ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແມ່ນການດໍາເນີນການແຈ້ງເອກະສານທາງເອເລັກໂຕຣນິກ ເພື່ອສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ມີຄວາມສະດວກວ່ອງໄວ ແລະ ຫຼຸດຜ່ອນຂັ້ນຂອດ, ຫຼຸດຜ່ອນເວລາ ແລະ ຕົ້ນທຶນໃຫ້ແກ່ຜູ່ດໍາເນີນການສົ່ງອອກສິນຄ້າ. ສະນັ້ນ, ເພື່ອແນໃສ່ຈັດຕັ້ງປະຕິບັດ​ໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສາກົນ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຈຶ່ງອອກ ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອອກໃບ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າ​ທາງ​​ເອເລັກ​ໂຕຣນິກ ສະບັບເລກທີ 0369/ອຄ.ກຂອ, ລົງວັນ​ທີ 26 ກຸມພາ 2016 ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງ​​ເອ​ເລັກ​ໂຕຣນິກ.

ການດຳເນີນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ແມ່ນມີຄວາມສະດວກວ່ອງໄວກວ່າການດຳເນີນການແບບເກົ່າ. ຜູ່ປະກອບການສາມາດດຳເນີນການແຈ້ງເອກະສານແບບອອນລາຍ໌ ດ້ວຍການເຊື່ອມຕໍ່ເຂົ້າເວັບໄຊ໌  www.ecolao.gov.la ເຊີ່ງສາມາດດຳເນີນການໄດ້ຢູ່ທຸກສະຖານທີ່ ທີ່ມີສິ່ງອຳນວຍຄວາມສະດວກຄື ຄອມພິວເຕີ້ ຫຼື ແທັບເລັດ ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້. ຜູ່ປະກອບການບໍ່ຈຳເປັນຕ້ອງເຂົ້າມາຫ້ອງການຂອງອົງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຫຼາຍໆຄັ້ງຄືໃນເມື່ອກ່ອນ. ພຽງແຕ່ລົງທະບຽນເຂົ້ານຳໃຊ້ລະບົບ e-CO ແລ້ວຕື່ມຂໍ້ມູນໃສ່ແບບຟອມ CO ຕາມທີ່ໄດ້ກຳນົດໄວ້ ພາຍຫຼັງຢືນຢັນຄວາມຖືກຕ້ອງແລ້ວ ແບບຟອມທີ່ຖືກຕື່ມຈະຖືກສົ່ງຫາເຈົ້າໜ້າທີ່ຄຸ້ມຄອງແຫຼ່ງກຳເນີດສິນຄ້າແບບອັດຕະໂນມັດທາງອອນລາຍ໌.  ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຈະກວດກາຄວາມຖືກຕ້ອງຂອງຂໍ້ມູນໃນແບບຟອມ CO, ຢັ້ງຢືນຄວາມຖືກຕ້ອງ ແລ້ວສົ່ງກັບຫາຜູ່ປະກອບການແບບອັດຕະໂນມັດ.

ການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ມີຄວາມສະດວກວ່ອງໄວ  ເຊິ່ງຜູ່ຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຈະເຂົ້າມາຫ້ອງການຂອງອົງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າພຽງແຕ່ຄັ້ງດຽວ ເພື່ອນຳໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສະບັບຕົ້ນທີ່ໄດ້ຮັບການກວດກາຄວາມຖືກຕ້ອງທາງອອນລາຍ໌ ໂດຍເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ລາຍເຊັນ ແລະ ປະທັບຕາຈາກເຈົ້າໜ້າທີ່ຄຸ້ມຄອງແຫຼ່ງກຳເນີດສິນຄ້າ ແລະ ສາມາດລໍຖ້າຮັບເອົາໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສະບັບຕົ້ນໄດ້ກັບທີ່ເລີຍ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງ 15 ວັນທີ່ໄດ້ລົງຈົດໝາຍເຫດທາງລັດຖະການ ຫຼື ວັນທີ 29 ມີນາ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.