ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງຖະແຫລງຂ່າວ ແລະ ວັດທະນາທຳ       ເລກທີ 664 /ຖວທ

ວຽງຈັນ, ວັນທີ 22 ເດືອນ 10 ປີ 2003

ຂໍ້ກຳນົດ

ຂອງ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ
ວ່າດ້ວຍການຄຸ້ມຄອງ ແລະ ກວດກາ, ອະນຸຍາດ
ຫລິ້ນເກມທຸກປະເພດຢູ່ ສ.ປ.ປ.ລາວ

-    ອີງໃສ່  ລັດຖະທຳມະນູນ ແລະ ກົດໝາຍ ແຫ່ງ ສ.ປ.ປ.ລາວ

-    ອີງໃສ່  ດຳລັດ ຂອງນາຍົກລັດຖະມົນຕີວ່າດ້ວຍທີ່ຕັ້ງ, ພາລະບົດບາດ ແລະ ການເຄື່ອນໄຫວວຽກງານ ຂອງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ສະບັບເລກທີ 25/ນຍ,ລົງວັນທີ 24 / 03 / 1999

ລັດຖະມົນຕີວ່າການ
ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ
ຕົກລົງອອກຂໍ້ກຳນົດ

ຫມວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1 :    ຈຸດປະສົງ

1.1           ເພື່ອໃຫ້ ພະແນກຖະແຫລງຂ່າວ ແລະ ວັດທະນະທຳປະຈຳແຂວງ, ນະຄອນຫລວງ ວຽງຈັນ ແລະ ເຂດພິເສດ ໃນທົ່ວປະເທດ ມີບ່ອນອີງໃນການວາງກົດລະບຽບລະອຽດ ຂອງຕົນ ເພື່ອຄຸ້ມຄອງກວດກາ, ອະນຸຍາດໃຫ້ເຄື່ອນໄຫວຫລິ້ນເກມ ຢູ່ສະໂມສອນ ແລະ ຫ້ອງບໍລິການຫລິ້ນເກມ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ;

1.2          ເພື່ອຄຸ້ມຄອງກວດກາ, ອະນຸຍາດ ການນຳເຂົ້າເກມທຸກປເພດ, ສິ້ນສ່ວນອາໄຫລ່ເຄື່ອງປະກອບສ້າງຕູ້ເກມ, ໂປຣແກມເກມ, ກະແຊັດເກມ ແລະ ຊີດີເກມ;

1.3          ເພື່ອຈຳກັດການເຄື່ອນໄຫວຫລິ້ນເກມແບບຊະຊາຍ, ຈຳກັດການນຳເຂົ້າ ແລະ ການ ນຳໃຊ້ ໂປຣແກມເກມ, ກະແຊັດ ແລະ ຊີດີເກມ ທີ່ມີລັກສະນະກະຕຸ້ນຄວາມແຮງ, ເບື່ອເມົາ, ການພະນັນ, ລາມົກອານາຈານ, ຄວາມຮູ້ສຶກຢ້ານກົວສະຫຍອງຂວັນ ແລະ ໂປຣແກມອື່ນໆ ທີ່ໄຮ້ສາລະ;

1.4          ເພື່ອປະກອບສ່ວນໃນການສຶກສານອກລະບົບ, ເຝິກສະຫມອງ ລອງປັນຍາ, ສ້າງປັນຍາ, ສ້າງໄຫວພິບ ປະຕິພານ ແລະ ການຕັດສິນໃຈ ກະທຳໃນສິ່ງທີ່ຖືກຕ້ອງ, ໃຫ້ແກ່ຊັບ ພະຍາ ກອນມະນຸດຢ່າງມີການເລືອກເຟັ້ນ, ເປັນລະບົບໃນປະສາດສຳຜັດເທັກໂນໂລຢີທີດີ, ມີຄຸນປະໂຫຍດແກ່ລູກຫລານ ເຍົາວະຊົນລາວ, ທ່າມກາງກະແສຄື້ນ ເທັກໂນໂລຢີ ໃນໄລຍະໃຫມ່;

1.5          ເພື່ອກຳນົດລະບຽບຫລັກການ, ການປະສານງານ ແລະ ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບທ້ອງຖິ່ນ ໃຫ້ມີລັກສະນະວິທະຍາສາດ ແລະ ຊັດເຈນ ເພື່ອຄວາມ ເປັນເອກະພາບ ໃນການຄຸ້ມຄອງຕາມຫລັກການສາຍຕັ້ງຂອງຂະແຫນງການ.

ມາດຕາ 2 :   ນິຍາມສັບສະເພາະໃຊ້ໃນຂໍ້ກຳນົດສະບັບນີ້ :

2.1          ເຄື່ອງຫລິ້ນເກມ ຫລື ຕູ້ເກມ, ຫມາຍເຖິງເຄື່ອງຫລິ້ນເກມທຸກປະເພດ, ທີ່ໃຊ້ໄຟຟ້າຜ່ານ ຫນ້າຈໍແກ້ວ ເຊັ່ນ: ເກມອິນເຕີເນັດ, ເກມຢອດຫລຽນ, ເກມກົດ, ເກມຊີດີເປັນຕົ້ນ;

2.2         ເກມອິນເຕີເນັດ ແມ່ນເກມທີ່ຫລິ້ນຕາມໂປຣແກມທີ່ກຳນົດໄວ້ໃນເຄື່ອງກົນຈັກ;

2.3         ເກມກົດ ແມ່ນເກມທີ່ໃຊ້ມືບີບ ຫລື ກົດລົງປຸ່ມບັນຊາເຄື່ອງຫລິ້ນເກມ ໂດຍມີກະແຊັດ ເປັນ ໂປຣແກມຫລິ້ນ;

2.4         ເກມຊີດີ ແມ່ນເກມໃຊ້ແຜ່ນຊີດີ ມີກ້ອນເຊັບ ຫລື ບໍ່ມີກ້ອນເຊັບ, ແຕ່ໃຊ້ມືບີບ ຫລື ກົດລົງ ປຸ່ມບັນຊາເຄື່ອງຫລິ້ນເກມນັ້ນໆ;

2.5         ເກມຢອດຫລຽນ : ແມ່ນເກມຫລິ້ນການພະນັນທີ່ເອົາເງິນໄປຊື້ ຫລື ແລກເອົາຫລຽນ ( ຊິບຫລິ້ນເກມ ) ໄປບ່ອນໃສ່ໃນຕູ້ເກມ ຫລື ເອົາໄປລົງໃນຕາຂ່າຍເກມມ້າຫມູນ, ບີຫມູນ, ໂຕະຫມູນ, ເອີ້ນວ່າເກມ          ( ສະຫລອດມາຊິບ ) ເປັນເກມຫລິ້ນການພະນັນ ຫລື ເອີ້ນວ່າ: ເກມກາຊິໂນ;

2.5.1      ເກມຝຶກສະຫນອງລອງປັນຍາ, ຫາຄວາມຮູ້ປະສົບການ, ສ້າງໄຫວພິບປະຕິພານ, ສ້າງ ຄວາມຮອບຄອບ ໃຫ້ແກ່ການຕັດສິນໃຈກະທຳໃນສິ່ງທີ່ຖຶກຕ້ອງ ເຊັ່ນ: ເກມຫລິ້ນມີພາບ ເຄື່ອນໄຫວເຫນັງຜ່ານຫນ້າຈໍແກ້ວ, ເປັນຮູບຕຸກກະຕາ, ຮຸ່ນຍົນ, ຄົນ, ສັດ, ລົດ, ຍົນ, ເຮືອ, ດາວທຽມ, ທຳມະຊາດ, ເລກ, ການກໍ່ສ້າງ, ແຕ້ມຮູບພາບລະບາຍສີ ແລະ ອື່ນໆ ໂດຍໃຊ້ຄົນບັນຊາ ເອີ້ນວ່າ: ເກມສຶກສາຫາຄວາມຮູ້ ແລະ ເພື່ອຄວາມເພີດເພີນ. ໃນນັ້ນ, ມີເກມຢອດຫລຽນບາງປະເພດກໍແມ່ນເກມຮັບໃຊ້ການສຶກສາເຊັ່ນການ ( ຖ້າວ່າມີການພະນັ້ນ ໂດຍກົງ ).

ຫມວດທີ II
ວ່າດ້ວຍ ສິດ ແລະ ຫນ້າທີ່

ມາດຕາ 3 :   ສິດອະນຸມັດ ແລະ ຄຸ້ມຄອງກວດກາ :

3.1          ກະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ ມີສິດອະນຸມັດນຳເຂົ້າເກມອິນເຈຕີເນັດ, ເກມກົດ, ເກມຢອດຫລຽນ ແລະ ມີສິດອະນຸຍາດ - ຄຸ້ມຄອງໃຫ້ເປີດສະໂມສອນ ຫລິ້ນເກມດັ່ງກ່າວ ຕາມການລົງທຶນຂະຫນາດໃຫຍ່ ຂອງ ພາຍໃນ ແລະ ຕ່າງປະເທດ ແລະ ການລົງທຶນໂດຍກົງ ( 100% ) ຂອງ ຕ່າງປະເທດ ໂດຍຜ່ານການຄົ້ນຄວ້າ ພິຈາ ລະນາ ແລະ ຕົກລົງ ເຫັນດີ ຂອງລັດຖະບານ;

3.2         ພະແນກຖະແຫລງຂ່າວ ແລະ ວັດທະນະທຳປະຈຳແຂວງ, ນະຄອນຫລວງວຽງຈັນ, ເຂດ ພິເສດ ມີສິດອະນຸມັດນຳເຂົ້າເກມຊີດີ, ເກມຝຶກສະຫມອງລອງປັນຍາ ແລະ ມີສິດຄຸ້ມຄອງ - ອະນຸຍາດ ໃຫ້ເປີດສະໂມສອນຫລິ້ນເກມດັ່ງກ່າວ ໃນຂອບເຂດຮັບຜິດ ຊອບ ຂອງຕົນ ຂອງຄົນພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາລົງທຶນຂະຫນາດກາງ ແລະ ຂະຫນາດນ້ອຍ;

3.3         ຫ້ອງການຖະແຫລງຂ່າວ ແລະ ວັດທະນະທຳປະຈຳເມືອງ ມີສິດ ແລະ ຫນ້າທີ່ຄຸ້ມຄອງ ກວດກາ ຕິດຕາມການເຄື່ອນໄຫວບັນດາສະໂມສອນ, ຫ້ອງບໍລິການຫລິ້ນເກມ ໃຫ້ຖືກ ຕ້ອງ ຕາມຂໍ້ກຳນົດ ກົດລະບຽບ ໃນຂອບເຂດເມືອງຂອງຕົນ;

3.4         ການຫລິ້ນເກມທຸກປະເພດ ຕ້ອງຕັ້ງສະໂມສອນ, ຫ້ອງການຫລິ້ນເກມ ຕ້ອງມີສະຖານທີ່ ກວ້າງຂາວງ, ສະອາດ, ອາກາດປອດໂປ່ງ, ມີແສງສະຫວ່າງ, ລະບົບແສງສີເຫມາະສົມ ບໍ່ ເຫລື້ອມຕາໂພດ, ລະບົບສຽງ ບໍ່ໃຫ້ດັງແຮງເກີນໄປ, ບໍ່ໃຫ້ກະທົບຕໍ່ຜູ້ອື່ນ ແລະ ບໍ່ໃຫ້ສຽງດັງ ອອກ ນອກຫ້ອງຫລິ້ນເກມ;

3.5         ຫ້ອງຫລິ້ນເກມ ຢູ່ຕາມສະໂມສອນແຕ່ລະຈຸດ ຕ້ອງມີລະບົບການຈັດຕັ້ງຮັບຜິດຊອບ, ມີກົດລະບຽບ, ມີລະບົບບັນຊີ, ມີປະຕັງການຄ້າ, ມີໃບອະນຸຍາດ ແລະ ຕ້ອງເຮັດພັນທະ ຕໍ່ພາສີ - ອາກອນ ໃຫ້ລັດ ຢ່າງຄົບຖ້ວນ;

3.6         ບັນດາສະໂມສອນ, ຫ້ອງບໍລິການຫລິ້ນເກມທຸກປະເພດ ( ກາຊິໂນ ) ຕ້ອງຮັບ ປະກັນຄວາມສະຫງົບ ປອດໄພຕໍ່ສຸຂະພາບ-ຊີວິດ ແລະ ຊັບສິນສົມບັດຕ່າງໆ, ມີຄວາມ ເປັນລະບຽບຮຽບຮ້ອຍ ແລະ ຈົບງາມ.

ຫມວດທີ III
ວ່າດ້ວຍມາດຕະການ ແລະ ຂໍ້ຫ້າມ.

ມາດຕາ 4 :   ຂໍ້ຫ້າມ.

4.1          ຫ້າມພະແນກຖະແຫລງຂ່າວ ແລະ ວັດທະນະທຳປະຈຳແຂວງ, ນະຄອນຫລວງວຽງຈັນ ແລະ ເຂດພິເສດ ອະນຸມັດນຳເຂົ້າເກມປະເພດອິນເຕີເນັດ, ເກມກົດ, ເກມຢອດຫລຽນ.

-    ຫ້ອງການຖະແຫລງຂ່າວ ແລະ ວັດທະນະທຳປະຈຳເມືອງ ແລະ ອຳນາດການ ປົກຄອງ ຂັ້ນບ້ານ, ຫ້າມອະນຸຍາດນຳເຂົ້າເກມທຸກປະເພດໂດຍເດັດຂາດ ! ມີແຕ່ຫນ້າທີ່ຄຸ້ມຄອງ

-    ກວດກາໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກະຊວງ ແລະ ຕາມລະບຽບຫລັກການຂອງ ທ້ອງຖິ່ນ;

4.2         ຫ້າມອົງການ, ການຄ້າ, ບໍລິສັດທັງພາກລັດ ແລະ ເອກະຊົນ, ນິຕິບຸກຄົນ ແລະ ພາກ ສ່ວນທຸລະກິດຂາອອກ - ຂາເຂົ້າອື່ນໆ ນຳເຂົ້າຕູ້ເກມ, ເຄື່ອງຫລິ້ນເກມ, ຊິ້ນສ່ວນ ແລະ ອາໄຫລ່, ເຄື່ອງປະກອບຫລິ້ນເກມທຸກປະເພດ ໂດຍເດັດຂາດ  ຖ້າບໍ່ໄດ້ຮັບອະນຸຍາດ ຈາກອົງການ ຄຸ້ມຄອງມະຫາພາກຂອງ ກະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ;

4.3         ຫ້າມທຸກພາກສ່ວນ ທັງອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນຕິດຕັ້ງ, ປຸກສ້າງ ສະໂມສອນ ແລະ ຫ້ອງບໍລິການຫລິ້ນເກມທຸກປະເພດຢູ່ໃກ້ກັບໂຮງຮຽນ, ໂຮງຫມໍ, ສຳນັກງານອົງການຂອງພັກ ແລະ ລັດ, ສຳນັກງານກົມກອງທະຫານ, ຕຳຫລວດ, ໄປສະນີ, ໂທລະຄົມ, ສູນຄົ້ນຄວ້າວິທະຍາສາດ, ສະຖານີດາວທຽມ, ວິທະຍຸ - ໂທລະ ພາບ ແລະ ວັດວາອາຮາມ ຢ່າງເດັດຂາດ;

4.4         ຫ້າມເປີດບໍລິການຫລິ້ນເກມຊີດີ, ເກມກົດ, ເກມອິນເຕີເເນັດ, ເກມຄອມພິວເຕີ, ເກມຢອດຫລຽນຢູ່ຕາມຄອບຄົວ, ຕາມບ້ານ, ເຮືອນ, ຮ້ານຂາຍເຄື່ອງດຶ່ມ ຂະຫນາດ ນ້ອຍ ເພື່ອເກັບເງິນແບບຊະຊາຍໂດຍເດັດຂາດ, ນອກຈາກສະໂມສອນ, ຫ້ອງ ບໍລິການຫລິ້ນເກມ, ຫ້ອງກາ ຊິໂນ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມ ມາດຕາ 3, ຫມວດທີ II ຂອງ ຂໍ້ກຳນົດສະບັບນີ້;

4.5         ຫ້າມຫ້າມສະໂມສອນ, ຫ້ອງບໍລິການຫລິ້ນເກມທຸກປະເພດ ນຳໃຊ້ໂປຣແກມ, ລາຍ ການແບບພະນັນ, ລາມົກອານາຈານ, ລາຍການຫນ້າຢ້ານກົວ, ສະຫຍອງຂວັນ - ອັນຕະພານ, ກະຕຸ້ນຄວາມຮຸ້ນແຮງ ແບບນຳຜົນສະທ້ອນທາງລົບ ຕໍ່ຈິດປະສາດ ຂອງຕົນ;

4.6         ຫ້າມບຸກຄົນໃດຫນຶ່ງ ນຳເອົາອາວຸດ, ສິ່ງທີ່ສາມາດໃຊ້ເປັນອາວຸດ, ສິ່ງເສບຕິດທຸກ ປະເພດ, ເຄື່ອງເບື່ອເມົາ, ທາດລະເບີດ, ສານເຄມີ ແລະ ອາຫານເປັນພິດຕ່າງໆ ເຂົ້າໄປໃນສະໂມສອນຫ້ອງບໍລິການຫລິ້ນເກມ, ຫ້ອງກາຊິໂນ ແລະ ຫ້າມນຳໃຊ້ສະຖານ ທີ່ດັ່ງກ່າວ ໄປໃນທາງທີ່ຜິດກົດໝາຍ.

ຫມວດທີ IV
ວ່າດ້ວຍ ການກຳນົດເວລາ ແລະ ອະນຸຍາດ

ມາດຕາ 5 :   ການກຳນົດເວລາອະນຸຍາດ :

5.1          ໃບອະນຸຍາດນຳເຂົ້າເຄື່ອງຫລິ້ນເກມ, ຕູ້ເກມ, ຊິ້ນສ່ວນອາໄຫລ່, ເຄື່ອງປະກອບການ ຫລິ້ນເກມທຸກປະເພດ ລວມທັງອຸປະກອນຮັບໃຊ້ໃນຫ້ອງກາຊິໂນ ມີກຳນົດໃຊ້ໄດ້ບໍ່ເກີນ 15 ວັນ ຕາມຈຳນວນເກມທີ່ອະນຸຍາດ;

5.2         ໃບອະນຸຍາດ ເປີດບໍລິການຫລິ້ນເກມທຸກປະເພດ ຂອງບັນດາສະໂມສອນ, ຫ້ອງ ບໍລິການຫລິ້ນເກມ, ຫ້ອງກາຊິໂນ ຂອງຄົນພາຍໃນ ແລະ ຕ່າງປະເທດ ມີກຳນົດ 12 ເດືອນ, ຜູ້ປະກອບກິດຈະການນັ້ນໆ ຕ້ອງໄດ້ຕໍ່ໃບອະນຸຍາດຄືນໃຫມ່ ນຳອົງການຈັດຕັ້ງ ທີ່ກ່ຽວຂ້ອງ ທີ່ໄດ້ ກຳນົດ ໃນ ມາດຕາ 3 ຫມວດທີ II ຂອງ ຂໍ້ກຳນົດສະບັບນີ້;

5.3         ການກຳນົດໂມງ, ເວລາເປີດ-ປິດ ບໍລິການການຫລິ້ນເກມປະເພດຕ່າງໆ ມອບໃໃຫ້ ພະແນກ ຖະແຫລງຂ່າວ ແລະ ວັດທະນະທຳປະຈຳແຂວງ, ນະຄອນຫລວງວຽງຈັນ ແລະ ເຂດພິເສດ, ຫ້ອງການຖະແຫລງຂ່າວ ແລະ ວັດທະນະທຳປະຈຳເມືອງ ໃນຂອບເຂດທົ່ວປະເທດ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງທີ່ກ່ຽວຂ້ອງອື່ນໆ ເປັນຜູ້ຄົ້ນຄວ້າວາງລະບຽບການລະອຽດ ກ່ຽວກັບໂມງເປີດ ແລະໂມງປິດ( ໄຂ-ອັດ ) ການຫລິ້ນເກມຝຶກສະຫມອງລອງປັນຍາ ຕາມສະພາບຕົງຈິງຂອງທ້ອງຖິ່ນຕົໄນ, ຕາມ ລະດູການ, ຍາມປິດພາກຮຽນ, ວັນພັກປະຈຳອາທິດ, ວັນບຸນຕ່າງໆ, ຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ການຮ່ຳຮຽນ, ໂມງ, ເວລາລັດຖະການ ແລະ ການພັກຜ່ອນ ຂອງຜູ້ອື່ນ.

ຫມວດທີ V
ວ່າດ້ວຍການຍ້ອງຍໍ ແລະ ປະຕິບັດວິໄນ

ມາດຕາ 6 :   ການຍ້ອງຍໍ :

6.1          ບັນດາສະໂມສອນ - ຫ້ອງບໍລິການຫລິ້ນເກມທຸກປະເພດ, ຫ້ອງກາຊິໂນທີ່ປະຕິບັດຖືກ ຕ້ອງຕາມຂໍ້ກຳນົດສະບັບນີ້ໄດ້ດີ, ຈະໄດ້ຮັບການສົ່ງເສີມ, ຍ້ອງຍໍ ແລະ ປົກປ້ອງຜົນ ປະໂຫຍດ ຕາມລະບຽບກົດໝາຍ.

ມາດຕາ 7 :   ການປະຕິບັດວິໄນ :

7.1          ບັນດາສະໂມສອນ - ຫ້ອງບໍລິການຫລິ້ນເກມທຸກປະເພດ, ຫ້ອງກາຊິໂນ, ຫົວຫນ່ວຍ ທຸລະກິດໃດລ່ວງລະເມີດຕໍ່ຂໍ້ກຳນົດສະບັບນີ້ ຈະຖືກປະຕິບັດວິໄນ, ຕັກເຕືອນ, ປັບໄຫມ ຕາມຂັ້ນຕອນ ດັ່ງນີ້ :

-    ກະທຳຜິດຄັ້ງທີ່ ຫນຶ່ງ : ສຶກສາອົບຮົມ, ຕັກເຕືອນ, ແນະນຳ ໃຫ້ປັບປຸງ, ປົວແປງ ແລະ ເຮັດ ບົດບັນທຶກການກະທຳຜິດ;

-    ກະທຳຜິດຄັ້ງທີ່ ສອງ : ສຶກສາອົບຮົມ, ຕັກເຕືອນ, ເຮັດບົດບັນທຶກການກະທຳຜິດ ແລະປັບໃຫມ 5.000.000 ( ຫ້າລ້ານກີບ );

-    ກະທຳຜິດຄັ້ງທີ່ ສາມ : ສຶກສາອົບຮົມ, ຕັກເຕືອນ, ເຮັດບົດບັນທຶກການກະທຳຜິດ ແລະປັບ ໃຫມ 10.000.000 ( ສິບລ້ານກີບ );

-    ກະທຳຜິດຄັ້ງທີ່ ສີ່ : ຢຶດອຸປະກອນຫລິ້ນເກມ ຖອນໃບອະນຸຍາດສັ່ງປິດກິດຈະການປະກອບ ສຳນວນຄະດີສົ່ງຟ້ອງສານ ຕາມລະບຽບກົດໝາຍ.

ຫມວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 8 :   ສິດໃນການຄຸ້ມຄອງ ແລະ ກວດກາ :

8.1          ຂັ້ນໃດອະນຸຍາດ ແມ່ນຂັ້ນນັ້ນຕ້ອງຮັບຜິດຊອບຄຸ້ມຄອງ, ກວດກາ ແລະ ປັບໃຫມ. ຂັ້ນເທິງ ມີສິດກວດກາ ການຈັດຕັ້ງປະຕິບັດຫນ້າທີ່ວຽກງານ, ລະບຽບການຂັ້ນລຸ່ມ ຂອງຕົນ, ໃນກໍລະນີຂັ້ນລຸ່ມປະລະຫນ້າທີ່ ຂັ້ນເທິງ ຈະແຕ່ງຕັ້ງຄະນະສະເພາະກິດ ລົງກວດກາ ແລະ ແກ້ໄຂ້ ໂດຍກົງ.

ມາດຕາ 9 :   ການມອບສິດຫນ້າທີ່

9.1          ຂັ້ນສູນກາງ : ກະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ, ມອບໃຫ້ກົມວັດທະນະທຳ ມະຫາຊົນ; ຂັ້ນທ້ອງຖິ່ນ : ມອບໃຫ້ພະແນກຖະແຫລງຂ່າວ ແລະ ວັດທະນະທຳ ປະຈຳແຂວງ, ນະຄອນຫລວງວຽງຈັນ, ເຂດພິເສດ, ຫ້ອງການຖະແຫລງຂ່າວ ແລະ ວັດທະນະທຳປະຈຳເມືອງ ໃນຂອບເຂດທົ່ວປະເທດ ເປັນໃຈກາງໃນການປະສານ ສົມທົບ ກັບ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມຂໍ້ກຳນົດສະບັບນີ້.

ມາດຕາ10:    ຜົນສັກສິດ

10.1        ຂໍ້ກຳນົດສະບັບນີ້ ມີຜົນສັກສິດປະກາດໃຊ້ ເປັນທາງການນັບແຕ່ມື້ລົງລາຍເຊັນນີ້ເປັນ ຕົ້ນໄປ, ທຸກຂໍ້ກຳນົດກົດລະບຽບ ທີ່ຂັດກັບ ຂໍ້ກຳນົດສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີວ່າການ
ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ
ພັນດວງຈິດ ວົງສາ
( ເຊັນ ແລະ ຈໍ້າກາ)

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຂໍ້ກຳນົດ ຂອງ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ວ່າດ້ວຍການຄຸ້ມຄອງ ແລະ ກວດກາ, ອະນຸຍາດ ຫລິ້ນເກມທຸກປະເພດຢູ່ ສ.ປ.ປ.ລາວ, ເລກທີ 664 /ຖວທ, ວັນທີ 22 ເດືອນ 10 ປີ 2003 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຂໍອະນຸຍາດນຳເຂົາ - ເຄື່ອງຫຼິ້ນເກມ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຄື່ອງຫຼີ້ນເກມ ເຊັ່ນ: ສະລ໋ອດແມັກຊີນ ແລະ ເຄື່ອງພະນັນອື່ນໆ ທີ່ນຳໃຊ້ໃນກາຊິໂນ ຕ້ອງໄດ້ຂໍອະນຸຍາດນຳເຂົ້າກັບກົມວັດທະນະທຳມະຫາຊົນ, ກະຊວງ ຖວທ ຂໍ້ກຳນົດ ຂອງ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ວ່າດ້ວຍການຄຸ້ມຄອງ ແລະ ກວດກາ, ອະນຸຍາດ ຫລິ້ນເກມທຸກປະເພດຢູ່ ສ.ປ.ປ.ລາວ, ເລກທີ 664 /ຖວທ, ວັນທີ 22 ເດືອນ 10 ປີ 2003 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.