ການອອກອະນຸຍາດນຳເຂົ້າ ເຂົ້າກິນ ແມ່ນຕິດພັນກັບ 02 ຂະແໜງການຄື: ຂະແໜງອຸດສາຫະກໍາ ແລະ ການຄ້າ (ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ) ແລະ ຂະແໜງ ກະສິກໍາ ແລະ ປ່າໄມ້ (ກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ). 


1) ຂະແໜງອຸດສາຫະກໍາ ແລະ ການຄ້າ: ການນໍາເຂົ້າ ເຂົ້າກິນ ຕ້ອງໄດ້ຂໍໃບອະນຸຍາດນໍາເຂົ້າ ນໍາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ. ສໍາລັບຂັ້ນຕອນ ແລະ ເອກະສານປະກອບສໍາລັບການອອກໃບອະນຸຍາດນໍາເຂົ້າ ເຂົ້າກິນ ປະກອບມີດັ່ງນີ້:

ຂັ້ນຕອນທີ 1: ຍື່ນເອກະສານ
ເອກະສານປະກອບ ເພື່ອຂໍອະນຸຍາດນຳເຂົ້າ ເຂົ້າກິນ ມີດັ່ງນີ້:
1)    ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ເຂົ້າ;
2)    ສຳເນົາຂອງເອກະສານຕາມແຕ່ລະກໍລະນີ;
3)    ໃບທະບຽນວິສາຫະກິດ ຫຼື ໃບທະບຽນສຳປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ຢູ່ ສປປ ລາວ); ຫຼື
4)    ໃບທະບຽນວິສາຫະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ບໍ່ຢູ່ ສປປ ລາວ). ແຕ່ຕ້ອງເຮັດສັນຍາຊື້-ຂາຍເຂົ້າ ກັບບໍລິສັດທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດຊື້-ຂາຍເຂົ້າຢູ່ ສປປ ລາວ.

ໃນກໍລະນີເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກສຳນັກງານທະບຽນສານຂອງ ສປປ ລາວ.


ຂັ້ນຕອນທີ 2: ພິຈາລະນາເອກະສານ
ຖ້າເອະສານບໍ່ຖືກຕ້ອງ, ໃຫ້ແຈ້ງຜູ້ຍື່ນຄໍາຮ້ອງ ຮັບຊາບ ເພື່ອນໍາໄປປັບປຸງຄືນໃໝ່. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມເງື່ອນໄຂ ແມ່ນຈະຮັບມາພິຈາລະນາ ຕາມຂັ້ນຕອນ.


ຂັ້ນຕອນທີ 3: ເຊັນ ແລະ ອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ແມ່ນຈະອອກໃບອະນຸຍາດນໍາເຂົ້າໃຫ້ແກ່ຜູ້ ຍື່ນຄໍາຮ້ອງ.


ຂັ້ນຕອນທີ 4: ຮັບໃບອະນຸຍາດ
ເຈົ້າໜ້າທີ່ຮັບຜິດຊອບ ຈະແຈ້ງໃຫ້ຜູ້ຍື່ນຄໍາຮ້ອງ ມາຮັບເອົາໃບອະນຸຍາດນໍາເຂົ້າ ເຂົ້າກິນ.

2) ຂະແໜງກະສິກໍາ ແລະ ປ່າໄມ້: ເຂົ້າກິນ ແມ່ນນອນໃນບັນຊີພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ສປປ ລາວ ໂດຍການວິໄຈຄວາມສ່ຽງສັດຕູພືດ ນໍາກົມປູກຝັງ,ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການອອກອະນຸຍາດນໍາເຂົ້າ ເຂົ້າກິນ ປະກອບມີດັ່ງນີ້:

 

ຂັ້ນຕອນ 1: ຍື່ນເອກະສານ
1)    ໃບຄໍາຮ້ອງ (ມີແບບຟອມ);
2)    ໃບທະບຽນວິສາຫະກິດ (ສະເພາະນໍາເຂົ້າມາຈໍາໜ່າຍ ຫຼື ການລົງທຶນ);
3)    ໃບອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້ (ສະເພາະການນໍາເຂົ້າຮັບໃຊ້ໃຫ້ແກ່ການດໍາເນີນທຸລະກິດ);
4)    ແຜນການນໍາເຂົ້າ ແລະ ນໍາໃຊ້ພາຍໃນປະເທດ (ໃນກໍລະນີນໍາເຂົ້າຫຼາຍຄັ້ງຕໍ່ປີ);
5)    ແຜນການຄົ້ນຄວ້າທົດລອງ (ສະເພາະການນໍາເຂົ້າມາຄົ້ນຄວ້າ);
6)    ໃບມອບສິດ (ໃນກໍລະນີໃຫ້ຜູ້ອື່ນ ດໍາເນີນການແທນ);
7)    ໃບແຈ້ງລາຄາ (ສະເພາະຄັ້ງດຽວ);
8)    ໃບແຈ້ງລາຍການຫຸ້ມຫໍ່ (ສະເພາະຄັ້ງດຽວ);
9)    ສັນຍາຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂໃນການນໍາເຂົ້າ (ຖ້າມີ).

 

ຂັ້ນຕອນ 2 ພິຈາລະນາເອກະສານ
ພະນັກງານຂອງກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຈະດໍາເນີນກວດກາເອກະສານກັບທີ່. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3 ເຊັນ ແລະ ອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຈະໃຊ້ເວລາພິຈາລະນາອອກອະນຸຍາດນໍາເຂົ້າ ເຂົ້າກິນ ພາຍໃນ 15 ວັນລັດຖະການ ຊຶ່ງໃບອະນຸຍາດນໍາເຂົ້າ ສາມາດໃຊ້ໄດ້ພຽງຄັ້ງດຽວເທົ່ານັ້ນ.


ຂັ້ນຕອນ 4 ຮັບໃບອະນຸຍາດ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບອະນຸຍາດນໍາເຂົ້າໄດ້ທີ່ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຕາມວັນ ແລະ ເວລາທີ່     ກໍານົດ.

 ໃນເວລາສິນຄ້າຮອດດ່ານຕົວຈິງ, ໃຫ້ປະກອບເອກະສານເພີ່ມເຕີມ ດັ່ງນີ້:
1)    ໃບອະນຸຍາດນໍາເຂົ້າ ອອກໃຫ້ໂດຍກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ;
2)    ໃບຢັ້ງຢືນສຸຂານາໄມພືດ ຫຼື ໃບຢັ້ງຢືນສຸຂານາໄມພືດສໍາລັບສົ່ງອອກຕໍ່ ຂອງປະເທດສົ່ງອອກ;
3)    ໃບແຈ້ງລາຍການສິນຄ້າ ແລະ ໃບແຈ້ງລາຄາ;
4)    ໃບຢັ້ງຢືນການບໍາບັດສິນຄ້າ;
5)    ໃບຢັ້ງຢືນ ຫຼື ບົດລາຍງານ ກ່ຽວກັບຜົນການກວດກາພາກສະໜາມ;
6)    ບົດບັນທຶກຂໍ້ມູນສະຖານທີ່ປະກອບການຜະລິດ;
7)    ເອກະສານຢັ້ງຢືນແຫຼ່ງກໍາເນີດ;
8)    ເອກະສານອື່ນໆທີ່ກ່ຽວຂ້ອງ ຕາມການກໍານົດຂອງກົມປູກຝັງ ໃນແຕ່ລະໄລຍະ.


ໃນການກວດກາໃບຢັ້ງຢືນສຸຂານາໄມພືດນັ້ນ, ເຈົ້າໜ້າທີ່ກັກກັນພືດ ຕ້ອງກວດກາຄວາມຖືກຕ້ອງ ຂອງໃບຢັ້ງຢືນສຸຂານາໄມພືດ ຊຶ່ງປະກອບມີດັ່ງນີ້:
1)    ໃບຢັ້ງຢືນສຸຂານາໄມພືດ ຖືກຕ້ອງຕາມແບບພິມທີ່ຖືກຮັບຮອງຈາກ ມາດຕະຖານສາກົນດ້ານ ມາດຕະການສຸຂານາໄມພືດ;
2)    ອາຍຸໃບຢັ້ງຢືນສຸຂານາໄມພືດ ຕ້ອງບໍ່ເກີນ ສິບສີ່ ວັນ ນັບແຕ່ວັນອອກໃບຢັ້ງຢືນສຸຂານາໄມພືດ ແລະ ຂົນສົ່ງຊຸດສິນຄ້າ ອອກຈາກປະເທດສົ່ງອອກ;
3)    ເປັນພາສາອັງກິດ;
4)    ປະກອບຂໍ້ມູນຄົບຖ້ວນ, ຊື່ວິທະຍາສາດ ແລະ ຊື່ສາມັນ ຂອງຊຸດສິນຄ້າ;
5)    ວັນທີ, ເດືອນ, ປີ ອອກໃບຢັ້ງຢືນສຸຂານາໄມພືດ;
6)    ອອກໃຫ້ໂດຍ ແລະ ໃຊ້ຕາປະທັບ ຂອງອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ;
7)    ມີການແຈ້ງຂໍ້ມູນເພີ່ມຕື່ມ (additional declarations) ຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ.

 


 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.