ກອງປະຊຸມ ທົບທວນວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນທ້ອງຖິ່ນ 06 ແຂວງ ພາກເໜືອ ຈະໄດ້ຈັດຂື້ນວັນທີ 19-20 ພຶດສະພາ 2016, ທີ່ ໂຮງແຮມ ມິດຕະພາບ ແຂວງອຸດົມໄຊ, ໂດຍກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ.ໂດຍຈະເຊື້ອເຊີນເອົາຜູ້ຕາງໜ້າຈາກທັງ ພາກລັດ ແລະ ທຸລະກິດ ຈຳນວນ 70 ທ່ານ ເຂົ້າຮ່ວມ ຈາກ 06 ແຂວງ ພາກເໜືອ (ບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ).

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບ 1.) ສ້າງຈຸດປະສານງານຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນທ້ອງຖິ່ນ; 2.) ລາຍງານຜົນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໄລຍະປີ 2013-2015; 3.) ຮັບຟັງບັນຫາ ແລະ ຂໍ້ສະເໜີ ກ່ຽວກັບ ການອຳນວຍຄວາມສະດວກທາງດ້ານການຄ້າຈາກພາກລັດ ແລະ ພາກທຸລະກິດຢູ່ຂັ້ນທ້ອງຖິ່ນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.