ອາຫານສັດນໍາເຂົ້າ ຕ້ອງໄດ້ຮັບການຂຶ້ນທະບຽນຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງ     ກະສິກໍາ ແລະ ປ່າໄມ້ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການຂຶ້ນທະບຽນ ປະກອບມີດັ່ງນີ້:
 

ຂັ້ນຕອນ 1: ຍື່ນເອກະສານ ແລະ ຕົວຢ່າງອາຫານສັດ ທີ່ນໍາມາຂໍຂຶ້ນທະບຽນ
1)    ໃບຄໍາຮ້ອງ (ມີແບບຟອມ); 
2)    ສໍາເນົາໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດອາຫານສັດ;
3)    ໃບມອບສິດຈາກຜູ້ຜະຜິດອາຫານສັດ ແລະ ໃບຂຶ້ນທະບຽນອາຫານສັດ ຈາກປະເທດສົ່ງອອກ ຖ້າເປັນອາຫານສັດນໍາເຂົ້າ;
4)    ໃບມອບສິດ ແລະ ບັດປະຈໍາຕົວຂອງຜູ້ຕາງໜ້າ ໃນກໍລະນີໃຫ້ຜູ້ອື່ນມາຂໍຂຶ້ນທະບຽນແທນ;
5)    ສະຫຼາກອາຫານສັດ ແລະ ຕົວຢ່າງອາຫານສັດ ບໍ່ໜ້ອຍກວ່າ ຫ້າຮ້ອຍ ກຣາມ ຕໍ່ຊຸດ;
6)    ບົດລາຍງານຜົນການທົດລອງການນໍາໃຊ້ສູດອາຫານສັດ ທີ່ມາຂໍຂຶ້ນທະບຽນ;
7)    ໃບແຈ້ງຊະນິດ ແລະ ລາຍການຊຸດອາຫານສັດ ທີ່ມີລາຍລະອຽດຂອງສ່ວນປະກອບຫຼັກຂອງອາຫານສັດ;
8)    ເອກະສານອື່ນທີ່ເຫັນວ່າມີຄວາມຈໍາເປັນ ຕາມການຮຽກຮ້ອງຂອງກົມລ້ຽງສັດ ແລະ ການປະມົງ.


ຂັ້ນຕອນ 2 ພິຈາລະນາເອກະສານ
ກົມລ້ຽງສັດ ແລະ ການປະມົງ ຈະດໍາເນີນກວດກາເອກະສານ. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3 ເຊັນ ແລະ ອອກໃບຂຶ້ນທະບຽນ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມລ້ຽງສັດ ແລະ ການປະມົງ ຈະພິຈາລະນາອອກໃບຂຶ້ນທະບຽນອາຫານສັດ ພາຍໃນກໍານົດເວລາ 120 ວັນ ນັບແຕ່ວັນທີ່ໄດ້ຮັບຄໍາຮ້ອງ ເປັນຕົ້ນໄປ.


ຂັ້ນຕອນ 4 ຮັບໃບຂຶ້ນທະບຽນ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບຂຶ້ນທະບຽນໄດ້ທີ່ ກົມລ້ຽງສັດ ແລະ ການປະມົງ ຕາມວັນ ແລະ ເວລາທີ່ກໍານົດ.
 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.