ສາທາລະນະລັດ ປະຊາທິປະໄຕ ປະຊາຊນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     ເລກທີ 955/ທສນຍ.ກຂຄ
ນະຄອນຫຼວງວຽນຈັນ, ວັນທີ 8 ກໍລະກົດ 2016

ແຈ້ງການ

ຮຽນ: - ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

        - ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ເລື່ຶອງ: ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.

- ອີງຕາມການລາຍງານຂອງທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານຕໍ່ກອງປະຊຸມນາຍົກ - ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 20 – 21 ມີຖຸນາ 2016.
- ອີງຕາມບົດບັນທຶກຂອງກອງປະຊຸມນາຍົກ - ຮອງນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ, ລົງວັນທີ 24 ມີຖຸນາ 2016. 

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງພວກທ່ານຊາບ ດັ່ງນີ້:

“1. ເຫັນດີໃຫ້ກວດຄືນລະຫັດໄມ້ຝານ ແລະ ໄມ້ປອກ ທີ່ຍັງຕົກຄ້າງຢູ່ໂຮງງານຕ່າງໆເພື່ອສົ່ງອອກ. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົບທົບກັບພາກສ່ວນກ່ຽວຂ້ອງ ກວດກາເບິ່ງສັນຍາ ແລະ ຂື້ນບັນຊີໄມ້ແຕ່ລະປະເພດ ທີ່ຍັງຕົກຄ້າງຢູ່ບັນດາໂຮງງານໃຫ້ລະອຽດ ແລະ ຊັດເຈນ ແລ້ວຈຶ່ງຂໍອະນຸມັດໃຫ້ສົ່ງອອກ ແລະ ສົ່ງອອກໃນຈຳນວນທີ່ມີຢູ່ໃນໂຮງງານເທົ່ານັ້ນ, ສ່ວນໃນຕໍ່ຫນ້າໃຫ້ຫັນມາປຸງແຕ່ງເປັນຜະລິດຕະພັນພາຍໃນ. ຂ້າງເທິງ

2. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ກວດກາຄືນລະຫັດໄມ້ສຳເລັດຮູບໃຫ້ສອດຂ້ອງກັບຄຳສັ່ງເລກທີ 15/ນຍ. ເພື່ອອຳນວຍຄວາມສະດວກໃຫ້ບັນດາໂຮງງານປຸງແຕ່ງໄມ້ສຳເລັດຮູບທີ່ໄດ້ມາດຕະຖານ ແລະ ຖືກຕ້ອງຕາມຄວາມຕ້ອງການຂອງຕະຫລາດ ໄດ້ດຳເນີນການສົ່ງອອກ.

3. ສຳລັບໄມ້ປູກ ແມ່ນມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົບທົບກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າໃຫ້ລະອຽດຕື່ມ ( ປັດຈຸບັນຍັງບໍ່ອະນຸມັດໃຫ້ສົ່ງອອກເທື່ອ ).

4. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົບທົບກັບພາກສ່ວນກ່ຽວຂ້ອງ ກວດກາ ແລະ ຂື້ນບັນຊີໄມ້ ທີ່ຕົກຄ້າງຢູ່ສະຫນາມ 2 ໃນຂອບເຂດທົ່ວປະເທດ ມີທັງຫມົດເທົ່າໃດ ? ມີໄມ້ປະເພດໃດແດ່ ? ຈາກນັ້ນ ໃຫ້ສະຫລຸບສັງລວມຂື້ນບັນຊີລະອຽດ ລາຍງານລັດຖະບານ ເພື່ອປະມູນຂາຍຕາມລະບຽບຫັຼກການ.” ຂ້າງເທິງ

       ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີີ.

ລັດຖະມົນຕີ,
ຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
( ເຊັນ ແລະ ປະທັບຕາ )

ເພັດ ພົມພິພັກ

ບ່ອນນຳສົ່ງ:

- ນາຍົກ, ຮອງນາຍົກ            04 ສະບັບ
- ຫ້ອງວ່າການສູນກາງລັດ      01 ສະບັບ
- ເກັບມ້ຽນ                         08 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Export of Finished Wooden Products no. 955/PMO.PS, dated 8 July 2016 PDF
2 ແຈ້ງການ ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ, ສະບັບເລກທີ 955/ຫສນຍ.ກລຂ, ລົງວັນທີ 8 ກໍລະກົດ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.