ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄໍາສັບ
ມາດຕາ 3. ຂອບເຂດການນໍາໃຊ້

ໝວດທີ II - ສິດ ແລະ ເງື່ອນໄຂໃນການນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ໝວດທີ III - ລະບຽບການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ມາດຕາ 5. ການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ
ມາດຕາ 6. ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ
ມາດຕາ 7. ຄ່າທໍານຽມ ແລະ ຄ່າບໍລິການ
ມາດຕາ 8. ການສະໜອງເອກະສານໃນເວລານໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ໝວດທີ IV - ບົດບັນຍັດສຸດທ້າຍ

ມາດຕາ 9. ການຈັດຕັ້ງປະຕິບັດ
ມາດຕາ 10. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ທະນາຄານແຫ່ງ ສປປ ລາວ   ເລກທີ 609/ທຫລ
ນະຄອນຫຼວງວຽງຈັນ, ວັນທີ 26 ມິຖຸນາ 2012

ຂໍ້ຕົກລົງ
ວ່າດ້ວຍການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງດັ່ງນີ້:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກໍານົດລະບຽບການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງຢູ່ ສປປ ລາວ ໂດຍຜ່ານລະບອບການອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກແບບບໍ່ອັດຕະໂນມັດ. ຈຸດປະສົງໃນການຂໍອະ ນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງແມ່ນເພື່ອເປັນການຮັບປະກັນຄວາມໝັ້ນຄົງທາງດ້ານເສດຖະກິດເງິນຕາ ແຫ່ງຊາດ. 

ມາດຕາ 2. ອະທິບາຍຄໍາສັບ
ຄໍາສັບໃນຂໍ້ຕົກລົງສະບັບນີ້ "ຄໍາແທ່ງ" ໝາຍເຖິງ ຄໍາແທ່ງທີ່ສາມາດນໍາໃຊ້ເປັນພາຫະນະຊໍາລະກັບສາກົນໄດ້ ຊຶ່ງໄດ້ລະບຸໄວ້ໃນໝວດລະຫັດເຄົ້າ 7108.12.10 ຂອງສາລະບານອັດຕາພາສີຂອງ ສປປ ລາວ. 

ມາດຕາ 3. ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ນໍາໃຊ້ສະເພາະການນໍາເຂົ້າ ແລະ ສົ່ງອອກຄໍາແທ່ງຢູ່ ສປປ ລາວ. 

ໝວດທີ II
ສິດ ແລະ ເງື່ອນໄຂໃນການນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຕັ້ງຢູ່ ສປປ ລາວ ຫຼື ຕ່າງປະເທດ ມີສິດນໍາເຂົ້າ ຫຼື ສົ່ງອອກຄໍາແທ່ງ ໂດຍປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. 

ໝວດທີ III
ລະບຽບການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ

ມາດຕາ 5. ການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ
ການນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຫຼື ສົ່ງອອກຈາກກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ໂດຍປະກອບເອກະສານເພື່ອຂໍອະນຸຍາດດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກຄໍາແທ່ງ;
  2. ສໍາເນົາເອກະສານຕາມແຕ່ລະກໍລະນີ:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານທີ່ຖືກຕ້ອງຕາມລະບຽບກົດໝາຍ (ສໍາລັບນິຕິບຸກຄົນທີ່ຢູ່ ສປປ ລາວ);
  • ໃບທະບຽນວິສາຫະກິດອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງທີ່ຖືກຕ້ອງຕາມລະບຽບກົດໝາຍ (ສໍາ ລັບນິຕິບຸກຄົນທີ່ບໍ່ຢູ່ ສປປ ລາວ).

ກໍລະນີເອກະສານ ເປັນພາສາຕ່າງປະເທດຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນຈາກສໍານັກງານທະ ບຽນສານຂອງ ສປປ ລາວ. 

ມາດຕາ 6. ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ
ການອອກ, ການປ່ຽນແປງ ແລະ ການຕໍ່ອາຍຸຂອງໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງໃຫ້ປະຕິບັດຕາມ ດໍາລັດວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ ສະບັບເລກທີ 180/ນຍ, ລົງວັນທີ 7 ກໍລະກົດ 2009. ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງບໍ່ສາມາດໂອນໃຫ້ຜູ້ອື່ນໄດ້.

ການພິຈາລະນາອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງແມ່ນຂຶ້ນກັບດຸນພິນິດຂອງກົມນະໂຍບາຍເງິນ ຕາ, ທະນາຄານແຫ່ງ ສປປ ລາວ. 

ມາດຕາ 7. ຄ່າທໍານຽມ ແລະ ຄ່າບໍລິການ
ຜູ້ຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງຕ້ອງຈ່າຍຄ່າທໍານຽມ ແລະ ຄ່າບໍລິການໃນການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງວາງອອກໃນແຕ່ລະໄລຍະ. 

ມາດຕາ 8. ການສະໜອງເອກະສານໃນເວລານໍາເຂົ້າ ແລະ ສົ່ງອອກຄໍາແທ່ງ
ໃນເວລານໍາເຂົ້າ ແລະ ສົ່ງອອກຄໍາແທ່ງຕົວຈິງ, ຜູ້ນໍາເຂົ້າຕ້ອງສະແດງເອກະສານໃຫ້ແກ່ເຈົ້າໜ້າທີ່ພາສີດັ່ງຕໍ່ ໄປນີ້:

  1. ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຄໍາແທ່ງທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້;
  2. ເອກະສານອື່ນໆຕາມລະບຽບການທາງພາສີ. 

ໝວດທີ IV
ບົດບັນຍັດສຸດທ້າຍ

ມາດຕາ 9. ການຈັດຕັ້ງປະຕິບັດ
ມອບໃຫ້ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ເປັນເຈົ້າການ ໃນການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. 

ມາດຕາ 10. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. 

ຜູ້ວ່າການທະນາຄານແຫ່ງ ສປປ ລາວ

[ ເຊັນ ແລະ ປະທັບກາ ]
ສົມພາວ ໄຟສິດ

 

# ຫົວຂໍ້ ດາວໂຫຼດ
1 Decision on Procedures for Importation and Exportation of Gold Bars No. 609/BOL PDF
2 ຂໍ້ຕົກລົງ ວ່າດ້ວຍ ການຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຄໍາແທ່ງ ເລກທີ 609/ທຫລ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.