ການນໍາເຂົ້າ ອາຫານ ແລະ ເຄື່ອງດື່ມ ຕ້ອງໄດ້ອະນຸຍາດຈາກກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງວຽງຈັນ. ສະເພາະອາຫານນໍາເຂົ້າທີ່ມີຄວາມສ່ຽງສູງ ແລະ ອາຫານໃໝ່ ຕ້ອງໄດ້ຮັບການຈົດທະບຽນຈາກກົມອາຫານ ແລະ ຢາ ກ່ອນການຂໍອະນຸຍາດນໍາເຂົ້າ. ສໍາລັບຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການອອກອະນຸຍາດນໍາເຂົ້າ ປະກອບມີດັ່ງນີ້:

ຂັ້ນຕອນ 1: ຍື່ນເອກະສານ
1)    ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າອາຫານ (ເອກະສານຊ້ອນທ້າຍ 2) (1 ສະບັບ);
2)    ໃບແຈ້ງລາຄາສິນຄ້າ (2 ສະບັບ);
3)    ໃບມັດຫໍ່ສິນຄ້າ (2 ສະບັບ);
4)    ໃບຢັ້ງຢືນຮັບຮອງຄວາມປອດໄພອາຫານໃດໜຶ່ງຈາກປະເທດສົ່ງອອກເຊັ່ນ: Free sale Certificate, ໃບຢັ້ງຢືນ GHP, GMP, HACCP, ISO 22000 ຫຼື ການຢັ້ງຢືນອື່ນໆຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ ຢ່າງໜ້ອຍຍັງມີອາຍຸການນຳໃຊ້ໄດ້ 03 ເດືອນ (ເປັນພາສາອັງກິດ ແລະ ສະບັບແທ້, ຖ້າສະບັບສຳເນົາ ໃຫ້ຈ້ຳກາຂອງບໍລິສັດນຳເຂົ້າ)  (1 ສະບັບ);
5)    ໃບຢັ້ງຢືນການວິໄຈຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ ຫຼື ຫ້ອງວິໄຈທີ່ໄດ້ຮັບຮອງຢ່າງເປັນທາງການ ຢ່າງໜ້ອຍຍັງມີອາຍຸການນຳໃຊ້ໄດ້ສຳລັບຊຸດຜະລິດນັ້ນ (ເປັນພາສາອັງກິດ ແລະ ສະບັບແທ້, ຖ້າສະບັບສຳເນົາໃຫ້ຈໍ້າກາຂອງບໍລິສັດນຳເຂົ້າ) (2 ສະບັບ);
6)    ໃບທະບຽນວິສາຫະກິດ (1 ສະບັບ);
7)    ມີສະຫຼາກ ຫຼື ສະຕິກເກີ ເປັນພາສາລາວ (1 ສະບັບ);
8)    ຕົວຢ່າງຜະລິດຕະພັນອາຫານ (ຊະນິດລະ 1 ຕົວຢ່າງ);
9)    ໃບຢັ້ງຢືນການຂຶ້ນທະບຽນອາຫານຂອງ  ສປປ ລາວ (ຖ້າມີ) (1 ສະບັບ).

ຂັ້ນຕອນ 2 ພິຈາລະນາເອກະສານ
ກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງວຽງຈັນ ຈະດໍາເນີນກວດກາເອກະສານ. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3 ເຊັນ ແລະ ອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງວຽງຈັນ ຈະປະເມີນຄວາມສ່ຽງ ແລະ ພິຈາລະນາອອກອະນຸຍາດນໍາເຂົ້າ ພາຍໃນ 03 ວັນລັດຖະການ.


ຂັ້ນຕອນ 4 ຮັບໃບອະນຸຍາດ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບອະນຸຍາດນໍາເຂົ້າໄດ້ທີ່ ກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງວຽງຈັນ ຕາມວັນ ແລະ ເວລາທີ່ກໍານົດ.
ໃນເວລາສິນຄ້າຮອດດ່ານຕົວຈິງ, ໃຫ້ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ປະຈໍາດ່ານ ປະຕິບັດ ດັ່ງນີ້:
1)    ກວດກາຄວາມຖືກຕ້ອງຂອງເອກະສານ;
2)    ກວດກາອາຫານຕົວຈິງສົມທຽບໃສ່ເອກະສານ;
3)    ເກັບຕົວຢ່າງອາຫານ ແລະ ທົດສອບກັບທີ່ ຕາມທີ່ໄດ້ກໍານົດໄວ້ໃນຄູ່ມືກວດກາອາຫານ;
4)    ລົງລາຍເຊັນ ແລະ ປະທັບຕາກວດຜ່ານໃສ່ເອກະສານ ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ ທີ່ບັນລຸຕາມເງື່ອນໄຂ;
5)    ແລະ ອື່ນໆ. 

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.