ທ່ານ ເອັມມານິວ ພິນໍ, ວ່າທີ່ເລຂາທິການກະສິກຳຂອງຟິລິບປິນ ໄດ້ໃຫ້ຮູ້ວ່າ ສຳນັກງານບໍລິຫານລັດຊຸດໃໝ່ຈະຫ້າມຜູ້ປະກອບການເອກະຊົນນຳເຂົ້າເຂົ້າກິນ ແລະ ຢຸດຕິການລັກລອບນຳເຂົ້າເມັດທັນຍາພືດເຂົ້າສູ່ຟິລິບປິນ ເຊິ່ງເປັນປະເທດທີ່ນຳເຂົ້າເມັດພັນພືດຫຼາຍທີ່ສຸດອັນດັບທີ 3 ຂອງໂລກ.

ການນຳເຂົ້າເຂົ້າກິນແມ່ນວຽກງານການເມືອງທີ່ມີຄວາມລະອຽດອ່ອນໃນຟິລິບປິນ. ລັດຖະບານຟິລິບປິນໄດ້ກຳນົດອັດຕາພາສີສູງເພື່ອປົກປ້ອງຊາວກະສິກອນພາຍໃນ ແຕ່ບາງຄັ້ງກໍຍັງມີຄວາມຕ້ອງການການນຳເຂົ້າເຂົ້າກິນເປັນຈຳນວນຫຼາຍພັນໂຕນ ຢ່າງຮີບດ່ວນ ເພື່ອຮັບປະກັນການສະໜອງເຂົ້າກິນໃຫ້ພຽງພໍພາຍໃນປະເທດ.

ທ່ານ ເອັມມານິວ ພິນໍ ຍັງໄດ້ໃຫ້ຮູ້ອີກວ່າ “ຄຳສັ່ງຂອງວ່າທີ່ປະທານປະເທດໄດ້ກໍານົດວ່າຟິລິປິນຈະບໍ່ມີການນຳເຂົ້າເຂົ້າກິນ ໂດຍຜູ້ປະກອບການເອກະຊົນ, ຈະມີແຕ່ສຳນັກງານອາຫານແຫ່ງຊາດເທົ່ານັ້ນ ທີ່ສາມາດນຳເຂົ້າໄດ້. ພ້ອມທັງຮັບປະກັນວ່າ ການລັກລອບນຳເຂົ້າເຂົ້າກິນຂອງຊາວຟິລິບປິນແມ່ນຈະຖືກຢຸດຕິ”.

ວຽກງານການນຳເຂົ້າເຂົ້າກິນເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽບອາຫານຈະຖືກຄວບຄຸມໂດຍສຳນັກງານອາຫານແຫ່ງຊາດ (National Food Authority). ສຳນັກງານດັ່ງກ່າວ ເປັນໜ່ວຍງານອອກໃບອະນຸຍາດນຳເຂົ້າ ແລະ ໃຫ້ໂຄຕາແກ່ຜູ້ປະກອບການເອກະຊົນໂດຍຜ່ານການປະມູນ. ຜ່ານມາ ມີແນວໂນ້ມວ່າ ບັນດາຜູ້ປະກອບການທີ່ໄດ້ຮັບອະນຸຍາດນັ້ນ ຈະນຳໂຄຕາດັ່ງກ່າວໄປຈຳໜ່າຍຕໍ່ໃຫ້ຜູ້ປະກອບການ ຫຼື ນາຍໜ້າອື່ນ.

ໃນປະຈຸບັນນີ້, ຟິລິບປິນໄດ້ອະນຸຍາດໃຫ້ຜູ້ປະກອບການສາມາດນຳເຂົ້າເຂົ້າກິນໄດ້ໃນຈຳນວນ 805, 200 ໂຕນ ໃນອັດຕາພາສີ 35%.

ໃນປີ 2014, ຟິລິບປິນໄດ້ເພີ່ມປະລິມານການນຳເຂົ້າເຂົ້າກິນ ໂດຍການຫຼຸດອັດຕາພາສີເປັນ 35% ຈາກ 40% ແລະ ກໍຍັງໄດ້ເພີ່ມຈຳນວນການຂົນສົ່ງຕໍ່ປີເປັນ 805,200 ໂຕນ ຈາກ 350,000 ໂຕນ.

ໃນອາທິດທີ່ຜ່ານມາ, ທ່ານ ປີເຕີ ລາວິນາ, ໂຄສົກຖະແຫຼງຂ່າວຂອງວ່າທີ່ປະທານປະເທດເຜີຍຕໍ່ນັກຂ່າວວ່າ ລັດຖະບານຟິລິບປິນມີແຜນທີ່ຈະທົບທວນການນຳເຂົ້າເຂົ້າກິນເພີ່ມຈຳນວນ 500,000 ໂຕນ ເພື່ອເປັນການສຳຮອງເຂົ້າກິນໄວ້ສຳລັບປີນີ້. ນອກຈາກນີ້, ອົງການບໍລິຫານລັດ ກໍ່ມີແນວໂນ້ມທີ່ຈະສ້າງຄວາມໂປ່ງໃສ ດ້ວຍການເຮັດສັນຍາລະຫວ່າງລັດຖະບານ ກັບ ລັດຖະບານໃນນຳເຂົ້າເຂົ້າກິນດັ່ງກ່າວ.

ຟິລິບປິນນຳເຂົ້າເຂົ້າກິນຢ່າງເປັນປົກກະຕິຫຼາຍກວ່າລ້ານໂຕນຕໍ່ປີ ເພື່ອສະໜອງຄວາມຕ້ອງການອາຫານຫຼັກຂອງຈຳນວນພົນລະເມືອງທີ່ເພີ່ມຂື້ນຢ່າງຕໍ່ເນື່ອງ ເຊິ່ງໃນນີ້ຫວຽດນາມ ເປັນປະເທດຫຼັກທີ່ສົ່ງອອກເຂົ້າກິນໃຫ້ແກ່ຟິລິບປິນ.

ແຫຼ່ງທີ່ມາ: Bangkok Post, ສະບັບວັນທີ 18 ພຶດສະພາ 2015

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.