ສົນທິສັນຍາບາແຊວ ວ່າດ້ວຍ ການຄຸ້ມຄອງການເຄື່ອນຍ້າຍ ແລະ ການກຳຈັດ ສິ່ງເສດເຫຼືອທີີ່ເປັນພິດ ລະຫວ່າງຊາດ ໄດ້ຮັບການຮັບຮອງເອົາໃນວັນທີ 22 ມີນາ 1989, ມີຜົນບັງຄັບໃຊ້ວັນທີ 5 ພຶດສະພາ 1992  ໂດຍມີເປົ້າໝາຍແມ່ນເພື່ອປົກປ້ອງສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມຈາກຜົນກະທົບທາງລົບຂອງສິ່ງເສດເຫຼືອທີ່ເປັນພິດ. ຂອບເຂດສັນຍາດັ່ງກ່າວຄວບຄຸມສິ່ງເສດເຫຼືອຫຼາຍປະເພດ ທີ່ເອີ້ນວ່າ “ສິ່ງເສດເຫຼືອທີ່ເປັນພິດ” ໂດຍອິີງຕາມແຫຼ່ງກຳເນີດ ແລະ/ຫຼື ສ່ວນປະກອບ ແລະ ຄຸນລັກສະນະຂອງສິ່ງເສດເຫຼືອນັ້ນ. ສ່ວນສິ່ງເສດເຫຼືອທົ່ວໄປ ເອີ້ນວ່າ “ສິ່ງເສດເຫຼືອອື່ນ” ມີ 02 ປະເພດ ໄດ້ແກ່ ສິ່ງເສດເຫຼືອຈາກບ້ານເຮືອນ ແລະ ຂີ້ເທົ່າເຕົາເຜົາ. ສປປ ລາວ ໄດ້ລົງນາມເປັນພາຄິ ສົນທິສັນຍາບາເຊວ ໃນວັນທີ 21 ກັນຍາ 2010 ແລະ ມີຜົນບັງຄັບໃຊ້ໃນວັນທີ 20 ທັນວາ 2010.

ຢູ່ ສປປ ລາວ, ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ເລກທີ 029/ສພຊ, ລົງວັນທີ 18 ທັນວາ 2012 ໄດ້ກຳນົດ ຫ້າມບໍ່ໃຫ້ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍາໜ່າຍ, ເກັບຮັກສາ, ນໍາໃຊ້, ນໍາໄປຜະລິດຄືນໃໝ່ ແລະ ທຳລາຍ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍໃນດິນແດນ ຂອງ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ. ໃນກໍລະນີ ມີການນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ ເພື່ອການນໍາໄປຜະລິດຄືນໃໝ່ ຫຼື ສໍາລັບ ການຜະລິດເຊື້ອໄຟແມ່ນ​ຂຶ້ນກັບ​ການອະນຸຍາດເປັນ​ລາຍລັກອັກສອນ ​ຂອງ ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດ ທັງເປັນຜູ້ປະສານງານແຫ່ງຊາດ ​​ຂອງ​ ສົນທິສັນຍາ ບາແຊວ.

ນອກຈາກນີ້ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່່ງແວດລ້ອມ ກໍໄດ້ອອກ ບົດແນະນຳ ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ ກຊສ, ລົງວັນວັນທີ 11 ກຸມພາ 2015 ເພື່ອເຮັດໃຫ້ການຈັດປະເພດ ກ່ຽວກັບ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ, ຮັບປະກັນໃຫ້ແກ່ຜູ້ມີສ່ວນຮ່ວມທັງໝົດ ຂອງ ພາກລັດ, ພາກເອກະຊົນ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ຊຸມຊົນທີ່ກ່ຽວຂ້ອງ ມີຄວາມເຂົ້າໃຈ ເນື້ອໃນ ແລະ ຂັ້ນຕອນ ສໍາລັບການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ເກັບຮັກສາ, ນໍາໃຊ້, ນໍາໄປຜະລິດຄືນໃໝ່ ແລະ ກໍາຈັດ ຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ແນໃສ່ປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນ ບໍ່ໃຫ້ເກີດມີການສ້າງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ປະຕິບັດລະບຽບການແຈ້ງຂໍ້ມູນລ່ວງໜ້າ ແລະ ຂໍອະນຸມັດຕາມຂັ້ນຕອນຈາກໜ່ວຍງານທີ່ເປັນຜູ້ອະນຸຍາດກໍ່ຄື ຈຸດປະສານງານແຫ່ງຊາດ ຂອງ ສົນທິສັນຍາ ບາແຊວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.