ກອງປະຊຸມເຜີຍແຜ່ສັນຍາການຄ້າຊາຍແດນລາວ-ຫວຽດນາມ ໄດ້ຈັດຂຶ້ນຢ່າງເປັນທາງການທີ່ໂຮງແຮມດາວສະຫວັນສະປາ ແລະ ຣີສອດແຂວງສະຫວັນນະເຂດ ໃນຕອນເຊົ້າວັນທີ 5 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງແຂວງສະຫວັນນະເຂດ, ແລະ ທ່ານ ຫງວຽນ ແມງ ຮຸ່ງ ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ສປປ ລາວ. ນອກຈາກນັ້ນ ກໍ່ມີຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ຫວຽດນາມ, ບັນດາຜູ້ແທນທີ່ມາຈາກພາກລັດ ແລະ ພາກທຸລະກິດ ຂອງທັງສອງປະເທດເຂົ້າຮ່ວມ.

ໂອກາດນີ້, ທ່ານ ສຽວສະຫວາດ ສະແຫວງສຶກສາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ກ່າວມີຄຳເຫັນໃນພິທີຄັ້ງນີ້ວ່າ: ເພື່ອເຮັດໃຫ້ມູນຄ່າການຄ້າຂາຍຕາມຊາຍແດນລາວ-ຫວຽດນາມເພີ່ມຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າລາວ-ຫວຽດນາມ ໄດ້ພົບປະປຶກສາຫາລືຮ່ວມກັນ ເພື່ອຊອກຫາຊ່ອງທາງ, ກົນໄກ ແລະ ວິທີການດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດບັນລຸໄດ້ຕາມທີ່ລັດຖະບານຂອງສອງປະເທດໄດ້ກຳນົດໄວ້. ສະນັ້ນ ສອງຝ່າຍໄດ້ພ້ອມກັນປັບປຸງສັນຍາການຄ້າສະບັບເກົ່າ ແລະ ສ້າງສັນຍາການຄ້າຊາຍແດນຂຶ້ນໃໝ່.

ຈຸດປະສົງຕົ້ນຕໍ ຂອງການສ້າງສັນຍາດັ່ງກ່າວ ແມ່ນເພື່ອເພີ່ມທະວີ ແລະ ຍົກສູງມິດຕະພາບ ແລະ ການຮ່ວມມືຮອບດ້ານ, ສົ່ງເສີມການເຂົ້າເຖິງຕະຫຼາດດ້ານສິນຄ້າ, ການບໍລິການ ແລະ ພັດທະນາການເຊື່ອມຈອດລະຫວ່າງສອງປະເທດໃຫ້ມີຄວາມໝັ້ນຄົງ, ຍືນຍົງ ແລະ ຍາວນານ. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ບັນລຸຜົນສຳເລັດອັນຈົບງາມ ແລະ ຄາດວ່າຈະປະກອບສ່ວນເຂົ້າໃນການສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງລາວ-ຫວຽດນາມ, ເວົ້າສະເພາະ ແມ່ນການຄ້າສອງຝ່າຍ ແລະ ການຄ້າຊາຍແດນ, ເພື່ອຕອບສະໜອງຄວາມມຸ້ງມາດປາດຖະໜາຂອງພັກ-ລັດ ກໍ່ຄືປະຊາຊົນທັງສອງຊາດລາວ-ຫວຽດນາມຂອງພວກເຮົາ ເພື່ອແນໃສ່ສ້າງວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຈົນຂອງປະຊາຊົນສອງຊາດລາວ-ຫວຽດນາມທີ່ອາໄສຢູ່ຕາມຊາຍແດນ.

ກອງປະຊຸມໄດ້ມີການບັນຍາຍກ່ຽວກັບການຄ້າຊາຍແດນລາວ-ຫວຽດນາມ, ຈາກນັ້ນ ກໍ່ໄດ້ຮັບຟັງຄຳເຫັນຂອງສະມາຄົມນັກລົງທຶນຫວຽດນາມທີ່ລົງທຶນຢູ່ ສປປ ລາວ ທັງຍັງມີການປະກອບຄຳຄິດຄຳເຫັນຈາກບັນດາທ່ານຜູ້ແທນທີ່ເຂົ້າຮ່ວມໃນກອງປະຊຸມຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມເສດຖະກິດການຄ້າ, ສະບັບວັນທີ 8 ກໍລະກົດ 2016

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.