ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ 
ມາດຕາ 2. ນິຍາມຄຳສັບຊັບພະຍາກອນທຳມະຊາດທີ່ເປັນຢາ
ມາດຕາ 3. ພັນທະໃນການສົ່ງເສີມ, ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ
ມາດຕາ 4. ຫຼັກການພື້ນຖານກ່ຽວກັບການສົ່ງເສີມການນຳໃຊ້ ການຄຸ້ມຄອງ ການປົກປັກຮັກສາ ແລະ ການປູກລ້ຽງ ຊັບພະຍາກອນທຳມະຊາດທີ່ເປັນຢາ
ມາດຕາ 5. ການພົວພັນ ແລະ ການຮ່ວມມືສາກົນ

ໝວດທີ II - ການຄຸ້ມຄອງ, ການປົກປັກຮັກສາ, ການຂຸດຄົ້ນ ແລະ ການນໍາໃຊ້ຊັບພະຍາກອນ ທຳມະຊາດທີ່ເປັນຢາ

ມາດຕາ 6. ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ
ມາດຕາ 7. ການຈັດປະເພດ ແລະ ຊະນິດຊັບພະຍາກອນທຳມະຊາດທີ່ເປັນຢາ
ມາດຕາ 8. ການຄຸ້ມຄອງ ແລະ ການອະນຸຍາດການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ
ມາດຕາ 9. ພັນທະກ່ຽວກັບການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ

ໝວດທີ III - ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດທີ່ເປັນຢາ

ມາດຕາ 10. ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ

ໝວດທີ IV - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 12. ມາດຕະການຕໍ່ຜູ້ລະເມີດ

ໝວດທີ V - ບົດບັນຍັດສຸດທ້າຍ

ມາດຕາ 13. ການຈັດຕັ້ງປະຕິບັດ
ມາດຕາ 14. ຜົນສັກສິດ

ບັນຊີຊັບພະຍາກອນທຳມະຊາດທີ່ເປັນຢາ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສຳນັກງານນາຍົກລັດຖະມົນຕີ   ເລກທີ 155 /ນຍ

ດຳລັດວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ
(ເພສັດຊັບພະຍາກອນທໍາມະຊາດ)

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 01/95/ສພຊ, ລົງວັນທີ 8 ມີນາ 1995;
  • ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 01/96, ລົງວັນທີ 11 ຕຸລາ 1996;
  • ອີງຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 01/ສພຊ, ລົງວັນທີ 8 ເມສາ 2000;
  • ອີງຕາມ ການສະເໜີຂອງລັດຖະມົນຕີວ່າການກະຊວງສາທາລະນະສຸກ,

ນາຍົກລັດຖະມົນຕີອອກດຳລັດ

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ມີໜ້າທີ່ກໍານົດລະບຽບຫຼັກການ, ບັນດາມາດຕະການ ກ່ຽວກັບການສົ່ງເສີມ, ຄຸ້ມຄອງ, ການຂຸດຄົ້ນ, ການຜະລິດ, ການປູກ, ການລ້ຽງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ເປັນຢາ ເພື່ອປົກປັກຮັກສາ ແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາ, ຄວາມອຸດົມສົມບູນຂອງທຳມະຊາດ ແລະ ຮັບປະກັນການນຳໃຊ້ ຊັບພະຍາກອນທຳມະຊາດທີ່ເປັນຢາໃຫ້ຍືນຍົງ. 

ມາດຕາ 2. ນິຍາມຄຳສັບຊັບພະຍາກອນທຳມະຊາດທີ່ເປັນຢາ
   ຊັບພະຍາກອນທໍາມະຊາດທີ່ເປັນຢາ ແມ່ນເພສັດຊັບພະຍາກອນທໍາມະຊາດ (Materia Medical Pharma-cognosy/matiere medicale) ຫຼື ວັດຖຸໃດໜຶ່ງທີ່ໄດ້ມາຈາກແຫຼ່ງທຳມະຊາດເຊັ່ນ: ພືດ, ສັດ ແລະ ແຮ່ຈ່ານ ທີ່ສາມາດໃຊ້ເປັນວັດຖຸດິບເພື່ອຜະລິດເປັນຢາພື້ນເມືອງ ຫຼື ຢາຫຼວງ. 

ມາດຕາ 3. ພັນທະໃນການສົ່ງເສີມ, ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນ ທຳມະຊາດທີ່ເປັນຢາ
   ອົງການຈັດຕັ້ງທຸກຂັ້ນຂອງລັດທີ່ກ່ຽວຂ້ອງ ມີໜ້າທີ່ຊີ້ນໍາ, ນໍາພາ, ຄຸ້ມຄອງ, ສົ່ງເສີມການປົກປັກຮັກສາ ຊັບພະຍາກອນທຳມະຊາດທີ່ເປັນຢາ, ການປູກຕົ້ນໄມ້ເປັນຢາ ແລະ ການລ້ຽງສັດທີ່ເປັນຢາ ດ້ວຍການເຜີຍ ແຜ່ຂໍ້ມູນຂ່າວສານ, ສຶກສາອົບຮົມໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນ, ຄຸນຄ່າຂອງຊັບພະຍາກອນທຳມະຊາດ ທີ່ເປັນຢາ ໃນການຮັກສາສຸຂະພາບຂອງປະຊາຊົນ ແລະ ການພັດທະນາເສດຖະກິດຂອງຊາດ ແລະ ຜົນປະໂຫຍດທີ່ພົນລະເມືອງຈະໄດ້ຮັບຈາກການເອົາໃຈໃສ່ອະນຸລັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະ ຊາດທີ່ເປັນຢາ.
   ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ໄດ້ຮັບອະນຸຍາດດໍາເນີນ ທຸລະກິດ ແລະ ຜະລິດຢາຈາກ ຊັບພະຍາກອນທຳມະຊາດທີ່ເປັນຢາ ມີພັນທະປົກປັກຮັກສາແຫຼ່ງຊັບພະຍາ ກອນດັ່ງກ່າວ, ມີໜ້າທີ່ປູກ ແລະ ລ້ຽງທົດແທນເພື່ອບໍ່ໃຫ້ມີການບົກແຫ້ງ. 

ມາດຕາ 4. ຫຼັກການພື້ນຖານກ່ຽວກັບການສົ່ງເສີມການນຳໃຊ້ ການຄຸ້ມຄອງ ການປົກປັກຮັກສາ ແລະ ການປູກລ້ຽງ ຊັບພະຍາກອນທຳມະຊາດທີ່ເປັນຢາ
   ຫຼັກການພື້ນຖານກ່ຽວກັບການສົ່ງເສີມ, ການຄຸ້ມຄອງ ແລະ ການປົກປັກຮັກສາຊັບພະຍາກອນທໍາມະ ຊາດທີ່ເປັນຢາມີຄື:

  1. ເອົາການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາເປັນວຽກງານຕົ້ນຕໍ, ເອົາ ວຽກງານປູກລ້ຽງທົດແທນຄືນເປັນວຽກງານສຳຄັນ;
  2. ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ ທີ່ຕິດພັນກັບການສຶກສາຄົ້ນຄວ້າ, ການຜະລິດຢາພື້ນ ເມືອງ ແລະ ຢາຫຼວງຕ້ອງມີແຜນການຄຸ້ມຄອງ ແລະ ປົກປັກຮັກສາ;
  3. ບຸກຄົນ, ອົງການຈັດຕັ້ງຢູ່ໃນ ສປປລາວ ແລະ ພາກສ່ວນນຳໃຊ້ທີ່ໄດ້ຮັບຜົນປະໂຫຍດ ມີໜ້າທີ່ປົກປັກຮັກສາ ແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາຂອງຊາດ;
  4. ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ກໍ່ຄວາມເສຍຫາຍຕໍ່ຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ແຫຼ່ງເພສັດຊັບພະຍາກອນຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ;
  5. ຕ້ອງນຳໃຊ້ຊັບພະຍາກອນທຳມະຊາດທີ່ເປັນຢາຢ່າງມີແຜນການ ແລະ ມີປະສິດທິຜົນເພື່ອການພັດທະ ນາຊີວະນາໆພັນແບບຍືນຍົງ. 

ມາດຕາ 5. ການພົວພັນ ແລະ ການຮ່ວມມືສາກົນ
   ລັດສົ່ງເສີມການພົວພັນ ແລະ ການຮ່ວມມືສາກົນ ເພື່ອການລົງທຶນ, ແລກປ່ຽນບົດຮຽນ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລັດໃນການຈັດຕັ້ງປະຕິບັດ ການປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ. 

ໝວດທີ II
ການຄຸ້ມຄອງ, ການປົກປັກຮັກສາ, ການຂຸດຄົ້ນ 
ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ເປັນຢາ

ມາດຕາ 6. ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ
   ການຂຸດຄົ້ນ, ເກັບກູ້ເພສັດຊັບພະຍາກອນທໍາມະຊາດທີ່ເປັນຢາຕ້ອງມີວິທີການ ແລະ ນໍາໃຊ້
ເຕັກນິກທີ່ເໝາະສົມພ້ອມທັງຖືກລະດູການ ຊຶ່ງມີຜົນກະທົບໜ້ອຍທີ່ສຸດຕໍ່ການຂະຫຍາຍພັນຂອງພືດ ແລະ ສັດເພື່ອການຍືນຍົງຄົງຕົວຂອງແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາ. 

ມາດຕາ 7. ການຈັດປະເພດ ແລະ ຊະນິດຊັບພະຍາກອນທຳມະຊາດທີ່ເປັນຢາ
   ຊັບພະຍາກອນທໍາມະຊາດທີ່ເປັນຢາ ຖືກຈັດປະເພດ ແລະ ຊະນິດດັ່ງຕໍ່ໄປນີ້:

  1. ພືດ, ສັດ ແລະ ແຮ່ຈ່ານທີ່ເປັນຢາຊຶ່ງຫາໄດ້ຍາກໃນທຳມະຊາດ ແລະ ມີທ່າອ່ຽງຈະສູນພັນໄດ້ກຳນົດໄວ້ໃນບັນຊີໝວດທີ I;
  2. ພືດ, ສັດ ແລະ ແຮ່ຈ່ານທີ່ເປັນຢາຊຶ່ງເປັນທ່າແຮງທາງດ້ານເສດຖະກິດ, ສາມາດຜະລິດເປັນສິນ ຄ້າຮັບໃຊ້ ພາຍໃນ ແລະ ເຮັດຂາອອກໄດ້ກຳນົດໃນບັນຊີໝວດທີ II;
  3. ພືດ, ສັດ ແລະ ແຮ່ຈ່ານທີ່ເປັນຢາຊຶ່ງມີລັກສະນະແຜ່ຫຼາຍໃນທຳມະຊາດ ໄດ້ກຳນົດໄວ້ໃນໝວດທີ III. 

ມາດຕາ 8. ການຄຸ້ມຄອງ ແລະ ການອະນຸຍາດ ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ
   ບຸກຄົນ ຫຼື ການຈັດຕັ້ງທີ່ດໍາເນີນການຂຸດຄົ້ນ, ການລ່າສັດທີ່ເປັນຢາ, ການຂົນສົ່ງ, ການເກັບຮັກສາ, ການປຸງແຕ່ງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ເປັນຢາຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວ ຂ້ອງ ແລະ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍປ່າໄມ້, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ:

  1. ການເກັບກູ້, ການຂຸດຄົ້ນພືດພັນ ແລະ ການລ່າສັດທີ່ເປັນຢາ ຊຶ່ງໄດ້ກຳນົດໄວ້ໃນບັນຊີໝວດທີ I ຕ້ອງ ໄດ້ຮັບອະນຸຍາດ ຈາກກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  2. ການເກັບກູ້, ການຂຸດຄົ້ນພືດພັນ ແລະ ການລ່າສັດທີ່ເປັນຢາ ຊຶ່ງໄດ້ກຳນົດໄວ້ໃນບັນຊີໝວດທີ II ຕ້ອງໄດ້ສ້າງແຜນການເກັບກູ້ ແລະ ປູກລ້ຽງແທນ ຊຶ່ງແຜນການດັ່ງກ່າວຕ້ອງໄດ້ຮັບອະນຸມັດ ຈາກກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  3. ການເກັບກູ້, ການຂຸດຄົ້ນພືດພັນ ແລະ ສັດທີ່ເປັນຢາ ໄດ້ກຳນົດໄວ້ໃນບັນຊີໝວດທີ III ຕ້ອງປະຕິບັດຕາມຫຼັກການ ແລະ ລະບຽບການທີ່ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງວາງອອກ;
  4. ທຸກການນຳເຂົ້າ ແລະ ສົ່ງອອກຊະນິດແນວພັນພືດ, ສັດ, ແມງໄມ້, ຈຸລິນຊີ ແລະ ແຮ່ຈ່ານທີ່ເປັນຢາຕ່າງໆ ຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງເພສັດຊັບພະຍາກອນ ຢ່າງເຂັ້ມງວດ. ທຸກໆຊະນິດຢາທີ່ຈະສົ່ງອອກຕ້ອງມີການປູກລ້ຽງທົດແທນ, ຖ້າວ່າບໍ່ມີການປູກລ້ຽງທົດແທນຈະບໍ່ອະນຸຍາດໃຫ້ສົ່ງອອກ;
  5. ລັດສົ່ງເສີມປະຊາຊົນບັນດາເຜົ່າລົງທຶນໃນການປູກພືດ ແລະ ລ້ຽງສັດທີ່ເປັນຢາເພື່ອເປັນເສດຖະກິດສິນ ຄ້າພາຍໃນ ຫຼື ສົ່ງອອກ ແລະ ເປັນອາຊີບທົດແທນການປູກຝິ່ນ ແລະ ຢຸດຕິການຖາງປ່າເຮັດໄຮ່;
  6. ລັດສະຫງວນລິຂະສິດຕໍ່ທຸກໆຊະນິດຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ພູມປັນຍາດັ້ງເດີມຂອງຊາດ, ນັບທັງຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດ ຕໍ່ເປົ້າໝາຍດັ່ງກ່າວທັງຢູ່ພາຍໃນ ແລະ ຕ່າງປະເທດ. 

ມາດຕາ 9. ພັນທະກ່ຽວກັບການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ
   ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດຂຸດຄົ້ນ ຫຼື ເກັບກູ້ພືດພັນ ແລະ ລ່າສັດທີ່ເປັນຢາ ເພື່ອນໍາໃຊ້ເຂົ້າໃນການຜະລິດ ແລະ ຈໍາໜ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດຕ້ອງປະຕິບັດພັນທະຕາມການຕົກລົງຂອງອົງການທີ່ອອກອະນຸຍາດເພື່ອປະກອບສ່ວນເຂົ້າໃນການບູລະນະ ແລະ ຟື້ນຟູລະບົບນິເວດວິທະຍາ. 

ໝວດທີ III

ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ

ມາດຕາ 10. ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ
   ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດທີ່ເປັນຢາປະກອບດ້ວຍອົງການຄຸ້ມ ຄອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ:

   ກ. ອົງການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນຢາມະຫາພາກຂັ້ນສູນກາງ ແມ່ນກະຊວງສາທາລະນະສຸກ ຊຶ່ງມີໜ້າທີ່:

  1. ວາງລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຂຸດຄົ້ນ, ການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ;
  2. ກວດກາການຂຸດຄົ້ນ ແລະ ການໃຊ້ແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາ;
  3. ຊີ້ນຳການສຳຫຼວດແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາ ເພື່ອດັດແປງ ຫຼື ເພີ່ມເຕີມລາຍຊື່ຊັບພະຍາ ກອນທີ່ເປັນຢາທີ່ຕ້ອງຈົດເຂົ້າໃນບັນຊີອະນຸລັກ ແລະ ປົກປັກຮັກສາແຫຼ່ງດັ່ງກ່າວ;
  4. ຈັດຕັ້ງການຄົ້ນຄວ້າວິທະຍາສາດຢ່າງຕໍ່ເນື່ອງ, ຊອກຄົ້ນຫາທາດທີ່ເປັນຢາ ເພື່ອພັດທະນາການນຳໃຊ້ ແລະ ປຸງແຕ່ງເປັນຢາປົວພະຍາດ;
  5. ໃຫ້ຄຳເຫັນແກ່ອົງການທີ່ມີສິດໜ້າທີ່ຕົກລົງ ກ່ຽວກັບການລົງທຶນໃນການຂຸດຄົ້ນ, ຄຸ້ມຄອງຊັບພະຍາ ກອນທຳມະຊາດທີ່ເປັນຢາ;
  6. ພົວພັນຮ່ວມມືສາກົນໃນວຽກງານຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາເພສັດຊັບພະຍາກອນທຳມະ ຊາດ;
  7. ພົວພັນປະສານສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ໃນການຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ, ພົວພັນປະສານສົມທົບກັບ ກະຊວງການເງິນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງການສົ່ງອອກຊັບພະຍາກອນ ທີ່ເປັນຢາປະເພດຫວງຫ້າມ, ຮີບຮ້ອນສະກັດກັ້ນການສົ່ງອອກທີ່ຜິດກົດໝາຍ;
  8. ປະຕິບັດໜ້າທີ່ອື່ນໆທີ່ລັດຖະບານມອບໝາຍໃຫ້.

   ຂ. ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດທີ່ເປັນຢາຂັ້ນທ້ອງຖິ່ນ ແມ່ນພະແນກ ສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ເຂດພິເສດຊຶ່ງມີສິດຕົກລົງຕາມນະໂຍບາຍ, ມີໜ້າທີ່:

  1. ກຳນົດ ແລະ ຈັດປະເພດ ແລະ ຊະນິດຊັບພະຍາກອນທຳມະຊາດທີ່ເປັນຢາທີ່ຫາໄດ້ຍາກ, ມີຄຸນຄ່າ ທາງດ້ານເສດຖະກິດ ແລະ ແຜ່ຫຼາຍເພື່ອປົກປັກຮັກສາ, ພັດທະນາ ແລະ ຂະຫຍາຍແນວພັນ ຊັບພະຍາກອນທຳມະຊາດທີ່ເປັນຢາ;
  2. ຄຸ້ມຄອງການຂຸດຄົ້ນ, ການນຳໃຊ້ ແລະ ການອະນຸລັກແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາ ໃນຂອບເຂດທ້ອງຖິ່ນຂອງຕົນ;
  3. ດໍາເນີນການສຳຫຼວດ ແລະ ຂຶ້ນບັນຊີແຫຼ່ງຊັບພະຍາກອນທຳມະຊາດທີ່ເປັນຢາ, ໂດຍສະເພາະຕົ້ນໄມ້ທີ່ເປັນຢາ ຊຶ່ງມີຢູ່ໃນທ້ອງຖິ່ນຂອງຕົນ ແລະ ເອົາໃຈໃສ່ກ່ຽວກັບຕົ້ນຢາທີ່ມີໜ້ອຍ, ມີທ່າອ່ຽງທີ່ຈະສູນພັນ ຫຼື ມີການເກັບກູ້ເປັນຈຳນວນຫຼາຍ ເພື່ອສະເໜີຈັດເພີ່ມເຂົ້າໃນບັນຊີຂອງຕົ້ນຢາທີ່ຈະຕ້ອງອະນຸລັກຮັກສາ;
  4. ຈັດຕັ້ງປະຕິບັດລະບຽບການ ແລະ ມາດຕະການທີ່ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາຂັ້ນສູນກາງວາງອອກ;
  5. ໃຫ້ຄຳເຫັນແກ່ອຳນາດການປົກຄອງແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດໃນວຽກງານຄຸ້ມຄອງ, ຂຸດຄົ້ນ, ສຳຫຼວດ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ;
  6. ປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ເຂດພິເສດໃນການເຄື່ອນ ໄຫວວຽກງານຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ;
  7. ລາຍງານກ່ຽວກັບການຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາໃຫ້ອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາຂັ້ນສູນກາງຢ່າງເປັນປົກກະຕິ;
  8. ປະຕິບັດໜ້າທີ່ອື່ນໆທີ່ໄດ້ຮັບມອບໝາຍ. 

ໝວດທີ IV
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກຮັກສາແຫຼ່ງຊັບພະຍາກອນທໍາມະຊາດທີ່ເປັນຢາຈະໄດ້ຮັບການຍ້ອງຍໍ ຫລື ປະຕິບັດນະໂຍບາຍຕ່າງໆຕາມຄວາມເໝາະສົມ. 

ມາດຕາ 12. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ ຫລື ການຈັດຕັ້ງໃດທີ່ໄດ້ລະເມີດດໍາລັດສະບັບນີ້ ຈະຖືກສຶກສາອົບຮົມ, ປັບໃໝ ຫລື ດໍາເນີນ ຄະດີຕາມກົດໝາຍອີງຕາມກໍລະນີໜັກ ຫຼື ເບົາ, ລວມທັງການໃຊ້ແທນຄ່າເສຍຫາຍທີ່ເກີດຈາກການລະເມີດນັ້ນ. 

ໝວດທີ V
ບົດບັນຍັດສຸດທ້າຍ

ມາດຕາ 13. ການຈັດຕັ້ງປະຕິບັດ
   ມອບໃຫ້ກະຊວງສາທາລະນະສຸກ, ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ ດຳລັດສະບັບນີ້ຢ່າງເຂັ້ມງວດ. 

ມາດຕາ 14. ຜົນສັກສິດ
   ດໍາລັດວ່າດ້ວຍຊັບພະຍາກອນທໍາມະຊາດທີ່ເປັນຢາ ສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂໍ້ກໍານົດ, ບົດບັນຍັດ ແລະ ລະບຽບການທີ່ຂັດກັບດໍາລັດສະບັບນີ້ລ້ວນແຕ່ຖືກຍົກເລີກ.

ນະຄອນຫຼວງວຽງຈັນ, ວັນທີ 30.09.2003
ນາຍົກລັດຖະມົນຕີແຫ່ງ ສ.ປ.ປ. ລາວ

ບຸນຍັງ ວໍລະຈິດ


ບັນຊີຊັບພະຍາກອນທຳມະຊາດທີ່ເປັນຢາ

/ດ

ຊື່ລາວ

ຊື່ວິທະຍາສາດ ແລະ ສະກຸນ

ໜວດI

ໝວດII

ໝວດIII

ສ່ວນໃຊ້ເຮັດຢາ

 

ສັດລ້ຽງລູກດ້ວຍນໍ້ານົມ

 

 

 

 

 

1

ງົວບາ

Bos sauveli

+

 

 

ເຂົາ, ກະດູກ

2

ຊ້າງ

Elephas maximus

+

 

 

ກະດູກ, ຫຼັງ

3

ຄວາຍປ່າ

Bubalus bubalis

+

 

 

ເຂົາ

4

ງົວປ່າ

Bos javanicus

+

 

 

ບີ,ເຂົາ

5

ເມີຍ

Bos gaurus

+

 

 

ບີ,ເລັບ,ແຂ້ວ

6

ເໝືອຍ

Helarctors malayanus

+

 

 

ບີ,ເລັບ,ແຂ້ວ

7

ໝີດຳ

Selenarctos thibetanus

+

 

 

ບີ,ເລັບ,ແຂ້ວ

8

ໂອງ, ມັງ

Cervus eldi

+

 

 

ເຂົາ

9

ເຍືອງຜາ

Nemorhedus caudatus

+

 

 

ເລື້ອດ,ເຂົາ,ກະດູກ,ບີ

10

ຂາແດງ

Pygathix nemaeue

+

 

 

ໂພ່ນ

11

ທະນີທຸກຊະນິດ

Hylobates sp

+

 

 

ໂພ່ນ, ກະດູກ

12

ຄ່າງ (ໂຄງ)

Presby+tes franciosis

 

 

 

ໂພ່ນ, ກະດູກ

13

ຕະລຸງ

Presbytes cristatus

+

 

 

ໂພ່ນ, ກະດູກ

14

ຟານດົງ

Megamuntiacus vuquangensis

+

 

 

ເຂົາ

15

ໝາປ່າ

Cuon alpinus

+

 

 

ແຂ້ວ,ບີ

16

ກະທິງ

Rhinoceros ulsicornis

+

 

 

ເຂົາ,ກະດູກ,ບີ

17

ກວາງ

Cervus unicolor

+

 

 

ເຂົາ

18

ໄກ້

Tragulus javanicus

+

 

 

ເຂົາ

19

ໝູປ່າ

 

 

+

 

ກະດູກ,ແຂ້ວ,ຄາງກະໄຕ

20

ລີງ

Macaca sp

 

+

 

ໂພ່ນ, ສະໝອງ

21

ລີງລົມ

Nicticebus coucang

 

+

 

ໜັງ,ຂົນ

22

ເຍືອງ

Capricornis sumatrensis

+

 

 

ນໍ້າມັນ, ເຂົາ

23

ໝາລືງ

Melogale personata

 

+

 

ນໍ້າມັນ

24

ໝູລືງ

Arctonyx collaris

 

+

 

ນໍ້າມັນ

25

ສິງ

Panthera leo

+

 

 

ບີ,ກະດູກ,ແຂ້ວ

26

ເສືອລາຍເມກ

Neofelis nebalosa

+

 

 

ໝົດໂຕ

27

ເສືອໄຟ

Felis temmincki

+

 

 

ໝົດໂຕ

28

ເສືອປ່າ

Felis viverrina

+

 

 

ໝົດໂຕ

29

ເສືອໂຄ່ງ

Pnthera tigris L

+

 

 

ໝົດໂຕ

30

ເສືອດາວ

Panthera pardus

+

 

 

ຂົນ,ແຂ້ວ,ເລັບ

31

ແຮດ

Rhinoceros unicornis L

+

 

 

ໝົດໂຕ

 

ສັດປີກ

 

 

 

 

 

1

ໄກ່ປ່າ

Gallus gallus

 

+

 

ເດືອຍ

2

ໄກ່ຂວາ

Lophura nycthemera

+

 

 

ເດືອຍ

3

ໄກ່ດຳ

 

 

+

 

ໝົດໂຕ

4

ກາດຳ

 

 

+

 

ກະດູກ,ໝົດໂຕ

5

ນົກຍຸງ

Pavo muticus

+

 

 

ຂົນ, ບີ, ກະດູກ

6

ນົກຫົງ

Pelecanus philipensis

+

 

 

ຂົນ, ສົບ

7

ນົກສາລິກາ

Gracula religioss

+

 

 

ບີ,ກະດູກ

8

ນົກເປັດກ່າປີກຂາວ

Cairina scutulata

+

 

 

ນໍ້າມັນ

9

ນົກແອ່ນ

 

 

+

 

ຮັງ

10

ນົກກອງກອດ

Polyplectron bicalearatum

+

 

 

ສົບ,ເດືອຍ

11

ນົກກາຮີງ

 

 

+

 

ໝົດໂຕ

12

ນົກກົກ

Buceros bicornis

+

 

 

ສົບ

13

ນົກກາໄຊ

 

 

+

 

ໝົດໂຕ

14

ເຜີ້ງ

 

 

 

+

ນໍ້າ,ຮັງ

15

ເຈຍ

 

 

 

+

ຂີ້ເຈຍ

16

ຕໍ່

 

 

 

+

ຮັງ

17

ຂີ້ສູດ

 

 

 

+

ຮັງ

18

ແຮ້ງ

Sarcogyps calvas

 

+

 

ກະດູກ

19

ແຫຼວ

Fam:Accipitridac

 

+

 

ກະດູກ,ເລັບ,ສົບ

20

ຮຸ້ງ

 

+

 

 

ກະດູກ,ເລັບ,ສົບ

 

ສັດເລືອຄານ

 

 

 

 

 

1

ແຂ້

Crocodylus siamensis

+

 

 

ແຂ້ວ,ບີ

2

ເຕົ່າ

Chinemys reevesii

 

+

 

ກະດູກ,ອອງ,ເອີກ

3

ງູເຫຼືອມ

Python reticulatus

+

 

 

ປ້ອງຄໍ,ດູກ,ບີ

4

ງູຫລາມ

Python molurus

+

 

 

ປ້ອງຄໍ,ກະດູກ,ບີ

5

ງູຈົງອາງ

Ophiophgus hannah

+

 

 

ໝົດໂຕ

6

ງູເຫົ່າ

 

+

 

 

ໝົດໂຕ

7

ເໝັ້ນ

Hystrix hodgsoni

+

 

 

ໂພ່ນ,ບີ,ກະດູກ

8

ລິ່ນ

Manis pentadactyla

+

 

 

ເກັດ

9

ບ່າງລົ້ວ

Hylopetes lepidus

 

+

 

ກະດູກ,ໂພ່ນ

10

ກັບແກ້

Gekko gekko L

 

 

+

ໝົດໂຕ

11

ແລນ

Vanarus salvator

 

+

 

ນໍ້າມັນ

12

ຈອນຟອນ

 

 

+

 

ກະດູກ,ແຂ້ວ

13

ອົ້ນ

Rhizomys sp

 

+

 

ເລື້ອດ

14

ຫງອນ

 

 

+

 

ໂພ່ນ,ຂົນ,ກະດູກ

15

ກະທ້າງ

Calotes sp

 

+

 

ດູກ, ຄາງກະໄຕ

 

ປາ

 

 

 

 

 

1

ປາຂ່າ

Orcaella brevirostris

+

 

 

ບີ, ນໍ້າມັນ

2

ປາຝາ

Carapax amydae

 

+

 

ບີ,ກະດູກ,ເອີກ,ອອງ

3

ປາຝາໄລ

Himantura chaophraya

 

+

 

ໄລ,ບີ

4

ຫອນເງືອກ(ປະກາລັງ)

 

 

+

 

ຫອນ

5

ປາບຶກ

Pagasianodom gigas Chevey

 

+

 

ບີ, ນໍ້າມັນ ,ກະດູກ

6

ປາໝູໝາດ

 

 

+

 

ບີ, ນໍ້າມັນ ,ກະດູກ

7

ປາແຂ້

 

 

+

 

ບີ, ນໍ້າມັນ ,ກະດູກ

8

ປາຄໍ່

 

 

 

+

ບີ

9

ປາຄໍ່ກັ້ງ

 

 

+

 

ໝົດໂຕ

10

ປາກວານ

 

 

+

 

ບີ, ກະດູກ

11

ປາຊວຍ

 

 

+

 

ນໍ້າມັນ

 

ພືດ

 

 

 

 

 

1

ກູດຕີນຮຸ້ງ

Boerhaavia repens L.C36

+

 

 

ຮາກ

2

ກົງສະເດັນ

Croton sp

 

+

 

ໝົດຕົ້ນ

3

ເກດສະໜາ

Aquilaria agallocha Pierre

+

 

 

ໝົດຕົ້ນ

4

ເກື້ອມ

Canarium kerrii CRAIB A

 

 

+

ໝາກ,ຢາງ

5

ແກ້ວຮາກຫອມ

Alyxia divaricataPIT

 

 

+

ຮາກ

6

ກອກດ່ອນ

Spondias sp

 

 

+

ເປືອກ

7

ກອຍ

Dioscorea hispida Venn

 

 

+

ຫົວ

8

ກະຊາຍ (ຫວ້ານ)

Boesenbergia rotunda (L.) Mansf

 

 

+

ຫົວ

9

ເກືອ

Diospyros mollis Griff

 

+

 

ຫມາກ

10

ກະທື (ຫວ້າ )

Zingiber zerumbet (Linn.) Smith

 

 

+

ຫົວ

11

ຂົມລະຫວານຈໍ້

Evodia lepta (Spreng) Merr

+

 

 

ຫມົດຕົ້ນ

12

ຂີ້ຫມີ້ນຕົ້ນ

Careya herbacea Roxb

 

+

 

ລຳຕົ້ນ

13

ຂີງແຄງປາກັ້ງ

Homalomena aromatica Schott

 

 

+

ເຫງົ້າຫົວ

14

ເຂົາຮໍ (ເຄືອ)

Tinospora crispa MIERS

 

 

+

ເຄືອ

15

ຂະຍອມພູ

Rauwolfia serpentina Benth

 

 

+

ຮາກ

16

ຂະຍອມພູ

R. verticillata (Lour.) Baill

 

 

+

ຮາກ

17

ຂີງຜາ

Zingiber sp

 

 

+

ຫົວ

18

ເຂົ້າຫລາມດົງ

Goniothalamus saigonensis P

 

 

+

ລຳຕົ້ນ

19

ແຄ່ຫອມ

Cinnamomum zeylanicum Nees

 

+

 

ເປືອກ,ໃບ

20

ແຄ່ຫມູ່

Cinnamomum obtusifolium Nees

 

 

+

ເປືອກ,ໃບ

21

ແຄ່ເຜັດ

Cinnamomum sp

 

 

+

ເປືອກ,ໃບ

22

ເຄັງ (ໄມ້)

Dialium cochinchinense P

 

 

+

ລຳຕົ້ນ

23

ຈີ່ນາຍກ້ອມ

Adenosma capitatum Benth

 

 

+

ໃບ,ລຳ

24

ຈັນຈູມ

Amomum aromaticum Roxb

 

 

+

ໝາກ

25

ຈັນໄດ

Dracaena cambodiana P

 

 

+

ແກນ

26

ຈອງບາ

Sterculia lychnophora HANCE

 

 

+

ໝາກ

27

ຈັນບາ

Illicium verum Hook. F

 

+

 

ລຳຕົ້ນ,ດອກ,ໝາກ

28

ຈັນແດງ

Pterocarpus indicus L

 

+

 

ແກນຕົ້ນ

29

ສົ້ມມໍ

Terminalia chebula Retz

 

 

+

ໝາກ

30

ແສງເບື່ອ

Strychnos nux vomica L

 

 

+

ແກ່ນ

31

ແສງຄຳຕົ້ນ

Terminalia nigrovenulosa P

 

+

 

ເປືອກຕົ້ນ

32

ສົ້ມຂີ້ມອນ

Embelia ribes Burm

 

 

+

ຫມາກ

33

ໄສ້ໄກ່(ເຄືອ)

Morinda officinalis F.C.

 

 

+

ເຄືອ

34

ສ່ອງຟ້າ

Clausena harmandiana P

 

+

 

ໃບ

35

ສີໄຄຕົ້ນ

Litseea cubeba (Lour.) Pers

 

+

 

ລຳ, ນໍ້າມັກຈາກຕົ້ນ

36

ໄສ້ຊ້າງ

Bauhinia sp

 

+

 

ເຄືອ

37

ສະລີປີ

Piper retrofractum Wall

 

+

 

ຫມາກ,ເຄືອ

38

ຊາງຈິງ

Dendrocalamus strictus Nees

+

 

 

ລຳຕົ້ນ

39

ຊັນຊີ

Zingiber sp.

 

 

+

ຫົວ

40

ຊ້າປ່າ

Helicteres hirsuta Lour

 

 

+

ເປືອກ

41

ຊາຍນອນດຽວ

Pyrrhosia lingua (Thunb.)

 

 

+

ເຫົ້ງາຮາກ

42

ຊິມ (ເຄືອ)

Streptocaulon tomentosum W

 

 

+

ຮາກ,ເຄືອ

43

ຊ້າ

Shorea falcata J.E.

 

 

+

ລຳ,ຮາກ

44

ຊ້າຈວງ

Cinnamomum cassia BL

 

 

+

ເປືອກ,ໃບ

45

ຍາ  (ກົກ)

Styrax tonkinense P

 

 

+

ຢາງ

46

ຢາງບົງ

Nothaphoebe umbelliflora Bl

 

 

+

ເປືອກ

47

ຢິກບໍ່ຖອງ

Eurycoma longifolia Jack

 

 

+

ລຳ,ຮາກ

48

ຍໍປ່າ

Morinda tinctoria Roxb

 

 

+

ລຳ,ໃບ

49

ຍາງ (ຕົ້ນ)

Hopea hainanensis Merr

 

 

+

ເປືອກຕົ້ນ

50

ດອກເຜີ້ງ

Saccolabium albolineatum Teysm

 

 

+

ໝົດຕົ້ນ

51

ແດງດ່ານ (ເຄືອ)

Sargentodoxa cuneata (Oliv) Rehd

 

+

 

ຮາກ,ເຄືອ

52

ດູ່ເລືອດ

Pterocarpus macrocarpus Kurz

+

 

 

ເປືອກຕົ້ນ

53

ຕູມກາແດງ

Strychnos sp

+

 

 

ໝາກ, ແກນຕົ້ນ

54

ຕູມ (ຫມາກ)

Aegle marmelos Corr

 

 

+

ໝາກ

55

ຕ່ອມເງິນ

Stephania rotunda Lour

 

 

+

ຫົວ

56

ຕີນຈຳ

Ardisia silvestris Pit

 

+

 

ຮາກ ,ລຳ

57

ຕີນເປັດ

Alstonia scholaris L

 

 

+

ໝົດຕົ້ນ

58

ຖົ່ມ

Adenia cordifolia (Willd) Hook

 

 

+

ລຳຕົ້ນ

59

ເທົ້າສານ

Rhapis laosensis Becc

 

 

+

ລຳ,ຮາກ

60

ທຽນດຳ

Abronia angusta

 

 

+

ແກ່ນໝາກ,ລຳຕົ້ນ

61

ນົມຜາ

Stalactite/stalacmite

 

 

+

ນົມຕິດຜາ

62

ນໍ້າເຕົ້ານ້ອຍ

Polyalthia suberosa Benth.Hook

 

 

+

ລຳ,ຮາກ

63

ເບເບລິນ

Mahonia nepalensis D C

+

 

 

ຮາກ

64

ບີຄົນ

Brucea sumatrana Roxb

 

 

+

ລຳຕົ້ນ

65

ເປົ້າເລືອດ

Croton robustus Kurz

 

+

 

ລຳ

66

ປະດົງເລືອດ

Dalbergia bariensis P

 

+

 

ເຄືອ

67

ປໍສາ

Broussonetia papyriferaVent

 

 

+

ເປືອກ

68

ຜ່າສາມ

Flacourtia montana Grah

 

 

+

ລຳຕົ້ນ

69

ຝົນແສນຫາ

Stixis scandens Lour

 

+

 

ລຳຕົ້ນ

70

ຝາງແດງ

Caesalpinia sappan Linn

+

 

 

ແກນຕົ້ນ

71

ພັງຄີ

Croton tomentosus Mull

 

 

+

ຮາກ

72

ຟອດຟາວ

Gouania leptostachya D C

 

 

+

ຫມົດເຄືອ

73

ມັນອ້ອນລີງ

Polygonum multiflorum Thunb

 

 

+

ຫົວ

74

ມັນຂາໄກ່

Codonopsis sp

 

 

+

ຫົວ

75

ໄມ້ໂລງເລງ

Fokienia hodginsii (Dunn.)

A. Henry et Thomas

 

 

+

ໝົດຕົ້ນ

76

ມູກໃຫຍ່

Holarrhena antidysenterica Wall

 

 

+

ເປືອກຕົ້ນ

77

ມ່ວງກະສໍ

Mangifera sp

 

+

 

ເປືອກ

78

ມ້ວຍເລືອດ

Gnetum latifolium BL

 

 

+

ເຄືອ

79

ມອນກາ

Caesalpinia rhombifolia J.E

 

+

 

ລຳຕົ້ນ

80

ມຸ້ງກະຕ່າຍ

Oldenlandia capitellata O.Kze

 

+

 

ຫມົດຕົ້ນ

81

ຢານາງແດງ

Limacia sp

 

+

 

ຮາກ,ເຄືອ

82

ຢາຫົວ

Smilax glabra Roxb

 

 

+

ຫົວ

83

ເລັບມືນາງ

Schefflera elliptic Harms

 

 

+

ເປືອກ,ລຳ

84

ເລັບມືນາງໜາມ

Acanthopanax gracilistrylus W.W. Smith

+

 

 

ເປືອກ

85

ເລັບຮຸ້ງ

Celtis sp

 

+

 

ເຄືອ

86

ຫົວສາມສິບ

Stemona tuberosa Lour

 

 

+

ຫົວ

87

ຫວ້ານລາຍ

Anoectochilus formosusHayana

+

 

 

ໝົດຕົ້ນ

88

ໜາດສ້ອຍ

Leonurus heterophyllus Sweet

 

 

+

ໃບ,ລຳ

89

ຫາດມີ້

Artocarpus lakoocha Roxb

 

+

 

ແກນຕົ້ນ

90

ຫມາກແຕກ (ເຄືອ)

Celastrus paniculata Willd

 

+

 

ຮາກ,ເຄືອ

91

ແໜ່ງ

Amomum ovoideum P

 

+

 

ໝາກ,ຮາກ

92

ເໝືອດຄົນ

Scleropyrum wallichianum Arnott

 

 

+

ລຳຕົ້ນ

93

ອຽນດ່ອນ

Osbeckia chinensis L

 

+

 

ຮາກ

94

ອ້ອຍສາມສວນ

Streptocaulon extensum Wight

 

 

+

ເຄືອ

95

ຮີ້ງຂາວ

Taxus sp

 

+

 

ລຳຕົ້ນ

96

ແຮມ (ເຄືອ)

Coscinium usitatum P

 

+

 

ເຄືອ

 

# ຫົວຂໍ້ ດາວໂຫຼດ
1 Decree on Natural resource for medicines (Pharmaceutical Natural resource) No. 155/PM, dated 30 September 2003 PDF
2 ດຳລັດ ວ່າດ້ວຍ ຊັບພະຍາກອນທຳມະຊາດ ທີ່ເປັນຢາ (ເພສັດຊັບພະຍາກອນທຳມະຊາດ) ເລກທີ 155/ນຍ, ລົງວັນທີ 30 ກັນຍາ 2003 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.