ສປປ ລາວ ເປັນປະເທດໜຶ່ງທີ່ທໍາການຜະລິດມັນຕົ້ນປ້ອນໂຮງງານອຸດສາຫະກໍາ ຊຶ່ງກໍາລັງເກີດຂຶ້ນຢ່າງກວ້າງຂວາງ ໃນທົ່ວປະເທດ ໂດຍໄດ້ນໍາເຂົ້າທ່ອນພັນຈາກປະເທດໄທ, ຫວຽດນາມ ແລະ ຈີນ ຫຼາຍຮ້ອຍໂຕນໃນແຕ່ລະປີ ຊຶ່ງເຮັດໃຫ້ມີຄວາມສ່ຽງໃນການຕິດແປດຂອງເພ້ຍແປ້ງ, ແມງໄມ້ສັດຕູພືດ ທີ່ເປັນອັນຕະລາຍຮ້າຍແຮງເຂົ້າມາໃນປະເທດ. ດັ່ງນັ້ນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນຕໍ່ປະກົດການດັ່ງກ່າວ ມັນຈຶ່ງມີຄວາມຈໍາເປັນຕ້ອງສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນມາ ແລະ ລັກສະນະທາງຊີວະວິທະຍາຂອງເພ້ຍແປ້ງມັນຕົ້ນ ແລະ ມີມາດຕະການຄວບຄຸມ ເລີ່ມຈາກຕົ້ນເຫດເສັ້ນທາງການຕິດແປດ ໄປຈົນເຖິງການຈັດການລະບົບການຜະລິດ ແລະ ການເຝົ້າລະວັງຢ່າງເຂັ້ມງວດ ເພື່ອຄວບຄຸມໃຫ້ທັນກັບສະພາບຕົວຈິງ ບໍ່ໃຫ້ແຜ່ລາມເຂົ້າມາ ແລະ ແຜ່ລະບາດອອກຢ່າງກວ້າງຂວາງພາຍໃນປະເທດ ຊຶ່ງຈະສ້າງຄວາມເສັຍຫາຍຕໍ່ເສດຖະກິດຂອງຊາດ, ຊັບສິນ ແລະ ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວເຮົາ. ໂດຍມອບໃຫ້ຂະແໜງປູກຝັງແຂວງ ແລະ ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບຫ້ອງການສົ່ງເສີມກະສິກໍາ ແລະ ປ່າໄມ້ເມືອງ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮີບປຸກລະດົມປະຊາຊົນບັນດາເຜົ່າ ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ບົວລະບັດຮັກສາສວນປູກມັນຕົ້ນຂອງຕົນ ຫຼາຍຂຶ້ນກວ່າເກົ່າ. ພ້ອມທັງໄດ້ແນະນໍາບາງມາດຕະການດ້ານວິຊາການຄື:

  1. ຄວາມຮູ້ເບື້ອງຕົ້ນກ່ຽວກັບເພ້ຍແປ້ງມັນຕົ້ນ;
  2. ມາດຕະການຄຸ້ມຄອງການສະໜອງແນວພັນ;
  3. ມາດຕະການປະຕິບັດຢູ່ສວນປູກມັນຕົ້ນ ເພື່ອຫຼຸດຜ່ອນການທໍາລາຍຂອງເພ້ຍແປ້ງ; ແລະ
  4. ການຕິດຕາມ, ເຝົ້າລະວັງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ;
# ຫົວຂໍ້ ດາວໂຫຼດ
1 Technical Instruction by the Ministry of Agriculture and Forestry on preventive measures and eradication of the cassava pest. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.