ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ຂອບເຂດການນຳໃຊ້

ໝວດທີ 2 - ການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 4. ເງື່ອນໄຂຂອງການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ມາດຕາ 5. ການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ມາດຕາ 7. ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ
ມາດຕາ 9. ການສະໜອງເອກະສານໃນເວລານຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕົວຈິງ

ໝວດທີ 3 - ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ   


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງພະລັງງານ ແລະ ບໍ່ແຮ່   ເລກທີ 0352/ພບ
ນະຄອນຫລວງວຽງຈັນ, ວັນທີ 13 ມີນາ 2012

ຂໍ້ຕົກລົງ
ວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ລວມທັງການນໍາເຂົ້າມາປຸງແຕ່ງ ໂດຍບໍ່ໄດ້ຈຳກັດປະລິມານ, ແນໃສ່ຄຸ້ມຄອງການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ເສດຖະກິດຂອງຊາດ. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

(1) "ແຮ່ທາດ" ໝາຍເຖິງ ທາດທີ່ບໍ່ມີຊີວິດ ຊຶ່ງເກີດຂຶ້ນໂດຍທໍາມະຊາດ, ບໍ່ສາມາດສ້າງຂຶ້ນໃໝ່ໄດ້, ມີຄຸນລັກສະນະທາງດ້ານເຄມີ ແລະ ວັດຖຸວິທະຍາຢູ່ໃນພາວະແຂງ, ພາວະແຫຼວ ແລະ ພາວະອາຍ.

(2) "ຜະລິດຕະພັນແຮ່ທາດ" ໝາຍເຖິງ ແຮ່ທາດທີ່ໄດ້ຜ່ານການປຸງແຕ່ງ ເປັນຜະລິດຕະພັນສໍາເລັດຮູບ ຫຼື ເຄິ່ງສໍາເລັດຮູບ.

ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ທີ່ກ່າວມາຂ້າງເທິງໄດ້ລະບຸໄວ້ ໃນໝວດລະຫັດເຄົ້າ 2601 ຫາ 2617 (ຍົກເວັ້ນ 2612) ຂອງສາລະບານອັດຕາພາສີຂອງ ສປປ ລາວ. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສໍາລັບບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ດໍາເນີນການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ. ຂ້າງເທິງ

ໝວດທີ 2
ການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 4. ເງື່ອນໄຂຂອງການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ມີສິດນຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໂດຍສອດຄ່ອງກັບລະບຽບການ ແລະ ກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 5. ການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ການນຳເຂົ້າ ແລະ ການສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຕ້ອງໄດ້ຂໍອະນຸຍາດຈາກ ກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່. ຂ້າງເທິງ

ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

6.1. ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດນຳເຂົ້າແຮ່ທາດ ແລະ ຜະລິດຕະພັນແຮ່ທາດມີດັ່ງນີ້:

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າແຮ່ທາດ ແລະ ຜະລິດຕະພັນແຮ່ທາດ;
  2. ສຳເນົາຂອງເອກະສານຕາມແຕ່ລະກໍລະນີ:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສຳປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ຢູ່ ສປປ ລາວ); ຫຼື
  • ເອກະສານຂຶ້ນທະບຽນດໍາເນີນທຸລະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ບໍ່ຢູ່ ສປປ ລາວ).

ໃນກໍລະນີເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກ ສຳນັກງານທະບຽນສານຂອງ ສປປ ລາວ.

6.2. ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດມີດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ;
  2. ໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານທີ່ຖືກຕ້ອງຕາມລະບຽບກົດໝາຍ;
  3. ສໍາເນົາຂອງເອກະສານຕາມແຕ່ລະກໍລະນີ:
  • ໃບອະນຸຍາດຂຸດຄົ້ນແຮ່ທາດ (ກໍລະນີຜູ້ສົ່ງອອກໄດ້ຮັບສໍາປະທານ ຈາກລັດຖະບານ); ຫຼື
  • ສັນຍາສະໜອງຜະລິດຕະພັນແຮ່ທາດ ຈາກເຈົ້າຂອງສິດສໍາປະທານ (ກໍລະນີຜູ້ສົ່ງອອກບໍ່ໄດ້ຮັບສໍາປະທານ ຈາກລັດຖະບານ). ຂ້າງເທິງ

ມາດຕາ 7. ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໃຫ້ປະຕິບັດຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 180/ນຍ ລົງວັນທີ 7 ມິຖຸນາ 2009. ໃບອະນຸຍາດດັ່ງກ່າວ ບໍ່ສາມາດໂອນໃຫ້ຜູ້ອື່ນໄດ້. ຂ້າງເທິງ

ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກໃບອະນຸຍາດ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 03/ປປທ ລົງວັນທີ 19 ພະຈິກ 2008. ຂ້າງເທິງ

ມາດຕາ 9. ການສະໜອງເອກະສານໃນເວລານຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕົວຈິງ

ໃນເວລານຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕົວຈິງ, ຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກຕ້ອງສະແດງເອກະສານດັ່ງຕໍ່ໄປນີ້ ໃຫ້ແກ່ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນຳເຂົ້າ ຫຼື ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້; ແລະ
  2. ເອກະສານອື່ນໆຕາມລະບຽບການທາງພາສີ. ຂ້າງເທິງ

ໝວດທີ 3
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ

ມອບໃຫ້ກົມບໍ່ແຮ່ ເປັນເຈົ້າການໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 11. ຜົນສັກສິດ   

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການ
ກະຊວງພະລັງງານ ແລະ ບໍ່ແຮ່
ສຸລິວົງ ດາລາວົງ

# ຫົວຂໍ້ ດາວໂຫຼດ
1 Decision on Import and Export Licensing Procedures of Minerals and Mineral Products No. 0352/MEM PDF
2 ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ ຂໍອະນຸຍາດນຳເຂົ້າ: ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຕ້ອງມີໃບອະນຸຍາດ ກະຊວງ ພະລັງງານ ແລະ ບໍ່ແຮ່ ແຮ່ທາດ ແລະ ຜະລິດຕະພັນ ແຮ່ທາດ ຕ້ອງໄດ້ຮັບອະນຸຍາດນຳເຂົ້າ ຈາກກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ 9999-12-31 ALL
2 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ຜະລິດຕະພັນແຮ່ທາດ ຕ້ອງມີໃບອະນຸຍາດ ກະຊວງ ພະລັງງານ ແລະ ບໍ່ແຮ່ ການສົ່ງອອກ ຜະລິດຕະພັນ ແຮ່ທາດ ຕ້ອງໄດ້ຮັບອະນຸຍາດສົ່ງອອກ ຈາກ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່
  1. ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ
  2. ແຈ້ງການ ຂັ້ນຕອນການອອກອະນຸຍາດ ການສົ່ງອອກ ແຮ່ສຳເລັດຮູບ ແລະ ເຄິ່ງສໍຳເລັດຮູບ ເພື່ອສົ່ງອອກໄປຈຳໜ່າຍ ຢູ່ພາຍໃນ ແລະ ຕ່າງປະເທດ, ສະບັບເລກທີ 2050/ກບຮ
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.