ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ທະນາຄານແຫ່ງ ສ.ປ.ປ.ລາວ ເລກທີ 01 /ທຫລ
ນະຄອນຫຼວງວຽງຈັນ, ວັນທີ 02 ເມສາ 2010
ບົດແນະນຳ
ການຈັດຕັ້ງປະຕິບັດລັດຖະບັນຍັດວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ
ແລະ ວັດຖຸມີຄ່າ ເລກທີ 01/ປປທ ລົງວັນທີ 17 ມີນາ 2008
- ອີງຕາມ ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ ສະບັບເລກທີ 05/ສພຊ, ລົງວັນທີ 14 ຕຸລາ 1999;
- ອີງຕາມ ລັດຖະບັນຍັດ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ສະບັບເລກທີ 01/ປປທ ລົງວັນທີ 17 ມີນາ 2008.
ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ອອກບົດແນະນຳ:
ໝວດທີ I
ບົດບັນຍັດທົ່ວໄປ
ມາດຕາ 1: ຈຸດປະສົງ
ເພື່ອຜັນຂະຫຍາຍເນື້ອໃນລະອຽດ ຂອງບາງມາດຕາໃນລັດຖະບັນຍັດ ວ່າດ້ວຍການ ຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ສະບັບເລກທີ 01/ປປທ, ລົງວັນທີ 17 ມີນາ 2008 ໃຫ້ສະດວກໃນການຈັດຕັ້ງປະຕິບັດ ແນໃສ່ບັນລຸຕາມຈຸດປະສົງ ຂອງລັດຖະບັນຍັດທີ່ກຳນົດໄວ້.
- “ລັດຖະບັນຍັດ” ໝາຍເຖິງລັດຖະບັນຍັດ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ສະບັບ ເລກທີ 01/ປປທ, ລົງວັນທີ 17 ມີນາ 2008;
- “ທຸລະກິດເງິນຕາຕ່າງປະເທດ” ໝາຍເຖິງທຸລະກຳ ທີ່ຕິດພັນກັບເງິນຕາຕ່າງປະເທດ;
- “ສິນເຊື່ອການຄ້າ ແລະ ບໍລິການ” ໝາຍເຖິງການຊືິ້ສິນຄ້າ ແລະ ບໍລິການຕິດໜີ້ ຫຼື ໄດ້ຮັບສິນຄ້າ ແລະ ບໍລິການ ກ່ອນການຊຳລະເງິນ;
- “ວັດຖຸມີຄ່າ” ໝາຍເຖິງ ຄຳແທ່ງ ແລະ ເງິນເມັດ ທີ່ສາມາດນຳໃຊ້ເປັນພາຫະນະຊຳລະກັບສາກົນໄດ້.
ມາດຕາ 3: ການນຳໃຊ້ເງິນຕາຕ່າງປະເທດ
ເງິນຕາຕ່າງປະເທດ ແມ່ນນຳໃຊ້ເພື່ອການຊຳລະກັບຕ່າງປະເທດເປັນຕົ້ນຕໍ. ສ່ວນການຊຳລະຄ່າສິນຄ້າ, ຄ່າບໍລິການ, ຄ່າເຊົ່າ ແລະ ຄ່າທຳນຽມຕ່າງໆ ລວມທັງການເບີກຈ່າຍເງິນເດືອນ ຢູ່ພາຍໃນປະເທດຕ້ອງນຳໃຊ້ເງິນກີບທັງໝົດ. ສຳລັບຮ້ານຄ້າປອດພາສີ ອະນຸຍາດໃຫ້ນຳໃຊ້ເງິນກີບ ແລະ ເງິນຕ່າງປະເທດເພື່ອຊຳລະ. ສ່ວນກໍລະນີອື່ນໆຕ້ອງໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ.
ໝວດທີ II
ການຊື້-ຂາຍ ເງິນຕາຕ່າງປະເທດ
ມາດຕາ 4: ການຊື້-ຂາຍ ເງິນຕາຕ່າງປະເທດ
ທະນາຄານທຸລະກິດ ສາມາດເຮັດທຸລະກຳຊື້-ຂາຍ ເງິນຕາຕ່າງປະເທດ ທັງຢູ່ຕະຫຼາດ ພາຍໃນ ແລະ ຕະຫຼາດສາກົນ ຕາມລະບຽບການທີ່ ທະນາຄານ ແຫ່ງ ສປປ ລາວ ວາງອອກແຕ່ລະໄລຍະ.
ຮ້ານແລກປ່ຽນເງິນຕາ ສາມາດເຮັດທຸລະກຳຊື້-ຂາຍເງິນຕາຕ່າງປະເທດ ຢູ່ຕະຫຼາດພາຍໃນເທົ່ານັ້ນ, ມີສິດຊື້ສະເພາະແຕ່ທະນະບັດ ແລະ ແຊັກເດີນທາງເປັນເງິນຕາຕ່າງປະເທດເທົ່ານັ້ນ. ບໍ່ອະນຸຍາດໃຫ້ຊື້ໃບຢັ້ງຢືນ ການຄ້າເຊັ່ນ: ແຊັກທະນາຄານທຸກປະເພດ, ໃບສັ່ງຈ່າຍທຸກປະເພດ, ພັນທະບັດແລກເງິນ, ໃບສັນຍາໃຊ້ໜີ້, ເອກະສານ ຫຼື ພາຫະນະຊຳລະອື່ນໆ ທີ່ມີຄຸນຄ່າເປັນເງິນຕາຕ່າງປະເທດ ຊຶ່ງສາມາດນຳໃຊ້ເຂົ້າໃນການຊຳລະກັບສາກົນໄດ້.
ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ມວນຊົນທົ່ວໄປໃນວົງເງິນທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກໃນແຕ່ລະໄລຍະ.
ມາດຕາ 5: ເປົ້າໝາຍການຂາຍ ແລະ ການນຳໃຊ້ເງິນຕາຕ່າງປະເທດ
ທະນາຄານທຸລະກິດ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ແກ່ຜູ້ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ ຕາມແຕ່ລະເປົ້າໝາຍ ດັ່ງນີ້:
1. ໂອນຊຳລະຄ່າສິນຄ້າຢູ່ ຕ່າງປະເທດດ້ວຍຮູບແບບໜັງສືຄ້ຳປະກັນສິນເຊື່ອ (LC), ການໂອນເງິນທາງໂທລະສານ (TT), ການໂອນເງິນທາງສະວິບ (SWIFT) ຫຼື ແຊັກທະນາຄານ (Bank Draft) ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ນຳເຂົ້າສິນຄ້າ;
- ໃບສັ່ງຊື້ສິນຄ້າ ອອກໂດຍຜູ້ນຳເຂົ້າສິນຄ້າ;
- ໃບສະເໜີລາຄາ ອອກໂດຍຜູ້ຂາຍສິນຄ້າ;
- ສັນຍາຊື້-ຂາຍສິນຄ້າ (ກໍລະນີ ບໍ່ມີໃບສັ່ງສິນຄ້າ ແລະ ໃບສະເໜີລາຄາ);
- ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ (ຂາເຂົ້າ-ຂາອອກ).
2. ໂອນຊຳລະຄ່າບໍລິການຂົນສົ່ງ, ປະກັນໄພ ແລະ ຝາກສາງ ຕ້ອງງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ນຳໃຊ້ບໍລິການ;
- ໃບສັ່ງຊື້ສິນຄ້າ ອອກໂດຍຜູ້ນຳເຂົ້າສິນຄ້າ;
- ໃບຂົນສົ່ງສິນຄ້າ (ກໍລະນີ ເພື່ອຊຳລະຄ່າບໍລິການຂົນສົ່ງ);
- ສັນຍາປະກັນໄພ (ກໍລະນີ ເພື່ອຊຳລະຄ່າບໍລິການປະກັນໄພ);
- ໃບຢັ້ງຢືນຮັບສິນຄ້າເຂົ້າສາງ (ກໍລະນີ ເພື່ອຊຳລະຄ່າບໍລິການຝາກສາງ);
- ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ (ຂາເຂົ້າ-ຂາອອກ).
3. ໂອນຊຳລະຕົ້ນທຶນ ແລະ ດອກເບັ້ຍເງິນກູ້ຈ າກຕ່າງປະເທດ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ກູ້ເງິນຈາກຕ່າງປະເທດ;
- ໃບອະນຸຍາດກູ້ເງິນຈາກຕ່າງປະເທດ ອອກໂດຍທະນາຄານແຫ່ງ ສປປ ລາວ;
- ໃບຢັ້ງຢືນການນຳເຂົ້າທຶນຈາກຕ່າງປະເທດ ທີ່ໄດ້ລະບຸທຶນນຳເຂົ້າທີ່ເປັນເງິນກູ້ອອກໂດຍ ທະນາຄານ ແຫ່ງ ສປປ ລາວ;
- ໃບອະນຸຍາດລົງທຶນ;
- ໃບທະບຽນວິສາຫະກິດ.
4. ໂອນກຳໄລ, ເງິນປັນຜົນ ຂອງຜູ້ລົງທຶນຕ່າງປະເທດ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ລົງທຶນຕ່າງປະເທດ;
- ໃບມະຕິຕົກລົງແບ່ງປັນກຳໄລ ຫຼື ເງິນປັນຜົນ ຂອງກອງປະຊຸມສະພາບໍລິຫານ ຫຼື ກອງປະຊຸມຂາຮຸ້ນ;
- ໃບອະນຸຍາດລົງທຶນ;
- ໃບທະບຽນວິສາຫະກິດ.
5. ການໂອນທຶນ ຂອງຜູ້ລົງທຶນຕ່າງປະເທດກັບຄືນປະເທດ ຫຼື ໄປປະເທດທີ່ສາມຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ລົງທຶນຕ່າງປະເທດ;
- ໃບຢັ້ງຢືນການຫຼຸດຂະໜາດ ຫຼື ທຶນ ຂອງບໍລິສັດແຕ່ຍັງດຳເນີນທຸລະກິດຢູ່ (ກໍລະນີຫຼຸດຂະໜາດຂອງບໍລິສັດ);
- ໃບຢັ້ງຢືນການນຳເຂົ້າທຶນຈາກຕ່າງປະເທດ ອອກໂດຍທະນາຄານ ແຫ່ງ ສປປ ລາວ;
- ໃບຢັ້ງຢືນການປິດກິດຈະການ ຫຼື ສັນຍາຊື້-ຂາຍກິດຈະການ ຫຼື ໃບຢັ້ງຢືນການຂາຍຮຸ້ນ ຕາມການຕົກລົງ ຂອງກອງປະຊຸມສະພາບໍລິຫານ ຫຼື ກອງປະຊຸມຂາຮຸ້ນ ຫຼື ໃບຢັ້ງຢືນການລົ້ມລະລາຍ ຂອງສານ (ກໍລະນີຍົກເລີກກິດຈະການ).
6. ໂອນລາຍຮັບດອກເບັ້ຍ ຫຼື ຄ່າແຮງງານກັບຄືນປະເທດ ຫຼື ໄປປະເທດທີສາມ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ລົງທຶນຕ່າງປະເທດ ຫຼື ຜູ້ອອກແຮງງານ;
- ສັນຍາແຮງງານ ຫຼື ສັນຍາກ່ຽວກັບລາຍຮັບ;
- ໃບຢັ້ງຢືນການຝາກເງິນ ຫຼື ການຊື້ພັນທະບັດ.
7. ໂອນໄປລົງທຶນຢູ່ຕ່າງປະເທດ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ທີ່ໄດ້ຮັບອະນຸຍາດໃຫ້ໄປລົງທຶນຢູ່ຕ່າງປະເທດ;
- ໃບອະນຸຍາດລົງທຶນຢູ່ຕ່າງປະເທດ ອອກໂດຍອົງການທີ່ມີສິດອຳນາດ ຂອງລັດຖະບານແຫ່ງ ສປປ ລາວ;
- ໃບອະນຸຍາດລົງທຶນ ຂອງປະເທດທີ່ຈະລົງໄປລົງທຶນ;
- ໃບອະນຸຍາດນຳທຶນອອກ ອອກໂດຍທະນາຄານ ແຫ່ງ ສປປ ລາວ.
8. ໄປປິ່ນປົວຢູ່ ຕ່າງປະເທດ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ຂໍຊື້;
- ໃບອະນຸຍາດໃຫ້ໄປປິ່ນປົວຢູ່ ຕ່າງປະເທດ ຈາກຄະນະອຳນວຍການໂຮງໝໍ ຂອງລັດ ຫຼື ເອກະຊົນຂັ້ນແຂວງ ຫຼື ນະຄອນຫຼວງ.
9. ໄປສຶກສາຢູ່ຕ່າງປະເທດ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ຂໍຊື້;
- ໃບອະນະຍາດຈາກກະຊວງສຶກສາທິການຂອງ ສປປ ລາວ ຫຼື ໃບຢັ້ງຢືນການຮັບເຂົ້າຮ່ຳຮຽນ ພ້ອມດ້ວຍການຄິດໄລ່ຄ່າໃຊ້ເຈ່າຍຕ່າງໆ ຈາກສະຖາບັນການສຶກສາທີ່ກ່ຽວຂ້ອງຢູ່ຕ່າງປະເທດ.
10. ໄປທ່ອງທ່ຽວຢູ ່ຕ່າງປະເທດ ຕ້ອງປະກອບສຳນວນເອກະສານ ດັ່ງນີ້:
- ໃບສະເໜີຂໍຊື້ເງິນຕາຕ່າງປະເທດ ຂອງຜູ້ຂໍຊື້;
- ໜັງສືເດີນທາງທີ່ໄດ້ຮັບວີຊາ ອອກໂດຍກະຊວງການຕ່າງປະເທດ.
ທະນາຄານ ແຫ່ງ ສປປ ລາວ ບໍ່ອະນຸຍາດໃຫ້ຊື້ເງິນ ຕາຕ່າງປະເທດ ເພື່ອສະສົມໄວ້ບັນຊີຢູ່ພາຍໃນ.
ສຳລັບທຸລະກິດອື່ນໆ ທີ່ຕ້ອງການນຳໃຊ້ເງິນຕາຕ່າງປະເທດ ເພື່ອຊຳລະກັບຕ່າງປະເທດທີ່ບໍ່ໄດ້ລະບຸໄວ້ຂ້າງ ເທິງນີ້ ທະນາຄານທຸລະກິດ ສາມາດສະໜອງເງິນຕາຕ່າງປະເທດໄດ້ ແຕ່ຕ້ອງໃຫ້ຜູ້ສະເໜີຂໍຊື້ເງິນຕາຕ່າງປະເທດ ປະກອບເອກະສານຢັ້ງຢືນຄວາມຕ້ອງການດັ່ງກ່າວ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ.
ມາດຕາ 6: ການກຳນົດອັດຕາແລກປ່ຽນ
ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດກຳນົດອັດຕາແລກປ່ຽນ ຂອງຕົນໂດຍອີງໃສ່ອັດຕາແລກປ່ຽນອ້າງອີງ ແລະ ລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ກຳນົດອອກໃນແຕ່ລະໄລຍະ.
ໝວດທີ III
ການເປີດບັນຊີເງິນຝາກ ແລະ ການນຳໃຊ້ບັນຊີເງິນຝາກ
ຂອງຜູ້ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ
ມາດຕາ 7: ການເປີດບັນຊີເງິນຝາກ ແລະ ການນຳໃຊ້ບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ຂອງບຸກຄົນ ແລະ ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ.
1. ການຮັບເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຂອງບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ ຂອງທະນາຄານທຸລະກິດ ຕ້ອງປະຕິບັດດັ່ງນີ້:
- ບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໜັງສືຜ່ານແດນ;
- ຖ້າເປີດບັນຊີເງິນຝາກໃຫ້ບຸກຄົນທີສາມ ຕ້ອງມີໃບມອບສິດ ຂອງເຈົ້າຂອງເງິນ ແລະ ບັດປະຈຳຕົວ ຂອງຜູ້ກ່ຽວ;
2. ການນຳໃຊ້ບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຂອງບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ
ບັນຊີເງິນຝາກເປັນເງິນຕາຕ່າງປະເທດນຳໃຊ້ ເພື່ອຮອງຮັບລາຍໄດ້ຂອງເຈົ້າຂອງບັນຊີ ລວມທັງລາຍໄດ້ເປັນເງິນສົດ ແລະ ເປັນເງິນໂອນ ທີ່ໄດ້ມາຈາກແຫຼ່ງທີ່ຖືກຕ້ອງຕາມລະບຽບກົດໝາຍ. ການຝາກເງິນເຂົ້າບັນຊີທີ່ມີວົງເງິນຈຳນວນຫຼາຍ ຫຼື ລູກຄ້າທີ່ເຫັນວ່າບໍ່ໄດ້ມີການພົວພົນທາງທຸລະກິດ ທະນາຄານທຸລະກິດຕ້ອງລາຍງານໃຫ້ໜ່ວຍງານຕ້ານການຟອກເງິນ ທະນາຄານທ ແຫ່ງ ສປປ ລາວ ກ່ຽວກັບທຸລະກິດດັ່ງກ່າວ ພາຍຫຼັງໄດ້ລົງບັນຊີແລ້ວ.
ເງິນໃນບັນຊີດັ່ງກ່າວສາມາດຖອນເປັນເງິນສົດ ຫຼື ໂອນເຂົ້າບັນຊີອື່ນໄດ້. ຖ້າຕ້ອງການໃຊ້ຈ່າຍຢູ່ພາຍໃນປະເທດ ຕ້ອງປະຕິບັດຕາມມາດຕາ 3 ຂອງລັດຖະບັນຍັດ ແລະ ຂອງບົດແນະນຳສະບັບນີ້.
3. ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຂອງນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ ນຳທະນາຄານທຸລະກິດຕ້ອງປະກອບເອກະສານ ດັ່ງນີ້:
- ໃບສະເໜີຂໍເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດ;
- ໃບອະນຸຍາດລົງທຶນ ອອກໂດຍ ກະຊວງແຜນການ ແລະ ການລົງທຶນ ຖ້າເປັນຜູ້ລົງທຶນຈາກຕ່າງປະເທດ;
4. ການນຳໃຊ້ບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຂອງນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ
ບັນຊີເງິນຝາກເປັນເງິນຕາຕ່າງປະເທດນຳໃຊ້ ເພື່ອຮອງຮັບລາຍໄດ້ ຂອງເຈົ້າຂອງບັນຊີ ລວມທັງລາຍໄດ້ເປັນເງິນສົດ ແລະ ເປັນເງິນໂອນຈາກການດຳເນີນທຸລະກິດ ທີ່ຖືກຕ້ອງຕາມລະບຽບກົດໝາຍ, ຮັບເງິນລົງທຶນ, ເງິນກູ້ຈາກຕ່າງປະເທດ ຕາມການອະນຸຍາດ, ຮັບເງິນປັນຜົນ ຫຼື ກຳໄລຈາກການລົງທຶນຈາກຕ່າງປະເທດ ທີ່ໄດ້ຮັບອະນຸຍາດ.
ເງິນຢູ່ໃນບັນຊີດັ່ງກ່າວ ສາມາດຖອນເປັນເງິນສົດ ແລະ ໂອນເຂົ້າບັນຊີອື່ນໄດ້. ຖ້າຕ້ອງການໃຊ້ຈ່າຍ ຢູ່ພາຍໃນປະເທດ ຕ້ອງປະຕິບັດຕາມມາດຕາ 3 ຂອງລັດຖະບັນຍັດ ແລະ ຂອງບົດແນະນຳສະບັບນີ້.
ມາດຕາ 8: ສິດໃນການຄອບຄອງເງິນຕາຕ່າງປະເທດຂອງບຸກຄົນ
ບຸກຄົນທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ ມີສິດຄອບຄອງເງິນຕາຕ່າງປະເທດໄດ້ດ້ວຍຮູບການເປີດບັນຊີເງິນຝາກ ທະນາຄານທຸລະກິດ ຫຼື ຖືຕິດຕົວ ແຕ່ເວລາຕ້ອງການໃຊ້ຈ່າຍຢູ່ພາຍໃນຕ້ອງແລກປ່ຽນເປັນເງິນກີບກັບທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນທີ່ໄດ້ຮັບອະນຸຍາດ.
ມາດຕາ 9: ການເປີດບັນຊີເງິນກີບ ແລະ ການນຳໃຊ້ບັນຊີເງິນກີບຂອງຜູ້ບໍ່ຕັ້ງຢູ່ ສປປ ລາວ
ທະນາຄານທຸລະກິດ ມີໜ້າທີ່ບໍລິການຮັບເປີດບັນຊີເງິນຝາກເປັນເງິນກີບ ໃຫ້ຜູ້ບໍ່ຕັ້ງຢູ່ ສປປ ລາວ ແລະ ອະນຸຍາດໃຫ້ເຈົ້າຂອງບັນຊີນຳໃຊ້ໂອນ ຫຼື ຖອນເພື່ອຊຳລະຄ່າສສິນຄ້າ, ບໍລິການ ແລະ ລົງທຶນ ຢູ່ພາຍໃນ ແລະ ສາມາດແລກເອົາເງິນຕາຕ່າງປະເທດກັບຄືນປະເທດ ຫຼື ໄປປະເທດທີສາມໄດ້.
ມາດຕາ 10: ການເປີດບັນຊີ ແລະ ການນຳໃຊ້ບັນຊີເງິນຝາກຢູ່ຕ່າງປະເທດຂອງຜູ້ທີ່ຕັ້ງຢູ່ ສປປ ລາວ
1. ບຸກຄົນທີ່ຕັ້ງຢູ່ ສປປ ລາວ ທີ່ໄດ້ຮັບອະນຸຍາດໃຫ້ເປີດບັນຊີເງິນຝາກຢູ່ຕ່າງປະເທດ ໃນກໍລະນີດັ່ງນີ້:
- ບຸກຄົນ ທີ່ໄດ້ຮັບອະນຸຍາດໃຫ້ໄປເຮັດວຽກຕາງໜ້າລັດຖະບານຂອງ ສປປ ລາວ ຢູ່ຕ່າງປະເທດ;
- ບຸກຄົນ ທີ່ໄດ້ຮັບອະນຸຍາດໃຫ້ໄປສຶກສາຮ່ຳຮຽນຢູ່ຕ່າງປະເທດ;
- ບຸກຄົນ ທີ່ໄດ້ຮັບອະນຸຍາດໃຫ້ໄປອອກແຮງງານຢູ່ຕ່າງປະເທດ ລວມເຖິງພະນັກງານຂອງບໍລິສັດ ທີ່ໄດ້ຮັບອະນຸຍາດ ໃຫ້ໄປດຳເນີນທຸລະກິດຕ່າງປະເທດ.
2. ນິຕິບຸກຄົນທີ່ຕັ້ງຢູ່ ສປປ ລາວ ທີ່ຕ້ອງຫານເປີດບັນຊີເງິນຝາກຂອງຕົນຢູ່ຕ່າງປະເທດ ຕ້ອງປະກອບຄຳຮ້ອງເຖິງທະນາຄານ ແຫ່ງ ສປປ ລາວ ເພື່ອຂໍອະນຸຍາດ ແລະ ຕ້ອງປະກອບສຳນວນເອກະສານ ດັ່ງນີ້;
- ໃບຄຳຮ້ອງຂໍອະນຸຍາດເປີດບັນຊີຢູ່ຕ່າງປະເທດ (ຕາມແບບຟອມ ຂອງທະນາຄານ ແຫ່ງ ສປປ ລາວ ກຳນົດອອກ);
- ໃບອະນຸຍາດດຳເນີນທຸລະກິດ ຫຼື ໃບອະນຸຍາດເປີດສາຂາ ຫຼື ຫ້ອງການຕົວແທນຢູ່ຕ່າງປະເທດ (ຖ້າເປັນທຸລະກິດທີ່ໄດ້ລະບຸໄວ້ໃນມາດຕາ 11 ຂອງລັດຖະບັນຍັດ).
- ໃບອະນຸຍາດກູ້ເງິນຈາກຕ່າງປະເທດ ອອກໂດຍທະນາຄານ ແຫ່ງ ສປປ ລາວ ແລະ ສັນຍາກູ້ເງິນຈາກຕ່າງປະເທດ (ຖ້າເປັນການເປີດບັນຊີຕາມເງື່ອນໄຂການກູ້ເງິນຂໍຈາກ ຕ່າງປະເທດ).
ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ຕ່າງປະເທດ ຂອງນິຕິບຸກຄົນ ທີ່ບໍ່ແມ່ນທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ແມ່ນອະນຸຍາດໃຫ້ເປີດສະເພາະ ບັນຊີຝາກກະແສລາຍວັນເທົ່ານັ້ນ.
ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ທີ່ໄດ້ເປີດບັນຊີເງິນຝາກຢູ່ຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຕ້ອງມາແຈ້ງກ່ຽວກັບບັນຊີຝາກດັ່ງກ່າວ ແລະ ສະເໜີຄວາມຈຳເປັນຂອງຕົນ ໃຫ້ທະນາຄານ ແຫ່ງ ສປປ ລາວ ຊາບເພື່ອພິຈາລະນາອະນຸມັດ.
ມາດຕາ 11: ການຄຸ້ມຄອງການເຄື່ອນໄຫວບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ພາຍໃນ ແລະ ຕ່າງປະເທດ
ບຸກຄົນ ແລະ ນິຕິບຸກຄົນ ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ນຳທະນາຄານທຸລະກິດ ຢູ່ ສປປ ລາວ ຕ້ອງເຄື່ອນໄຫວຕາມມາດຕາ 3 ແລະ 5 ຂອງລັດຖະບັນຍັດ ແລະ ບົດແນະນຳສະບັບນີ້.
ບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດເປີດບັນຊີເງິນຝາກຢູ່ ຕ່າງປະເທດ ຕ້ອງລາຍງານການເຄື່ອນໄຫວບັນຊີຂອງຕົນໃຫ້ທະນາຄານ ແຫ່ງ ສປປ ລາວ ຊາບແຕ່ລະງວດ. ເງິນໃນບັນຊີດັ່ງກ່າວສາມາດໂອນເງິນເຂົ້າບັນຊີຢູ່ພາຍໃນປະເທດ.
ມາດຕາ 12: ການຄຸ້ມຄອງລາຍຮັບເປັນເງິນຕາຕ່າງປະເທດ
ບຸກຄົນ ແລະ ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ທີ່ມີລາຍຮັບຈາກການສົ່ງສິນຄ້າ, ບໍລິການ ແລະ ທຸກໆລາຍຮັບຈາກຕ່າງປະເທດ ຕ້ອງນຳເຂົ້າມາ ສປປ ລາວ ຢ່າງຄົບຖ້ວນພາຍໃນ 1320 ວັນ ນັບແຕ່ມື້ທີ່ໄດ້ຮັບຊຳລະ. ເມື່ອນຳເຂົ້າມາແລ້ວຕ້ອງຝາກເງິນຕາຕ່າງປະເທດດັ່ງກ່າວ ໄວ້ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ຍົກເວັ້ນກໍລະນີທີໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ເທົ່ານັ້ນ. ຖ້າຕ້ອງການໃຊ້ຈ່າຍຢູ່ພາຍໃນປະເທດຕ້ອງແລກປ່ຽນເອົາເງິນກີບ ນຳທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດ.
ສຳລັບລາຍຮັບເປັນເງິນຕາຕ່າງປະເທດ ທີ່ດ້ຮັບຢູ່ພາຍໃນປະເທດຕ້ອງນຳມາຝາກໄວ້ນຳທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ, ຖ້າຕ້ອງການໃຊ້ຈ່າຍຢູ່ພາຍໃນປະເທດ ຕ້ອງແລກປ່ຽນເອົາເງິນກີບນຳທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດ.
ທະນາຄານແຫ່ງ ສປປ ລາວ ຈະພິຈາລະນາອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຮັກສາລາຍຮັບເປັນເງິນຕາຕ່າງປະເທດ ໄວ້ບັນຊີເງິນຝາກຢູ່ຕ່າງປະເທດເພື່ອນຳເຂົ້າໃນກໍລະນີດັ່ງນີ້:
(1) ຊຳລະໜີ້ເງິນກູ້ຈາກຕ່າງປະເທດຕາມການອະນຸຍາດ ຂອງທະນາຄານແຫ່ງ ສປປ ລາວ ໄດ້ອະນຸຍາດ ຕາມມາດຕາ 20 ຂໍ້ 1 ຂອງບົດແນະນຳສະບັບນີ້.
(2) ຊຳລະໜີ້ສິນເຊື່ອການຄ້າຢູ່ ຕ່າງປະເທດຕາມແຜນການທີ່ ທະນາຄານ ແຫ່ງ ສປປ ລາວ ໄດ້ຮັບອະນຸຍາດ ຕາມມາດຕາ 20 ຂໍ້ 3 ຂອງບົດແນະນຳສະບັບນີ້.
ລາຍຮັບສ່ວນທີ່ຍັງເຫຼືອຈາກການຊຳລະໜີ້ຕ່າງໆປະເທດ ຕ້ອງໂອນເຂົ້າມາ ສປປ ລາວ ທັງໝົດ.
ທະນາຄານທຸລະກິດ ມີໜ້າທີ່ຕິດຕາມການນຳເຂົ້າລາຍຮັບເປັນເງິນຕາຕ່າງປະທດ ຂອງບຸກຄົນ ແລະ ນິຕິບຸກຄົນ ທີ່ເປັນລູກຄ້າຂອງຕົນ ເພື່ອລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ຢ່າງເປັນປົກກະຕິ.
ມາດຕາ 13: ການນຳເງິນສົດເປັນເງິນກີບ, ເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ເຂົ້າ-ອອກ ສປປ ລາວ
ຜູ້ທີ່ຕັ້ງຢູ່ ສປປ ລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ ເດີນທາງ ເຂົ້າ-ອອກ ສປປ ລາວ ສາມາດນຳເງິນກີບເຂົ້າ-ອອກ ໄດ້ບໍ່ເກີນ 20 ລ້ານກີບ. ຖ້າເກີນຕ້ອງຂໍອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ.
ຜູ້ເດີຍທາງເຂົ້າມາ ສປປ ລາວ ສາມາດນຳເງິນສົດເປັນອັດຕາຕ່າງປະເທດ ແລະ/ຫຼື ວັດຖຸມີຄ່າຕິດຕົວເຂົ້າມາ ສປປ ລາວ ໄດ້ໂດຍບໍ່ຈຳກັດຈຳນວນ. ແຕ່ຖ້າມີມູນຄ່າທຽບເທົ່າ 100 ລ້ານກີບ ຂຶ້ນໄປ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານຊາບ.
ເຈົ້າໜ້າທີ່ພາສີປະຈຳດ່ານ ມີໜ້າທີ່ອອກໃບຢັ້ງຢືນການນຳເຂົ້າເງິນຕາຕ່າງປະເທດ ແລກ/ຫລື ວັດຖຸມີຄ່າ ໄວ້ເປັນຫຼັກຖານ.
ຜູ້ເດີນທາງອອກນອກ ສປປ ລາວ ທີ່ຕ້ອງການນຳເງິນຕາຕ່າງປະເທດເປັນເງິນສົດ ແລະ/ຫລື ວັດຖຸມີຄ່າ ມູນຄ່າເທົ່າ 100 ລ້ານກີບຂຶ້ນໄປ ຕ້ອງມີຫຼັກຖານການນຳເຂົ້າເງິນຕາຕ່າງປະເທດ ແລະ/ຫລື ວັດຖຸມີຄ່າ ຫລື ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຫລື ທະນາ ຄານທຸລະກິດ ທີ່ໄດ້ມອບໝາຍ.
ສຳລັບການນຳເງິນສົດທັງເປັນກີບ ແລະ ເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ທີ່ຕັ້ງຢູ່ ສປປ ລາວ ແມ່ນໃຫ້ປະຕິບັດຕາມາດຕາ 19 ຂອງລັດຖະບັນຍັດ ແລະ ມາດຕາ 16 ຂອງບົດບັນຍັດສະບັບນີ້.
ໝວດທີ IV
ການເຄື່ອນໄຫວດ້ານເງິນຕາຕ່າງປະເທດ
ຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ
ມາດຕາ 14 ການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ
ບຸກຄົນ ແລະ ນິຕິບຸກຄົນ ລາວ ທີ່ບໍ່ແມ່ນທະນາຄານທຸລະກິດ ມີຈຸດປະສົງຢາກດຳ ເນີນທຸລະກິດ ແລກປ່ຽນເງິນຕາຕ່າງປະເທດ ໃນຮູບແບບຮ້ານແລກປ່ຽນເງິນຕາ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຫລື ທະນາຄານທຸລະກິດ ທີ່ດ້ຮັບມອບໝາຍຈາກທະນາຄານ ແຫ່ງ ສປປ ລາວ ໂດຍມີເງື່ອນໄຂດັ່ງນີ້:
- ມີຖານະການເງິນດີ ແລະ ໄດ້ຮັບຄວາມເຊື່ອຖືຈາກາສັງຄົມ;
- ມີຖານະທີ່ເໝາະສົມ ສຳລັບການບໍລິການ ແລະ ເປັນບ່ອນທີ່ມີຄວາມຕ້ອງການແລກປ່ຽນເງິນຕາ;
- ມີອຸປະກອນຮັບໃຊ້ ເພື່ອອຳນວຍຄວາມສະດວກ ໃນການແລກປ່ຽນເງິນຕາ;
- ມີພະນັກງານທີ່ມີຄວາມຮູ້ຄວາມສາມາດໃນການແລກປ່ຽນເງິນຕາ;
- ມີທຶນຈົດທະບຽນ 200 ລ້ານກີບ ສຳລັບຢູ່ນະຄອນຫຼວງວຽງຈັນ ແລະ 100 ລ້ານກີບສຳລັບບັນດາແຂວງ;
- ມີຫລັກຖານການພົວພັນທຸລະກິດກັບທະນາຄານທຸລະກິດໃດໜື່ງທີ່ຕັ້ງຢູ່ ສປປ ລາວ;
- ມີໃບຢັ້ງຢືນຈາກສານເພື່ອຢັ້ງຢືນວ່າບໍ່ເຄີຍຖືກສານຕັດສີນລົງໂທດກ່ຽວກັບຄະດີຍັກຍອກ, ສໍ້ໂກງ ແລະ ຄະດີກ່ຽວກັບທຸລະກິດເງິນຕາຕ່າງປະເທດ.
ນອກຈາກນີ້ ຜູ້ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດແລກປ່ຽນເງິນຕາໃນຮູບແບບຮ້ານແລກປ່ຽນ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.
ມາດຕາ 15: ການຕິດປະກາດອັດຕາແລກປ່ຽນ
ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຕ້ອງຕິດປະກາດອັດຕາແລກປ່ຽນທັງອັດຕາຊື້ ແລະ ອັດຕາຂາຍຢູ່ບ່ອນເປີດ້ຜີຍ, ເຫັນໄດ້ງ່າຍ ແລະ ຕ້ອງປະຕິບັດການຊື້-ຂາຍ ຕາມອັດຕາແລກປ່ຽນທີ່ໄດ້ຕິດຜປະກາດໄວ້.
ມາດຕາ 16: ການນຳເງິນຕາຕ່າງປະເທດເຂົ້!-ອອກ ສປປ ລາວ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ
ທະນາຄານທຸລະກິດ ແລະ ສາຖາບັນການເງິນອື່ນໆ ທີ່ຕ້ອງການໂອນເງິນຕາຕ່າງປະເທດອອກນອກ ສປປ ລາວ ເພື່ອບໍລິການລູກຄ້າ ຕາມເປົ້າໝາຍການນຳໃຊ້ເງິນຕາຕ່າງປະເທດ ທີ່ກຳນົດໄວ້ໃນມາດຕາ 5 ຂອງລັດຖະບັນຍັດ ຫລື ເພື່ອບໍລິການທຸລະກິດເງິນຕາຕ່າງປະເທດ ຕ້ອງປະຕິບັດຕາມລະບຽບທີ່ທະນາຄານ ແຫ່ງ ສປປ ລາວ ວາງອອກແຕ່ລະໄລຍະ.
ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ມີຄວາມຕ້ອງການນຳເງິນຕາຕ່າງປະເທດ ເປັນເງິນສົດເຂົ້າ-ອອກ ສປປ ລາວ ຕ້ອງໄດ້ຮັບອະນຸຍາດຈາກ ທະນາຄານ ແຫ່ງ ສປປ ລາວ ໂດຍປະກອບຄຳຮ້ອງອະທິບາຍເຫດຜົນຄວາມຈຳເປັນທີ່ຕ້ອງນຳເງິນສົດເຂົ້າ-ອອກ ໂດຍອີງໃສ່ແບບພີມລາຍງານປະຈຳເດືອນ ຂອງທະນາຄານ ແຫ່ງ ສປປ ລາວ. ໃນເວລານຳເງິນເຂົ້າ-ອອກຕົວຈິງ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານເພື່ອກວດກາ ແລະ ເຊັນຢັ້ງຢືນໃບອະນຸຍາດ ແລະ ຕ້ອງສົ່ງໃບອະນຸຍາດ ທີ່ມີການເຊັນຢັ້ງຢືນຈາກເຈົ້າໜ້າທີ່ພາສີປະຈຳດ່ານ ໃຫ້ທະນາຄານ ແຫ່ງ ສປປ ລາວ ໜຶ່ງສະບັບໃນວັນລັດຖະການຕໍ່ມາ.
ສຳລັບການນຳເງິນຕາຕ່າງປະເທດເປັນເງິນສົດເຂົ້າ-ອອກ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆທີ່ຕັ້ງຢູ່ຕ່າງແຂວງ ຕ້ອງໄດ້ຮັບອະນຸຍາດນຳທະນາຄານ ແຫ່ງ ສປປ ລາວ ອາດແມ່ນສຳນັກງານໃຫຍ່ ຫລື ສາຂາ.
ມາດຕາ 17: ການກວດກາ ແລະ ການລາຍງານດຳເນີນທຸລະກິດເງິນຕາຕ່າງປະເທດ
ທະນາຄານທຸລະກິດ, ສະຖາບັນການເງິນອື່ນໆ ຫລື ຮ້ານແລກປ່ຽນເງິນຕາ ທີ່ດຳເນີນທຸລະກິດເງິນຕາຕ່າງປະເທດ ຕາມຂອບເຂດທີ່ໄດ້ຮັບອະນຸຍາດ ຕ້ອງສ້າງເອກະສານລົງບັນຊີສຳລັບທຸລະກິດເງິນຕາຕ່າງປະເທດ ແຕ່ລະລາຍການ ແລະ ການສະຫຼຸບລາຍງານຢ່າງເປັນປົກກະຕິຕາມແບບພິມລາຍງານ ທີ່ທະນາຄານ ແຫ່ງ ສປປ ລາວ ວາງອອກແຕ່ລະໄລຍະ.
ທະນາຄານ ແຫ່ງ ສປປ ລາວ ມີສິດລົງຕິດຕາມກວດກາເອກະສານຫລັກຖານການເຄື່ອນໄຫວ ແລະ ການລົງບັນຊີທຸລະກິດເງິນຕາຕ່າງປະເທດ ຂອງບັນດາທະນາຄານທຸລະກິດ, ສະຖາບັນການເງິນອື່ນໆ ແລະ ຮ້ານແລກປ່ຽນເງິນຕາ ເມື່ອເຫັນວ່າມີຄວາມຈຳເປັນ ເພື່ອຮັບປະກັນຄວາມຖືກຕ້ອງຂອງການດຳເນີນທຸລະກິດ ແລະ ການລາຍງານ.
ໝວດທີ V
ການກູ້ເງິນ ແລະ ການຊ່ວຍເຫລືອລ້າ
ມາດຕາ 18: ການກູ້ເງິນຈາກຕ່າງປະເທດ ຂອງລັດຖະບານ
ເງິນກູ້ຈາກຕ່າງປະເທດ ຂອງລັດຖະບານ ຕ້ອງລວມສູນເຂົ້າບັນຊີເງິນຝາກຂອງ ກະຊວງການເງິນ ຫລື ບັນຊີໂຄງການຂອງລັດຖະບານ ທີ່ເປີດໄວ້ນຳມະນາຄານ ແຫ່ງ ສປປ ລາວ ຍົກເວັ້ນກໍລະນີຜູ້ໃຫ້ກູ້ບໍ່ອະນຸຍາດໃຫ້ນຳເຂົ້າມາ ສປປ ລາວ. ເງິນກູ້ດັ່ງກ່າວ ສາມາດນຳໃຊ້ຊຳລະກັບຕ່າງປະເທດໂດຍກົງ ຫລື ແລກປ່ຽນເອົາເງິນກີບນຳທະນາຄານ ແຫ່ງ ສປປ ລາວ ເພື່ອນຳໃຊ້ຢູ່ພາຍໃນປະເທດ.
ທະນາຄານ ແຫ່ງ ສປປ ລາວ ມີໜ້າທີ່ໃຫ້ການບໍລິການ ແລະ ຕິດຕາມການຊຳລະໜີ້ເງິນກູ້ຂອງລັດຖະບານຕໍ່ຕ່ງປະເທດ ອີງຕາມແຜນການຊຳລະໜີ້ທີ່ກະຊວງການເງິນສະໜອງໃຫ້ໂດຍນຳໃຊ້ເງິນຝາກເປັນເງິນຕາຕາງປະເທດ ຂອງກະຊວງການເງິນທີ່ຝາກໄວ້ນຳທະນາຄານ ແຫ່ງ ສປປ ລາວ ຫລື ເງິນຕາຕ່າງປະເທດທີ່ຊື້ຈາກທະນາຄານ ແຫ່ງ ສປປ ລາວ.
ມາດຕາ 19: ການຊ່ວຍເຫລືອລ້າ
ສ່ວນການຊ່ວຍເຫລືອລ້າ ໃຫ້ປະຕິບັດຕາມມາດຕາ 24 ຂອງລັດຖະບັນຍັດ.
ມາດຕາ 20: ການກູ້ເງິນຈາກຕ່າງປະເທດ
1. ການກູ້ເງິນຈາກຕ່າງປະເທດ
ບຸກຄົນ ແລະ ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ລວມທັງທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ແລະ ລັດວິສາຫະກິດທີ່ຕ້ອງການກູ້ເງິນຈາກຕ່າງປະເທດ ຕ້ອງປະກອບສຳນວນເອກະສານສະເໜີຕໍ່ທະນາຄານ ແຫ່ງ ສປປ ລາວ ເພື່ອພິຈາລະນາອະນຸມັດ ດັ່ງນີ້:
- ໃບຄຳຮ້ອງຂໍອະນຸຍາດກູ້ເງິນຈາກຕ່າງປະເທດ;
- ບົດວິພາກເສດຖະກິດ ຜູ້ທີ່ຕ້ອງການກູ້ເງິນຈາກຕ່າງປະເທດ ໂດຍຫຍໍ້;
- ແຜນການນຳໃຊ້ເງິນກູ້ ແລະ ຊຳລະເງິນກູ້;
- ຮ່າງສັນຍາເງິນກູ້ ຫລື ເອກະສານຫລັກຖານການພົວພັນ ລະຫ່ວາງຜູ້ກູ້ ແລະ ຜູ້ໃຫ້ກູ້;
- ມະຕິ ຂອງກອງປະຊຸມ ຫລື ຂໍ້ຕົກລົງ ກ່ຽວກັບການກູ້ເງິນຈາກຕ່າງປະເທດ;
- ໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ (ສຳລັບນິຕິບຸກຄົນ);
- ສຳເນົາໃບອະນຸຍາດລົງທຶນ (ສຳລັບຜູ້ລົງທຶນຕ່າງປະເທດ).
ສຳລັບການກູ້ເງິນຈາກຕ່າງປະເທດ ລວມທັງການຮັບສິນເຊື່ອການຄ້າຈາກຕ່າງປະເທດ ຂອງລັດວິສາຫະກິດ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແລະ ບົນພື້ນຖານການເຫັນດີຈາກກະຊວງການເງິນ.
2. ການຄຸ້ມຄອງເງິນກູ້ຈາກຕ່າງປະເທດ
ເງິນກູ້ຈາກຕ່າງປະເທດ ຕ້ອງນຳເຂົ້າມາໄວ້ບັນຊີເງິນຝາກ ແລະ ນຳໃຊ້ຜ່ານບັນຊີເງິນຝາກຂອງຜູ້ກູ້ທີ່ເປີດໄວ້ຢູ່ນຳທະນາຄານທຸລະກິດໃນ ສປປ ລາວ ຫລື ຖອນເພື່ອແລກປ່ຽນເງິນກີບ ເພື່ອນຳໃຊ້ຢູ່ພາຍໃນ, ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ.
ທະນາຄານ ແຫ່ງ ສປປ ລາວ ຫລື ລັດຖະບານຈະບໍ່ຄ້ຳປະກັນການຊຳລະໃຫ້ແກ່ການກູ້ເງິນຂອງພາກເອກະຊົນ. ຜູ້ກູ້ເງິນມີໜ້າທີ່ລາຍງານການປະຕິບັດສັນຍາເງິນກູ້ລວມການຖອນ, ການນຳໃຊ້ ແລະ ການຊຳລະໜີ້ເງິນກູ້ໃຫ້ທະນາຄານ ແຫ່ງ ສປປ ລາວ ຊາບທຸກໆເດືອນຈົນກວ່າເງິນກູ້ດັ່ງກ່າວຈະຖືກຊຳລະຄືນເປັນທີ່ຮຽບຮ້ອຍ.
3. ການອະນຸຍາດ ແລະ ຄຸ້ມຄອງສິນເຊື່ອການຄ້າຈາກຕ່າງປະເທດ
ບຸກຄົນ ແລະ ນິຕິບຸຄົນ ທີ່ມີຈຸດປະສົງໃຫ້ ຫລື ຮັບສິນເຊື່ອການຄ້າ ແລະ ບໍລິການ ກັບຕ່າງປະເທດ ຕ້ອງຂໍອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ເພື່ອເປົ້າໝາຍຄຸ້ມຄອງເງິນຕາຕ່າງປະເທດ ສ່ວນເປົ້າໝາຍອື່ນແມ່ນໃຫ້ປະຕິບັດລະບຽບການຂອງພາກສ່ວນທີ່ກ່ຽວຂ້ອງ., ການອະນຸຍາດ ຕ້ອງປະກອບສຳນວນເອກະສານດັ່ງນີ້:
- ໃບຄຳຮ້ອງຂໍອະນຸຍາດໃຫ້/ຮັບ ສິນເຊື່ອຈາກຕ່າງປະເທດ;
- ແຜນລາຍຮັບ ແລະ ຊຳລະຄືນ;
- ຮ່າງສັນຍາສິນເຊື່ອການຄ້າ ຫລື ເອກະສານຫລັກຖານທີ່ພົວພັນສິນເຊື່ອການຄ້າລະຫວ່າງ ຜູ້ຮັບ ແລະ ຜູ້ໃຫ້ສິນເຊື່ອການຄ້າ;
- ໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ (ສຳລັບນິຕິບຸກຄົນ);
- ສຳເນົາໃບອະນຸຍາດລົງທຶນ (ສຳລັບຜູ້ລົງທຶນຕ່າງປະເທດ).
ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ ຫລື ຮັບສິນເຊື່ອການຄ້າ ແລະ ບໍລິການຈາກຕ່າງປະເທດ ຕ້ອງລາຍງານການຮັບຊຳລະ ຫລື ການຊຳລະຂອງຕົນໃຫ້ ທະນາຄານ ແຫ່ງ ສປປ ລາວ ຈົນກວ່າການຊຳລະສະສາງສຳເລັດ.
ການຮັບຊຳລະ ຫລື ການຊຳລະສິນເຊື່ອການຄ້າຕ່າງປະເທດ ຕ້ອງຊຳລະຜ່ານລະບົບທະນາຄານ.
ທະນາຄານທຸລະກິດມີໜ້າທີ່ພິຈາລະນາ ກ່ຽວກັບ ການສະໜອງເງິນຕາຕ່າງປະເທດໃຫ້ລູກຄ້າຂອງຕົນ ຫລື ໃຫ້ການບໍລິການໂອນເງິນ ເພື່ອການຊຳລະສະສາງສິນຄ້າດັ່ງກ່າວ ໂດຍຜ່ານທະນາຄານຂອງຕົນ.
ມາດຕາ 21: ການໃຫ້ກູ້ເງິນແກ່ຕ່າງປະເທດ
ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ທີ່ມີຈຸດປະສົງໃຫ້ກູ້ເງິນແກ່ຕ່າງປະເທດຕ້ອງປະເທດຕ້ອງອະນຸຍາດ ນຳທະນາຄານ ແຫ່ງ ສປປ ລາວ ແລະ ຕ້ອງປະກອບສຳນວນເອກະສານ ດັ່ງລຸ່ມນີ້:
- ໃບຄຳຮ້ອງຂໍອະນຸຍາດໃຫ້ກູ້ເງິນແກ່ຕ່າງປະເທດ;
- ໃບສະຫຼຸບບັນຊີ-ຖານະການເງິນ ຂອງນິຕິບຸກຄົນ ທີ່ຜ່ານການກວດສອບ ຈາກບໍລິສັດກວດສອບບັນຊີພາຍນອກ;
- ຮ່າງສັນຍາເງິນກູ້ລະຫວ່າງຜູ້ໃຫ້ກູ້ ແລະ ຜູ້ກູ້;
- ມະຕິຕົກລົງຂອງກອງປະຊຸມສະພາບໍລິຫານ ຫລື ກອງປະຊຸມຂາຮຸ້ນ ຂອງຜູ້ໃຫ້ກູ້;
- ເອກະສານຄ້ຳປະກັນການຊຳລະເງິນກູ້ ອອກໂດຍທະນາຄານທຸລະກິດທີ່ມີຄວາມໜ້າເຊື່ອຖື ຂອງປະເທດຜູ້ກູ້.
ນິຕິບຸກຄົນທີ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງ ສປປ ລາວ ໃຫ້ກູ້ເງິນແກ່ຕ່າງປະເທດຕ້ອງລາຍງານກ່ຽວກັບການປະຕິບັດສັນຍາເງິນກູ້ ນັບແຕ່ຂັ້ນຕອນການເບີກຖອນເງິນຈົນເຖິງການຊຳລະຄືນຢ່າງຄົບຖ້ວນຕາມສັນຍາ. ການເຄື່ອນໄຫວເງິນກູ້ດັ່ງກ່າວຕ້ອງຜ່ານລະບົບທະນາຄານ.
ໝວດທີ VI
ການລົງທຶນ
ມາດຕາ 22: ການລົງທຶນ ຂອງຕ່າງປະເທດ ຢູ່ ສປປ ລາວ
ຜູ້ລົງທຶນຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນຈາກກະຊວງແຜນການ ແລະ ການລົງທຶນຕ້ອງໂອນເງິນທຶນເຂົ້າມາ ສປປ ລາວ ຕາມຈຳນວນ ແລະ ສະກຸນເງິນທີ່ໄດ້ກຳນົດໄວ້ໃນໃບອະນຸຍາດລົງທຶນ ເມື່ອນຳທຶນເຂົ້າມາແລ້ວຕ້ອງຝາກເງິນທຶນດັ່ງກ່າວ ໄວ້ນຳທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ.
ຜູ້ລົງທຶນຕ່າງປະເທດ ຕ້ອງແຈ້ງການນຳເຂົ້າທຶນທັງເປັນເງິນຕາຕ່າງປະເທດ ແລະ ເປັນວັດຖຸລວມທັງເງິນກູ້ຈາກຕ່າງປະເທດ ໃຫ້ທະນາຄານ ແຫ່ງ ສປປ ລາວ ຊາບ ໃນແຕ່ລະປີ ຈົນກວ່າຈະນຳທຶນເຂົ້າມາຄົບຖ້ວນຕາມການອະນຸຍາດ ເພື່ອທະນາຄານ ແຫ່ງ ສປປ ລາວ ອອກໃບຢັ້ງຢືນການນຳທຶນເຂົ້າໃຫ້ຈົນກວ່າຈະນຳທຶນເຂົ້າມາຄົບຖ້ວນ ເພື່ອເປັນຫັລກຖານໃນເວລານຳທຶນອອກ.
ກໍລະນີນຳທຶນເຂົ້າມາເປັນເງິນສົດ ຕ້ອງມີໃບຢັ້ງຢືນແຈ້ງເງິນສົດຈາກເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ໃບລອກກ່າຍບັນຊີເງິນຝາກທີ່ພົວພັນກັບເງິນສົດທີ່ນຳເຂົ້າມາ ຈາກທະນາຄານທຸລະກິດໃດໜື່ງ ທີ່ຕັ້ງຢູ່ ສປປ ລາວ ແຕ່ການຢັ້ງຢືນເງິນທຶນດັ່ງກ່າວຈະຖືກປັບໃໝຕາມລະບຽບການ. ຖ້າການນຳເຂົ້າເປັນເງິນສົດໂດຍບໍ່ມີຫລັກຖານທີ່ໄດ້ກ່າວມາຂ້າງເທິງ ທະນາຄານ ແຫ່ງ ສປປ ລາວ ຈະບໍ່ອອກໃບຢັ້ງຢືນການນຳເຂົ້າທຶນເປັນເງິນສົດຈຳນວນດັ່ງກ່າວໃຫ້ຢ່າງເດັດຂາດ.
ທະນາຄານ ແຫ່ງ ສປປ ລາວ ມີໜ້າທີ່ກວດກາຫລັກຖານການນຳເຂົ້າທຶນ ແລະ ອອກໃບຢັ້ງຢືນການນຳເຂົ້າທຶນຕົວຈິງໃຫ້ແກ່ຜູ້ລົງທຶນຕ່າງປະເທດຢ່າງເປັນປົກກະຕິ.
ສຳລັບຜູ້ລົງທຶນຕ່າງປະເທດທີ່ມີສຳນັກງານໃຫຍ່ຢູ່ທ້ອງຖິ່ນ ແມ່ນໃຫ້ຜູ້ລົງທຶນແຈ້ງການ ນຳທຶນເຂົ້າ ນຳສາຂາທະນາຄານ ແຫ່ງ ສປປ ລາວ ຫລື ທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດ ເພື່ອອອກໃບຢັ້ງຢືນການນຳເຂົ້າທຶນຕາມລະບຽບການ.
ມາດຕາ 23: ການໂອນເງິນໄປຕ່າປະເທດ
ບຸກຄົນ ແລະ ນິຕິບຸກຄົນ ທີ່ມາລົງທຶນຢູ່ ສປປ ລາວ ສາມາດໂອນເງິນໄປຕ່າງປະເທດດັ່ງກ່າວລຸ່ມນີ້:
1. ໂອນກຳໄລ, ເງິນປັນຜົນ, ຕົ້ນທຶນເງິນກູ້ ແລະ ດອກເບັ້ຍເງິນກູ້ກັບຄືນປະເທດ ຫລື ໄປປະເທດທີສາມ ຕ້ອງປະກອບສຳນວນເອກະສານດັ່ງນີ້:
- ໃບສະເໜີຂໍໂອນເງິນ;
- ໃບລອກກ່າຍບັນຊີເງິນຝາກຂອງຜູ້ຂໍໂອນຢູ່ທະນາຄານທຸລະກິດ;
- ໃບຢັ້ງຢືນການນຳເຂົ້າທຶນ ອອກໂດຍທະນາຄານ ແຫ່ງ ສປປ ລາວ;
- ໃບອະນຸຍາດກູ້ເງິນ ອອກໂດຍທະນາຄານ ແຫ່ງ ສປປ ລາວ (ສຳລັບການໂອນຕົ້ນທຶນເງິນກູ້ ແລະ ດອກເບັ້ຍເງິນກູ້);
- ມະຕິກອງປະຊຸມສະພາບໍລິຫານ ຫລື ກອງປະຊຸມຂາຮຸ້ນກ່ຽວກັບການແບ່ງເງິນປັນຜົນຂອງບໍລິສັດ.
2. ການໂອນເງິນລົງທຶນອອກນອກ ສປປ ລາວ ກໍລະນີໝົດກຳນົດເວລາລົງທຶນ ຫລື ໃນກໍລະນີການລົງທຶນຫາກຢຸດຕິບາງສ່ວນ ຫລື ທັງໝົດ ຕ້ອງປະກອບສຳນວນເອກະສານດັ່ງນີ້:
- ໃບສະເໜີຂໍໂອນຕົ້ນທຶນກັບຄືນປະເທດ ຫລື ໄປປະເທດທີສາມ;
- ໃບຢັ້ງຢືນການນຳເຂົ້າທຶນອອກໂດຍກັບທະນາຄານ ແຫ່ງ ສປປ ລາວ;
- ມະຕິຕົກລົງ ຫລື ແຈ້ງການ ກ່ຽວກັບ ການບໍ່ອະນຸຍາດຕໍ່ການລົງທຶນ ຫລື ການຢຸດຕິກິດຈະການບາງສ່ວນ ຫລື ທັງໝົດອອກໂດຍ ກະຊວງແຜນການ ແລະ ການລົງທຶນ.
ພາຍຫລັງທີ່ຜູ້ໂອນເງິນເງິນປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນແລ້ວ ທະນາຄານທຸລະກິດມີໜ້າທີ່ຄົ້ນຄ້ວາພິຈາລະນາໂອນເງິນໃຫ້ທັນທີ.
ມາດຕາ 24: ການລົງທຶນຢູ່ຕ່າງປະເທດຜູ້ຕັ້ງຢູ່ ສປປ ລາວ
ບຸກຄົນ ແລະ ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ທີ່ຕ້ອງການໄປລົງທຶນທາງກົງ ຫລື ທາງອ້ອມຢູ່ຕ່າງປະເທດ ຕ້ອງປະກອບເອກະສານສະເໜີຂໍອະນຸຍາດໂອນເງິນໄປລົງທຶນຢູ່ຕ່າງປະເທດ ນຳທະນາຄານ ແຫ່ງ ສປປ ລາວ ດັ່ງນີ້:
- ໃບສະເໜີຂໍໂອນເງິນທຶນ ອອກນອກ ສປປ ລາວ ຂອງຜູ້ລົງທຶນ;
- ໃບອະນຸຍາດໃຫ້ໄປລົງທຶນຢູ່ຕ່າງປະເທດຈາກ ກະຊວງແຜນການ ແລະ ການລົງທຶນ;
- ໃບອະນຸຍາດລົງທຶນຈາກປະເທດທີ່ຈະໄປລົງທຶນ;
- ໃບລອກກ່າຍບັນຊີເງິນ ຂອງຜູ້ຈະໄປລົງທຶນ ອອກໂດຍທະນາຄານທຸລະກິດທີ່ຕົນມີບັນຊີເງິນຝາກຢູ່.
ໝວດທີ VII
ການຄຸ້ມຄອງທຸລະກິດວັດຖຸມີຄ່າ
ມາດຕາ 25: ການສ້າງຕັ້ງ ແລະ ຄຸ້ມຄອງທຸລະກິດວັດຖຸມີຄ່າ
1. ການສ້າງຕັ້ງທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ
ບຸກຄົນ ແລະ ນິຕິບຸກຄົນ ທີ່ຕັ້ງຢູ່ ສປປ ລາວ ມີຈຸດປະສົງດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ (ຄຳແທ່ງ ແລະ ເງິນເມັດ) ທີ່ສາກົນນຳໃຊ້ເປັນພາຫະນະຊຳລະ ຕ້ອງປະກອບສຳນວນເອກະສານ ແລະ ເງື່ອນໄຂ ດັ່ງນີ້:
- ໃບສະເໜີຂໍສ້າງຕັ້ງບໍລິສັດນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ ຕາມແບບຟອມ ຂອງທະນາຄານແຫ່ງ ສປປ ລາວ;
- ທຶນຈົດທະບຽນ ຢ່າງໜ້ອຍ 20 ຕື້ກີບ, ໃນນັ້ນເປັນເງິນສົດ 80% ແລະ ເປັນຊັບສິນອື່ນໆ 20%;
- ບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນການດຳເນີນທຸລະກິດ;
- ໂຄງຮ່າງການຈັດຕັ້ງ, ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ອຸປະກອນຮັບໃຊ້ໃນການດຳເນີນທຸລະກິດ;
- ໃບແຈ້ງໂທດຈາກສານ ສຳລັບບຸກຄົນ;
- ມີສະຖານທີ່ຕັ້ງຂອງຫ້ອງການທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພໃນການບໍລິການ.
ສຳລັບຜູ້ລົງທຶນຕ່າງປະເທດມີຈຸດປະສົງມາຕັ້ງບໍລິສັດຢູ່ ສປປ ລາວ ເພື່ອດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ຕ້ອງຍື່ນສຳນວນເອກະສານຕໍ່ກະຊວງແຜນການ ແລະ ການລົງທຶນສຳລັບຂັ້ນສູນກາງ ຫລື ຕໍ່ພະແນກແຜນການ ແລະ ການລົງທຶນ ສຳລັບຂັ້ນແຂວງ ແລ້ວແຕ່ກໍລະນີ. ນອກຈາກເອກະສານທີ່ກ່າວຂ້າງເທິງນັ້ນ ຕ້ອງໄດ້ປະກອບເອກະສານເພີ່ມເຕີມ ຄື: ສຳເນົາໜັງສືຜ່ານແດນ, ຊີວະປະຫວັດ, ສະພາບການເຄື່ອນໄຫວທຸລະກິດ ຫລື ຄວາມເປັນມາຂອງຜູ້ທີ່ມີຈຸດປະສົງດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ.
2. ການຄຸ້ມຄອງ ແລະ ກວດກາທຸລະກິດວັດຖຸມີຄ່າ
- ການດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາ ຂອງທະນາຄານ ແຫ່ງ ສປປ ລາວ;
- ການນຳເຂົ້າ-ສົ່ງອອກ ວັດຖຸມີຄ່າ ຕົວຈິງແຕ່ລະຄັ້ງຂອງບໍລິສັດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ.
ນອກຈາກນີ້ ຜູ້ທີ່ຕ້ອງການອະນຸຍາດ ແລະ/ຫລື ຜູ້ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.
ໝວດທີ VIII
ການສ້າງແຜນດຸນຊຳລະລະຫວ່າງປະເທດ
ມາດຕາ 26: ການສັງລວມຂໍ້ມູນລາຍຮັບ-ລາຍຈ່າຍເປັນເງິນຕາຕ່າງປະເທດ
ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ມີໜ້າທີ່ສະຫລຸບສັງລວມລາຍງານສະພາບການຮັບ-ຈ່າຍ ເງິນຕາຕ່າງປະເທດ ແລະ ສະພາບການຊຳລະສະສາງກັບຕ່າງປະເທດ ໃຫ້ທະນາຄານ ແຫ່ງ ສປປ ລາວ ທີ່ໄດ້ກຳນົດອອກ. ພ້ອມກັນນີ້ ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ມີສິດຮ້ອງຂໍໃຫ້ບຸກຄົນ ແລະ ນິຕິບຸກຄົນ ທີ່ມີການເຄື່ອນໄຫວກ່ຽວຂ້ອງກັບເງິນຕາຕ່າງປະເທດ ໃຫ້ລາຍງານຂໍ້ມູນ ຖ້າເຫັນວ່າມີຄວາມຈຳເປັນ. ໃນກໍລະນີທີ່ລູກຄ້າຂອງຕົນມີການເຄື່ອນໄຫວບໍ່ສອດຄ່ອງກັບລັດຖະບັນຍັດ ແລະ ບົດແນະນຳສະບັບນີ້ີ້, ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ຕ້ອງລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ຊາບໂດຍດ່ວນ.
ມາດຕາ 27: ການສ້າງແຜນດຸນການຊຳລະລະຫວ່າງປະເທດ
ທະນາຄານ ແຫ່ງ ສປປ ລາວ ມີໜ້າທີ່ສ້າງແຜນດຸນກາຊຳລະລະຫວ່າງປະເທດ ເພື່ອຕິດຕາມ ແລະ ວິເຄາະສະພາບການຊຳລະລະຫວ່າງ ສປປ ລາວ ກັບ ຕ່າງປະເທດບົນພື້ນຖານຂໍ້ມູນລາຍຮັບ-ລາຍຈ່າຍ ເປັນເງິນຕາຕ່າງປະເທດ ຈາກພາກສ່ວນທີ່ກ່ຽວຂ້ອງ.
ທຸກພາກສ່ວນທີ່ກ່ຽວຂ້ອງມີໜ້າທີ່ສະໜອງຂໍ້ມູນລາຍຮັບ-ລາຍຈ່າຍ ເປັນເງິນຕາຕ່າງປະເທດ ແລະ ແຜນ ລາຍຮັບ-ລາຍຈ່າຍ ເປັນເງິນຕາຕ່າງປະເທດ ໃຫ້ກົມນະໂຍບາຍເງິນຕາ ທະນາຄານ ແຫ່ງ ສປປ ລາວ.
ກົມນະໂຍບາຍເງິນຕາ ທະນາຄານ ແຫ່ງ ສປປ ລາວ ມີສິດປະສານງານໂດຍກົງກັບພາກສ່ວນທີ່ກ່ຽວຂ້ອງເມື່ອເຫັນວ່າມີຄວາມຈຳເປັນ.
ໝວດທີ IX
ການກວດກາ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 28: ການກວດກາ
ບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງ ແລະ ແຂວງ ມີໜ້າທີ່ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະບັນຍັດ ແລະ ບົດແນະນຳສະບັບນີ້ ຂອງບັນດາກົມກອງ, ວິສາຫະກິດ ແລະ ບຸກຄົນທົ່ວໄປທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງຕົນຢ່າງເປັນປົກກະຕິ.
ທະນາຄານ ແຫ່ງ ສປປ ລາວ ມີໜ້າທີ່ກວດກາການຈັດຕັ້ງປະຕິບັດລັດຖະບັນຍັດ ແລະ ບົດແນະນຳສະບັບນີ້ ຂອງທະນາຄານທຸລະກິດ, ສະຖາບັນການເງິນອື່ນໆ ແລະ ຮ້ານແລກປ່ຽນເງິນຕາທັງມີໜ້າທີ່ເກັບກຳສັງລວມຜົນ ຂອງການກວດກາການຈັດຕັ້ງປະຕິບັດລັດຖະບັນຍັດ ແລະ ບົດແນະນຳສະບັບນີ້ ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງ ແລະ ແຂວງຢ່າງເປັນປັກກະຕິ ເພື່ອສະຫຼບສັງລວມລາຍງານໃຫ້ລັດຖະບານເປັນແຕ່ໄລຍະ.
ມາດຕາ 29: ນະໂຍບາຍຕໍ່ຜູ້ມີຜົນງານ
ທະນາຄານ ແຫ່ງ ສປປ ລາວ ມີໜ້າທີ່ເກັບກຳຜົນງານດີເດັ່ນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ເພື່ອຄົ້ນຄວ້າການຍ້ອງຍໍຕາມລະບຽບທີ່ ທະນາຄານ ແຫ່ງ ສປປ ລາວ ວາງອອກ ໃນແຕ່ລະໄລຍະ.
ເຈົ້າໜ້າທີ່, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ທີ່ໄດ້ປະກອບສ່ວນ ເຂົ້າໃນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ດ້ວຍການໃຫ້ຂໍ້ມູນຂ່າວສານ, ການຈັບກຸມທາງກົງ ຫຼື ທາງອ້ອມ ກ່ຽວກັບການລະເມີດລັດຖະບັນຍັດ ແລະ ບົດແນະນຳສະບັບນີ້ີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນໆ ທີ່ທະນາຄານ ແຫ່ງ ສປປ ລາວ ວາງອອກ.
ມາດຕາ 30: ການລະເມີດ
ຜູ້ຕັ້ງຢູ່ ສປປລາວ ແລະ ບໍ່ຕັ້ງຢູ່ ສປປ ລາວ ກະທຳຕໍ່ໄປນີ້ຖືວ່າເປັນການລະເມີດຕໍ່ລັດຖະບັນຍັດ ແລະ ບົດແນະນຳສະບັບນີ້:
1. ການນຳໃຊ້ເງິນຕາຕ່າວງປະເທດຊຳລະສະສາງ ລວມທັງການຕິດປະກາດລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ ໃນດິນແດນ ສປປ ລາວ ໂດຍທີ່ບໍ່ໄດ້ຮັບອະນຸຍາດ;
2. ການດຳເນີນທຸລະກິດເງິນຕ່າງປະເທດ ລວມທັງການແລກປ່ຽນເງິນຕາຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ;
3. ການນຳເງິນສົດເປັນເງິນກີບ, ເງິນສົດເປັນເງິນຕາຕ່າງປະເທດ ຫລື ວັດຖຸມີຄ່າເຂົ້າ-ອອກ ສປປ ລາວ ທີ່ເກີນກຳນົດໂດຍບໍ່ໄດ້ຮັບອະນຸຍາດ;
4. ການເປີດບັນຊີ ແລະ ການເຄື່ອນໄຫວບັນຊີເງິນຝາກຢູ່ຕ່າງປະເທດ ໂດຍບໍ່ຮັບອະນຸຍາດ ຫລື ເຄື່ອນໄຫວເກີນຂອບເຂດທີ່ໄດ້ຮັບອະນຸຍາດ;
5. ການກຳນົດ ແລະ ການປະຕິບັດອັດຕາແລກປ່ຽນ ຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງຕາມລະບຽບ ທີ່ໄດ້ກຳນົດໄວ້;
6. ການກູ້ເງິນ ແລະ ໃຫ້ ຫລື ການຮັບ-ການໃຫ້ສິນເຊື່ອການຄ້າ ກັບຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ;
7. ການນຳເງິນທຶນເຂົ້າເປັນເງິນສົດ ຂອງຜູ້ລົງທຶນຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ຫລື ການນຳທຶນເຂົ້າມາແລ້ວແຕ່ບໍ່ມາຢັ້ງຢືນການນຳເຂົ້າທຶນ;
8. ການບໍ່ປະຕິບັດຕາມລະບຽບລາຍງານ ຫລື ການລາຍງານຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
9. ການປິດບັງຄວາມຜິດ ຫລື ການໃຫ້ຄວາມຮ່ວມມືໃນການກະທຳຜິດຕໍ່ລັດຖະບັນຍັດ ແລະ ບົດແນະນຳສະບັບນີ້;
10. ການກະທຳອື່ນໆທີ່ບໍ່ສອດຄ່ອງກັບລັດຖະບັນຍັດ ແລະ ບົດແນະນຳສະບັບນີ້.
ມາດຕາ 31: ມາດຕະການຕໍ່ຜູ້ລະເມີດ
1. ລະເມີດຂໍ້ 1 ຂອງມາດຕາ 30 ຄັ້ງທຳອິດ ແລະ ມີລັກສະນະເບົາບາງ ຫລືທ ການກະທຳດ້ວຍຄວາມຮູ້ເທົ່າບໍ່ເຖິງການຈະຖືກກ່າວເຕືອນ ຖ້າກ່າວເຕືອນແລ້ວແຕ່ຍັງສືບຕໍ່ກະທຳຜິດ ຈະຖືກປັບໃໝ 500.000 ກີບ ຈາກເຈົ້າໜ້າທີ່ການຄ້າ ແລະ/ຫລື ຕຳຫລວດເສດຖະກິດ;
2. ລະເມີດຂໍ້ 2 ຂອງມາດຕາ 30 ຄັ້ງທຳອິດ ແລະ ມີລັກສະນະເບົາບາງ ຫລື ການກະທຳດ້ວຍຄວາມຮູ້ເທົ່າບໍ່ເຖິງການຜູ້ລະເມີດຈະຖືກກ່າວເຕືອນ ຖ້າຫາກກ່າວເຕືອນແລ້ວແຕ່ຍັງສືບຕໍ່ກະທຳຄວາມຜິດ ຈະຖືກປັບໃໝ 3.000.000 ກີບ ຈາກເຈົ້າໜ້າທີ່ຕຳຫລວດເສດຖະກິດ;
3. ລະເມີດຂໍ້ 3 ຂອງມາດຕາ 30 ຈະຖືກປະຕິບັດມາດຕະການດັ່ງນີ້:
- -ການນຳເງິນສົດເປັນເງິນກີບເຂົ້າ-ອອກ ສປປ ລາວ ເກີນກຳນົດໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຄັ້ງທຳອິດ ແລະ ມີລັກສະນະເບົາບາງ ຫລື ການກະທຳດ້ວຍຄວາມຮູ້ເທົ່າບໍ່ເຖິງການຜູ້ລະເມີດຈະຖືກກ່າວເຕືອນ. ຖ້າກ່າວເຕືອນແລ້ວ ແຕ່ຍັງສືບຕໍ່ກະທຳຜິດຊ້ຳເປັນຄັ້ງທີສອງ ຫລື ກໍລະນີທຳຄວາມຜິດເທື່ອທຳອິດທີ່ມີມູນຄ່າ 50 ລ້ານກີບ ຂຶ້ນໄປຈະຖືກປັບໄໝ 50% ຂອວງມູນຄ່າທີ່ລະເມີດ. ຖ້າຍັງສືບຕໍ່ກະທຳຄວາມຜິດ ຜູ້ລະເມີດຈະຖືກປັບໃໝ 100% ຂອງມູນຄ່າທີ່ລິເມີດ.
- -ການນຳເງິນສົດເປັນເງິນຕາຕ່າງປະເທດ ແລະວັດຖຸມີຄ່າ ອອກນອກ ສປປ ລາວ ທີ່ມີມູນຄ່າທຽບເທົ່າ 100 ລ້ານກີບຂຶ້ນໄປ ໂດຍບໍ່ມີຫລັກຖານແຈ້ງເງິນເຂົ້າ ສປປ ລາວ ຫລື ບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຈະຖືກກ່າວເຕືອນ. ຖ້າກ່າວເຕືອນແລ້ວ ແຕ່ຍັງສືບໍ່ກະທຳຜິດຊ້ຳເປັນຄັ້ງທີສອງ ຫລື ກໍລະນີກະທຳຄວາມຜິດເທື່ອທຳອິດທີ່ມີມູນຄ່າ 200 ລ້ານກີບຂຶ້ນໄປ ຈະຖືກປັບໃໝ 50% ຂອງມູນຄ່າທີ່ລະເມີດ. ຖ້າຍັງສືບຕໍ່ກະທຳຜິດອີກຜູ້ລະເມີດຈະຖືກປັບໃໝ 100% ຂອງມູນຄ່າທີ່ລະເມີດ ຈາກເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ພາກສ່ວນທ່ກ່ຽວຂ້ອງ.
4. ລະເມີດຂໍ້ 4 ຂອງມາດຕາ 30 ຄັ້ງທຳອິດ ແລະ ມີລັກສະນະເບົາບາງ ຫລື ການກະທຳດ້ວຍຄວາມຮູ້ເທົ່າບໍ່ເຖິງການຜູ້ລະເມີດຈະຖືກກ່າວເຕືອນ. ຖ້າກ່າວເຕືອນແລ້ວແຕ່ຍັງສືບຕໍ່ກະທຳຜິດຈະຖືກປັບໃໝ 50.000.000 ກີບ;
5. ລະເມີດຂໍ 5 ຂອງມາດຕາ 30 ຄັ້ງທຳອິດ ແລະ ມີລັກສະນະເບົາບາງ ຫລື ການກະທຳດ້ວຍຄວາມຮູ້ເທົ່າບໍ່ເຖິງການຜູ້ລະເມີດຈະຖືກກ່າວເຕືອນ. ຖ້າກ່າວເຕືອນແລ້ວແຕ່ຍັງສືບຕໍ່ກະທຳຜິດຈະຖືກປັບໃໝ 2.000.000 ກີບ;
6. ລະເມີດຂໍ້ 6 ຂອງມາດຕາ 30 ຄັ້ງທີໜຶ່ງຈະຖືກປັບໃໝ 0,1% ຂອງວົງເງິນກູ້, ຖ້າຍັງສືບຕໍ່ກະທຳຄວມຜິດເປັນອາຈີນ ຈະຖືກປັບໃໝ 1% ຂອງວົງເງິນກູ້ທັງໝົດ;
7. ລະເມີດຂໍ້ 7 ຂອງມາດຕາ 30 ຄັ້ງທີໜຶ່ງຈະຖືກປັບໃໝ 10% ຖ້າກະທຳຜິດອີກເປັນຄັ້ງຕໍ່ໄປຈະຖືກປັບໃໝ 50% ຂອງຈຳນວນເງິນສົດີ່ມາຢັ້ງຢືນໃນຄັ້ງນັ້ນ.
ລະເມີດຂໍ້ 8, ຂໍ້ 9, ຂໍ້ 10 ຂອງມາດຕາ 30 ຄັ້ວທຳອິດ ແລະ ມີລັກສະນະເບົາ ບາງ ຫລື ການກະທຳດ້ວຍຄວາມຮູ້ເທົ່າບໍ່ເຖິງການ ຜູ້ລະເມີດຈະຖືກກ່າວເຕືອນ ແລະ ບັນທຶກເປັນລາຍລັກອັກສອນ. ຖ້າກ່າວເຕືອນແລ້ວແຕ່ຍັງສືບຕໍ່ກະທຳຜິດຄັ້ວທີສອງ ຫລື ລະເມີດຄັ້ງທຳອິດ ທີ່ມີມູນຄ່າທຽມເທົ່າ 50 ລ້ານກີບຂຶ້ນໄປ ຈະຖືກປັບໃໝ 50% ຂອງມູນຄ່າທີ່ລະເມີດ. ຖ້າຍັງສືບຕໍ່ກະທຳຜິດເປັນອາຈີນ ຈະຖືກປັບໃໝ 100% ຂອງມູນຄ່າທີ່ລະເມີດ.
ການກະທຳຜິດແຕ່ຂໍ້ 1 ຫາ ຂໍ້ 10 ຂອງມາດຕາ 31 ທີ່ກໍ່ຜົນເສຍຫາຍຕໍ່ລະບົບເສດຖະກິດ-ການເງິນ ແລະ ເງິນຕາຂອງປະເທດ ຢ່າງຮ້າຍແຮງເຖິງວ່າເປັນການກະທຳຄັ້ງທີໜຶ່ງກໍ່ຕາມ ຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.
ສຳລັບເງິນ ຫລື ວັດຖຸມີຄ່າ ທີ່ໄດ້ຮັບຈາກການປັບໃໝຈະຖືກຮິບ. ອະນຸຍາດໃຫ້ຫັກ 40% ຂອງມູນຄ່າທີ່ໄດ້ຈາກການປັບໃໝ ເພື່ອເປັນຄ່າລາງວັນ ຫລື ບຳເນັດ ແລະ ຈັດແບ່ງລະບຽບການ ທີ່ອົງການທີ່ມີສິດອຳນາດກ່ຽວຂ້ອງກຳນົດອອກໃຫ້ຜູ້ທີ່ມີຜົນງານ ສ່ວນທີ່ເຫລືອ 60% ຂອງມູນຄ່າທີ່ຮັບຈາກການປັບໃໝ ແມ່ນຕ້ອງສົ່ງມອບເຂົ້າບັນຊີລາຍຮັບງົບປະມານຂອງລັດ ພ້ອມເອກະສານຫລັກຖານຕ່າງໆ ທີ່ກ່ຽວຂ້ອງກັບການປັບໃໝ ລວມທັງບົດບັນທຶກການປັບໃໝ ໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ພາຍໃນ 15 ວັນ ລັດຖະການ.
ໝວດທີ X
ບົດບັນຍັດສຸດທ້າຍ
ມາດຕາ 32 ການຈັດຕັ້ງປະຕິບັດ
ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງໃນທົ່ວສັງຄົມລວມທັງບຸກຄົນ ແລະ ນິຕິບຸກຄົນ ມີໜ້າທີ່ປະຕິບັດລັດຖະບັນຍັດ ແລະ ບົດແນະນຳສະບັບນີ້ຢ່າງເຂັ້ມງວດ. ທະນາຄານ ແຫ່ງ ສປປ ລາວ ເປັນຜູ້ຕິດຕາມກວດກາການປະຕິບັດ ແລະ ລາຍງານຜົນການປະຕິບັດໃຫ້ຂັ້ນເທິງຊາບເປັນແຕ່ລະໄລຍະເພື່ອແກ້ໄຂບັນຫາໃຫ້ທັນເວລາ.
ມາດຕາ 33: ຜົນສັກສິດ
ບົດແນະນຳສະບັບນີ້ປ່ຽນແທນບົດແນະນຳສະບັບເລກທີ 02/ທຫລ, ລົງວັນທີ 29 ກັນຍາ 2003 ກ່ຽວກັບ ການຈັດຕັ້ງປະຕິບັດລັດຖະບັນຍັດ ວ່າດ້ວຍການຄຸ້ມຄອງເງິຮຕາຕ່າງປະເທດ ແລະ ວັດຖຸມີຄ່າເລກທີ 01/ສປປ ລົງວັນທີ 09 ສິງຫາ 2002.
ບົດແນະນຳສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ທຸກຂໍ້ກຳນົດກົດລະບຽບທີ່ປະກາດໃຊ້ໃນເມື່ອກ່ອນຫາກຂັດກັບບົດແນະນຳສະບັບນີ້ລ້ວນແຕ່ຖືກຍົກເລີກ.
ຜູ້ວ່າການທະນາຄານ ແຫ່ງ ສປປປ ລາວ
(ເຊັນ ແລະ ປະທັບຕາ)
ພູເພັດ ຄຳພູນວົງ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.