ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະລາດ ວັດທະນາຖາວອນ

ທະນາຄານແຫ່ງ ສ.ປ.ປ. ລາວ      ເລກທີ    01   /ທຫລ
ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2007

ລະບຽບ
ການສ້າງຕັ້ງ ແລະ ຄຸ້ມຄອງບໍລິສັດການນຳເຂົ້າ-ສົ່ງອອກ ວັດຖຸມີຄ່າ

  • ອີງຕາມລັດຖະບັນຍັດເລກທີ 01/ສປປ, ລົງວັນທີ 9/8/02 ແລະ ບົດແນນຳຈັດຕັ້ງປະຕິບັດ ເລກທີ 02/ທຫລ, ລົງວັນທີ 29/9/2003 ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ.

ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ອອກລະບຽບດັ່ງນີ້:

ໝວດທີ I
ຂໍ້ກຳນົດທົ່ວໄປ

ມາດຕາ 1. ຈຸດປະສົງ
     ລະບຽບສະບັບນີ້ສ້າງຕັ້ງຂຶ້ນເພື່ອກຳນົດເງື່ອນໄຂການສ້າງຕັ້ງ, ຂອບເຂດສິດ ແລະ ໜ້າທີ່, ລະບຽບ ການຊື້-ຂາຍ, ລະບົບການກວດກາ, ການລາຍງານ ແລະ ບັນຫາສຳຄັນອື່ນໆກ່ຽວກັບການສ້າງຕັ້ງ ແລະ ຄຸ້ມ ຄອງບໍລິສັດນຳເຂົ້າ-ສົ່ງອອກວັດຖຸມີຄ່າ ຢູ່ ສປປ ລາວ ເພື່ອເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຂອງບໍລິສັດນຳເຂົ້າ-ສົ່ງອອກວັດຖຸມີຄ່າ ແລະ ສະດວກໃຫ້ແກ່ ທະນາຄານ ແຫ່ງ ສປປ ລາວ ໃນການຄຸ້ມຄອງການ ນຳເຂົ້າ-ສົ່ງອອກວັດຖຸມີຄ່າ ໃຫ້ສອດຄ່ອງກັບນະໂຍບາຍເງິນຕາໃນພື້ນຖານເສດຖະກິດຂອງ ສປປ ລາວ.

ມາດຕາ 2. ການອະທິບາຍຄຳສັບ
     ຄຳສັບຕ່າງໆໃນລະບຽບການສະບັບນີ້ມີຄວາມໝາຍດັ່ງນີ້:

  • “ວັດຖຸມີຄ່າ ທີ່ກຳນົດໃນລະບຽບສະບັບນີ້” ໝາຍເຖິງຄຳແທ່ງ ທີ່ໄດ້ມາດຕະຖານສາກົນ 99,99% ແລະ ເງິນເມັດ ທີ່ໄດ້ມາດຕະຖານສາກົນ 99,99% ທີ່ຍັງບໍ່ທັນໄດ້ແປຮູບເປັນຮູບປະພັນ;
  • “ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ” ໝາຍເຖິງບໍລິສັດທີ່ໄດ້ຮັບອະນຸຍາດສ້າງຕັ້ງຈາກທະນາຄານແຫ່ງ ສປປ ລາວ ໃຫ້ດຳເນີນທຸລະກິດນຳເຂົ້າ - ສົ່ງອອກວັດຖຸມີຄ່າ ເພື່ອຂາຍຍົກໃຫ້ແກ່ຫົວໜ່ວຍທຸລະກິດປຸງແຕ່ງວັດຖຸມີຄ່າຢູ່ພາຍໃນປະເທດ ແລະ ສົ່ງອອກວັດຖຸມີຄ່າໄປຂາຍຕ່າງປະເທດ;
  • ໃບລາຍງານຖານະການເງິນໝາຍເຖິງ ໃບສະຫຼຸບຊັບສົມບັດ, ໃບສະຫຼຸບລາຍຮັບ - ລາຍຈ່າຍ, ບັນຊີເງິນຝາກ, ບັນຊີຊື້ - ຂາຍວັດຖຸມີຄ່າ.

ມາດຕາ 3. ການຂໍອະນຸຍາດສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າ:
     ບຸກຄົນ, ນິຕິບຸກຄົນລາວ ທີ່ມີເງື່ອນໄຂຄົບຖ້ວນດັ່ງທີ່ກຳນົດໄວ້ໃນມາດຕາ 4 ຂອງລະບຽບການສະບັບນີ້ທີ່ມີຈຸດປະສົງຂໍອະນຸຍາດສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່ານຳທະນາຄານແຫ່ງ ສປປ ລາວ ຕ້ອງໄດ້ຍື່ນໃບສະເໜີເປັນລາຍຫຼັກອັກສອນເຖິງ ທະນາຄານແຫ່ງ ສປປ ລາວ. ພາຍຫຼັງທີ່ໄດ້ຮັບອະນຸຍາດຢ່າງເປັນທາງການຈາກທະນາຄານແຫ່ງ ສປປ ລາວ ແລ້ວຈຶ່ງໄປຂຶ້ນທະບຽນວິສາຫະກິດ ແລະ ທະບຽນອາກອນນຳພາກສ່ວນກ່ຽວຂ້ອງຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.

     ສຳລັບນັກລົງທຶນຕ່າງປະເທດ ຕ້ອງຍື່ນຄຳຮ້ອງຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຫຼື ຂັ້ນແຂວງ ແລ້ວແຕ່ກໍລະນີ ພ້ອມເອກະສານປະກອບຄື: ສຳເນົາໜັງສືຜ່ານແດນ, ຊີວະປະຫວັດ, ບົດວິພາກເສດຖະກິດ-ເຕັກນິກ ຫຼື ແຜນການດຳເນີນທຸລະກິດ, ຂໍ້ມູນກ່ຽວກັບທຸລະກິດ.

ໝວດທີ II
ເງື່ອນໄຂ ແລະ ການພິຈາລະນາການສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າ

ມາດຕາ 4. ເງື່ອນໄຂການສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ:
     ເງື່ອນໄຂການສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ ມີດັ່ງນີ້:

  1. ໃບສະເໜີຂໍສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າ ຕາມຮ່າງໃບສະເໜີ ທະນາຄານແຫ່ງ ສປປ ລາວ;
  2. ຖ້າເປັນນິຕິບຸກຕຄົນລາວ ຕ້ອງມີໃບລາຍງານຖານະການເງິນ, ຖ້າເປັນບຸກຄົນຕ້ອງມີສຳເນົາໃບລອກກ່າຍ ບັນຊີເງິນຝາກຂອງຕົນຢູ່ ທະນາຄານທຸລະກິດໃດໜຶ່ງ ຢູ່ ສປປ ລາວ ໃນໄລຍະ 3 ປີ ຄືນຫຼັງ;
  3. ຕ້ອງມີບົດວິພາກເສດຖະກິດ;
  4. ຕ້ອງມີໂຄງຮ່າງການຈັດຕັ້ງ, ມີບຸຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ມີເຄື່ອງມືຮັບໃຊ້ໃນການດຳເນີນທຸລະກິດ.
  5. ຕ້ອງມີໃບແຈ້ງໂທດຈາກສານ;
  6. ຕ້ອງມີທຶນຈົດທະບຽນ ຢ່າງຕຳ່ 20 ຕື້ກີບ, ໃນນັ້ນເປັນເງິນສົດ 80% ແລະ ເປັນຊັບສິນອື່ນໆ 20%;
  7. ຕ້ອງມີສະຖານທີ່ຕັ້ງຂອງຫ້ອງການທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພໃນການບໍລິການ;
  8. ຜູ້ຍື່ນຄຳຮ້ອງຂໍອະນຸຍາດສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຕ້ອງເສຍຄ່າທຳນຽມຕາມລະບຽບການ;

ມາດຕາ 5. ການພິຈາລະນາຄຳຮ້ອງຂໍສ້າງຕັ້ງ:
     ທະນາຄານ ແຫ່ງ ສປປ ລາວ ຕ້ອງພີຈາລະນາໃບຄຳຮ້ອງ ແລະ ແຈ້ງຜົນຢ່າງເປັນລາຍລັກອັກສອນ ໃຫ້ແກ່ຜູ້ສະເໜີຂໍສ້າງຕັ້ງຊາບຢ່າງຊ້າບໍ່ໃຫ້ເກີນ 30 ວັນທາງລັດຖະການ ນັບແຕ່ມື້ໄດ້ຮັບໃບຄຳຮ້ອງຂໍສ້າງຕັ້ງຄົບຖ້ວນ ຕາມ ມາດຕາ 4, (ນອກຈາກ ມາດຕາ 4.7) ຂອງລະບຽບສະບັບນີ້.

ໝວດທີ III
ສິດ ແລະ ໜ້າທີ່ ຂອງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ

ມາດຕາ 6. ສິດ ແລະ ໜ້າທີ່ ໃນການດຳເນີນທຸລະກິດຂອງບໍລິສັດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າ:

  • ນຳເຂົ້າວັດຖຸມີຄ່າ ຈາກຕ່າງປະເທດ;
  • ສະໜອງວັດຖຸມີຄ່າຢູ່ພາຍໃນປະເທດ;
  • ສົ່ງອອກວັດຖຸມີຄ່າໄປຂາຍຕ່າງປະເທດ;
  • ຊື້-ຂາຍວັດຖຸມີຄ່າຢູ່ຕ່າງປະເທດ; ( ກ່ອນຈະປະຕິບັດໜ້າທີ່ນີ້ໄດ້ຕ້ອງຂໍອະນຸຍາດນຳ ທະນາຄານແຫ່ງ ສປປ ລາວ ອີກ)
  • ຕິດປ້າຍບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ;
  • ຕິດໃບອະນຸຍາດດຳເນີນທຸລະກິດສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຂອງຕົນໄວ້ບ່ອນທີ່ເປີດເຜີຍ ແລະ ເຫັນໄດ້ງ່າຍ;
  • ຂໍອະນຸຍາດການນຳເຂົ້າ - ສົ່ງອອກວັດຖຸມີຄ່າແຕ່ລະຄັ້ງນຳທະນາຄານແຫ່ງ ສປປ ລາວ
  • ປະຕິບັດລະບຽບການສ້າງຕັ້ງ ແລະ ຄຸ້ມຄອງການນຳເຂົ້າ - ສົ່ງອອກວັດຖຸມີຄ່າສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 7. ການເປີດບັນຊີເງິນຝາກຂອງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ:

  • ບໍລິສັດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າຕ້ອງເປີດບັນຊີເງິນຝາກທັງເປັນເງິນກີບ ແລະ ເງິນຕາຕ່າງປະເທດໄວ້ນຳທະນາຄານທຸລະກິດໃດໜຶ່ງ ທີ່ຕັ້ງຢູ່ ສປປ ລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວທຸລະກິດຂອງຕົນ;
  • ຖ້າບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ ມີຄວາມຕ້ອງການເປີດບັນຊີເງິນຝາກຢູ່ຕ່າງປະເທດເພື່ອເຄື່ອນໄຫວທຸລະກິດ ຕ້ອງໄດ້ຮັບອະນຸຍາດຈາກ ທະນາຄານ ແຫ່ງ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 11 ຂອງລັດຖະບັນຍັດວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າສະບັບເລກທີ່ 01/ສປປ, ລົງວັນທີ 09 ສິງຫາ 2002 ແລະ ມາດຕາ 9 ຂອງບົດແນະນຳການຈັດຕັ້ງປະຕິບັດ ສະບັບ ເລກທີ 02/ທຫລ, ລົງວັນທີ 29/09/2003.

ມາດຕາ 8. ການປະຕິບັດພັນທະຂອງບໍລິສັດ ນຳເຂົ້າ - ສົ່ງອອກ ວັດຖຸມີຄ່າ:
     ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຕ້ອງປະຕິບັດພັນທະພາສີ - ອາກອນ ຕາມລະບຽບການຂອງກະຊວງການເງິນວາງອອກ ໃນແຕ່ລະໄລຍະຢ່ງເຂັ້ມງວດ.

ໝວດທີ IV
ການຊື້ - ຂາຍວັດຖຸມີຄ່າ

ມາດຕາ 9. ການຊື້-ຂາຍວັດຖຸມີຄ່າ ແລະ ການອອກໃບຮັບເງິນ ແລະ ໃບແຈ້ງລາຄາ:

  • ການຊື້ - ຂາຍວັດຖຸມີຄ່າຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງຜ່ານລະບົບທະນາຄານ;
  • ການຊື້ - ຂາຍວັດຖຸມີຄ່າຢູ່ພາຍໃນ ສປປ ລາວ ຕ້ອງ ຊຳລະເປັນເງິນກີບ;
  • ການສັ່ງຊື້ - ຂາຍວັດຖຸມີຄ່າກັບຕ່າງປະເທດ ຕ້ອງສຳເນົາໃບແຈ້ງລາຄາແຕ່ລະຄັ້ງ;
  • ການຊື້ - ຂາຍວັດຖຸມີຄ່າຢູ່ພາຍໃນປະເທດຕ້ອງມີໃບຮັບເງິນແຕ່ລະຄັ້ງ;
  • ທັງໃບແຈ້ງລາຄາ ແລະ ໃບຮັບເງິນ ເປັນເອກະສານຢັ້ງຢືນການລົງບັນຊີທຸກຄັ້ງ.

ໝວດທີ V
ການບັນຊີ, ການກວດກາ ແລະ ການລາຍງານ

ມາດຕາ 10. ການຖືບັນຊີ:
     ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ ຕ້ອງຖືບັນຊີຕິດຕາມການເຄື່ອນໄຫວທຸລະກິດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າ ແລະ ຖືບັນຊີວິສາຫະກິດຕາມລະບຽບກົດໝາຍຂອງ ສປປ ລາວ.

ມາດຕາ 11. ການຄຸ້ມຄອງ ແລະ ກວດກາ:

  • ການດຳເນີນທຸລະກິດບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງ ທະນາຄານ ແຫ່ງ ສປປ ລາວ;
  • ການນຳເຂົ້າ - ສົ່ງອອກ ວັດຖຸມີຄ່າແຕ່ລະຄັ້ງຂອງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຕ້ອງໄດ້ຮັບອະນຸຍາດຈາກ ທະນາຄານ ແຫ່ງ ສປປ ລາວ;
  • ວັດຖຸມີຄ່າທີ່ໄດ້ຮັບອະນຸຍາດນຳເຂົ້າຢ່າງຖືກຕ້ອງຈາກ ທະນາຄານ ແຫ່ງ ສປປ ລາວ, ບໍລິສັດຈະຕ້ອງນຳເອົາໄປ ຝາກໄວ້ນຳທະນາຄານທຸລະກິດໃດໜຶ່ງທີ່ຢູ່ ສປປ ລາວ ແລ້ວສຳເນົາໃບຮັບຝາກສົ່ງໃຫ້ ທະນາຄານແຫ່ງ ສປປ ລາວ ພາຍໃນ 1 ອາທິດ;
  • ໃນແຕ່ລະປີບໍລິສັດນຳເຂົ້າ -  ສົ່ງອອກວັດຖຸມີຄ່າຕ້ອງມີການກວດສອບບັນຊີຈາກພາຍນອກ ໂດຍອົງການກວດສອບບັນຊີແຫ່ງລັດ ຫຼື ບໍລິສັດກວດສອບທີ່ໄດ້ຮັບອະນຸຍາດເຄື່ອນໄຫວຖືກຕ້ອງຕາມກົດໝາຍຂອງ ສປປ ລາວ;
  • ທະນາຄານແຫ່ງ ສປປ ລາວ ສາມາດກວດກາກັບທີ່ຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ກວດກາແບບສຸກເສີນຖ້າເຫັນວ່າຈຳເປັນ.

ມາດຕາ 12. ການລາຍງານ:

  • ບໍລິສັດນຳເຂົ້າ - ສົ່ງອອກ ວັດຖຸມີຄ່າຕ້ອງປະຕິບັດລະບອບລາຍງານດ້ານການບັນຊີ - ການເງິນຕາມລະບອບການບັນຊີຂອງກະຊວງການເງິນກຳນົດໄວ້ຢ່າງເຂັ້ມງວດ;
  • ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ ຕ້ອງສົ່ງລາຍງານການເງິນ, ແລະ ສະພາບການນຳເຂົ້າ - ສົ່ງອອກວັດຖຸມີຄ່າ ແລະ ການຊື້ - ຂາຍປະຈຳເດືອນ, ປະຈຳງວດ ແລະ ປະຈຳປີຕາມລາຍງານຂອງ ທະນາຄານແຫ່ງ ສປປ ລາວ ກຳນົດອອກ.
  • ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຕ້ອງໄດ້ສົ່ງໃບລາຍງານປະຈຳເດືອນພາຍໃນອາທິດທຳອິດຂອງເດືອນຕໍ່ມາ, ປະຈຳງວດໃຫ້ສົ່ງພາຍໃນ ອາທິດທີ 2 ຂອງເດືອນຕໍ່ມາ ແລະ ປະຈຳປີໃຫ້ສົ່ງ ທະນາຄານ ແຫ່ງ ສປປ ລາວ ພາຍໃນເດືອນທຳອິດຂອງປີຕໍ່ມາ.

ໝວດທີ VI
ມາດຕະການຕໍ່ຜູ້ລະເມີດ

 ມາດຕາ 13. ມາດຕະການຕໍ່ຜູ້ລະເມີດ:
     ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຢູ່ ສປປ ລາວ ຫາກມີການລະເມີດລະບຽບສະບັບນີ້ ຈະຖືກປະຕິບັດມາດຕະການແຈ້ງເຕືອນເປັນລາຍລັກອັກສອນຈາກ ທະນາຄານ ແຫ່ງ ສປປ ລາວ, ຖ້າຫາກຍັງສືບຕໍ່ລະເມີດ ທະນາຄານ ແຫ່ງ ສປປ ລາວ ຈະຍົກເລີກ ຫຼື ຖອນໃບອະນຸຍາດສ້າງຕັ້ງບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດ ເລກທີ 01/ສປປ, ລົງວັນທີ 09/08/2002 ແລະ ບົດແນະນຳການຈັດຕັ້ງປະຕິບັດເລກທີ 02/ທຫລ, ລົງວັນທີ 29/09/2003 ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ.

ໝວດທີ VII
ການຈັດຕັ້ງປະຕິບັດ

ມາດຕາ 14. ການປ່ຽນສະຖານທີ່ນຳເຂົ້າ - ສົ່ງອອກວັດຖຸມີຄ່າ:
     ໃນກໍລະນີຄວາມຈຳເປັນທີ່ຕ້ອງປ່ຽນສະຖານທີ່ ບໍລິສັດດັ່ງກ່າວຕ້ອງໄດ້ເຮັດໜັງສືສະເໜີລ່ວງໜ້າ 1 ເດືອນຕໍ່ ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ;

ມາດຕາ 15. ການຍຸບເລີກ:
     ການດຳເນີນທຸລະກິດນຳເຂົ້າ - ສົ່ງອອກວັດຖຸມີຄ່າ:

  • ມີຄຳສັ່ງໃຫ້ຍຸບເລີກຈາກ ທະນາຄານ ແຫ່ງ ສປປ ລາວ;
  • ລົ້ມລະລາຍ;
  • ບໍລິສັດເຄື່ອນໄຫວຫຼຸບທຶນຢ່າງຕໍ່ເນື່ອງ ແລະ ບໍ່ສາມາດແກ້ໄຂໄດ້.

ມາດຕາ 16. ການລົບລ້າງ ຫຼື ການຖອນໃບອະນຸຍາດການດຳເນີນທຸລະກິດນຳເຂົ້າ - ສົ່ງອອກວັດຖຸມີຄ່າ:
     ທະນາຄານ ແຫ່ງ ສປປ ລາວ ມີສິດລົບລ້າງ ຫຼື ຖອນໃບອະນຸຍາດການດຳເນີນທຸລະກິດ ໄດ້ໃນກໍລະນີເຫັນວ່າ ບໍລິສັດນຳເຂົ້າ - ສົ່ງອອກວັດຖຸມີຄ່າຫາກມີການກະທຳຜິດຕໍ່ລະບຽບສະບັບນີ້.

ມາດຕາ 17. ການຈັດຕັ້ງປະຕິບັດ
     ໃຫ້ກົມນະໂຍບາຍເງິນຕາທະນາຄານ ແຫ່ງ ສປປ ລາວ ອອກຄຳແນະນຳການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາລະບຽບການສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 18. ຜົນສັກສິດ
     ລະບຽບການສະບັບນີ້ມີຜົນບັງຄັບໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ

(ເຊັນ ແລະ ປະທັບຕາ)
ພູເພັດ ຄຳພູນວົງ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Regulation on Establishment and Management the Company to Export and Import Precious Metals No. 01/BOL, dated 15 May 2007. PDF
2 ລະບຽບການສ້າງຕັ້ງ ແລະ ຄຸ້ມຄອງບໍລິສັດນຳເຂົ້າ-ສົງອອກ ວັດຖຸມີຄ່າ ເລກທີ 01/ທຫລ, ລົງວັນທີ 15 ພຶດສະພາ 2007. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.