ການນໍາເຂົ້າຝຸ່ນ ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບສໍາລັບການອອກອະນຸຍາດນໍາເຂົ້າ ປະກອບມີດັ່ງນີ້:

ຂັ້ນຕອນ 1: ຍື່ນເອກະສານ
1)    ໃບຄໍາຮ້ອງ (ມີແບບຟອມ);
2)    ໃບທະບຽນວິສາຫະກິດ (ສະເພາະນໍາເຂົ້າມາຈໍາໜ່າຍ ຫຼື ການລົງທຶນ);
3)    ໃບອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້ (ສະເພາະການນໍາເຂົ້າຮັບໃຊ້ໃຫ້ແກ່ການດໍາເນີນທຸລະກິດ);
4)    ແຜນການນໍາເຂົ້າ ແລະ ນໍາໃຊ້ພາຍໃນປະເທດ (ໃນກໍລະນີນໍາເຂົ້າຫຼາຍຄັ້ງຕໍ່ປີ);
5)    ແຜນການຄົ້ນຄວ້າທົດລອງ (ສະເພາະການນໍາເຂົ້າມາຄົ້ນຄວ້າ);
6)    ໃບມອບສິດ (ໃນກໍລະນີໃຫ້ຜູ້ອື່ນ ດໍາເນີນການແທນ);
7)    ໃບແຈ້ງລາຄາ (ສະເພາະຄັ້ງດຽວ);
8)    ໃບແຈ້ງລາຍການຫຸ້ມຫໍ່ (ສະເພາະຄັ້ງດຽວ);
9)    ສັນຍາຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂໃນການນໍາເຂົ້າ (ຖ້າມີ).


ຂັ້ນຕອນ 2 ພິຈາລະນາເອກະສານ
ພະນັກງານຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຈະດໍາເນີນກວດກາເອກະສານກັບທີ່. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3 ເຊັນ ແລະ ອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຈະໃຊ້ເວລາພິຈາລະນາອອກອະນຸຍາດນໍາເຂົ້າ ພາຍໃນ 15 ວັນລັດຖະການ ຊຶ່ງໃບອະນຸຍາດ    ນໍາເຂົ້າ ສາມາດໃຊ້ໄດ້ພຽງຄັ້ງດຽວເທົ່ານັ້ນ.


ຂັ້ນຕອນ 4 ຮັບໃບອະນຸຍາດ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບອະນຸຍາດນໍາເຂົ້າໄດ້ທີ່ ພະແນກກະສິກໍາ ແລະ ປ່າໄມ້ ຕາມວັນ ແລະ ເວລາທີ່ກໍານົດ. 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.