(ບົດແປບໍ່ເປັນທາງການ)

ອົງການບໍລິຫານຄຸ້ມຄອງກວດກາຄຸນນະພາ ແລະ ກັກກັນພືດ ແລະ ສັດ ແຫ່ງ ສປ ຈີນ

ແຈ້ງການ ກ່ຽວກັບ ຂໍ້ກຳນົດການນຳໃຊ້ໃບຢັ້ງຢືນການສົ່ງອອກອາຫານໄປ ສປ ຈີນ

             ຮຽນ: ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປັກກິ່ງ, ສປ ຈີນ                                                                                                                         

                                                                                     ເລກທີ [2016] 327
ລົງວັນທີ 25 ເມສາ 2016

       ອີງຕາມ ກົດໝາຍວ່າດ້ວຍ ຄວາມປອດໄພທາງດ້ານອາຫານຂອງ ສປ ຈີນ ທີ່ກຳນົດໃນມາດຕາ 92 (CAC) ກ່ຽວກັບ ການສ້າງແບບຟອມ ແລະ ຄຳແນະນຳ ການນຳໃຊ້ໃບຢັ້ງຢືນທາງການທົ່ວໄປ ລະບຸວ່າ: ການນຳເຂົ້າອາຫານຕ້ອງມີການຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ, ຕ້ອງປະຕິບັດຕາມລະບຽບການໃບຢັ້ງຢືນການນຳເຂົ້າອາຫານ ແລະ ເອກະສານຂອງພາກສ່ວນທີ່ກ່ຽວຂ້ອງ. ໃນເວລາທີ່ຜູ້ປະກອບການມີຈຸດປະສົງຈະນຳເຂົ້າສິນຄ້າ ປະເພດອາຫານ, ຕ້ອງໄດ້ຜ່ານການກວດກາ ແລະ  ພິຈາລະນາຈາກພາກສ່ວນທີ່ກ່ຽວຂ້ອງຂອງໝ່ວຍງານກວດກາດ້ານຄຸນນະພາບ, ກັກກັນພືດ ປະຈຳຢູ່ທີ່ດ່ານສາກົນ ແລະ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ  ຕາມຂະແໜງການບໍລິຫານການຄຸ້ມຄອງກວດກາ ສຸຂານາໄມພືດ ແລະ ໃບຢັ້ງຢືນການສົ່ງອອກອາຫານ. ພ້ອມນັ້ນ ຕ້ອງຄັດຕິດເອກະສານສະບັບສຳເນົາ ແລະ ເອກະສານດັ່ງກ່າວຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ  ມາດຕະຖານ ການນຳເຂົ້າອາຫານທີ່ ສປ ຈີນ ກຳນົດ.

        ໃນໄລຍະຜ່ານມາ, ສປ ຈີນ ແລະ ສປປ ລາວ ໄດ້ຕົກລົງເຫັນດີເປັນເອກະພາບ ນຳໃຊ້ໃບຢັ້ງຢືນ ໂດຍອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ ຂອງສິນຄ້າປະເພດອາຫານ ທີ່ມີການນຳເຂົ້າ ແລະ ສົ່ງອອກ ຊຶ່ງມີຜົນສັກສິດ ນຳໃຊ້ໄດ້ຈົນເຖິງວັນທີ 01 ຕຸລາ 2017. ການສົ່ງອອກສິນຄ້າປະເພດອາຫານທີ່ແຊ່ເຢັນ ແລະ ອາຫານສົດ, ເຄັກ, ເຂົ້າໜົມປັງ, ເຂົ້າໜົມອົບ, ອຸປະກອນປຸງແຕ່ງອາຫານ, ອາຫານການກິນ, ເຫົ້ຼາ, ຂອງຫວານ, ໝາກໄມ້ກະປ໋ອງ ແລະ ອາຫານປະເພດອື່ນໆ ຕ້ອງຄັດຕິດໃບຢັ້ງຢືນການນຳເຂົ້າສິນຄ້າປະເພດອາຫານ ທີ່ເປັນໜັງສືທາງການຈາກພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໄປຍັງ ສປ ຈີນ. ເຊີ່ງແບບຟອມໃບຢັ້ງຢືນຕ້ອງໄດ້ຜ່ານການກວດກາເຫັນດີ ຈາກກົມສຸຂານາໄມພືດຂອງ ສປ ຈີນເສຍກ່ອນ. ມາດຕະການດັ່ງກ່າວມານີ້ ຈະເລີ່ມປະຕິບັດຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 20 ເມສາ 2016 ເປັນຕົ້ນໄປ. ໃນໄລຍະຂ້າມຜ່ານ 18 ເດືອນ ຈົນເຖິງວັນທີ 01 ຕຸລາ 2017 ນີ້, ສິນຄ້າປະເພດອາຫານທີ່ຈະສົ່ງໄປ ສປ ຈີນ ທີ່ບໍ່ມີເອກະສານໃບຢັ້ງຢືນທາງລັດຖະການ ຈາກອົງການບໍລິຫານຄຸ້ມຄອງ, ກວດກາຄຸນນະພາບ ແລະ ກັກກັນພືດ ແລະ ສັດ ຄັດຕິດມາພ້ອມນັ້ນ ແມ່ນຈະບໍ່ອະນຸຍາດໃຫ້ນຳເຂົ້າ ຫຼື ນໍາຜ່ານແດນ ສປ ຈີນ.

        ສະນັ້ນ ຈຶ່ງແຈ້ງມາຍັງ ໜ່ວຍງານຮັບຜິດຊອບ ບໍລິຫານຄຸ້ມຄອງ ກວດກາຄຸນນະພາບ, ກັກກັນພືດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ໃຫ້ຄະນະຮັບຜິດຊອບເນື້ອໃນເອກະສານສະບັບນີ້ ແຈ້ງເປັນລາຍລັກອັກສອນ ພ້ອມຈ້ຳກາແດງເຖິງພາກທຸລະກິດ ເພື່ອເປັນບ່ອນອີງ ແລະ ພ້ອມກັນຈັດຕັ້ງປະຕິບັດ ເພື່ອອຳນວຍຄວາມສະດວກໃຫ້ພາກລັດ ແລະ ເອກະຊົນ ໃນການນຳເຂົ້າ ແລະ ສົ່ງອອກສິນຄ້າອາຫານ. ຖ້າຫາກມີຂໍ້ສົງໃສ ແມ່ນຕິດຕໍ່ຫາ ກົມຄວາມປອດໄພອາຫານ, ການນຳເຂົ້າ ແລະ ສົ່ງອອກຂອງ ສປ ຈີນ.

ເບີໂທຕິດຕໍ່: 84603870 , 8226205    :  ທ່ານ   jiao yang ,  cha xian feng                              

           ອົງການບໍລິຫານຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ ແລະ ສັດ ແຫ່ງ ສປ ຈີນ 

ຄັດຕິດ : ແບບຟອມໃບຢັ້ງຢືນສະບັບຕົ້ນ ທີ່ນຳໃຊ້ເປັນເອກະພາບ (ພາສາຈີນ-ພາສາອັງກິດ).

(ປະທັບຕາ)

ວັນທີ 25 ເມສາ 2016

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 The Requirement to use the Certificate for the Export of Food to the People's Republic of China PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.