ຂັ້ນຕອນ 1ກະກຽມເອກະສານ ເພື່ອຂໍໃບຢັ້ງຢືນ ມີລາຍລະອຽດດັ່ງລຸ່ມນີ້:

  1. ໜັງສືສະເໜີ ຫາກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ - ຕົ້ນສະບັບ 1 ຊຸດ
  2. ຄໍາຮ້ອງ ຫາກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ (ເປັນພາສາລາວ) - ຕົ້ນສະບັບ 1 ຊຸດ
  3. ທະບຽນວິສາຫະກິດ (ຄັ້ງທໍາອິດ) - ສໍາເນົາ 1 ຊຸດ
  4. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (Invoice and packing list) - ສໍາເນົາ 1 ຊຸດ
  5. ໃບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ - ສໍາເນົາ 1 ຊຸດ
  6. ໃບມອບສິດຈາກເຈົ້າຂອງສິນຄ້າໃຫ້ຜູ້ດໍາເນີນການຂໍອະນຸຍາດຜ່ານແດນ ກໍລະນີມອບໃຫ້ບໍລິສັດອື່ນແລ່ນເອກະສານແທນ - ຕົ້ນສະບັບ ຫຼື ສໍາເນົາ 1 ຊຸດ

 

ຂັ້ນຕອນ 2. ຮັບ ແລະ ກວດກາເອກະສານ

ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວ,​ ຜູ້ປະກອບການຕ້ອງຍື່ນເອກະສານກັບ ກົມການນໍາເຂົ້າ ແລະ ສົ່ງອອກ (ພະແນກການຄ້າຊາຍແດນ), ກະຊວງອຸດສາຫະກໍາ ແລະ ການຄ້າ. ວິຊາການຜູ້ຄົ້ນຄ້ວາຈະກວດກາຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານຄົບຖ້ວນຕາມຂັ້ນຕອນ 1 ແມ່ນຈະເອົາເຂົ້າເລກທີຂາເຂົ້າ ແລະ ຖ້າບໍ່ຄົບຖ້ວນ ຫຼື ມີບ່ອນດັດແກ້ ແມ່ນທາງວິຊາການຈະແນະນໍາລາຍລະອຽດໃຫ້ກັບຜູ້ປະກອບເພື່ອນໍາເອກະສານໄປປະກອບຄືນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ທາງ ພະແນກການຄ້າຊາຍແດນຈິ່ງຈະຮັບເອົາເອກະສານຂອງຜູ້ປະກອບການແລ້ວດໍາເນີນການໃນຂັ້ນຕອນຕໍ່ໄປ.

ຂັ້ນຕອນ 3ຄົ້ນຄວ້າ ແລະ ພິຈາລະນາເອກະສານ

ອີງຕາມ ສັນຍາວ່າດ້ວຍສີນຄ້າຜ່ານແດນສະບັບລົງວັນທີ 13 ເດືອນມີນາ 2009 ແລະ ອະນຸສັນຍາເພື່ອປັບປຸງສັນຍາວ່າດ້ວຍສີນຄ້າຜ່ານແດນ ສະບັບວັນທີ 26 ເມສາ 2017. ລະຫວ່າງ ສອງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ.

ຂັ້ນຕອນ 4.​ ເຊັນ ແລະ ປະທັບກາ ເພື່ອອອກໃບຢັ້ງຢືນ

ພາຍຫຼັງທີ່ໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການທີ່ໄດ້ກໍານົດ ພະແນກການຄ້າຊາຍແດນຈະຮ່າງເອກະສານໃບຢັ້ງຢືນຕາມການສະເໜີຂອງຜູ້ປະກອບການ ເພື່ອດໍາເນີນການຂໍອະນຸມັດ ລາຍເຊັນ ຈາກຄະນະກົມຜູ້ປະຈໍາການ ແລະ ປະທັບກາໃສ່ໃບຢັ້ງຢືນ.

ຂັ້ນຕອນ 5. ຮັບໃບໃບຢັ້ງຢືນ

ຜູ້ປະກອບການຕ້ອງເຊັນຮັບເອົາໃບຢັ້ງຢືນ ຈາກພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ.

 

ສອບຖາມເພີ່ມເຕີມ ກະລຸນາຕິດຕໍ່: ພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເບີໂທລະສັບ: 021 413091 ເບີແຟັກ: 021 454224

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.