ອີງຕາມ ກົດໝາຍ ວ່າດ້ວຍ ການພິມຈຳໜ່າຍ ສະບັບເລກທີ 05/ສພຊ ລົງວັນທີ 9 ທັນວາ 2008, ການນໍາເຂົ້າ ແລະ ສົ່ງອອກ ຜະລິດຕະພັນສິ່ງພິມ ຕ້ອງໄດ້ຮັບໃບອະນຸຍາດຈາກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ຜະລິດຕະພັນສິ່ງພິມ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນສິ່ງພິມ ສະບັບເລກທີ 518/ຖວທ, ລົງວັນທີ 13 ມິຖຸນາ 2012.

ການຂໍອະນຸຍາດນຳເຂົ້າຜະລິດຕະພັນສິ່ງພິມ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-    ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-    ໃບຢັ້ງຢືນຮັບປະກັນ (ດາວໂຫຼດ ທີ່ນີ້)
-    ສຳເນົາໃບທະບຽນວິສາຫະກິດ
-    ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ
-    ບັນຊີລະອຽດຂອງປື້ມ-ສິ່ງພິມ
-    ສຳເນົາໃບແຈ້ງລາຄາ
-    ສຳເນົາບັດປະຈຳຕົວ/ໜັງສືເດີນທາງ/ສຳມະໂນຄົວ

2. ຜູ້ນຳເຂົ້າ ຍື່ນເອກະສານຂ້າງເທິງທັງໝົດ ແລະ ຈ່າຍຄ່າທຳນຽມ 100,000 ກີບ ທີ່ ທີ່ກົມພິມຈຳໜ່າຍ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ,  ກົມພິມຈຳໜ່າຍ ຈະພິຈາລະນາຄຳຮ້ອງ ເພື່ອອອກ “ໃບອະນຸຍາດນຳເຂົ້າຜະລິດຕະພັນສິ່ງພິມ” ພາຍໃນ 03 ວັນລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມພິມຈຳໜ່າຍ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມພິມຈຳໜ່າຍ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

4. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມພິມຈຳໜ່າຍ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າ. (ເບິ່ງຕົວຢ່າງ ທີ່ນີ້)

5. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າສິ່ງພິມຜະລິດຕະພັນສິ່ງພິມ ທີ່ ກົມພິມຈຳໜ່າຍ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ປື້ມ - ສິ່ງພິມ ໃຊ້ສຳລັບຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ປື້ມ, ສິ່ງພິມ, ວາລະສານ, ໜັງສືພິມ ແລະ ອື່ນໆ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ PDF
2 ໃບຢັ້ງຢືນຮັບປະກັນ ການຂໍອະນຸຍາດນຳເຂົ້າ/ສົ່ງອອກ ຜະລິດຕະພັນສິ່ງພິມ ໃບຢັ້ງຢືນຮັບປະກັນ ການຂໍອະນຸຍາດນຳເຂົ້າ/ສົ່ງອອກ ຜະລິດຕະພັນສິ່ງພິມ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ: ຜະລິດຕະພັນສິ່ງພິມ ຜະລິດຕະພັນສິ່ງພິມ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເກັບກຳສະຖິຕິ ໃນການນຳເຂົ້າ, ເພື່ອກວດກາເນື້ອໃນຂອງປຶ້ມທີ່ນໍາເຂົ້າ ໃຫ້ມີຄວາມຖືກຕ້ອງຕາມນະໂຍບາຍຂອງພັກ-ລັດ ແລະ ບໍ່ໃຫ້ມີເນື້ອຫາ ແລະ ຮູບພາບທີ່ມີລັກສະນະລາມົກອານາຈານ ຫຼື ຜິດຕໍ່ຮີດຄອງປະເພນີຂອງຊາດລາວເຮົາ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນສິ່ງພິມ ເລກທີ 518/ຖວທ 9999-12-31 ສິນຄ້າ
2 ຄ່າທໍານຽມ - ອອກໃບອະນຸຍາດນໍາເຂົ້າ ຈັກພິມ, ຈັກໂຟໂຕກ໋ອບປີ້ ຄ່າທໍານຽມອອກອະນຸຍາດນຳເຂົ້າຈັກພິມ ແລະ ຈັກໂຟໂຕກ໋ອບປີ້ ແມ່ນ 50,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເກັບລາຍຮັບງົບປະມານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
3 ຄ່າທໍານຽມ - ອອກໃບອະນຸຍາດສົ່ງອອກ ຈັກພິມ, ຈັກໂຟໂຕກ໋ອບປີ້ ຄ່າທໍານຽມອອກອະນຸຍາດສົ່ງອອກຈັກພິມ ແລະ ຈັກໂຟໂຕກ໋ອບປີ້ ແມ່ນ 50,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເກັບລາຍຮັບງົບປະມານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
4 ຄ່າທໍານຽມ - ອອກອະນຸຍາດສົ່ງອອກປື້ມ ແລະ ສິ່ງພິມຕ່າງໆ ຄ່າທໍານຽມອອກອະນຸຍາດສົ່ງອອກປື້ມ ແລະ ສິ່ງພິມຕ່າງໆ ແມ່ນ 25,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເກັບລາຍຮັບເຂົ້າງົບປະມານລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
5 ຄ່າທໍານຽມ - ອອກອະນຸຍາດນໍາເຂົ້າປື້ມ ແລະ ສິ່ງພິມຕ່າງໆ ຄ່າທໍານຽມອອກອະນຸຍາດນໍາເຂົ້າປື້ມ ແລະ ສິ່ງພິມຕ່າງໆ ແມ່ນ 100,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເກັບລາຍຮັບເຂົ້າງົບປະມານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.