ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນຄືວັນທີ 16-17ມິຖຸນາ 2016. ໂດຍໃນວັນທີ 16 ມິຖຸນາ 2016 ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊືມກ່ຽວກັບ (1) ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້; (2) ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 769/ຫສນຍ, ລົງວັນທີ 1 ມີຖຸນາ 2016 ວ່າດ້ວຍການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016; ແລະ (3) ຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ການຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ບັນລະຍາຍໂດຍ ທ່ານ ພັນທອງ ພິດທຸມມາ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ບັນຫາການລັກລອບຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ ຖືເປັນບັນຫາຊໍາເຮື້ອທີ່ເກີດຂື້ນມາດົນນານ, ລັດ​ຖະ​ບານໃນ​ແຕ່​ລະ​ຊຸດໄດ້​ອອກນິຕິກຳຈຳນວນໜື່ງ ເພື່ອ​ຫ້າມການ​ສົ່ງ​ອອກ​ໄມ້ໄປ​ຕ່າງ​ປະ​ເທດ.​ ເວົ້າສະເພາະກໍ່ແມ່ນ  ຄຳ​ສັ່ງ​ ເລກ​ທີ 15/ນຍ ແລະ ແຈ້ງ​ການ ເລກ​ທີ 769/ຫ​ສນຍ ເພື່ອ​ມາ​ແກ້​ໄຂ​ ແລະ ເພີ່ມ​ທະ​ວ​ີ​ຄວາມ​ເອົາ​ໃຈ​ໃນ​ການ​ຄຸ້ມ​ຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ສຳລັບກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນໄດ້ອອກ ຄຳສັ່ງແນະນຳ ເລກທີ 1050/ອຄ.ກຂອ ເພື່ອຜັນຂະຫຍາຍ 02 ນິຕິກຳດັ່ງກ່າວ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍໄດ້ຢ່າງເປັນເອກະພາບ ແລະ ສືບຕໍ່ເຜີຍແຜ່ເຊື່ອມຊຶມ ໃຫ້ແກ່ບັນດາຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ພະນັກງານ ແລະ ໂຮງງານປຸງແຕ່ງໄມ້ ພາຍໃນແຂວງ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍໄປໃນລວງດຽວກັນ. ນອກຈາກນີ້, ໃນສ່ວນຂອງການດັດສົມໂຮງງານປຸງແຕ່ງໄມ້ ກໍໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຮີບຮ້ອນດັດສົມໂຮງງານປຸງແຕ່ງໄມ້ໃຫ້ສຳເລັດໂດຍໄວ ແລະ ຖ້າມີອັນໃດຍັງບໍ່ຈະແຈ້ງ ກໍໃຫ້ລາຍງານມາຍັງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຂໍທິດຊີ້ນຳ ແລະ ຫາ ວິທີການແກ້ໄຂ.

ໃນສຳລັບຕອນບ່າຍຂອງວັນດຽວກັນ, ຜູ້ເຂົ້າຮ່ວມທັງໝົດກໍຍັງໄດ້ຮັບຟັງການບັນຍາຍກ່ຽວກັບວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTM), ແລະ ຮັບການຝຶກອົບຮົມກ່ຽວກັບການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສະບັບປັບປຸງ ໂດຍການບັນຍາຍຂອງກົມການນຳເຂົ້າ ແລະ ສົ່ງອອກ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ. ບັນດານັກສຳມະນາກອນທາງຫຼາຍ ໄດ້ສະແດງຄວາມເອົາໃຈໃສ່ຕໍ່ການເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກຳດັ່ງກ່າວ ໄດ້ເປັນຢ່າງດີ ຊຶ່ງຖືວ່າ ເປັນການເຜີຍແຜ່ ແລະ ເຊື່ອມຊຶມທີ່ມີຄວາມສຳຄັນຫຼາຍ ທີ່ຈະເຮັດໃຫ້ນິຕິກຳດັ່ງກ່າວສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.