ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ      ເລກທີ 246  / ລບ
ນະຄອນຫຼວງວຽງຈັນ, ວັນທີ 23 ກໍລະກົດ 2014

ດຳລັດ
ວ່າດ້ວຍຮູບເງົາ

-       ອີງຕາມກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 06  ພຶດສະພາ 2003;
-       ອີງຕາມກົດໝາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 01/ສພຊ, ລົງວັນທີ 25 ກໍລະກົດ 2008;
-       ອີງຕາມໜັງສືສະເໜີຂອງ ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ ສະບັບເລກທີ 120/ຖວທ, ລົງວັນທີ 21 ກຸມພາ 2014.

ລັດຖະບານ ອອກດຳລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະມາດຕະການກຽ່ວກັບການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງ ແລະການເຄື່ອນໄຫວວຽກງານຮູບເງົາ ເພື່ອຮັບປະກັນສິດ ແລະພັນທະຂອງການຈັດຕັ້ງ, ນິຕິບຸກຄົນ ແລະບຸກຄົນທີ່ເຂົ້າຮ່ວມການເຄື່ອນໄຫວດຳເນີນກິດຈະການກ່ຽວກັບຮູບເງົາແນ່ໃສ່ຮັບປະກັນໃຫ້ການຄຸ້ມຄອງ ແລະກວດກາຮູບເງົາເປັນລະບົບ ແລະ ເອກະພາບໃນຂອບເຂດທົ່ວປະເທດ, ເຮັດໃຫ້ວຽກງານຮູບເງົາເປັນພາຫະນະອັນໜຶ່ງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສົ່ງເສີມມູນມໍຣະ ດົກທາງດ້ານວັດທະນະທຳອັນດີງາມຂອງຊາດ ແລະຂອງບັນດາເຜົ່າໃຫ້ຍືນຍົງຄຽງຄູ່ຊາດລາວຕະຫຼອດໄປ.

ມາດຕາ 2 ຮູບເງົາ

ຮູບເງົາແມ່ນສິລະປະສັງລວມ ແລະເປັນສື່ບັນເທີງທີ່ເຂົ້າເຖິງຢ່າງກວ້າງຂວາງໂດຍໄດ້ສະແດງໃຫ້ເຫັນເປັນພາບເຄື່ອນໄຫວປະກອບກັບສຽງໄດ້ບັນທຶກໃສ່ຟີມ, ກາແຊັດວີດີໂອ, ແຜ່ນຊີດີ, ດີວີດີ, ຮາດດິດ ຫຼື ວັດຖຸບັນທຶກແບບອື່ນເພື່ອເຜີຍແຜ່ຕໍ່ມວນຊົນ ໂດຍຜ່ານພາຫະນະເຕັກນິກຕ່າງໆ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ  ດັ່ງນີ້:

1.     ຜົນງານຮູບເງົາ ໝາຍເຖິງ ຮູບເງົາທ່ີໄດ້ຜະລິດສົມບູນແລ້ວ;
2.    ຟີມຮູບເງົາ ໝາຍເຖິງ ຮູບເງົາທີ່ຜະລິດດ້ວຍພາຫະນະເຕັກນິກຮູບເງົາໄດ້ບັນທຶກໃສ່ຟີມເພື່ອສາຍໃນຈໍພາບໂດຍຜ່ານເຄື່ອງສາຍ;
3.    ຮູບເງົາວີດີໂອໝາຍເຖິງຮູບເງົາທີ່ຜະລິດດ້ວຍພາຫະນະເຕັກນິກວີດີໂອໂດຍໄດ້ບັນທຶກໃສ່ກາແຊັດວີດີໂອ,ແຜ່ນຊີດີ,ດີວີດີ,ຮາດດິດຫຼຶຶວັດຖຸບັນທຶກແບບອື່ນເພື່ອສາຍໂດຍຜ່ານເຄື່ອງສາຍວີດີໂອ, ຊີດີ,ດີວີດີ ແລະແບບອື່ນ;
4.    ຮູບເງົາໂທລະພາບ  ໝາຍເຖິງ ຮູບເງົາເພື່ອອອກອາກາດໃນຄື້ນໂທລະພາບ;
5.    ກາແຊັດ ຫຼືແຜ່ນຮູບເງົາ  ໝາຍເຖິງ ຮູບເງົາທ່ີສຳເນົາຈາກຟີມຮູບເງົາໃສ່ກາແຊັດວີດີໂອ, ແຜ່ນວີຊີດີ, ແຜ່ນດີວີດີ ແລະແບບອື່ນ;
6.    ບົດຮູບເງົາ  ໝາຍເຖິງ ບົດເລື່ອງຮູບເງົາໃນຮູບແບບເອກະສານ ໂດຍໄດ້ສະແດງໃຫ້ເຫັນທຸກການຫັນປ່ຽນຂອງເລື່ອງຮູບເງົາ;
7.    ບົດຖ່າຍທຳຮູບເງົາ  ໝາຍເຖິງ ການປະດິດສ້າງຂອງຜູ້ກຳກັບໃນຮູບແບບເອກະສານ ໂດຍໄດ້ສະແດງດ້ວຍເຕັກນິກວິຊາສະເພາະ ແລະ ວິທີການປະຕິບັດບັນດາສາກຖ່າຍທຳ ຊຶ່ງອີງໃສ່ເນື້ອໃນຂອງບົດຮູບເງົາ;
8.    ການເຄື່ອນໄຫວຮູບເງົາ  ໝາຍເຖິງ ການຜະລິດ, ການຈຳໜ່າຍ, ການເຜີຍແຜ່ ແລະການສຳເນົາຮູບເງົາ;
9.    ການຜະລິດຮູບເງົາ  ໝາຍເຖິງ ຂະບວນການສ້າງຮູບເງົາ ຈາກບົດຮູບເງົາຈົນເຖິງຮູບເງົາໄດ້ຜະລິດສຳເລັດ;
10.  ການຈຳໜ່າຍຮູບເງົາ  ໝາຍເຖິງ ການນຳຮູບເງົາໄປສູ່ສັງຄົມດ້ວຍຮູບການຂາຍ, ການໃຫ້ເຊົ່າ, ສົ່ງອອກ ແລະນຳເຂົ້າ;
11.   ການເຜີຍແຜ່ຮູບເງົາ ໝາຍເຖິງ ການນຳເອົາຮູບເງົາໄປເຖິງມວນຊົນໂດຍຜ່ານການສາຍ, ອອກອາກາດທາງໂທລະພາບ, ສົ່ງເຂົ້າເຄືອຂ່າຍອິນເຕີເນັດ ແລະພາຫະນະອື່ນໆ;
12.  ໜ່ວຍງານຮູບເງົາ  ໝາຍເຖິງ ໜ່ວຍງານທີ່ການຈັດຕັ້ງ ຫຼືບຸກຄົນສ້າງຂຶ້ນ ຊຶ່ງເຄື່ອນໄຫວໃນຂົງເຂດການຜະລິດຮູບເງົາ, ການຈຳໝ່າຍ, ເຜີຍແຜ່ຮູບເງົາຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້ ແລະລະບຽບກົດໝາຍອື່ນທີ່ກຽ່ວຂ້ອງ;
13.  ໜ່ວຍງານບໍລິການຜະລິດຮູບເງົາ  ໝາຍເຖິງ ການຈັດຕັ້ງ ຫຼືຜູ້ປະກອບການໃດໜຶ່ງທີໄດ້ຮັບອະນຸຍາດໃຫ້ດຳເນີນການສະໜອງພາຫະນະອຸປະກອນເຕັກນິກ ແລະແຮງງານໃຫ້ແກ່ການຜະລິດຮູບເງົາ;
14.  ເຈົ້າຂອງກຳມະສິດຮູບເງົາ ໝາຍເຖິງ ການຈັດຕັ້ງ, ນິຕິບຸກຄົນ  ແລະ ບຸກຄົນທີ່ລົງທຶນດ້ານການເງິນເພື່ອຜະລິດ ຫຼືຊື້ກຳມະສິດ ແລະໄດ້ຮັບການມອບໃຫ້ ຫຼືສືບທອດກຳມະສິດນຳໃຊ້ຮູບເງົາ ແລະຮູບການອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຮູບເງົາ

ລັດມີນະໂຍບາຍກ່ຽວກັບວຽກງານຮູບເງົາ ດັ່ງນີ້:

1.     ສົ່ງເສີມ ແລະພັດທະນາວຽກງານຮູບເງົາໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງມີຄວາມເຂັ້ມແຂງ ແລະມີຄຸນນະພາບດ້ວຍການສ້າງ ແລະປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ວັດຖຸປະກອນເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ແລະອື່ນໆ;
2.    ຊຸກຍູ້ ແລະສົ່ງເສີມໃຫ້ອົງການຈັດຕັ້ງ, ນິຕິບຸກຄົນ, ບຸກຄົນພາຍໃນແລະຕ່າງປະເທດເຂົ້າຮ່ວມການເຄື່ອນໄຫວຮູບເງົາຕາມການກຳນົດຂອງລະບຽບກົດໝາຍຮັບປະກັນໃຫ້ບັນດາໜ່ວຍງານຮູບເງົາມີສິດສະເໜີພາບໃນການເຄື່ອນໄຫວ;
3.    ອຳນວຍຄວາມສະດວກໃຫ້ແກ່ໜ່ວຍງານຮູບເງົາທີ່ສ້າງຕັ້ງຂຶ້ນໂດຍຖືກຕ້ອງຕາມກົດໝາຍໄດ້ເຄື່ອນໄຫວຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະຕ່າງປະເທດ;
4.    ປົກປ້ອງລິຂະສິດຂອງເຈົ້າຂອງຜະລິດຕະພັນຮູບເງົາແລະສິດທີ່ກ່ຽວຂ້ອງຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ;
5.    ສົ່ງເສີມການພົວພັນຮ່ວມມືດ້ານຮູບເງົາກັບຕ່າງປະເທດ ດ້ວຍ ການຊຸກຍູ້ ການເຄື່ອນໄຫວດ້ານວິຊາການ, ການແລກປ່ຽນບົດຮຽນຂໍ້ມູນຂ່າວສານ, ວິທະຍາສາດ ແລະເຕັກໂນໂລຊີ.

ມາດຕາ 5 ຂອບເຂດການນຳໃຊ້ດຳລັດ

ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວ ແລະດຳເນີນກິດຈະການ ການຜະລິດ, ການຈຳໜ່າຍ, ການເຜີຍແຜ່, ການບໍລິການ ແລະການຖ່າຍທຳຮູບເງົາ ຢູ່ດິນແດນຂອງ ສປປ ລາວ.

ໝວດທີ 2
ປະເພດຮູບເງົາ

ມາດຕາ 6. ປະເພດຮູບເງົາ

ຮູບເງົາແບ່ງອອກເປັນປະເພດ ດັ່ງນີ້:

1.     ຮູບເງົາສາລະຄະດີ;
2.    ຮູບເງົາວິທະຍາສາດ;
3.    ຮູບເງົາກາຕູນ;
4.    ຮູບເງົາເລື່ອງ.

ມາດຕາ 7 ຮູບເງົາສາລະຄະດີ

ຮູບເງົາສາລະຄະດີ ເປັນລາຍການທີ່ບັນລະຍາຍ ຫຼືພັນລະນາເຖິງເລື່ອງໃດເລື່ອງໜຶ່ງຢ່າງລະອຽດຕັ້ງແຕ່ຕົ້ນຈົນຈົບ ຫຼືອາດຈະເປັນການໄຈ້ແຍກບັນຫາໃດໜຶ່ງຢ່າງເລິກເຊິ່ງ ໂດຍມີຈຸດປະສົງ ເພື່ອໃຫ້ຂ່າວສານ, ຫຼັກຖານ, ຂໍ້ມູນຕ່າງໆແກ່ຜູ້ຊົມເປັນຂັ້ນຕອນຕາມລຳດັບຊຶ່ງປະກອບມີ 2 ລັກສະນະຄື:

1.     ສາລະຄະດີແບບເບົາສະໝອງ ( Feature ): ສາລະຄະດີລັກສະນະນີ້ ບໍ່ຕ້ອງການເນື້ອໃນລະອຽດເລິກເຊິ່ງ ແລະໜັກສະໝອງພຽງແຕ່ສະເໜີເລື່ອງກວ້າງໆພໍເຂົ້າໃຈດ້ວຍຮູບແບບທີ່ໃຫ້ຄວາມບັນເທີງສາລະຄະດີລັກສະນະນີ້ ມີຄື: ສາລະຄະດີທົ່ວໄປ, ສາລະຄະດີວັນສຳຄັນຕ່າງໆຂອງຊາດ, ສາລະຄະດີທ່ອງທ່ຽວ ແລະສາລະຄະດີປະຫັວດສາດ;
2.    ສາລະຄະດີແບບລົງເລິກລາຍລະອຽດ ( Documentary ): ສາລະຄະດີລັກສະນະນີ້ມີເນື້ອໃນຂໍ້ມູນຄວາມຈິງລະອຽດເລິກເຊິ່ງເພື່ອເຮັດໃຫ້ສາລະຄະດີເລື່ອງນັ້ນມີຄວາມເຊື່ອຖື, ສ່ວນຫຼາຍຈະໃຊ້ວິທີສຳພາດ, ບັນລະຍາຍ,ລາຍງານນອກສະຖານທີ່, ສົນທະນາ ແລະ ໃຊ້ສຽງປະກອບຈາກສຽງຈິງຫຼືສຽງສົດທີ່ບັນທຶກໄວ້ ແລະຕ້ອງສ້າງຄວາມດຶງດູດຄວາມສົນໃຈຂອງຜູ້ຊົມດ້ວຍເຕັກນິກການຜະລິດທີ່ມີສຽງສົດປະກອບໃຫ້ຫຼາຍທີ່ສຸດ ສາລະຄະດີຊະນິດນີ້ມີຄື: ສາລະຄະດີວິເຄາະ ແລະສາລະຄະດີຂ່າວ.

ມາດຕາ 8 ຮູບເງົາວິທະຍາສາດ

ຮູບເງົາວິທະຍາສາດແມ່ນການສັງລວມເອົາຮູບແບບວິທີການຕ່າງໆທີ່ກ້າວໜ້າຕົວຈິງມາໄຈ້ແຍກອະທິບາຍແຕ່ລະບັນຫາໃຫ້ຄົນໄດ້ຮຽນຮູ້.

ມາດຕາ 9 ຮູບເງົາກາຕູນ

ຮູບເງົາກາຕູນ ແມ່ນຮູບພາບແຕ້ມ ໂດຍຜ່ານຂະບວນການຖ່າຍທຳທາງດ້ານເຕັກນິກ ແລະເອເລັກໂຕຣນິກທີ່ສາມາດເຮັດໃຫ້ຮູບແຕ້ມມີການເຄື່ອນເໜັງໄດ້.

ມາດຕາ 10 ຮູບເງົາເລື່ອງ

ຮູບເງົາເລື່ອງແມ່ນຮູບເງົາທີ່ສັງລວມເອົາຍອດຂອງການສະແດງສິລະປະປະເພດຕ່າງໆດ້ວຍການສະແດງເປັນເລື່ອງຄ້າຍຄວາມຈິງ ຊຶ່ງປະກອບມີຫຼາຍລັກສະນະ ດັ່ງນີ້:

1.     ຮູບເງົາເລື່ອງຊີວິດ ແມ່ນເວົ້າກຽ່ວກັບຄອບຄົວ ແລະການໃຫ້ກຳລັງໃຈໃນການດຳລົງຊີວິດຂອງຄົນ;
2.    ຮູບເງົາເລື່ອງຕະຫຼົກ ແມ່ນການສະແດງຮຽນແບບ ແລະບາງຄັ້ງສຽດສີວິຖີຊີວິດຂອງຄົນໃນສັງຄົມ;
3.    ຮູບເງົາເລື່ອງຕໍ່ສູ້ ແມ່ນເວົ້າກຽ່ວກັບການໃຊ້ກຳລັງ ແລະຄວາມຮຸນ ແຮງເພື່ອເອົາຊະນະບັນຫາຕ່າງໆ;
4.    ຮູບເງົາເລື່ອງຄວາມຮັກແມ່ນໄດ້ສະທ້ອນເຖິງຄວາມຮັກຂອງບ່າວສາວທີ່ຕ້ອງໃຊ້ອາລົມໃນການສະແດງເປັນພິເສດ;
5.    ຮູບເງົາເລື່ອງສະຫຍອງຂັວນ ແມ່ນເຮັດໃຫ້ຜູ້ຊົມຕື່ນເຕັ້ນ ແລະບາງຄັ້ງກໍຕົກໃຈໄປກັບເຫດການໃນເລື່ອງ;
6.    ຮູບເງົາເລື່ອງສືບສວນ-ສອບສວນ  ແມ່ນເວົ້າເຖິງບັນຫາປິດສະໜາທີ່ຕ້ອງໃຊ້ຄວາມສາມາດ ແລະຄວາມຮູ້ອັນຊຳນານຂອງນັກກົດໝາຍເພື່ອໄຂບັນຫາປິດສະໜາ;
7.    ຮູບເງົາເລື່ອງຜີສາງນາງໄມ້  ແມ່ນການນຳເອົາຄວາມເຊື່ອທີ່ບໍ່ມີຄຳຕອບທີ່ແນ່ນອນມາສ້າງເປັນຮູບເງົາ ຊຶ່ງຈະເຮັດໃຫ້ຜູ້ຊົມມັກເບິ່ງເພື່ອເປັນການຢືນຢັນ ແລະໄຂປິດສະໜາຄວາມເຊື່ອຂອງບຸກຄົນ;
8.    ຮູບເງົາເລື່ອງລັກສະນະອື່ນ.

ໝວດທີ 3
ກິດຈະການກ່ຽວກັບຮູບເງົາ

ມາດຕາ 11. ຮູບແບບກິດຈະການກ່ຽວກັບຮູບເງົາ

ກິດຈະການກ່ຽວກັບຮູບເງົາ ມີຮູບແບບ ດັ່ງນີ້:

1.     ການຜະລິດຮູບເງົາ;
2.    ການນຳເຂົ້າ ແລະສົ່ງອອກ ຮູບເງົາ;
3.    ການບໍລິການຮູບເງົາ;
4.    ການເຜີຍແຜ່ຮູບເງົາ;
5.    ຮູບການເຜີຍແຜ່ຮູບເງົາ;
6.    ການສາຍຮູບເງົາຢູ່ໃນໂຮງ ແລະເຄື່ອນທີ່;
7.    ການຈັດ, ການເຂົ້າຮ່ວມງານມະຫາກຳ, ສັບປະດາ ແລະງານວາງສະແດງຮູບເງົາ;
8.    ຮູບແບບກິດຈະການອື່ນ.

ມາດຕາ 12. ການຜະລິດຮູບເງົາ

ບັນດາການຈັດຕັ້ງຂອງລັດ,ການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ, ນິຕິບຸກຄົນ, ບຸກຄົນທີ່ດຳລົງຊີວິດຢູ່ ສປປ ລາວ ທີ່ເປັນຄົນລາວ ແລະຕ່າງປະເທດທ່ີມີຈຸດປະສົງຈະຜະລິດຮູບເງົາ ຕ້ອງເອົາເນື້ອໃນບົດເລື່ອງຮູບເງົາໄປກວດຜ່ານ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ  ຈຶ່ງສາມາດດຳເນີນການຖ່າຍທຳ ແລະການຜະລິດຮູບເງົາ.ການຈັດຕັ້ງ, ນິຕິບຸກຄົນ, ບຸກຄົນ ທີ່ມາຈາກຕ່າງປະເທດ ມີຈຸດປະສົງເຄື່ອນໄຫວຖ່າຍທຳຮູບເງົາຢູ່ ສປປ ລາວ ໃຫ້ຍື່ນຄຳຮ້ອງພ້ອມດ້ວຍເນື້ອໃນບົດຮູບເງົາ,ບົດຖ່າຍທຳແລະເອກະສານອື່ນທີ່ກ່ຽວຂ້ອງຕໍ່ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທຽ່ວເພື່ອຂໍອະນຸຍາດ. ເອກະສານແຕ່ລະສະບັບຕ້ອງແປເປັນພາສາລາວ.ການຈັດຕັ້ງ, ນິຕິບຸກຄົນ, ບຸກຄົນທີ່ຢູ່ຕ່າງປະເທດ ມີຈຸດປະສົງຜະລິດຮູບເງົາເລື່ອງກ່ຽວກັບ ສປປລາວ ໃຫ້ເອົາເນື້ອໃນບົດຮູບເງົາໄປຜ່ານສະຖານທູດລາວປະຈຳປະເທດທີ່ກ່ຽວຂ້ອງຈຶ່ງສາມາດດຳເນີນການຖ່າຍທຳ ແລະການຜະລິດຮູບເງົາ.

ມາດຕາ 13.  ບຸກຄະລາກອນໃນການສ້າງຮູບເງົາ

ບຸກຄະລາກອນໃນການສ້າງຮູບເງົາ ມີດັ່ງນີ້:

1.     ຜູ້ກຳກັບການສ້າງ;
2.    ຜູ້ກຳກັບການສະແດງ;
3.    ນັກຖ່າຍ;
4.    ຜູ້ຮັບຜິດຊອບເຕັກນິກ;
5.    ຜູ້ຕັດຕໍ່;
6.    ນັກສະແດງ;
7.    ນັກພາກຮູບເງົາ;
8.    ອື່ນໆ.

ບຸກຄະລາກອນໃນການສ້າງຮູບເງົາ ທີ່ເຄື່ອນໄຫວດຳເນີນກິດຈະການກ່ຽວກັບການສ້າງຮູບເງົາຕ້ອງມີບັດເຄື່ອນໄຫວກ່ຽວກັບວຽກຮູບເງົາໃຫ້ຖືກຕ້ອງຕາມລະບຽບໃນການຄຸ້ມຄອງຊຶ່ງແມ່ນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເປັນຜູ້ອອກໃຫ້.

ມາດຕາ 14. ການສົ່ງອອກ ແລະນຳເຂົ້າຮູບເງົາ

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທ່ີມີຈຸດປະສົງສົ່ງອອກ ແລະນຳເຂົ້າຮູບເງົາ  ເພື່ອຈຳໜ່າຍ ແລະບໍລິການຢູ່ ສປປ ລາວ  ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວກ່ອນ ຈິ່ງມີສິດສົ່ງອອກ ແລະນຳເຂົ້າ.

ມາດຕາ 15. ເງື່ອນໄຂການນຳເຂົ້າ ແລະສົ່ງອອກຮູບເງົາ

ການນຳເຂົ້າຮູບເງົາ ເພື່ອຈຳໜ່າຍ ແລະບໍລິການຢູ່ ສປປ ລາວ ຕ້ອງມີເນື້ອໃນທ່ີສ້າງສັນ, ມີປະໂຫຽດໃນການໃຫ້ຄວາມຮູ້ ແລະການບັນເທີງ, ບໍ່ຂັດກັບແນວທາງນະໂຍບາຍຂອງ ພັກ-ລັດ, ບໍ່ຕ້ານລະບອບການປົກຄອງ, ບໍ່ຝືນຕໍ່ວັດທະນະທຳ ແລະຮີດຄອງປະເພນີອັນດີງາມຂອງຊາດ ແລະບໍ່ແຕະຕ້ອງເຖິງຄວາມສາມັກຄີກັບປະເທດເພື່ອນມິດໃນໂລກ. ການສົ່ງອອກຜະລິດຕະພັນຮູບເງົາ ເພື່ອເຜີຍແຜ່, ຈຳໜ່າຍ ແລະບໍລິການຢູ່ຕ່າງປະເທດຕ້ອງມີເນື້ອໃນດີ ແລະສົ່ງເສີມວັດທະນະທຳອັນດີງາມຂອງຊາດ.

ມາດຕາ 16. ການບໍລິການຮູບເງົາ

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທ່ີມີຈຸດປະສົງເອົາຟີມຮູບເງົາຕ່າງປະເທດມາສາຍບໍລິການຢູ່ ສປປ ລາວ ຕ້ອງຜ່ານການກວດກາເນື້ອໃນຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ ກ່ອນສາຍບໍລິການ, ສ່ວນຢູ່ທ້ອງຖິ່ນຕ້ອງຜ່ານພະແນກຖະແຫຼງຂ່າວ, ວັດທະນະທຳ  ແລະທ່ອງທຽ່ວຂອງແຂວງ, ນະຄອນ, ເວລາສາຍບໍລິການຕ້ອງພາກເປັນພາສາລາວ ຍົກເວັ້ນຮູບເງົາເອກະສານດ້ານວິຊາການວິທະຍາສາດ-ເຕັກນິກ ແລະຕຳລາຮຽນພາສາຕ່າງປະເທດ ແຕ່ບໍ່ອະນຸຍາດໃຫ້ສຳເນົາໄປຈຳໜ່າຍກ່ອນໄດ້ຮັບອະນຸຍາດຈາກອົງການທີ່ກຽ່ວຂ້ອງ.

ມາດຕາ 17. ການເຜີຍແຜ່ຮູບເງົາ

ການເຜີຍແຜ່ຮູບເງົາລາວ ແລະຮູບເງົາຕ່າງປະເທດທີ່ນຳເຂົ້າເພື່ອຈຳໜ່າຍ  ແລະເຜີຍແຜ່ຢູ່ ສປປລາວ ຕ້ອງຍື່ນຄຳຮ້ອງພ້ອມດ້ວຍເອກະສານປະກອບຄຳຮ້ອງຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ. ເອກະສານປະກອບຄຳຮ້ອງຂໍອະນຸຍາດເຜີຍແຜ່ຮູບເງົາມີ ດັ່ງນີ້:

1.     ໜັງສືສະເໜີຂໍອະນຸຍາດ;
2.    ໜັງສືຢັ້ງຢືນລິຂະສິດຕໍ່ຮູບເງົາ;
3.    ເອກະສານອື່ນທີ່ກ່ຽວຂ້ອງ.

ພາຍໃນເວລາ ສິບວັນລັດຖະການ ນັບແຕ່ໄດ້ຮັບຄຳຮ້ອງ ພ້ອມດ້ວຍເອກະສານປະກອບຄຳຮ້ອງ ຖືກຕ້ອງ, ຄົບຖ້ວນ ແລະໄດ້ຮັບການກວດກາຮູບເງົາແລ້ວ,ກະຊວງຖະແຫຼງຂ່າວ, ວັດທະນະທຳ  ແລະທ່ອງທຽ່ວຕ້ອງພິຈາລະນາອະນຸຍາດໃຫ້ເຜີຍແຜ່. ໃນກໍລະນີບໍ່ອະນຸຍາດຕ້ອງມີໜັງສືແຈ້ງຕອບ ແລະ ອະທິບາຍເຫດຜົນຈະແຈ້ງ.

ມາດຕາ 18. ຮູບການເຜີຍແຜ່ຮູບເງົາ

ຮູບການເຜີຍແຜ່ຮູບເງົາມີ ດັ່ງນີ້:

1.     ສາຍໃນໂຮງຮູບເງົາ ແລະສາຍເຄື່ອນທີ່;
2.    ອອກອາກາດທາງຄື້ນໂທລະພາບ ແລະສົ່ງເຂົ້າສາຍໃນເຄືອຄ່າຍອິນເຕີເນັດ;
3.    ນຳເອົາຮູບເງົາສົ່ງເຂົ້າສາຍຢູ່ງານສັບປະດາຮູບເງົາ ຫຼືງານມະໂຫລານຮູບເງົາສາກົນ;
4.    ເຜີຍແຜ່ທາງກາແຊັດວີດີໂອ, ແຜ່ນຊີດີ, ວີຊີດີ, ດີວີດີ, ຮາດດິດ       ຫຼືວັດຖຸບັນທຶກແບບອື່ນ;
5.    ຮູບການເຜີຍແຜ່ແບບອື່ນ.

ມາດຕາ 19. ການເຜີຍແຜ່ຮູບເງົາທາງໂທລະພາບ

ຮູບເງົາທີ່ຈະອອກອາກາດທາງໂທລະພາບຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລັດດ້ານຮູບເງົາ ຫຼື ໄດ້ຮັບອະນຸຍາດຈາກ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດ.

ມາດຕາ 20. ການສາຍຮູບເງົາຢູ່ໃນໂຮງ ແລະເຄື່ອນທີ່

ການສາຍຮູບເງົາຢູ່ໃນໂຮງ ແລະເຄື່ອນທີ່ໃຫ້ປະຕິບັດ ດັ່ງນີ້ :

1.     ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທັງພາຍໃນ ແລະຕ່າງປະເທດ ທ່ີມີຈຸດປະສົງດຳເນີນການສາຍຮູບເງົາຢູ່ໃນໂຮງ ແລະເຄື່ອນທີ່ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ສ່ວນຢູ່ທ້ອງຖິ່ນຕ້ອງຜ່ານພະແນກຖະແຫຼງຂ່າວ, ວັດທະນະທຳ  ແລະທ່ອງທ່ຽວແຂວງ, ນະຄອນ;
2.    ເນື້ອໃນຮູບເງົາຕ້ອງຜ່ານການກວດກາຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງ, ນະຄອນ;
3.    ຮູບເງົາທ່ີນຳໄປສາຍຕ້ອງເປັນຮູບເງົາທີ່ດີມີລັກສະນະກ້າວໜ້າບໍ່ຂັດກັບຮີດຄອງປະເພນີອັນດີງາມຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະບໍ່ເເຕະຕ້ອງເຖິງຄວາມສາມັກຄີກັບເພື່ອນມິດໃນໂລກ;
4.    ຖ້າເປັນຮູບເງົາຕ່າງປະເທດຕ້ອງພາກເປັນພາສາລາວຫຼືນຳໃຊ້ພາສາເດີມຢູ່ໃນຮູບເງົາແຕ່ຕ້ອງໃຫ້ແປເປັນພາສາລາວໃສ່ໜັງສືລອດພື້ນຢູ່ໃນໜ້າຈໍຮູບເງົາ.

ມາດຕາ 21. ການຈັດ, ການເຂົ້າຮ່ວມສັບປະດາ, ງານມະຫາກຳຮູບເງົາ ແລະງານວາງສະແດງຮູບເງົາຢູ່ພາຍໃນປະເທດ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວຮັບຜິດຊອບຈັດສັບປະດາ ແລະງານມະກຳຮູບເງົາແຫ່ງຊາດ, ງານມະຫາກຳຮູບເງົາສາກົນຢູ່ ສປປ ລາວ ເປັນແຕ່ລະໄລຍະ. ກະຊວງ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງສາກົນ, ອົງການປົກຄອງແຂວງ, ນະຄອນຮັບຜິດຊອບຈັດສັບປະດາ ແລະງານມະຫາກຳແຂ່ງຂັນຮູບເງົາໃນຂະແໜງວິຊາສະເພາະ, ຫົວຂໍ້ສະເພາະຕາມການເຫັນດີເປັນລາຍລັກອັກສອນຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ. ຮູບເງົາທີ່ເຂົ້າຮ່ວມການແຂ່ງຂັນຕ້ອງມີໃບອະນຸຍາດເຜີຍແຜ່ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ;

ການຈັດຕັ້ງ, ນິຕິບຸກຄົນ, ບຸກຄົນພາຍໃນ ແລະຕ່າງປະເທດ ອາດສາຍຮູບເງົາຕ່າງປະເທດໄດ້ຕາມການເຫັນດີເປັນລາຍລັກອັກສອນຂອງກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທຽ່ວ. ໜັງສືສະເໜີຈັດງານມະຫາກຳຮູບເງົາ,ງານແຂ່ງຂັນຮູບເງົາໃນຂະແໜງວິຊາສະເພາະ, ຫົວຂໍ້ສະເພາະ ແລະການຈັດສາຍຮູບເງົາຕ່າງປະເທດຢູ່ສປປ ລາວ ຕ້ອງມີຈຸດປະສົງ, ຂອບເຂດ, ເວລາ, ສະຖານທີ່ຈັດ, ລາຍຊື່ຮູບເງົາ ແລະເປົ້າໝາຍຜູ້ເຂົ້າຮ່ວມ; ພາຍໃນກຳນົດເວລາສິບວັນລັດຖະການ ນັບແຕ່ວັນໄດ້ຮັບໜັງສືສະເໜີ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວຕ້ອງພິຈາລະນາ ແລະຕອບເປັນລາຍລັກອັກສອນຕໍ່ການຕົກລົງເຫັນດີຫຼືໃນກໍລະນີຫາກບໍ່ເຫັນດີກໍຕ້ອງຕອບເປັນລາຍລັກອັກສອນ ພ້ອມທັງຊີ້ແຈງເຫດຜົນໃຫ້ຜູ້ສະເໜີ ດັ່ງກ່າວ.

ມາດຕາ 22. ການເຂົ້າຮ່ວມງານມະຫາກຳຮູບເງົາ, ການແຂ່ງຂັນຮູບເງົາ, ງານວາງສະແດງຮູບເງົາສາກົນ ແລະການຈັດສັບປະດາຮູບເງົາຢູ່ຕ່າງປະເທດ

ໜ່ວຍງານຜະລິດຮູບເງົາ, ຈຳໜ່າຍຮູບເງົາ, ເຜີຍແຜ່ຮູບເງົາ ແລະ ໂທລະພາບຂັ້ນຕ່າງໆຂອງ ສປປ ລາວ ສາມາດເຂົ້າຮ່ວມງານມະຫາກຳຮູບເງົາ, ງານແຂ່ງຂັນຮູບເງົາ ແລະງານວາງສະແດງຮູບເງົາສາກົນ ແລະ ສາມາດຈັດສັບປະດາຮູບເງົາລາວຢູ່ຕ່າງປະເທດຕາມການເຫັນດີເປັນລາຍລັກອັກສອນ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ;

ການຈັດຕັ້ງ, ນິຕິບຸກຄົນ, ບຸກຄົນຢູ່ຕ່າງປະເທດ ມີຈຸດປະສົງຈັດງານມະຫາກຳຮູບເງົາ, ການແຂ່ງຂັນຮູບເງົາ, ງານສະແດງຮູບເງົາສາກົນ ແລະ ການຈັດສັບປະດາຮູບເງົາກ່ຽວກັບ ສປປ ລາວ ຕ້ອງໄດ້ຮັບອະນຸຍາດຈາກສະຖານທູດລາວປະຈຳປະເທດທີ່ກ່ຽວຂ້ອງ;

ຮູບເງົາທີ່ນຳເຂົ້າຮ່ວມງານມະຫາກຳຮູບເງົາ, ງານແຂ່ງຂັນຮູບເງົາ ແລະ ງານວາງສະແດງຮູບເງົາສາກົນ ແລະ ການສັບປະດາຮູບເງົາລາວຢູ່ຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດເຜີຍແຜ່ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວກ່ອນຈິ່ງສາມາດນຳເຂົ້າງານຕາມທີ່ກ່າວມານັ້ນ.

ໝວດທີ 4
ການສຳເນົາຮູບເງົາ

ມາດຕາ 23. ການສຳເນົາຮູບເງົາ

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງທັງພາຍໃນ ແລະຕ່າງປະເທດທີ່ເຄື່ອນໄຫວຖ່າຍທຳຮູບເງົາສາລະຄະດີ, ຮູບເງົາເລື່ອງ, ກາຕູນ ແລະຮູບເງົາປະເພດອື່ນຢູ່ ສປປ ລາວ ໃນເມື່ອຜະລິດຮູບເງົາສົມບູນແບບແລ້ວ ຕ້ອງສົ່ງຕົ້ນສະບັບໜຶ່ງສະບັບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວພາຍໃນສິບສອງເດືອນເພື່ອເກັບຮັກສາໄວ້ສຳເນົາ. ຜະລິດເປັນຮູບເງົາປະເພດໃດໃຫ້ສົ່ງເປັນຮູບເງົາປະເພດນັ້ນ ເຊັ່ນ: ຟີມ 16 ມມ, 35 ມມ, ກາແຊັດວີດີໂອ, ແຜ່ນຊີດີ, ດີວີດີ, ຮາດດິດ ຫຼືວັດຖຸບັນທຶກແບບອື່ນ.

ມາດຕາ 24. ການສຳເນົາຮູບເງົາແຫ່ງຊາດ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ ເປັນອົງການສຳເນົາຮູບເງົາແຫ່ງຊາດໃນການຄຸ້ມຄອງສາງຟີມ, ອະນຸລັກ, ປົກປັກຮັກສາຮູບເງົາໃຫ້ຖືກຕ້ອງຕາມເຕັກນິກ, ຕິດຕາມກວດກາ ແລະສ້ອມແປງຄຸນນະພາບຂອງຮູບເງົາໃຫ້ສາມາດຄົງຢູ່ໄດ້ຕາມເວລາອັນສົມຄວນ.

ໝວດທີ 5
ການຄຸ້ມຄອງ ແລະກວດກາວຽກງານຮູບເງົາ

ມາດຕາ 25. ອົງການຄຸ້ມຄອງ ແລະກວດກາວຽກງານຮູບເງົາ

ລັດຖະບານ ຄຸ້ມຄອງວຽກງານຮູບເງົາຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດວຽກງານກ່ຽວກັບຮູບເງົາ.

ອົງການຄຸ້ມຄອງ ແລະກວດກາວຽກງານຮູບເງົາປະກອບດ້ວຍ:

-       ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ;
-       ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວແຂວງ,ນະຄອນ;
-       ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວເມືອງ, ເທດສະບານ.

ມາດຕາ 26. ສິດ ແລະ ໜ້າທີ່ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ

ໃນການຄຸ້ມຄອງວຽກງານຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ ມີສິດ ແລະໜ້າທີ່  ດັ່ງນີ້:

1.     ຄົ້ນຄວ້າຮ່າງນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ,  ແຜນງານ, ແຜນການພັດ ທະນາຮູບເງົາ ເພື່ອສະເໜີລັດຖະບານພິຈາລະນາ;
2.    ຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດເປັນແຜນງານ, ແຜນການ ແລະໂຄງການພັດທະນາຮູບເງົາ ແລະຈັດຕັ້ງປະຕິບັດ;
3.    ໂຄສະນາເຜີຍແຜ່, ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍກຽ່ວກັບວຽກງານຮູບເງົາ;
4.    ຈັດຕັ້ງ, ຄຸ້ມຄອງ ແລະຊີ້ນຳການເຄື່ອນໄຫວຂອງໜ່ວຍງານຮູບເງົາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
5.    ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ການເຄື່ອນໄຫວຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວແຂວງ, ນະຄອນໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ແຜນການ, ໂຄງການກຽ່ວກັບຮູບເງົາ;
6.    ກໍ່ສ້າງ, ບຳລຸງ, ຍົກລະດັບບຸກຄະລາກອນຮູບເງົາ ທາງດ້ານການເມືອງ ແລະວິຊາສະເພາະ;
7.    ຄົ້ນຄວ້າ,  ພິຈາລະນາ,  ອະນຸຍາດ, ໂຈະ, ຍົກເລີກ ແລະຖອນໃບອະນຸຍາດສ້າງຕັ້ງ ແລະເຄື່ອນໄຫວກິດຈະກຳຮູບເງົາ;
8.    ອອກ ແລະຖອນບັດນັກວິຊາການເຄື່ອນໄຫວວຽກງານຮູບເງົາ,ຂອງໜ່ວຍຮູບເງົາທັງພາຍໃນ ແລະຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ;
9.    ເກັບກູ້ ແລະ ທຳລາຍຜະລິດຕະພັນຮູບເງົາ ທີ່ບໍ່ຖືກຕ້ອງ;
10.  ເກັບຮັກສາສຳເນົາຮູບເງົາເພື່ອເປັນຄັງມໍຣະດົກຂອງຊາດ;
11.   ແກ້ໄຂຄຳສະເໜີ ແລະສະກັດກັ້ນການເຄື່ອນໄຫວຂອງຮູບເງົາ ທີ່ຂັດກັບລະບຽບກົດໝາຍ;
12.  ພົວພັນ, ຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນ ກ່ຽວກັບຮູບເງົາ;
13.  ສະຫຼຸບ, ລາຍງານ ແລະ ປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບຮູບເງົາ ໃຫ້ລັດຖະບານເປັນປົກກະຕິ. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ

ມາດຕາ 27. ສິດ ແລະໜ້າທີ່ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ ແຂວງ,ນະຄອນ

ໃນການຄຸ້ມຄອງວຽກງານຮູບເງົາ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວແຂວງ, ນະຄອນ ມີສິດ ແລະໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.     ໂຄສະນາ, ເຜີຍແຜ່, ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານຮູບເງົາ;
2.    ຈັດຕັ້ງປະຕິບັດລະບຽບກົດໝາຍ, ແຜນການ, ແຜນງານ ແລະໂຄງການ;
3.    ສຳຫຼວດ ແລະເກັບກຳຂໍ້ມູນກ່ຽວກັບວຽກງານຮູບເງົາ;
4.    ຕິດຕາມແລະຊີ້ນຳການເຄື່ອນໄຫວວຽກງານຮູບເງົາ;
5.    ຄຸ້ມຄອງການເຄື່ອນໄຫວຂອງນັກຖ່າຍທຳຮູບເງົາພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວພາຍໃນແຂວງ ແລະນະຄອນ;
6.    ຄຸ້ມຄອງຮູບເງົາ ແລະການນຳເຂົ້າ-ສົ່ງອອກ ຮູບເງົາທີ່ເປັນກະແຊັດ ຫຼື ແຜ່ນຮູບເງົາ;
7.    ອອກ, ຖອນ ແລະລົບລ້າງໃບອະນຸຍາດກ່ຽວກັບການຈຳໜ່າຍກະແຊັດ ຫຼືແຜ່ນຮູບເງົາ, ເກັບກູ້ ທຳລາຍຮູບເງົາທີ່ບໍ່ຖືກຕ້ອງ;
8.    ຊີ້ນຳ, ຊຸກຍູ້ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວເມືອງ, ເທດສະບານໃນການຈັດຕັ້ງປະຕິບັດວຽກງານຮູບເງົາ;
9.    ແກ້ໄຂຄຳສະເໜີ ແລະສະກັດກັ້ນການເຄື່ອນໄຫວຮູບເງົາທີ່ຂັດກັບລະບຽບກົດໝາຍ;
10.  ພົວພັນ ແລະຮ່ວມມືດ້ານຮູບເງົາກັບຕ່າງປະເທດຕາມການມອບໝາຍຂອງອົງການທີ່ມີສິດກ່ຽວຂ້ອງ;
11.   ສະຫຼຸບ, ລາຍງານ ແລະປະເມີນຜົນໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບຮູບເງົາໃຫ້ຂັ້ນເທິງຂອງຕົນ;
12.  ນຳໃຊ້ສິດ ແລະປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ຫຼືຕາມການມອບໝາຍ.

ມາດຕາ 28. ສິດ ແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານຮູບເງົາ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວເມືອງ, ເທດສະບານມີສິດ ແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.     ເຜີຍແຜ່ ສຶກສາອົບຮົມແນວທາງນະໂຍບາຍ ແລະລະບຽບກົດໝາຍກຽ່ວກັບຮູບເງົາ;
2.    ຈັດຕັ້ງປະຕິບັດລະບຽບກົດໝາຍ ແຜນການ, ໂຄງການກຽ່ວກັບຮູບເງົາ;
3.    ສຳຫຼວດ ເກັບກຳຂໍ້ມູນ ແລະຂຶ້ນບັນຊີຮູບເງົາ;
4.    ອອກ, ຖອນ ແລະລົບລ້າງໃບອະນຸຍາດຈຳໜ່າຍກາແຊັດ ຫຼືແຜ່ນຮູບເງົາ,ທຳລາຍຮູບເງົາທີ່ບໍ່ຖືກຕ້ອງ;
5.    ປະສານສົມທົບກັບພາກສ່ວນອື່ນທີ່ກຽ່ວຂ້ອງໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຮູບເງົາ;
6.    ສະຫລຸບ, ລາຍງານ ແລະປະເມີນຜົນໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບຮູບເງົາໃຫ້ຂັ້ນເທິງຖັດຕົນ;
7.    ນຳໃຊ້ສິດ ແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໃນລະບຽບກົດໝາຍ ແລະຕາມການມອບໝາຍ.

ມາດຕາ 29. ສິດ ແລະໜ້າທີ່ຂອງຂະແໜງການ ແລະພາກສ່ວນອື່ນ

ບັນດາຂະແໜງການ, ອົງການ, ພາກສ່ວນອື່ນທີ່ກຽ່ວຂ້ອງມີສິດ ແລະ ໜ້າທ່ີປະສານສົມທົບກັບຂະແໜງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວໃນການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາຕາມພາລະບົດບາດຂອງຕົນ.

ໝວດທີ  6
ການແກ້ໄຂຂໍ້ຂັດແຍ່ງ ກຽ່ວກັບຮູບເງົາ

ມາດຕາ 30. ການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທົ່ວໄປກຽ່ວກັບການສ້າງຕັ້ງ ແລະ ເຄື່ອນໄຫວ ຫຼື ດຳເນີນກິດຈະການຮູບເງົາ ແມ່ນໃຫ້ຄູ່ກໍລະນີແກ້ໄຂກັນດ້ວຍວິທີການປະນິປະນອມ ຖ້າຫາກບໍ່ສາມາດຕົກລົງກັນໄດ້ແມ່ນໃຫ້ສະເໜີຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເປັນຜູ້ແກ້ໄຂ, ສ່ວນຢູ່ທ້ອງຖິ່ນໃຫ້ສະເໜີຕໍ່ພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທຽ່ວ ແຂວງ, ນະຄອນ ບ່ອນທີ່ຕົນໄດ້ຮັບອະນຸຍາດເປັນຜູ້ແກ້ໄຂຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 31. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກຽ່ວກັບຮູບເງົາ ແມ່ນໃຫ້ປະຕິບັດຕາມສົນທິສັນຍາ ຫຼືສັນຍາສາກົນ ທີ່  ສປປ  ລາວ ເປັນພາຄີ.

ໝວດທີ 7
ຂໍ້ຫ້າມ

ມາດຕາ 32. ຂໍ້ຫ້າມສຳລັບຜູ້ເຄື່ອນໄຫວວຽກງານຮູບເງົາ

ຫ້າມຜູ້ເຄື່ອນໄຫວວຽກງານຮູບເງົາ ມີພຶດຕິກຳ ດັ່ງນີ້:

1.     ໂຄສະນາຕ້ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
2.    ໂຄສະນາແບ່ງແຍກຄວາມສາມັກຄີ ແລະສ້າງຄວາມອາຄາດບາດໝາງ ລະຫວ່າງປະຊາຊົນບັນດາເຜົ່າ ແລະຄວາມສາມັກຄີລະຫວ່າງຊາດ;
3.    ໂຄສະນາເຜີຍແຜ່ໃຫ້ມີແນວຄິດເຊື່ອມເສຍ, ເປັນໄພຕໍ່ສັງຄົມ, ລາມົກອານາຈານ, ການກະທຳທີ່ໂຫດຫ້ຽມ, ເຊື່ອຖືງົມງວາຍ ແລະທຳລາຍຮີດຄອງປະເພນີອັນດີງາມຂອງຊາດ;
4.    ເປີດເຜີຍຄວາມລັບຂອງ ພັກ-ລັດ, ຄວາມລັບດ້ານການທະຫານ, ຄວາມໝັ້ນຄົງຂອງຊາດ, ເສດຖະກິດ ແລະການພົວພັນຕ່າງປະເທດ, ຄວາມລັບຂອງບຸກຄົນ ແລະຄວາມລັບອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ;
5.    ເສກສັນປັ້ນແຕ່ງ,ບິດເບືອນຄວາມຈິງ, ພິກປີ້ນປະຫັວດສາດ, ປະຕິເສດຜົນງານການປະຕິວັດ;
6.    ມີພຶດຕິກຳອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 33. ຂໍ້ຫ້າມສຳລັບພະນັກງານກ່ຽວກັບວຽກງານຮູບເງົາ

ຫ້າມພະນັກງານກ່ຽວກັບວຽກງານຮູບເງົາ ແລະ ຜູ່ເຂົ້າຮ່ວມງານສ້າງຂໍ້ມູນຂ່າວສານຝືນກັບຈັນຍາບັນຂອງນັກວິຊາການຮູບເງົາລາວ, ໃຊ້ຄວາມຫຍາບຊ້າ ລວມທັງຫ້າມມີພຶດຕິກຳ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 32 ຂອງດຳລັດສະບັບນີ້.

ມາດຕາ 34. ຂໍ້ຫ້າມສຳລັບການຈັດຕັ້ງ ແລະບຸກຄົນອື່ນ

ຫ້າມການຈັດຕັ້ງ ແລະບຸກຄົນອື່ນ ມີພຶດຕິກຳ ດັ່ງນີ້:

1.     ຂັດຂວາງການເຄື່ອນໄຫວຂອງນັກວິຊາການຮູບເງົາ, ຜູ້ເຂົ້າຮ່ວມງານ ແລະແຊກແຊງບົດຮູບເງົາທີ່ຖືກຕ້ອງຕາມລະບຽບກົດໝາຍ;
2.    ຂັດຂວາງການຜະລິດ ແລະການເຜີຍແຜ່ຮູບເງົາທຸກປະເພດທີ່ຖືກຕ້ອງຕາມລະບຽບກົດໝາຍ;
3.    ຜະລິດ, ນຳເຂົ້າ ແລະເຜີຍແຜ່ຮູບເງົາທີ່ບໍ່ໄດ້ຮັບອະນຸຍາດ;
4.    ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່, ໃສ່ຮ້າຍປ້າຍສີ, ໜິ່ນປະໝາດ ແລະ ໃຊ້ຄວາມຫຍາບຊ້າຕໍ່ນັກວິຊາການຮູບເງົາ;
5.    ມີພຶດຕິກຳອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ໝວດທີ 8
ຄ່າທຳນຽມ ແລະຄ່າບໍລິການ

ມາດຕາ 35. ຄ່າທຳນຽມ ແລະຄ່າບໍລິການ

ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທີ່ເຄື່ອນໄຫວດຳເນີນກິດຈະກຳຜະລິດຕະພັນຮູບເງົາ ຕ້ອງເສຍຄ່າທຳນຽມ ແລະຄ່າບໍລິການຕາມລັດຖະບັນຍັດຂອງປະທານປະເທດທີ່ກຳນົດອອກໃນແຕ່ລະໄລຍະ;

ຄ່າທຳນຽມຕ້ອງມອບເຂົ້າງົບປະມານແຫ່ງລັດຢ່າງຄົບຖ້ວນ, ສ່ວນຄ່າບໍລິການ ຕ້ອງລາຍງານລາຍຮັບ ແລະລາຍຈ່າຍໃຫ້ກະຊວງການເງິນເປັນປົກກະຕິ.

ໝວດທີ 9
ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 36.  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທ່ີມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຮູບເງົາຈະໄດ້ຮັບຍ້ອງຍໍ ເຊັ່ນ ຫລຽນໄຊ, ຫລຽນກາ, ໃບຍ້ອງຍໍ, ນາມມະຍົດ ແລະນະໂຍບາຍອື່ນຕາມຄວາມເໝາະສົມ.

ມາດຕາ 37. ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທ່ີລະເມີດດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຈະຖືກປະຕິບັດມາດຕະການຕາມກໍລະນີເບົາ ຫຼື ໜັກ ຄື:  ສຶກສາອົບຮົມກ່າວເຕືອນ, ປັບໃໝ, ໂຈະການເຄື່ອນໄຫວຊົ່ວຄາວ, ຖອນໃບອະນຸຍາດເຄື່ອນໄຫວວຽກງານຮູບເງົາ, ຖອນບັດນັກວິຊາການເຄື່ອນໄຫວວຽກງານຮູບເງົາ ແລະໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼືຖືກລົງໂທດທາງອາຍາ.

ໝວດທີ 10
ບົດບັນຍັດສຸດທ້າຍ

ມາດຕາ 38. ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທຽ່ວ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ປາກົດຜົນເປັນຈິງ ແລະ ເຂັ້ມງວດ.

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ນິຕິບຸກຄົນ, ບຸກຄົນ ຈົ່ງຮັບຮູ້ ແລະປະຕິບັດຕາມ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 39. ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ນາຍົກລັດຖະມົນຕີ

ທອງສິງ ທໍາມະວົງ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.