ເພື່ອເປັນການເພີ່ມທະວີການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະບານ ໄດ້ວາງອອກໃຫ້ມີຄວາມສັກສິດ, ທັງເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂົງເຂດປ່າໄມ້ ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກ ຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

ຄຳສັ່ງນີ້ກຳນົດໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ໄດ້ກຳນົດອອກ ໂດຍສະເພາະແມ່ນກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

ສຳລັບໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫຼື ເຫງົ້າໄມ້, ຕໍໄມ້, ປູດໄມ້ ງ່າໄມ້ ແລະ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກປ່າທຳມະຊາດ ເພື່ອຈະທຳການສົ່ງອອກໄປຕ່າງປະເທດ ລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດຜ່ານມາແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ແມ່ນໃຫ້ຢຸດຕິການສົ່ງອອກໄມ້ດັ່ງກ່າວໃນທຸກກໍລະນີຢ່າງເດັດຂາດ. ຖ້າຈະສົ່ງອອກແມ່ນໃຫ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຕາມຂໍ້ຕົກລົງ ສະບັບເລກທີ 2005/ອຄ.ກອຫ, ລົງວັນທີ 28 ກັນຍາ 2015 ກ່ອນ. ພ້ອມດຽວກັນນີ້ີ, ກໍຍັງຫ້າມຂົນສົ່ງຜ່ານໄມ້ ແລະ ເຄື່ອງປ່າຂອງດົງຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ມາຜ່ານ ສປປ ລາວ ໄປປະເທດທີສາມ.

ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ ວັນທີ 13 ພຶດສະພາ 2016 ເປັນຕົ້ນໄປ. ສຳລັບບັນດາຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ລວມທັງຂອງອຳນາດການປົກຄອງທ້ອງຖິ່ນທີ່ໄດ້ອອກຜ່ານມາຊື່ງມີເນື້ອໃນຂັດກັບຄຳສັ່ງສະບັບນີ້ແມ່ນຖືກລົບລ້າງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.