ສາທາລະນ­ະລັດ ປະຊາທິປະໄຕ ປະຊາຊົ­ນລາວ
ສັ­ນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະ­ນາຖາວອນ­

ກະຊວງພະລັງງານ­ ແລະ ບໍ່ແຮ່          ເລກທີ. 2050/ກບຮ
ກົມບໍ່ແຮ່            ນະຄອນ­ຫຼວງວຽງຈັ­ນ, ວັນ­ທີ. 24 ຕຸລາ 2013

ແຈ້ງການ:

ເຖິງ:   ທ່ານ ຜູ້ອຳນວຍການບໍລິສັດລົງທຶນດ້ານບໍ່ແຮ່ ໃນ ສປປ ລາວ.

ເລື່ອງ: ຂັ້ນຕອນການອອກອະນຸຍາດການສົ່ງອອກແຮ່ສຳເລັດຮູບ ແລະ ເຄິ່ງສໍຳເລັດຮູບ ເພື່ອສົ່ງອອກໄປຈຳໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ.

-      ອີງຕາມກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 02/ສພຊ, ລົງວັນທີ 20/12/2011.
-      ອີງຕາມຂໍ້ຕົກລົງວ່າດ້ວຍ ລະບຽບການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ສະບັບເລກທີ 0352/ພບ, ລົງວັນທີ 13/3/2012.
-      ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ສະບັບເລກທີ 0481/ພບ, ລົງວັນທີ 20/04/2012.

ກົມບໍ່ແຮ່, ຂໍແຈ້ງມາຍັງ ຜູ້ລົງທຶນດ້ານບໍ່ແຮ່ໃນຂອບເຂດທົ່ວປະເທດ ຊາບວ່າ: ເພື່ອສະດວກໃຫ້ແກ່ວຽກງານຄຸ້ມຄອງຕິດຕາມກວດກາ ໃນການຜະລິດ-ຈຳໜ່າຍ ແລະ ການປະຕິບັດພັນທະດ້ານການເງິນຕໍ່ລັດຖະບານ; ກົມບໍ່ແຮ່ ຈຶ່ງສະເໜີໃຫ້ຜູ້ລົງທຶນປະກອບເອກະສານ ໃນການພິຈາລະນາອະນຸມັດການສົ່ງອອກແຕ່ລະຄັ້ງ ມີລາຍລະອຽດດັ່ງລຸ່ມນີ້:

  1. ໃບຄຳຮ້ອງ ຫຼື ໃບສະເໜີ.
  2. ສັນຍາສຳປະທານທີ່ເຊັນກັບ ລັດຖະບານ ແຫ່ງ ສປປ ລາວ.
  3. ໃບທະບຽນສຳປະທານ.
  4. ໃບທະບຽນວິສາຫະກິດ.
  5. ໃບອະນຸຍາດຂຸດຄົ້ນ.
  6. ໃບອະນຸຍາດດຳເນີນໂຮງງານ.
  7. ໃບຢັ້ງຢືນການມອບພັນທະອາກອນ ພ້ອມໃບບິນການຊໍາລະ.
  8. ສັນຍາຊື້-ຂາຍ ແຮ່ທາດ ລູກຄ້າ.
  9. ຜົນວິໄຈແຮ່ທາດ ຂອງບໍລິສັດ, ຜູ້ຊື້ ແລະ ຜົນວິໄຈຂອງລັດຖະບານ.
  10. ແຜນວາດໂຮງງານການຜະລິດແຮ່ທາດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.

ຫົວໜ້າກົມບໍ່ແຮ່
( ເຊັນ ແລະ ປະທັບກາ )

# ຫົວຂໍ້ ດາວໂຫຼດ
1 Notification on Export Licensing Procedures of Minerals and Mineral Products, No. 2050/DOM PDF
2 ແຈ້ງການ ຂັ້ນຕອນການອອກອະນຸຍາດ ການສົ່ງອອກ ແຮ່ສຳເລັດຮູບ ແລະ ເຄິ່ງສໍຳເລັດຮູບ ເພື່ອສົ່ງອອກໄປຈຳໜ່າຍ ຢູ່ພາຍໃນ ແລະ ຕ່າງປະເທດ, ສະບັບເລກທີ 2050/ກບຮ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ຜະລິດຕະພັນແຮ່ທາດ ຕ້ອງມີໃບອະນຸຍາດ ກະຊວງ ພະລັງງານ ແລະ ບໍ່ແຮ່ ການສົ່ງອອກ ຜະລິດຕະພັນ ແຮ່ທາດ ຕ້ອງໄດ້ຮັບອະນຸຍາດສົ່ງອອກ ຈາກ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່
  1. ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ
  2. ແຈ້ງການ ຂັ້ນຕອນການອອກອະນຸຍາດ ການສົ່ງອອກ ແຮ່ສຳເລັດຮູບ ແລະ ເຄິ່ງສໍຳເລັດຮູບ ເພື່ອສົ່ງອອກໄປຈຳໜ່າຍ ຢູ່ພາຍໃນ ແລະ ຕ່າງປະເທດ, ສະບັບເລກທີ 2050/ກບຮ
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.