ໃນໄລຍະຜ່ານມາ ສປປ ລາວໄດ້ນຳໃຊ້ໃບຢັ້ງຢືນສຸຂານາໄມພືດ ຕາມລະບົບຖານຂໍ້ມູນການອອກໃບຢັ້ງຢືນສຸຂານາໄມພືດແຫ່ງຊາດ ມາແຕ່ປີ 2004, ເພື່ອເປັນຮັບປະກັນ ແລະ ຈັດຕັ້ງການປະກອບສ່ວນ ເຂົ້າໃນມາດຕະການ ສະກັດກັ້ນ ການແຜ່ລະບາດ ຂອງສັດຕູພືດ ຈາກສປປ ລາວ ສູ່ພາຍນອກ, ແລະ ຈາກພາຍນອກເຂົ້າມາໃນ ສປປ ລາວ, ພ້ອມທັງປັບປຸງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງສົນທິສັນຍາປ້ອງກັນພືດສາກົນ ຮັບປະກັນໃຫ້ການອອກໃບຢັ້ງຢືນສຸຂານາໄມແບບໃໝ່ ຂອງ ສປປ ລາວ ຖືກນຳໃຊ້ຢ່າງເປັນເອກະພາບ ໃນຂອບເຂດທົ່່ວປະເທດ. ແບບຟອມໃບຢັ້ງຢືນສຸຂານາໄມພືດແບບ ໃໝ່ດັ່ງກ່າວນີ້ ມີກາປະທັບດຽວ ແລະ ນຳໃຊ້ ເປັນເອກະພາບໃນທົ່ວປະເທດ, ໂດຍຈະເລີ່ມນຳໃຊ້ນັບແຕ່ວັນທີ 18 ເມສາ 2013 ເປັນຕົ້ນໄປ;

ທ່ານສາມາດດາວໂຫລດຄຳສັ່ງກ່ຽວກັບການອອກໃບຢັ້ງຢືນສຸຂານາໄມພືດ ສະບັບເລກທີ 0837/ກປ, ລົງວັນທີ 3 ເມສາ 2013 ໄດ້ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 The Ministry of Agriculture and Forestry issues new Phytosanitary Certificate PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.