ຢູ່ ສປປ ລາວ, ນິຕິກຳທີ່ຄຸ້ມຄອງການນຳເຂົ້າ ສັດປ່າ ແລະ ພືດປ່າ ແມ່ນ ກົດໝາຍ ວ່າດ້ວຍ ປ່າໄມ້ ສະບັບ ເລກທີ 06/ສພຊ, ກົດໝາຍ ວ່າດ້ວຍ ສັດນ້ຳ ແລະ ສັດປ່າ ສະບັບ ເລກທີ 07/ສພຊ, ແລະ ລະບຽບການວ່າດ້ວຍ ການຄ້າຂາຍສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ (CITES).

ການນຳເຂົ້າສັດປ່າ ແລະ ພືດປ່າ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້.

ການຂໍອະນຸຍາດນຳເຂົ້າ ສັດປ່າ ຫຼື ພືດປ່າ  ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-       ໃບອະນຸຍາດສົ່ງອອກ ຂອງປະເທດຕົ້ນທາງ
-       ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ
-       ໃບຢັ້ງຢຶນສຸຂານາໄມ/ສຸຂານາໄມພືດ
-       ໃບທະບຽນວິສາຫະກິດ (ສຳເນົາ)
-       ໃບແຈ້ງລາຄາ
-       ໃບສະເໜີ

ຜູ້ນຳເຂົ້າ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຢູ່ພະແນກຄຸ້ມຄອງສັດນ້ຳ ແລະ ສັດປ່າ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້.

2. ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້ ພິຈາລະນາຄຳຮ້ອງ ພາຍໃນ 5-10 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.
-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າສັດປ່າ ແລະ ພືດປ່າ. (ເບິ່ງຕົວຢ່າງ ທີ່ນີ້)

4. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າ ແລະ ຈ່າຍຄ່າທຳນຽມ ທີ່ ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້. 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ມີການຂຶ້ນທະບຽນຜູ້ນໍາເຂົ້າ - ສັດປ່າປະເພດ II ແລະ III ຂອງ CITES ຜູ້ນໍາເຂົ້າ ສັດປ່າປະເພດ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດ ດຳເນີນກິດຈະການກະສິກຳ ແລະ ປ່າໄມ້ ຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອຄວາມຍືນຍົງ ຂອງລະບົບນິເວດທຳມະຊາດ ແລະ ເພື່ອປະຕິບັດຕາມພັນທະທີ່ ສປປ ລາວ ມີຕໍ່ສົນທິສັນຍາ CITES ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.