ການ​ກະທຳ​ຜິດ, ການ​ປັບ​ໄໝ ​ແລະ ການ​ອຸທອນກ່ຽວ​ກັບພາສີ​ອາກອນ



ການ​ກະທຳ​ຜິດ

ການ​ຝ່າຝືນກົດໝາຍ​ວ່າ​ດ້ວຍ​ພາສີ ຫຼື ບັນດາ​ລະບຽບ​ຫຼັກການ​ຕ່າງໆ ​ແມ່ນ​ເປັນຄວາມ​ຜິດ ​ແລະ ອາດ​ຖືກ​ປັບ​ໄໝ ຫຼື ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

ຄວາມ​ຜິດ​ແມ່ນ​ມີ 2 ປະ​ເພດ​ຄື:

  • ການ​ກະທຳ​ຜິດ​ບໍ່​ຮຸນ​ແຮງຊຶ່ງ​ອາດ​ເປັນຄວາມ​ຜິດຂັ້ນໜຶ່ງ, ຂັ້ນສອງ ຫຼື ຂັ້ນສາມ;
  • ການ​ກະທຳ​ຜິດ​ຮຸນ​ແຮງຊຶ່ງ​ອາດ​ເປັນຄວາມ​ຜິດຂັ້ນໜຶ່ງ ຫຼື ຂັ້ນສອງ.

ການ​ກະທຳຜິດ​ບໍ່​ຮຸນ​ແຮງປະກອບ​ດ້ວຍ ການ​ແຈ້ງ​ຂໍ້​ມູນ​ທີ່​ບໍ່​ຖືກຕ້ອງ ​ຫຼື ບໍ່​ສົມບູນ (​ເຊັ່ນ​ວ່າ: ປະລິມານ, ລາຍ​ລະ ອຽດ​ຂອງ​ສິນຄ້າ ​ແລະ​ອື່ນໆ), ກາ​ນ​ແຈ້ງມູນ​ຄ່າ ຫຼື ປະ​ເພດທີ່​ບໍ່​ຖືກຕ້ອງທີ່​ມີ​ຈຸດປະສົງ ​ເພື່ອ​ຫຼີກ​ເວັ້ນບໍ່​ເສັຍພາສີ​ ອາກອນ, ການ​ເກັບ ຫຼື ການ​ດຳ​ເນີນ​ການ ກ່ຽວ​ກັບ​ສິນຄ້າ​ທີ່​ຕ້ອງ​ເສັຍ​ອາກອນ ​ໂດຍ​ບໍ່​ມີ​ເອກະສານ​ດ້ານພາສີທີ່ ​ຖືກຕ້ອງ​ສົມບູນ.

ການ​ກະທຳ​ຜິດ​ຮຸນ​ແຮງ​ແມ່ນ​ກ່ຽວຂ້ອງ​ກັບການ​ສົ່ງ​ອອກ ຫຼື ການ​ນຳ​ເຂົ້າສິນຄ້າ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ໂດຍ​ບໍ່​ໄດ້​ ຮັບ​ອະນຸຍາດທີ່​ຖືກຕ້ອງ​ຈາກ​ພາສີ ຫຼື ອຳນາດ​ການ​ປົກຄອງ​ທີ່​ກ່ຽວຂ້ອງ.

ລາຍ​ລະອຽດ​ຂອງ​ການ​ກະທຳຜິດ​ຕ່າງໆ ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ​ແລະ ການ​ປັບ​ໄໝອັນ​ເນື່ອງ​ມາ​ຈາກ​ການ​ກະທຳ​ຜິດ​ແມ່ນ​ສາມາດ​ເບິ່ງ​ໄດ້​ໃນ ກົດໝາຍ​ວ່າ​ດ້ວຍ​ພາສີ, ພາກ​ທີ XIV, ໝວດ​ທີ 1.

ການ​ອຸທອນ

ບຸກຄົນ​ໃດ​ໜຶ່ງ​ອາດ​ຍື່ນ​ອຸທອນ​ຕໍ່​ກັບ​ຄຳ​ຕັດ​ສີນຂອງ​ພາສີ ທີ່​ຕົນ​ຖື​ວ່າ​ເປັນ​ການ​ປະຕິບັດ​ທີ່​ບໍ່​ຍຸ​ຕິ​ທຳ. ຂັ້ນຕອນ​ ​ແລະ ກົດ​ລະບຽບ​ຕ່າງໆ ກ່ຽວ​ກັບ​ການ​ຍື່ນ​ອຸທອນ ​ແລະ ການ​ໄກ່​ເກ່ຍ ​ແມ່ນ​ໄດ້​ອະທິບາຍ​​ໄວ້​ໃນ ກົດໝາຍ​ວ່າ​ດ້ວຍ​ພາສີ, ພາກ​ທີ X, ໝວດ​ທີ 2.


ສະຫຼຸ​ບການ​ປັບ​ໄໝ 

ຂ້າງ​ລຸ່ມ​ນີ້ແມ່ນ​ບົດ​ສະຫຼຸບ​ການ​ປັບ​ໄໝ ​ເນື່ອງຈາກ​ການ​ກະທຳ​ຜິດ​ໃນ​ຮູບ​ແບບ​ຕ່າງໆ.

ການ​ປັບ​ໄໝ ​ເນື່ອງ​ຈາກ​ການ​ກະທຳ​ຜິດ​ບໍ່​ຮຸນ​ແຮງຂັ້ນໜຶ່ງ

ບຸກຄົນ​ໃດ​ໜຶ່ງທີ່​ໄດ້​ກະທຳ​ຜິດ​ບໍ່​ຮຸນ​ແຮງຂັ້ນໜຶ່ງ ຈະ​ຖືກ​ປັບ​ໄໝຕາມ​ມູນ​ຄ່າ​ຂອງ​ສິນຄ້າ.

ມູນ​ຄ່າ​ສິນຄ້າ​ຕໍ່າ​ກວ່າ 5,000,000 ກີບ

ຜູ້​ກະທຳ​ຜິດ​ຈະ​ໄດ້​ຮັບ​ການ​ຕັກ​ເຕືອນ

ມູນ​ຄ່າ​ສິນຄ້າ​ແຕ່ 5,000,001 ​ເຖິງ 10,000,000 ກີບ

ຜູ້​ກະທຳ​ຜິດ​ຈະ​ຖືກ​ປັບ​ໄໝ 5% ຂອງ​ມູນ​ຄ່າ​ສິນຄ້າ

ມູນ​ຄ່າ​ສິນຄ້າ​ຫຼາຍ​ກວ່າ 10,000,000 ກີບ

ຜູ້​ກະທຳ​ຜິດ​ຈະ​ຖືກ​ປັບ​ໄໝ 10% ຂອງ​ມູນ​ຄ່າ​ສິນຄ້າ

ການ​ປັບ​ໄໝ ​ເນື່ອງ​ຈາກ​ການ​ກະທຳ​ຜິດ​ບໍ່​ຮຸນ​ແຮງຂັ້ນສອງ

ບຸກຄົນ​ໃດ​ໜຶ່ງທີ່​ໄດ້​ກະທຳ​ຜິດ​ບໍ່​ຮຸນ​ແຮງຂັ້ນສອງ ຈະ​ຖື​ວ່າ​ໄດ້​ຫຼົບ​ຫຼີກ​ພາສີ ​ແລະ ຈະ​ຖືກ​ປັບ​ໄໝ​ດັ່ງ​ລຸ່ມ​ນີ້.

ຜູ້​ກະທຳ​ຜິດ​ຈະ​ຕ້ອງ​ຈ່າຍ​ຄ່າ​ພາສີ​ທັງ​ໝົດ ​ແລະ ຈະ​ຖືກ​ປັບ​ໄໝ​ຄື:

30% ຂອງ​ມູນ​ຄ່າ​ສິນຄ້າ

ຖ້າ​ຜູ້​ກະທຳ​ຜິດ ກະ​ທຳ​ຄວາມ​ຜິດ​ເປັນ​ເທື່ອ​ທີ​ສອງ, ຜູ້​ກະທຳ​ຜິດ​ຈະ​ຕ້ອງ​ຈ່າຍ​ຄ່າ​ພາສີ​ທັງ​ໝັດ ​ແລະ ຈະ​ຖືກ​ປັບ​ໄໝ​ຄື:

50% ຂອງ​ມູນ​ຄ່າ​ສິນຄ້າ

ການ​ປັບ​ໄໝ ​ເນື່ອງ​ຈາກ​ການ​ກະທຳ​ຜິດ​ບໍ່​ຮຸນ​ແຮງ ຂັ້ນສາມ

ບຸກຄົນ​ໃດ​ໜຶ່ງທີ່​ໄດ້​ກະທຳ​ຜິດ​ບໍ່​ຮຸນ​ແຮງຂັ້ນສາມ ຈະ​ຖື​ວ່າ​ໄດ້​ຫຼົບ​ຫຼີກ​ພາສີ ​ແລະ ຈະ​ຖືກ​ປັບ​ໄໝ​ດັ່ງ​ລຸ່ມ​ນີ້.

ຜູ້​ກະທຳ​ຜິດ​ຈະ​ຕ້ອງ​ຈ່າຍ​ຄ່າ​ພາສີ​ທັງ​ໝົດ ​ແລະ ຈະ​ຖືກ​ປັບ​ໄໝ​ຄື:

70% ຂອງ​ມູນ​ຄ່າ​ສິນຄ້າ

ຖ້າ​ຜູ້​ກະທຳ​ຜິດ ກະ​ທຳ​ຄວາມ​ຜິດ​ເປັນ​ເທື່ອ​ທີ​ສອງ, ຜູ້​ກະທຳ​ຜິດ​ຈະ​ຕ້ອງ​ຈ່າຍ​ຄ່າ​ພາສີ​ທັງ​ໝັດ ​ແລະ ຈະ​ຖືກ​ປັບ​ໄໝ​ຄື:

100% ຂອງ​ມູນ​ຄ່າ​ສິນຄ້າ

ການ​ປັບ​ໄໝ ​ເນື່ອງ​ຈາກ​ການ​ກະທຳ​ຜິດ​ຮຸນ​ແຮງຂັ້ນໜຶ່ງ

ການ​ກະທຳ​ຜິດ​​ເຫລົ່າ​ນີ້ ​ແມ່ນ​ພົວພັນ​ກັບຄວາມ​ພະຍາຍາມ​ໃນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ຄວບ​ຄຸມໂດຍ​ບໍ່​ໄດ້​ ຮັບ​ການ​ອະນຸຍາດ​ທີ່​ຖືກຕ້ອງ ​ແລະ ຍັງ​ມີ​ຄວາມ​ຜິດ​ບໍ່​ຮຸນ​ແຮງຂັ້ນສາມ ທີ່​ກະທຳ​ຊໍ້າແລ້ວ​ຊ້ຳອີກ. ​​ໃນ​ທຸກໆ​ກໍລະນີ, ສິນຄ້າ​ຈະ​ຖືກ​ຍຶດ​ໄວ້ ​ແລະ ນອກຈາກ​ນັ້ນ​ແລ້ວ ກໍ່​ຈະ​ມີ​ການ​ປັບ​ໄໝ​ດັ່ງ​ລຸ່ມ​ນີ້:

ທຸກໆ​ການ​ກະທຳ​ຜິດຂັ້ນໜຶ່ງ

30% ຂອງ​ມຸນ​ຄ່າ​ສິນຄ້າ

ການ​ປັບ​ໄໝ ​ເນື່ອງ​ຈາກ​ການ​ກະທຳ​ຜິດ​ຮຸນ​ແຮງຂັ້ນສອງ

ການ​ປັບ​ໄໝ​ເຫລົ່າ​ນີ້ຈະ​ນຳ​ໃຊ້​ ສຳລັບບຸກຄົນ​ທີ່​ກະທຳ​ຄວາມ​ຜິດ​ຮຸນ​ແຮ​ງຂັ້ນໜຶ່ງຫຼາຍ​ກວ່າ​ໜຶ່ງ​ຄັ້ງ ພ້ອມ​ທັງ​ຝ່າຝືນ ສິດທິ​ຊັບ​ສິນ​ທາງ​ປັນຍາ ຫຼື ປອມ​ແປງ​ເອກະສານ​ພາສີ.

ທຸກໆ​ການ​ກະທຳ​ຜິດຂັ້ນສອງ

50% ຂອງ​ມູນ​ຄ່າ​ສິນຄ້າ

​ໃນ​ກໍລະນີ​ຂອງ​ການ​ກະທໍາຜິດທີ່​ພົວພັນ​ເຖິງ ສິນຄ້າ​ຜິດ​ກົດໝາຍເຊັ່ນ​ວ່າ: ອາວຸດ, ສານ​ເສບ​ຕິດ ຫຼື ສານ​ຫວງ​ຫ້າມ​ອື່ນໆ, ພາສີ​ຈະ​ຢຶດສິນຄ້າ​ນັ້ນ​ໄວ້​ເປັນ​ຫຼັກ​ຖານ ​ແລະ ຈະ​ສົ່ງ​ເລື່ອງ​ດັ່ງກ່າວ​ໃຫ້​ຕຳຫຼວດ ​ເພື່ອ​ສືບສວນ​ຕໍ່​ໄປ ​ແລະ ຈະ​ກະທຳ​ການ​ຕາມ​ກົດໝາຍ.

​ໃນ​ເວລາມີ​ການ​ກະທໍາຜິດ, ພາສີ​ອາດ​ຢຶດສິນຄ້າ ຫຼື ພາຫະ​ນະທີ່​ໄດ້​ນໍາ​ໃຊ້​ເຂົ້າ​ໃນ​ການ​ກະທໍາ​ຜິດ ​ເພື່ອ​​ເອົາ​ໄວ້​ເປັນ​ຫຼັກ​ຖານ ​ແລະ ດຳ​ເນີນ​ຄະດີ​ຕາມ​ກົດໝາຍ. ຂັ້ນຕອນຕ່າງໆ ກ່ຽວ​ກັບການ​ດຳ​ເນີນ​ຄະດີ​ການ​ກະທຳ​ຜິດທາງ​ດ້ານ​ພາ ສີແມ່ນ​ໄດ້​ອະທິບາຍ​​ໄວ້​ໃນ ກົດໝາຍ​ວ່າ​ດ້ວຍ​ພາສີ, ພາກ​ທີ XIV, ໝວດ​ທີ 2.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.