ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແມ່ນການດໍາເນີນການແຈ້ງເອກະສານທາງເອເລັກໂຕຣນິກ  ເພື່ອສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ມີຄວາມສະດວກວ່ອງໄວ ແລະ ຫຼຸດຜ່ອນຂັ້ນຂອດ, ຫຼຸດຜ່ອນເວລາ ແລະ ຕົ້ນທຶນໃຫ້ແກ່ຜູ່ດໍາເນີນການສົ່ງອອກສິນຄ້າ.

ຈຸດປະສົງຂອງພິທີເປີດດັ່ງກ່າວ ແມ່ນເພື່ອເປີດນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກຢ່າງເປັນທາງການ ໂດຍຈະມີຕາງໜ້າໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຈາກພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ໂຄງການການພັດທະນາລະບົບ e-CO ແມ່ນໄດ້ຮັບທຶນສະໜັບສະໜຸນຈາກໂຄງການ Challenge Facility Fund ແລະ ໂຄງການ Trade Development Facility II (TDF2).

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.