ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ                              ເລກທີ 1102/ອຄ.ກຂອ

                                                                           ນະຄອນຫຼວງວຽງຈັນ, ວັນທີ  17 ມິຖຸນາ 2016

ຄຳສັ່ງແນະນຳເພີ້ມເຕີມ

           ຮຽນ:    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

           ເລື່ອງ:    ການຜັນຂະຫຍາຍເນື້ອໃນຂໍ້ 4 ຂອງ ຄຳສັ່ງແນະນຳ ເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

-       ອີງຕາມ ດໍາລັດ ເລກທີ 522/ນຍ, ລົງວັນທີ 23 ທັນວາ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ;
-       ອີງຕາມ ຄຳສັ່ງແນະນຳ ເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງແນະນຳເພີ້ມເຕີມ ດັ່ງນີ້:

1.     ເນື່ອງຈາກວ່າຜະລິດຕະພັນໄມ້ສຳເລັດຮູບທີ່ສົ່ງອອກໄປຕ່າງປະເທດ ແມ່ນບໍ່ຈໍາເປັນອອກໃບອະນຸຍາດສົ່ງອອກ, ອີງຕາມ ແຈ້ງການ ເລກທີ 1904/ອຄ.ກຂອ ລົງວັນທີ 30 ກັນຍາ 2011 ວ່າດ້ວຍຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ແລະ ແຈ້ງການເພີ້ມເຕີມ ເລກທີ 2857/ຫອຄ.ກຂອ ລົງວັນທີ 11 ພະຈິກ 2011 ກ່ຽວກັບການປັບປຸງເນື້ອໃນແຈ້ງການເລກທີ 1904/ອຄ.ກຂອ ລົງວັນທີ 30 ກັນຍາ 2011 ຂໍ້ 1.4. ດັ່ງນັ້ນ, ຂໍ້ 4 ຂອງ ຄໍາສັ່ງແນະນໍາ ເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ຈຶ່ງໝາຍເຖິງໄມ້ທຸກຊະນິດ ນອກຈາກໄມ້ສໍາເລັດຮູບທີ່ໄດ້ລົບລ້າງການອອກອະນຸຍາດ ສົ່ງອອກແຕ່ທ້າຍປີ 2011.

2.     ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງ ຂອງ ແຂວງ, ນະຄອນຫຼວງວຽງຈັນ ລວມທັງພາກທຸລະກິດ ຮັບຊາບ ກ່ຽວກັບຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ເພື່ອເອກະພາບກັນໃນການຈັດຕັ້ງປະຕິບັດ.

3.     ຄຳສັ່ງແນະນຳເພີ້ມເຕີມສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

                                                                                                          ລັດຖະມົນຕີ

                                                                                               ກະຊວງອຸດສາຫະກຳ ແລະ ການຄ້າ

                                                                                                     (ເຊັນ ແລະ ປະທັບຕາ)

                                                                                                      ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction No. 1102/MoIC.DIMEX, dated 17 June 2016 on the Supplement of No.4 of the Instruction No. 1050/MoIC.DIMEX, dated 13 June 2016 on Enhancing Strictness on the Management and Inspection of Timber Exploitation, Timber Movement and Timber Business. PDF
2 ຄຳສັ່ງແນະນຳເພີ້ມເຕີມ ສະບັບເລກທີ 1102/ອຄ.ກຂອ, ລົງວັນທີ 17 ມິຖຸນາ 2016 ກ່ຽວກັບ ການຜັນຂະຫຍາຍເນື້ອໃນຂໍ້ 4 ຂອງຄຳສັ່ງແນະນຳເລກທີ 1050/ອຄ.ກຂອ ລົງວັນທີ 13 ມິຖຸນາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.