ຄະນະຜູ້ແທນຈາກ ຣາຊອານາຈັກບູຕານ ຈຳນວນ 20 ທ່ານ ທີ່ມາຈາກກະຊວງ, ຂະແໜງການປິ່ນອ້ອມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ເດີນທາງມາຖອດຖອນບົດຮຽນ ກ່ຽວກັບ ວຽກງານກອງເລຂາ ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສ້າງຕັ້ງສູນຂໍ້ມຸູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ ໂດຍສະເພາະແມ່ນທີມງານຈາກກົມການນຳເຂົ້າ ແລະ ສົ່ງອອກ ນຳໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 6 ມິຖຸນາ 2016 ຢູ່ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ. ການເດີນທາງມາ ສປປ ລາວ ຂອງ ຄະນະຜູ້ແທນຂອງບູຕານໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ.

ຈຸດປະສົງ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນ ກ່ຽວກັບ (1) ການສ້າງຕັ້ງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໂດຍກົມການນຳເຂົ້າ ແລະ ສົ່ງອອກ ໄດ້ນຳສະເໜີປະຫວັດຄວາມເປັນມາຂອງການສ້າງຕັ້ງກອງເລຂາ, ໂຄງປະກອບການຈັດຕັ້ງ, ສະມາຊິກຂອງກອງເລຂາ, ພາລະບົດບາດ ແລະ ກົນໄກການປະສານງານ ແລະ; (2) ການສ້າງຕັ້ງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເຊິ່ງໄດ້ລົງເລິກເຖິງແນວຄວາມຄິດໃນການອອກແບບໂຄງສ້າງ, ການເກັບມ້ຽນຖານຂໍ້ມູນ, ການດຳເນີນງານ, ບັນຫາດ້ານເຕັກນິກ, ການຄຸ້ມຄອງບໍລິຫານ ແລະ ການສ້າງຄວາມຍືນຍົງໃຫ້ແກ່ສູນຂໍ້ມູນຂ່າວສານທາງດ້ານການຄ້າດັ່ງກ່າວ.

ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄດ້ສະແດງອອກໃນການຊ່ວຍໃຫ້ນັກທຸລະກິດສາມາດເຂົ້າເຖິງສູນຂໍ້ມູນຂ່າວສານທາງດ້ານການຄ້າຢ່າງສະດວກ ແລະ ງ່າຍດາຍ ເຊິ່ງຊ່ວຍຫຼຸດເວລາ ແລະ ຕົ້ນທຶນໃນການດຳເນີນທຸລະກິດ. ເຄື່ອງມືອັນສຳຄັນກໍແມ່ນສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (Lao PDR Trade Portal) ທີ່ໄດ້ສ້າງຊື່ສຽງໃຫ້ແກ່ ສປປ ລາວ ແລະ ເປັນທີ່ຍອມຮັບຈາກທັງພາຍໃນ ແລະ ສາກົນ, ໄລຍະຜ່ານມາລັດຖະບານລາວກໍໄດ້ມອບ source code ຂອງເວັບໄຊ້ໃຫ້ແກ່ປະເທດມຽນມາ ປີ 2015  ແລະ ປະເທດເລໂຊໂທໃນປີ 2013 ຕາມການສະເໜີຂໍ. 

ກອງປະຊຸມແລກປ່ຽນບົດຮຽນ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ກົງໄປກົງມາ ໂດຍສະແດງອອກໃນຄຳຖາມເຈາະຈີ້ມທີ່ຄະນະຜູ້ແທນບູຕານໄດ້ຍົກຂື້ນຖາມທີມງານຂອງກົມການນຳເຂົ້າ ແລະ ສົ່ງອອກ. ການຖອດຖອນບົດຮຽນຈາກ ສປປ ລາວ ຄັ້ງນີ້ ຈະຊ່ວຍເຂົ້າໃນການກະກຽມສ້າງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າຂອງບູຕານ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງຕົນໃນອະນາຄົດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.