ສາລະບານ

ມາດຕາ 1. ມອບໃຫ້ກະຊວງປ້ອງກັນປະເທດ...
ມາດຕາ 2. ໃຫ້ບັນດາກະຊວງ, ອົງການ, ແຂວງ,...
ມາດຕາ 3. ຫ້າມບັນດາກະຊວງ, ບັນດາແຂວງ, ກໍາແພງນະຄອນ...
ມາດຕາ 4. ຖ້າບັນດາກະຊວງ, ບັນດາແຂວງ,...
ມາດຕາ 5. ຂໍ້ຕົກລົງສະບັບນີ້ມີຜົນສັກສິດ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ      ເລກທີ 39/ນຍ
ວຽງຈັນ, ວັນທີ 12 ກໍລະກົດ 2001

ຂໍ້ຕົກລົງຂອງນາຍົກລັດຖະມົນຕີ
ວ່າດ້ວຍລະບຽບການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດຢູ່ ສປປ ລາວ

  • ປະຕິບັດຕາມຫລັກການປົກປັກຮັກສາ, ການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດຢູ່ ສປປ ລາວ ໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພໃນທຸກດ້ານ.
  • ເພື່ອຈໍາກັດການລັກລອບເອົາວັດຖຸລະເບີດ ຫຼື ທາດລະເບີດທຸກຊະນິດເຂົ້າມານໍາໃຊ້ຢູ່ ສປປ ລາວ ຢ່າງ ຊະຊາຍ, ບໍ່ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍແຫ່ງ ສປປ ລາວ, ເຮັດໃຫ້ຄົນບໍ່ດີນໍາໄປໃຊ້ ໃນທາງທີ່ບໍ່ຖືກຕ້ອງ, ມີຜົນສະທ້ອນເຖິງຄວາມບໍ່ສະຫງົບປອດໄພໃນສັງຄົມ.

ນາຍົກລັດຖະມົນຕີຕົກລົງ:

ມາດຕາ 1. ມອບໃຫ້ກະຊວງປ້ອງກັນປະເທດພຽງອົງການດຽວໄດ້ຮັບອະນຸຍາດ ແລະ ມີສິດຄຸ້ມຄອງ, ກວດກາ, ການນໍາໃຊ້, ການຜະລິດ, ການຈໍາໜາຍ ແລະ ການນໍາເຂົ້າວັດຖຸລະເບີດຈາກຕ່າງປະເທດ. ຂ້າງເທິງ

ມາດຕາ 2. ໃຫ້ບັນດາກະຊວງ, ອົງການ, ແຂວງ, ກໍາແພງນະຄອນ, ເຂດພິເສດ, ບັນດາໂຄງການ, ບໍລິສັດ ພາຍໃນ ແລະ ຕ່າງປະເທດ, ຫົວໜ່ວຍທຸລະກິດ, ພາກສ່ວນຕ່າງໆທີ່ຕ້ອງການນໍາໃຊ້ທາດລະເບີດ, ໃຫ້ຂຶ້ນແຜນ ການນໍາໃຊ້ສະເໜີຊື້ນໍາກະຊວງປ້ອງກັນປະເທດ (ກົມອຸດສາຫະກໍາປ້ອງກັນຊາດ) ເປັນຜູ້ຕອບສະໜອງ, ເພາະກະ ຊວງດັ່ງກ່າວໄດ້ມີໂຮງງານຜະລິດທາດລະເບີດທີ່ມີຄຸນນະພາບດີ ແລະ ມີຄວາມສາມາດຕອບສະໜອງຢ່າງພຽງພໍ ກັບຄວາມຕ້ອງການໃຫ້ແກ່ບັນດາໂຄງການກໍ່ສ້າງທຸກປະເພດເຊັ່ນ: ໂຄງການຂຸດຄົ້ນລະເບີດຫີນທຸກຊະນິດ, ທະລຸ ບຸກເບີກເສັ້ນທາງ, ກໍ່ສ້າງເຂື່ອນໄຟຟ້າ (ເຈາະອຸມົງ) ຂຸດຄົ້ນບໍ່ແຮ່ ແລະອື່ນໆ. ຂ້າງເທິງ

ມາດຕາ 3. ຫ້າມບັນດາກະຊວງ, ບັນດາແຂວງ, ກໍາແພງນະຄອນ, ເຂດພິເສດ ແລະ ບັນດາໂຄງການລົງທຶນ ພາຍໃນ ແລະ ຕ່າງປະເທດນໍາເຂົ້າ, ນໍາໃຊ້ທາດລະເບີດທີ່ບໍ່ໄດ້ຮັບອະນຸຍາດ ຈາກກະຊວງປ້ອງກັນປະເທດ (ກົມ ອຸດສາຫະກໍາປ້ອງກັນຊາດ) ຢ່າງເດັດຂາດ.

  • ຫ້າມຂຸດຄົ້ນເອົາໝື້ ຫຼື ທາດລະເບີດຈາກລູກບົ່ມ, ລູກແຕກ ແລະ ຫົວລູກປືນໃຫ່ຍທີ່ບໍ່ທັນແຕກ ຕົກຄ້າງຢູ່ ໃນ ສປປ ລາວ ໃນປາງສົງຄາມນໍາໃຊ້ແບບຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຢ່າງ ເດັດຂາດ. ຂ້າງເທິງ

ມາດຕາ 4. ຖ້າບັນດາກະຊວງ, ບັນດາແຂວງ, ກໍາແພງນະຄອນ, ໂຄງການ, ບໍລິສັດ, ອົງການ ຫຼື ບຸກຄົນໃດ ຝ່າຝືນຖືວ່າເປັນການລະເມີດຕໍ່ລະບຽບກົດໝາຍແຫ່ງ ສປປ ລາວ ແລະ ຈະຕ້ອງເປັນຜູ້ຮັບຜິດຊອບທັງໝົດຕໍ່ຜົນ ສະທ້ອນອັນບໍ່ດີທີ່ເກີດຂື້ນ, ຊຶ່ງກະທົບເຖິງຄວາມບໍ່ສະຫງົບປອດໄພໃນສັງຄົມ. ຂ້າງເທິງ

ມາດຕາ 5. ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
   ບັນດາແຈ້ງການ, ຂໍ້ຕົກລົງ, ຂໍ້ກໍານົດກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດຢູ່ ສປປ ລາວ ທີ່ໄດ້ປະ ກາດໃຊ້ໃນເມື່ອກ່ອນລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ນາຍົກລັດຖະມົນຕີ
ບຸນຍັງ ວໍລະຈິດ

 

# ຫົວຂໍ້ ດາວໂຫຼດ
1 Decision of The Prime Minister on The Regulations on the Management and Application of the Explosive Substances [Materials] in Lao PDR No. 39/PM PDF
2 ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດຢູ່ ສປປ ລາວ ເລກທີ 39/ນຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.