ພະແນກເສດຖະກິດ-ການຄ້າລາວ ປະຈຳບາງກອກ, ປະເທດໄທ ແຈ້ງໃຫ້ຊາບກ່ຽວກັບ ການນຳເຂົ້າ ຢາງພາລາເຂົ້າໄປຈຳໜ່າຍ ຫຼື ຈໍລະຈອນໃນໄທ ຈະຕ້ອງໄດ້ຂໍອະນຸຍາດນຳເຂົ້າຕາມລະບຽບການ ນຳກົມວິຊາການ ກະເສດ, ກະຊວງກະເສດ ແລະ ສະຫະກອນຂອງໄທເສຍກ່ອນ, ເນື່ອງຈາກສິນຄ້າປະເພດດັ່ງກ່າວ ເປັນສິນຄ້າ ຄວບຄຸມຂອງໄທ ທີ່ນອນໃນຕະກຸນ Genus: Hevea spp. ນອກນີ້, ຍັງມີລາຍການພືດຕ່າງໆທີ່ຈະຕ້ອງ ໄດ້ຂໍອະນຸຍາດອີກ, ຄລິກທີ່ນີ້ເພື່ອເບິ່ງເອກະສານເພີ່ມເຕີມ

ສຳລັບການສົ່ງອອກສິນຄ້າຢາງພາລາຈາກ ສປປ ລາວ ຜ່ານແດນ ປະເທດໄທ ໄປປະເທດທີສາມ ສາມາດປະຕິບັດ ຕາມການສົ່ງສິນຄ້າຜ່ານແດນ ລະຫວ່າງ ປະເທດລາວ ແລະ ປະເທດໄທ ໂດຍສາມາດດຳເນີນການແຈ້ງພາສີີ ທີ່ດ່ານສາກົນ ແລະ ແຈ້ງເອກະສານປະກອບ ດັ່ງລາຍລະອຽດລຸ່ມນີ້:

1.   ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ

2.   ໃບຢັ້ງຢືນສຸຂານາໄມພືດ

3.   ໃບອີນວອຍ ແລະ ໃບຫຸ້ມຫໍ່

ທ່ານສາມາດອ່ານເອກະສານລາຍລະອຽດໂດຍການດາວໂຫລດຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 Thai Regulation on importing rubber sheet and transit through Thailand for third country destination. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.