ພິທີເປີດໂຕການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO)  ຢ່າງເປັນທາງການ ຂອງ ສປປ ລາວ ໄດ້ຈັດຂີື້ນໃນວັນທີ 29 ເມສາ 2016 ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ. ໃຫ້ກຽດເປີດພິທີ ທ່ານ ສຽວສະຫວາດ ສະແຫວງສຶກສາ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມຈຳນວນ 108 ທ່ານ ທີ່ຕາງໜ້າໃຫ້ພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ.

ຈຸດປະສົງຂອງ​ການ​ພັດທະນາລະບົບ e-CO ​ແມ່ນ​ເພື່ອ​ອໍາ​ນວ​ຍຄວາມ​ສະດວກ​ໃຫ້​ແກ່​ຜູ່​ປະກອບ​ການໃນ​ການ​ສົ່ງ​ອອກ​ຜະລິດຕະພັນຂອງ ສປປ ລາວ ສາມາດຂໍ​ໃບ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າ​ ພາຍ​ໃຕ້​ຂອບ​ສັນຍາ​ຕ່າງໆທີ່ ສປປ ລາວ ເປັນພາຄີ ໂດຍຜ່ານລະບົບເອເລັກໂຕຣນິກ ທີ່ມີຄວາມສະດວກວ່ອງໄວ ແລະ ຫຼຸດຜ່ອນຂັ້ນຂອດ, ຫຼຸດຜ່ອນເວລາ ແລະ ຕົ້ນທຶນໃນການສົ່ງອອກສິນຄ້າ. ການພັດທະນາລະບົບດັ່ງກ່າວແມ່ນ ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການ Challenge Facility Fund ແລະ TDF II ເປັນມູນຄ່າທັງໝົດ 150,000 ໂດລາສະຫະລັດ. ເພື່ອພັດທະນາລະບົບດັ່ງກ່າວ ກົມການນຳເຂົ້າ ແລະ ສົ່ງອອກໄດ້ເລືອກເອົາ ບໍລິສັດ ທີ່ປຶກສາດ້ານໄອທີ ໄຊບີເລຍ ເປັນຜູ່ສ້າງ ແລະ ພັດທະນາລະບົບ ເຊິ່ງບໍລິສັດດັ່ງກ່າວໄດ້ມີປະສົບການໃນການພັດທະນາລະບົບ LTP ມາແລ້ວ.

ທ່ານ ສຽວສະຫວາດ ສະແຫວງສຶກສາ ກ່າວວ່າ “ການ​ຫັນ​ການ​ໃຫ້ບໍ​ລິ​ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ ທາງ​ເອ​ເລັກ​ໂຕຣນິກ ຂອງ ສ​ປ​ປ ລາວ ແມ່ນ​ເປັນ​ບາດ​ກ້າວ​ໃໝ່​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພັນ​ທະ​ຕາມ​ແຜນ​ງານ​ຂອງ​ອາ​ຊຽນ ເພື່ອ​ໃຫ້​ວຽກ​ງານ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທາງ​ເອ​ເລັກ​ໂຕຣນິກ ຫຼື  e-CO ສາ​ມາດ​ເຊື່ອ​ມໂຍງ​ເຂົ້າ​ກັບ​ລະບົບການ​ບໍ​ລິ​ການ​ປະ​ຕູ​ດຽວ​ຂອງ​ອາ​ຊຽນ (ASEAN National Single Window). ນອກ​ຈາກ​ນັ້ນ, ຍັງ​ເປັນ​ການ​ສ້າງ​ສະ​ພາບແວດລ້ອມ​ການ​ດຳ​ເນີ​ນ​ທຸ​ລະ​ກິດ​ໃຫ້ທັນ​ສະ​ໄໝ, ຊຶ່ງ​ເປັນ​ວັດ​ຖຸ​ປະ​ສົງ​ຫຼັກຂອງວຽກ​ງານ​ດັ່ງ​ກ່າວ”.

ພາຍໃຕ້ລະບົບ e-CO, ຜູ່ປະກອບການສາມາດດຳເນີນການແຈ້ງເອກະສານແບບອອນລາຍ໌ ດ້ວຍການເຊື່ອມຕໍ່ເຂົ້າເວັບໄຊ໌  www.ecolao.gov.la ເຊີ່ງສາມາດດຳເນີນການໄດ້ຢູ່ທຸກສະຖານທີ່ ທີ່ມີສິ່ງອຳນວຍຄວາມສະດວກຄື ຄອມພິວເຕີ້ ຫຼື ແທັບເລັດ ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້. ຜູ່ປະກອບການບໍ່ຈຳເປັນຕ້ອງເຂົ້າມາຫ້ອງການຂອງອົງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຫຼາຍໆຄັ້ງຄືໃນເມື່ອກ່ອນ.

ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ກ່າວວ່າ: “ການບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ນີ້ ແມ່ນຈະໃຊ້ເວລາພຽງແຕ່ ເຄິ່ງມື້ ຖ້າທຽບກັບເມື່ອກ່ອນແມ່ນ 03 ມື້. ນອກນີ້ ກໍໄດ້ສ້າງນິຕິກຳເພື່ອຮອງຮັບວຽກງານດັ່ງກ່າວ ເພື່ອເປັນເຄື່ຶງມືໃນການຈັດຕັ້ງປະຕິບັດ”.

ການບໍລິການ e-CO ໃນເບື້້ອງຕົ້ນຈະເປີດບໍລິການຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ເປັນເວລາ 6 ເດືອນ, ເມື່ອການຈັດຕັ້ງປະຕິບັດມີຄວາມສະດວກດີແລ້ວ ຈະມອບການບໍລິການໃຫ້ແຂວງ, ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດ ແລະ ປະຈຳຢູ່ແຕ່ລະແຂວງ, ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເປັນຜູ່ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ຫົວຂໍ້ທີ່ກ່ຽວຂ້ອງ: ປະກາດ ກ່ຽວກັບ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.