີ້ ໃຫ້ແກ່ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນຳເຂົ້າທີ່ອອກພາຍໃຕ້ບົດແນະນຳສະບັບນີ້; ແລະ
  2. ເອກະສານອື່ນໆຕາມລະບຽບການທາງພາສີ. ຂ້າງເທິງ

ມາດຕາ 10. ການຈັດຕັ້ງປະຕິບັດ

ກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ຈະເປັນເຈົ້າການໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ບົດແນະນຳສະບັບນີ້ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 11. ຜົນສັກສິດ

ບົດແນະນຳສະບັບນີ້ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ຫົວໜ້າກົມອຸດສາຫະກຳປ້ອງກັນຊາດ,

# ຫົວຂໍ້ ດາວໂຫຼດ
1 Guideline on procedure for importation of Explosive Substances No. 109/ID PDF
2 ບົດແນະນຳ ກ່ຽວກັບ ລະບຽບການຂໍອະນຸຍາດ ນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ເລກທີ 109/ກອຊ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ: ວັດຖຸທາດລະເບີດ ຕ້ອງມີໃບອະນຸຍາດ ກະຊວງ ປ້ອງກັນປະເທດ ການນຳເຂົ້າວັດຖຸທາດລະເບີດ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ
  1. ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ເລກທີ 2450/ກປທ
  2. ບົດແນະນຳ ກ່ຽວກັບ ລະບຽບການຂໍອະນຸຍາດ ນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ເລກທີ 109/ກອຊ
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.