ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງປ້ອງກັນຄວາມສະຫງົບ ເລກທີ 799/ປກສ
ນະຄອນຫຼວງວຽງຈັນ, ວັນທີ 13.6.12

ແຈ້ງການ

ເຖິງ: ບັນດາກະຊວງ, ສໍານັກງານ, ອົງການຈັດຕັ້ງ, ແຂວງ, ນະຄອນ, ຫົວໜ່ວຍທຸລະກິດ
ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນທົ່ວປະເທດ.

ເລື່ອງ: ການນໍາເຂົ້າປືນ ແລະ ລູກປືນ ສໍາລັບການກິລາ.

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບປະຊາຊົນ ສະບັບເລກທີ 03/ສພຊ, ລົງວັນທີ 2 ກໍລະກົດ 2007;
  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 79/ນຍ, ລົງວັນທີ 2 ກຸມພາ 2007;
  • ອີງຕາມ ການສະເໜີຂອງກົມຍຸດໂທ ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ.

ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການດັ່ງນີ້:

  1. ການນໍາເຂົ້າປືນ ແລະ ລູກປືນ ສໍາລັບການກິລາ ທີ່ໄດ້ລະບຸໄວ້ໃນໝວດລະຫັດເຄົ້າ 93.03 ຂອງສາລະບານອັດຕາພາສີຂອງ ສປປ ລາວ ຕ້ອງໄດ້ຮັບໃບອະນຸຍາດນໍາເຂົ້າ ຈາກກະຊວງປ້ອງກັນຄວາມສະຫງົບ;
  2. ສະຫະພັນຍິງປືນແຫ່ງຊາດລາວ ມີສິດຂໍອະນຸຍາດນໍາເຂົ້າປືນ ແລະ ລູກປືນສໍາລັບການກິລາເທົ່ານັ້ນ;
  3. ການພິຈາລະນາອອກໃບອະນຸຍາດນໍາເຂົ້າປືນ ແລະ ລູກປືນ ສໍາລັບການກິລາ ແມ່ນຂຶ້ນກັບການຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ຊຶ່ງມີລາຍການດັ່ງນີ້:

3.1. ປືນກິລາທຸກປະເພດທີ່ມີລາຍການ ແຂ່ງຂັນຕາມກະຕິກາ ຂອງສະຫະພັນຍິງປືນສາກົນ, ສະຫະພັນຍິງປືນອາຊີ ແລະ ໂອແລມປິກສາກົນ.

  • ປືນສັ້ນອັດລົມປະເພດຕ່າງໆ ທີ່ມີຂະໜາດລໍາກ້ອງ 4,5 ມມ ໄລຍະຍິງ 10 ແມັດ ມີດັ່ງນີ້:
  • ໄຟເອີບາວ;
  • ວໍເຕີ້;
  • ແຮມເມີລີ;
  • ສະຕາມເອີ;
  • ປາດີນີ.
  • ປືນຍາວອັດລົມປະເພດຕ່າງໆ ທີ່ມີຂະໜາດລໍາກ້ອງ 4,5 ມມ ໄລຍະຍິງ 10 ແມັດ ມີດັ່ງນີ້:
  • ໄຟເອີບາວ;
  • ອັນຊຸດ;
  • ວໍເຕີ້;
  • ສະຕາມເອີ.
  • ປືນສັ້ນ ,22 ທີ່ມີຂະໜາດລໍາກ້ອງ 5,6 ມມ ໄລຍະຍິງ 25 ແມັດ ມີດັ່ງນີ້:
  • ໄຟເອີບາວ;
  • ອັນຊຸດ;
  • ວໍເຕີ້.
  • ປືນສັ້ນ ,22 ໄລຍະຍິງ 25 ແມັດ ມີດັ່ງນີ້:
  • ຕ໋ອດ;
  • ໂມດີນີ;
  • ປາດີນີ.
  • ປືນຍາວ ,22 ທີ່ມີຂະໜາດລໍາກ້ອງ 4,5 ມມ ໄລຍະຍິງ 50 ແມັດ ມີດັ່ງນີ້:
  • ໄຟເອີບາວ;
  • ວໍເຕີ້;
  • ແຮມເມີລີ;
  • ສະຕາມເອີ.
  • ປືນສັ້ນແກັບກາງ ທີ່ມີຂະໜາດລໍາກ້ອງ 7,62 ມມ ເຖິງ 9,62 ມມ.
  • ປືນລູກຊອງ ເບີ 12 ຊະນິດຕ່າງໆ ສໍາລັບການແຂ່ງຂັນຍິງເປົ້າບິນມີດັ່ງນີ້:
  • ບາເລດຕ້າ;
  • ລູກປືນ ເບີ 12.
  • ປືນຍິງ I.P.S.C
  • ວອດເຕີ ເບີ 99;
  • CZ SADOW;
  • STI;
  • INFINITY
  • ປືນຍາວ 300 ແມັດ.

3.2. ລູກປືນ.

  • ລູກປືນອັດລົມສັ້ນ-ຍາວ;
  • ລູກປືນ ,22 ສັ້ນ-ຍາວ;
  • ລູກປືນ ,32;
  • ລູກປືນ 99 ມມ;
  • ລູກປືນ ,40;
  • ລູກປືນ 38 ສຸບເປີ.

3.3. ອຸປະກອນເຕັກນິກຮັບໃຊ້ ຂອງນັກກິລາຍິງປືນ, ກ້ອງສ່ອງທາງໄກ, ເຄື່ອງອັດຫູ, ແວ່ນຕາ ສໍາລັບຍິງປືນ ແລະ ຊຸດເຄື່ອງແຂ່ງຂັນປືນ.

3.4. ອຸປະກອນເຕັກນິກຮັບໃຊ້ຢູ່ໃນສະໜາມຍິງປືນ.

ສໍາລັບການນໍາເຂົ້າປືນຍາວ ໄລຍະຄວາມແຮງຍິງບໍ່ໃຫ້ກາຍ 300 ແມັດ ແລະ ປືນສັ້ນ ໄລຍະຍິງຄວາມແຮງບໍ່ໃຫ້ກາຍ 50 ແມັດ ຖ້າກາຍແມ່ນຈະບໍ່ອະນຸຍາດໃຫ້ນໍາເຂົ້າ.

  1. ຂັ້ນຕອນຂໍອະນຸມັດນໍາເຂົ້າປືນ ແລະ ລູກປືນສໍາລັບການກິລາ ບັນດາສະຫະພັນກິລາຍິງປືນແຂວງ, ນະຄອນ, ອົງການທຽບເທົ່າ ຕ້ອງໄດ້ເຮັດໜັງສື ພ້ອມດ້ວຍບັນຊີລາຍການປືນ ແລະ ລູກປືນ ທີ່ຈະນໍາເຂົ້າສະເໜີຜ່ານ ກະຊວງສຶກສາທິການ-ກິລາ ແລະ ສະຫະພັນຍິງປືນແຫ່ງຊາດລາວ ມີຄໍາເຫັນຢັ້ງຢືນແລ້ວ ຈຶ່ງນໍາສະເໜີກະຊວງປ້ອງກັນຄວາມສະຫງົບ ພິຈາລະນາອະນຸມັດນໍາເຂົ້າ.
  2. ສະຫະພັນຍິງປືນແຫ່ງຊາດລາວ ເປັນຜູ້ຄຸ້ມຄອງກ່ຽວກັບປືນ-ລູກປືນ ສໍາລັບການກິລາ ແລະ ອອກບັດປືນໃຫ້ນັກກິລາ ແລະ ມີຄວາມຮັບຜິດຊອບລາຍງານໃຫ້ ກະຊວງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ.
  3. ມອບໃຫ້ກົມຄຸ້ມຄອງສໍາມະໂນຄົວ-ກໍ່ສ້າງຮາກຖານ, ກົມຍຸດໂທ, ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຕິດຕາມກວດກາ ແລະ ຂຶ້ນບັນຊີທະບຽນຄຸ້ມຄອງກ່ຽວກັບການນໍາໃຊ້ປືນ ແລະ ລູກປືນສໍາລັບການກິລາ, ພ້ອມທັງວັດຖຸເຄື່ອງອຸປະກອນ ສໍາລັບການກິລາ ເພື່ອຮັບປະກັນໃນການນໍາໃຊ້ໃຫ້ຖືກເປົ້າໝາຍ.
  4. ຫ້ອງວ່າການກະຊວງ, ກົມໃຫຍ່ພະລາທິການ ແລະ ກົມຄຸ້ມຄອງສໍາມະໂນຄົວ-ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການໃນການປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ບັນດາກະຊວງ, ສໍານັກງານ, ອົງການຈັດຕັ້ງ, ແຂວງ, ນະຄອນ ແລະ ພາກສ່ວນກ່ຽວຂ້ອງ ເມື່ອໄດ້ຮັບແຈ້ງການສະບັບນີ້ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

  1. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ
ດຣ. ທອງບັນ ແສງອາພອນ

# ຫົວຂໍ້ ດາວໂຫຼດ
1 Notification on Importation of Guns and Bullets for Sports No. 799/MPS PDF
2 ແຈ້ງການ ກ່ຽວກັບ ການນໍາເຂົ້າ ປືນ ແລະ ລູກປືນ ສໍາລັບ ການກິລາ ເລກທີ 799/ປກສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ ຂໍອະນຸຍາດນຳເຂົ້າ: ປືນກິລາ ຕ້ອງມີໃບອະນຸຍາດ ກະຊວງ ປ້ອງກັນຄວາມສະຫງົບ ການນຳເຂົ້າປືນ ແລະ ລູກປືນ ສຳ​ລັບ​ໃຊ້ໃນ​ການຝຶກຊ້ອມ ແລະ ແຂ່ງ​​ຂັນກິລາ ແມ່ນຕ້ອງໄດ້ຂໍອະນຸຍາດຈາກ ກະຊວງປ້ອງກັນຄວາມສະຫງົບ ແຈ້ງການ ກ່ຽວກັບ ການນໍາເຂົ້າ ປືນ ແລະ ລູກປືນ ສໍາລັບ ການກິລາ ເລກທີ 799/ປກສ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.