ບົດບັນທຶກດັ່ງກ່າວ ໄດ້ລະບຸເງື່ອນໄຂທີ່ຜູ້ສົ່ງອອກສາລີຂອງ ສປປ ລາວ ຕ້ອງໄດ້ປະຕິບັດກ່ອນສົ່ງອອກສາລີໄປຍັງ ສປ ຈີນ ຊຶ່ງຕ້ອງສອດຄ່ອງ ແລະ ຖືກຕ້ອງ ຕາມມາດຕະຖານຄວາມປອດໄພດ້ານອາຫານ ແລະ ເງື່ອນໄຂຂໍ້ກໍານົດການກັກກັນພືດຂອງ ສປ ຈີນ ເພື່ອສະກັດກັ້ນສັດຕູພືດທີ່ມີຄວາມສ່ຽງຕໍ່ ສປ ຈີນຄື:

  1. Carpophilus hemipterus;
  2. Cryptolestes ferrugineus;
  3. Cryptolestes pusilloides;
  4. Cercospora sorghi;
  5. Peronosclerospora sp (non-chinese species);
  6. Cenchrus echinatus;
  7. Chromolaena odorata.

ສາມາດເຂົ້າ ສປ ຈີນໄດ້, ໂດຍມາດຕະຖານ ແລະ ເງື່ອນໄຂຂໍ້ກໍານົດການກັກກັນພືດຂອງ ສປ ຈີນ ມີຄື: ສໍາລັບຝ່າຍລາວຕ້ອງໄດ້ກວດກາບໍລິສັດທີ່ຈະສົ່ງອອກສາລີໄປຈີນ ໂດຍໃຫ້ມີການປຸງແຕ່ງ, ສາງເກັບມ້ຽນ, ໂຮງອົບ ແລະ ຕ້ອງຈົດທະບຽນວິສາຫະກິດຢູ່ ລາວ ທີ່ໄປຕາມເງື່ອນໄຂຂໍ້ກໍານົດການກັກກັນພືດ, ສປປ ລາວ ຕ້ອງສົ່ງລາຍຊື່ຂອງບໍລິສັດດັ່ງກ່າວໃຫ້ຝ່າຍຈີນ.

ບົດບັນທຶກນີ້ໄດ້ລົງລາຍເຊັນທີ່ ນະຄອນຫຼວງປັກກິ່ງ, ໃນວັນທີ 10 ເດືອນ ມັງກອນ ປີ 2012. ໂດຍໃຊ້ສອງພາສາເປັນລາຍລັກອັກສອນ, ພາສາລາວ ແລະ ພາສາຈີນ ແລະ ມີຜົນສັກສິດນໍາໃຊ້ເປັນເວລາ 2 ປີ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

# ຫົວຂໍ້ ດາວໂຫຼດ
1 Memorandum on the requirement to have pest investigation on corn before importing to the P.R. China PDF
2 ຂໍ້ກໍານົດເງື່ອນໄຂການກວດກາສັດຕູພືດສາລີ ກ່ອນການນໍາເຂົ້າ ສປ ຈີນ ວັນທີ 10, ມັງກອນ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.