ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ       ເລກທີ  0541/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 08 ມິຖຸນາ 2016

ຂໍ້ຕົກລົງ

ຂອງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ຢູ່ ສປປ ລາວ

  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 309/ນຍ, ລົງວັນທີ 28 ກັນຍາ  2011;
  • ອີງຕາມການຄົ້ນຄ້ວາສະເໜີຂອງ ກົມມາດຕະຖານ ແລະ ວັດແທກ ເລກທີ 1528/ກວຕ-ກມວ, ລົງວັນທີ 20 ພຶດສະພາ 2016.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ

         ຂໍ້ຕົກລົງສະບັບນີ້ ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ  ທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຈໍາໜ່າຍ ຢູ່ ສປປ ລາວ, ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ ແລະ ມາດຕະຖານແຫ່ງຊາດ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້ສົ່ງເສີມການບໍລິການທີ່ມີຄຸນນະພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

 ມາດຕາ 2.  ນໍ້າມັນເຊື້ອໄຟ

        ນໍ້າມັນເຊື້ອໄຟ ແມ່ນຜະລິດຕະພັນທີ່ໄດ້ມາຈາກການກັ່ນຕອງນໍ້າມັນດິບ, ການກັ່ນຕອງວັດຖຸດິບທຳມະຊາດ ແລະ ວັດຖຸດິບອື່ນໆ, ໂດຍຜ່ານຂະບວນການຜະລິດທີ່ສອດຄ່ອງຕາມມາດຕະຖານແຫ່ງຊາດ ສອດຄ່ອງກັບມາດຕະຖານພາກພື້ນ ແລະ ສາກົນ.

ມາດຕາ 3.  ອະທິບາຍຄຳສັບ
        ຄໍາສັບຕ່າງໆທີ່ນໍາໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:

1.   ທຸລະກິດນໍ້າມັນເຊື້ອໄຟ ໝາຍເຖິງ ທຸລະກິດກ່ຽວກັບການຜະລິດ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຂາຍຍົກ ແລະ ຂາຍຍ່ອຍນໍ້າມັນເຊື້ອໄຟປະເພດຕ່າງໆຢູ່ ສປປ ລາວ;

2.   ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍວິສາຫະກິດ ກ່ຽວກັບ ທຸລະກິດນ້ຳມັນເຊື້ອໄຟຢູ່ ສປປ ລາວ;

3.   ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນຳໃຊ້ນໍ້າມັນເຊື້ອໄຟຈາກຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ;

4.   ກາໝາຍຄຸນນະພາບ ໝາຍເຖິງ ສັນຍາລັກທີ່ຢັ້ງຢືນວ່າໄດ້ຜ່ານການກວດສອບຄຸນນະພາບ ນ້ຳມັນເຊື້ອໄຟ;

5.   ມາດຕະຖານແຫ່ງຊາດລາວ ຂຽນຫຍໍ້ (ມລ) ໝາຍເຖິງ ມາດຕະຖານທີ່ສະພາມາດຕະຖານແຫ່ງຊາດ ໄດ້ຮັບຮອງເອົາ ແລະ ປະກາດໃຊ້ໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;

6.   ຄຸນນະພາບ ໝາຍເຖິງ ຄຸນລັກສະນະທີ່ຕ້ອງການ ທາງດ້ານຟີຊິກສາດ ແລະ ເຄມີສາດຖືກຕ້ອງ ຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;

7.   ການຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ໝາຍເຖິງ ການຈັດຕັ້ງປະຕິບັດ ຮັບຮູ້ຢ່າງເປັນທາງການ ແລະ ໄດ້ອອກໃບຢັ້ງຢືນຈາກອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ.

ມາດຕາ 4.  ຂອບເຂດການນຳໃຊ້
            ຂໍ້ຕົກລົງສະບັບນີ້ ນໍາໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ຕ່າງປະເທດ ແລະ ການຈັດຕັ້ງທີ່ ດຳເນີນທຸລະກິດກ່ຽວກັບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ. 

ມາດຕາ 5.  ຫຼັກການພື້ນຖານຂອງການກວດກາຄຸນນະພາບນ້ຳມັນເຊື້ອໄຟ

     ການກວດກາຄຸນນະພາບນ້ຳມັນເຊື້ອໄຟ ແນໃສ່ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມກ່ຽວກັບການຄຸ້ມຄອງ, ການບໍລິການ ແລະ ການປົກປ້ອງຜູ້ຊົມໃຊ້ ນ້ຳມັນເຊື້ອໄຟ ບົນພື້ນຖານຫຼັກການ ດັ່ງນີ້:

1. ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນຄວາມປອດໄພຕໍ່ສຸຂະພາບ ສະພາບແວດລ້ອມ ແລະ ຄວາມໝັ້ນຄົງທາງດ້ານພະລັງງານນ້ຳມັນເຊື້ອໄຟ;

2. ຮັບປະກັນການເປີດກ້ວາງ, ຄວາມຍຸຕິທຳ, ສະເໝີພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້, ຫຼີກເວັ້ນການຈຳແນກ ການສ້າງອຸປະສັກຕໍ່ທຸລະກິດຂອງນ້ຳມັນເຊື້ອໄຟ;

3. ຮັບປະກັນຄວາມສອດຄ່ອງກັບມາດຕະຖານແຫ່ງຊາດ, ສະພາບຄວາມເປັນຈິງ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານການກວດກາຄຸນນພາບນ້ຳມັນເຊື້ອໄຟ;

4. ຮັບປະກັນໃຫ້ຜູ້ຜະລິດ, ຈຳໜ່າຍ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການ ໃຫ້ເປັນໄປຕາມຫຼັກການ ແລະ ຂັ້ນຕອນການກວດກາຄຸນນພາບນ້ຳມັນເຊື້ອໄຟ.

ໝວດທີ 2
ສິດ, ພັນທະຂອງຜູ້ດໍາເນີນທຸລະກິດ ແລະ ຜູ້ຊົມໃຊ້ນໍ້າມັນເຊື້ອໄຟ

ມາດຕາ 6.  ສິດຂອງຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ

     ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟມີສິດ ດັ່ງນີ້:

1.   ບໍລິການ, ໂຄສະນາເຜີຍແຜ່ຄຸນນະພາບນໍ້າມັນເຊື້ອໄຟຖືກຕ້ອງຕາມຄວາມເປັນຈິງ ພາຍຫຼັງໄດ້ຮັບການກວດກາ ແລະ ຢັ້ງຢືນຄຸນນະພາບ;

2.   ປັບປຸງການບໍລິການຂອງຕົນ ແລະ ຮ້ອງຂໍຄວາມເປັນທຳຕໍ່ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ ຫາກເຫັນວ່າການກວດການໍ້າມັນເຊື້ອໄຟນັ້ນ ບໍ່ໄດ້ຮັບຄວາມເປັນທຳ;

3.  ສະເໜີໃຫ້ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ ລົງກວດກາຄືນ ຖ້າເຫັນວ່າຄຸນນະພາບນ້ຳມັນເຊື້ອໄຟຜິດປົກກະຕິ;

4.  ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 7.   ສິດຂອງຜູ້ຊົມໃຊ້ນ້ຳມັນເຊື້ອໄຟ

        ຜູ້ຊົມໃຊ້ມີສິດ ດັ່ງນີ້:

1.    ເລືອກໃຊ້ບໍລິການນໍ້າມັນເຊື້ອໄຟທີ່ໄດ້ຄຸນນະພາບ ຕາມຄວາມຕ້ອງການ;

2.    ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງເມື່ອເຫັນວ່າການໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ;

3.    ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ສ້າງຜົນກະ ທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ;

4.    ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບ ຄຸນນະພາບ ແລະ ການບໍລິການນໍ້າມັນເຊື້ອໄຟ;

5.    ແຈ້ງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການລະເມີດມາດຕະຖານ ແລະ ລະບຽບການເຕັກນິກ ຂອງນໍ້າມັນເຊື້ອໄຟ;

6.    ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 8.   ພັນທະຜູ້ດໍາເນີນທຸລະກິດນ້ຳມັນເຊື້ອໄຟ

         ຜູ້ດໍາເນີນທຸລະກິດມີພັນທະ ດັ່ງນີ້:

1.   ກ່ອນການຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຈໍາໜ່າຍນໍ້າມັນເຊື້ອໄຟ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ຈາກອົງການທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດ;

2.  ຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນ ຍ້ອນນໍ້າມັນເຊື້ອໄຟບໍ່ໄດ້ຄຸນນະພາບ ຕາມລະບຽບ ກົດໝາຍ;

3.  ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກແກ່ພະນັກງານຂອງລັດທີ່ກ່ຽວຂ້ອງ ໃນການລົງກວດກາຄຸນນະພາບນໍ້າມັນເຊື້ອໄຟໃນແຕ່ລະຄັ້ງ;

4.  ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 9.     ພັນທະຜູ້ຊົມໃຊ້ນ້ຳມັນເຊື້ອໄຟ

          ຜູ້ຊົມໃຊ້ນ້ຳມັນເຊື້ອໄຟມີພັນທະ  ດັ່ງນີ້:

1.  ນໍາໃຊ້ການບໍລິການ ໂດຍປະຕິບັດຕາມຄໍາແນະນໍາຂອງຜູ້ໃຫ້ການບໍລິການ;

2. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 3
ອົງການຄຸ້ມຄອງ,  ກວດກາ ແລະ ຢັ້ງຢືນຄຸນນະພາບ

ມາດຕາ 10.   ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ

     ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟແມ່ນ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ.

ມາດຕາ 11.   ສິດ ຂອງອົງການຄຸ້ມຄອງ , ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ

       ຂະແໜງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟມີສິດ ດັ່ງນີ້:

1.  ຄຸ້ມຄອງລະບົບການກວດກາຄຸນນະພາບນໍ້າມັນເຊື້ອໄຟໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການເຕັກນິກແຫ່ງຊາດ ແລະ ຂໍ້ກໍານົດຂອງພາກພື້ນ ແລະ ສາກົນທີ່ກໍານົດໄວ້;

2.  ເກັບຕົວຢ່າງນໍ້າມັນເຊື້ອໄຟ ໄປກວດກາຄຸນນະພາບ ໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນກ່ອນການຜະລິດ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ຈໍາໜ່າຍ;

3.  ອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ພາຍຫຼັງໄດ້ຮັບການກວດກາທີ່ຖືກຕ້ອງຕາມມາດຕະຖານແຫ່ງຊາດ;

4.  ການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຕາມແຜນປົກກະຕິແມ່ນ ເດືອນລະຄັ້ງ ແລະ ກໍລະນີສຸກເສີນ;

5.  ພາຍຫຼັງການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຖ້າເຫັນວ່າບໍ່ສອດຄ່ອງຕາມ ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັ່ງໂຈະຊົ່ວຄາວ ການນໍາເຂົ້າ, ສົ່ງອອກ, ຜະລິດ, ປຸງແຕ່ງ ແລະ ຈໍາໜ່າຍ ນໍ້າມັນເຊື້ອໄຟ ເພື່ອລາຍງານຂັ້ນເທິງພິຈາລະນາແກ້ໄຂ.

ມາດຕາ 12.   ໜ້າທີ່ ຂອງຂະແໜງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ

          ຂະແໜງການຄຸ້ມຄອງ,  ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟມີໜ້າທີ່ ດັ່ງນີ້:

1. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກວດກາຄຸນນະພາບນ້ຳມັນເຊື້ອໄຟ ໃຫ້ ສອດຄ່ອງຕາມມາດຕະຖານແຫ່ງຊາດ ແລະ ພາກພື້ນ;

2. ຍຸຕິທຳ, ໂປ່ງໃສ, ສະເໝີພາບ ແລະ ມີຄວາມບໍລິສຸດໃນໜ້າທີ່ຄວາມຮັບຜິດຊອບ;

3. ກໍານົດເວລາ ໃນການຈັດຕັ້ງປະຕິບັດການກວດກາຄຸນນະພາບນ້ຳມັນເຊື້ອໄຟ ຢ່າງຈະແຈ້ງໃຫ້ແກ່ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ປຸງແຕ່ງ (ນອກຈາກການກວດແບບສຸກເສີນ);

4. ແນະນໍາຜູ້ຜະລິດ, ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍ ນໍ້າມັນເຊື້ອໄຟກ່ຽວກັບຂັ້ນ ຕອນການແຈ້ງເອກະສານ ຂໍອະນຸຍາດໃນການກວດກາຄຸນນະພາບນໍ້າມັນເຊື້ອໄຟ;

5. ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນກ່ຽວຂ້ອງ ກ່ຽວກັບວຽກງານການກວດກາຄຸນນະພາບນໍ້າມັນເຊື້ອໄຟ;

6. ລາຍງານກ່ຽວກັບສະພາບການເຄື່ອນໄຫວ ກວດກາຄຸນນະພາບນໍ້າມັນເຊື້ອໄຟຕໍ່ພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນເທິງ.

7. ອອກໃບຢັ້ງຢືນຄຸນນະພາບຂອງນ້ຳມັນເຊື້ອໄຟ ທີ່ໄດ້ຜ່ານການກວດກາຖືກຕ້ອງ;

8. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 4
ລະບົບເອກະສານ, ຂັ້ນຕອນການກວດກາ ແລະ ການຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

ມາດຕາ 13.   ເອກະສານຂໍການກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ

     ການປະກອບເອກະສານເພື່ອຂໍການກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ມີດັ່ງລຸ່ມນີ້:

1.  ໃບສະເໜີ;

2.  ສຳເນົາເອກະສານ ການປະກອບທຸລະກິດນ້ຳມັນເຊື້ອໄຟ;

3.  ສຳເນົາເອກະສານຂໍຜະລິດ, ນໍາເຂົ້າ, ສົ່ງອອກ, ການປຸງແຕ່ງນ້ຳມັນເຊື້ອໄຟ;

4.  ໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ (ບໍ່ໃຫ້ເກີນ 6 ເດືອນນັບແຕ່ມື້ອອກໃບຢັ້ງຢືນ);

5.  ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຈຳເປັນ).

ມາດຕາ 14. ການພິຈາລະນາ ແລະ ອະນຸມັດເອກະສານ

1.   ເອກະສານເພື່ອຂໍກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟຕ້ອງໄດ້ຮັບການພິຈາລະນາພາຍໃນ ສາມວັນລັດຖະການ;

2.   ພາຍຫຼັງເອກະສານຖືກຕ້ອງ, ຄົບຖ້ວນ ແລະ ໄດ້ຜ່ານການກວດກາຄຸນນະພາບນໍ້າມັນເຊື້ອໄຟ ທີ່ສອດຄ່ອງຕາມມາດຕະຖານແຫ່ງຊາດແລ້ວ ຕ້ອງອອກໃບຢັ້ງຢືນກວດກາຄຸນນະພາບນ້ຳມັນເຊື້ອໄຟຢ່າງຊ້າບໍ່ໃຫ້ເກີນ ຫ້າວັນລັດຖະການ.

ມາດຕາ 15. ການອອກໃບຢັ້ງຢືນຄຸນນະພາບ

      ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງທີ່ດໍາເນີນທຸລະກິດ ກ່ຽວກັບນໍ້າມັນເຊື້ອໄຟຢູ່ໃນ ສປປ ລາວ ກ່ອນຈະນຳເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ພາຍຫຼັງການປຸງແຕ່ງ ຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ,  ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ ນະຄອນຫຼວງ ຕາມການມອບໝາຍ.

       ໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ໄດ້ກຳນົດນໍາໃຊ້ໄດ້ຄັ້ງດຽວເທົ່ານັ້ນ.

ມາດຕາ 16.   ການເກັບຄ່າທຳນຽມການກວດກາ ແລະ ມາດຕະການປັບໃໝ

     ການກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟຕ້ອງໄດ້ເສຍຄ່າທຳນຽມ, ຄ່າບໍລິການ ແລະ ມາດຕະການປັບໄໝ ດັ່ງນີ້:

1.   ຄ່າທໍານຽມ, ກວດສອບແມ່ນອີງຕາມ ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 (ສະບັບປັບປຸງ) ກ່ຽວກັບວຽກງານວັດແທກ.

2.    ຄ່າປັບໄໝແມ່ນອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຕິບັດມາດຕະການ ຕໍ່ຜູ້ລະເມີດກ່ຽວກັບ ມາດຕະຖານ ແລະ  ວັດແທກ.      

ມາດຕາ 17.  ຫຼັກການກວດກາ

       ການດຳເນີນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ມີຫຼັກການດັ່ງນີ້:

1.    ການດໍາເນີນການກວດກາ ທຸກຄັ້ງທີ່ພະນັກງານລົງກວດກາ ແມ່ນຕ້ອງມີບັດພະນັກງານ ທີ່ອອກໃຫ້ໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມການມອບໝາຍ;

2.    ໃນເວລາພະນັກງານລົງກວດຕົວຈິງຫາກເຫັນວ່າ ຜົນການກວດກາສອດຄ່ອງຕາມມາດຕະຖານແຫ່ງຊາດ  ພະນັກງານທີ່ກ່ຽວຂ້ອງຕ້ອງໄດ້ອອກ ຜົນການກວດກາຄຸນນະພາບ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງນໍ້າມັນເຊື້ອໄຟນັ້ນ;

3.    ໃນກໍລະນີ ຜົນການກວດການັ້ນບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ ພະນັກງານທີ່ເຮັດໜ້າທີ່ກວດກາ ຕ້ອງໄດ້ເຮັດບົດບັນທຶກ ແລະ ສັ່ງໂຈະການນໍາເຂົ້າ, ສົ່ງອອກ, ຈໍາໝ່າຍ ແລະ ປຸງແຕ່ງ ນໍ້າມັນເຊື້ອໄຟຊົ່ວຄາວ ເພື່ອລາຍງານຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 18.      ຮູບແບບ ການກວດກາຄຸນນະພາບນໍ້າມັນເຊື້ອໄຟ

         ການກວດກາຄຸນນະພາບຂອງນໍ້າມັນເຊື້ອໄຟ ມີ 03 ຮູບແບບຄື:

1.   ກວດກາຄຸນນະພາບ ກ່ອນການນໍາເຂົ້າ, ສົ່ງອອກ,  ຕ້ອງມີການກວດກາຄຸນນະພາບ ຂອງນໍ້າມັນເຊື້ອໄຟ ເພື່ອໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;

2.   ກວດກາຄຸນນະພາບນໍ້າມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ, ຕາມແຜນ ປົກກະຕິແມ່ນ ເດືອນລະໜຶ່ງຄັ້ງ;

3.   ກວດກາຄຸນນະພາບນໍ້າມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ແບບກະທັນຫັນ (ສຸກເສີນ) ແມ່ນຈະໄດ້ທຳການກວດກາ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ມາດຕາ 19. ປະເພດຂອງນໍ້າມັນເຊື້ອໄຟ

     ນໍ້າມັນເຊື້ອໄຟທຸກຊະນິດ ແມ່ນຈະໄດ້ຜ່ານການກວດກາຄຸນນະພາບ ເປັນຕົ້ນແມ່ນ:

1.    ນໍ້າມັນແອັດຊັງລວມມີ ສອງຊະນິດຄື: ແອັດຊັງທໍາມະດາ 91 ແລະ ແອັດຊັງພິເສດ 95;

2.    ນໍ້າມັນກາຊວນ ລວມມີ ສອງຊະນິດຄື: ກາຊວນທໍາມະດາ ແລະ ກາຊວນພິເສດ;

3.    ນ້ຳມັນກາດ;

4.    ນໍ້າມັນເຕົາ;

5.    ນ້ຳມັນຍົນ;

6.    ນໍ້າມັນຊີວະພາບ;

7.    ນ້ຳມັນເຄື່ອງ.

ມາດຕາ 20. ສະຫຼາກ ແລະ ເຄື່ອງໝາຍ

         ພາຊະນະທຸກອັນທີ່ໃຊ້ບັນຈຸນໍ້າມັນເຊື້ອໄຟແຕ່ລະປະເພດ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍ ໃສ່ດ້ານນອກບ່ອນທີ່ເຫັນໄດ້ງ່າຍ ແລະ ຈະແຈ້ງດີ, ເນື້ອໃນຂອງສະຫຼາກຕ້ອງມີພາສາລາວ, ສໍາລັບພາສາຕ່າງປະເທດຕ້ອງມີເນື້ອໃນໃຫ້ສອດຄ່ອງກັບພາສາລາວທີ່ໄດ້ກໍານົດໄວ້ (ຍົກເວັ້ນພາຊະນະບັນຈຸທີ່ຢູ່ໃຕ້ດິນ) ເຊິ່ງມີເນື້ອໃນດັ່ງນີ້:

1.    ຊື່ຜະລິດຕະພັນ;

2.    ປະເພດ ຫຼື ຊະນິດ;

3.    ຊຸດຜະລິດ;

4.    ກາໝາຍຂອງໂຮງງານທີ່ຜະລິດ;

5.    ເຄື່ອງໝາຍການຄ້າ;

6.    ຊື່ໂຮງງານ ແລະ ຊື່ປະເທດທີ່ຜະລິດ ແລະ ປຸງແຕ່ງ;

7.    ປະລິມານສຸດທິເປັນ ເດຊີແມັດກ້ອນ ຫຼື ລິດ ໃນກໍລະນີທີ່ປຸງແຕ່ງ, ນໍາເຂົ້າເພື່ອຈໍາໝ່າຍ ຕິດກັບພາຊະນະບັນຈຸ;

8.    ຂໍ້ຄວາມ ຫຼື ເຄື່ອງໝາຍທີ່ສະແດງ “ວັດຖຸໄວໄຟ”;

9.    ກາໝາຍມາດຕະຖານ (ຖ້າໄດ້ຮັບອະນຸຍາດ);

10.   ວັນທີ, ເດືອນ, ປີ ການກວດກາຄຸນນະພາບ.

ໝວດທີ 5
ຂໍ້ຫ້າມ

ມາດຕາ 21.   ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ

         ຫ້າມຜູ້ດໍາເນີນທຸລະກິດມີພຶດຕິກຳ ດັ່ງນີ້:

1.    ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຜະລິດ ແລະ ປຸງແຕ່ງ ນໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບຈາກ ກົມມາດຕະຖານ ແລະ ວັດແທກ, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ທີ່ຖືກມອບໝາຍ;

2.   ຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່ລົງກວດກາ, ຫ້າມໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດກາຄຸນນະພາບນ້ຳມັນເຊື້ອໄຟ;

3.   ປອມແປງເອກະສານ ແລະ ໃບຢັ້ງຢືນຕ່າງໆທີ່ກ່ຽວຂ້ອງ ຂອງນໍ້າມັນເຊື້ອໄຟ.

ມາດຕາ 22. ຂໍ້ຫ້າມສຳລັບພະນັກງານ ທີ່ປະຕິບັດໜ້າທີ່ກວດກາຄຸນນະພາບນໍ້າມັນ

     ຫ້າມສຳລັບພະນັກງານ ທີ່ປະຕິບັດໜ້າທີ່ຮັບຜິດຊອບວຽກງານກວດກາຄຸນນະພາບ ນ້ຳມັນເຊື້ອໄຟ ມີພຶດຕິກໍາດັ່ງນີ້:

1.   ຜູ້ທີ່ບໍ່ໄດ້ຮັບການແຕ່ງຕັ້ງລົງປະຕິບັດໜ້າທີ່ກວດກາຄຸນນະພາບນ້ຳມັນ;

2.   ປະລະໜ້າທີ່ ໂດຍບໍ່ມີຄວາມຮັບຜິດຊອບ;

3.   ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;

4.   ຮັບສິນບົນ ແລະ ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;

5.   ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນຄຸນນະພາບ.

6.    ມີພຶດຕິກໍາອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 23.   ຂໍ້ຫ້າມສໍາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ.

          ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກໍາດັ່ງນີ້:

1.    ສວຍໃຊ້ການເຄື່ອນໄຫວວຽກງານການກວດກາຄຸນນະພາບນໍ້າມັນເຊື້ອໄຟ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງ ພະນັກງານຮັບຜິດຊອບກວດກາຄຸນນະພາບນໍ້າມັນເຊື້ອໄຟ;

2.    ໂຄສະນາ, ສົ່ງເສີມນໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຄຸນນະພາບ;

3.    ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ສັງຄົມ;

4.    ຊ່ວຍເຫຼືອ ປົກປ້ອງຜູ້ລະເມີດຂໍ້ຕົກລົງສະບັບນີ້;

5.    ປິດບັງ ເຊື່ອງອໍາ ການກະທໍາທີ່ເປັນການລະເມີດລະບຽບກົດໝາຍ;

6.    ມີພຶດຕິກໍາອື່ນທີ່ຜິດກັບລະບຽບກົດໝາຍ.

ໝວດທີ 6
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 24. ນະໂຍບາຍຕໍ່ຜູ້ມີຜົນງານ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ລະບຽບ ກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງຄຸນນະພາບ ນໍ້າມັນເຊື້ອໄຟ ຫຼື ຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຍ້ອງຍໍ  ຫຼື  ໄດ້ຮັບການປະຕິບັດນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ມາດຕາ 25. ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີຮັບຜິດຊອບ

     ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໃນເຊັ່ນ: ສຶກສາອົບຮົມ,  ຍົກຍ້າຍໜ້າທີ່,  ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ,  ນອກຈາກນີ້ຍັງຈະໄດ້ປະຕິບັດ ມາດຕະການຕ່າງໆ ທີ່ໄດ້ລະບຸໃນໝວດທີ 8 ຂອງກົດໝາຍອາຍາ ຕາມແຕ່ລະກໍລະນີ ແລະ ຕາມລະບຽບກົດໝາຍອື່ນໆ ທີ່ກ່ຽວຂ້ອງ. 

ມາດຕາ 26. ມາດຕະການຕໍ່ຜູ້ລະເມີດອື່ນໆ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໃນ, ໃຊ້ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ.

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 27. ການຈັດຕັ້ງປະຕິບັດ

     ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບກັບ ຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ.

ມາດຕາ 28. ຜົນສັກສິດ

     ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງຈົດໝາຍ ເຫດທາງລັດຖະການສິບຫ້າວັນ. ທຸກລະບຽບການທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management, Inspection, and Certification of Fuel no. 0541/MoST, dated 8 June 2016 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງມີການຢັ້ງຢືນຄຸນນະພາບນ້ຳມັນເຊື່ອໄຟນຳເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ນ້ຳມັນເຊື້ອໄຟທີ່ນຳເຂົ້າຕ້ອງໄດ້ຮັບການຢັ້ງຢືນທາງດ້ານຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
  2. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
9999-12-31 ALL
2 ຕ້ອງໄດ້ຮັບການກວດກາການນໍາເຂົ້າ - ນໍ້າມັນເຊື້ອໄຟ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ນໍ້າມັນເຊື້ອໄຟນໍາເຂົ້າ ຕ້ອງໄດ້ຮັບການກວດກາດ້ານປະລິມານ ແລະ ການຄັດເລືອກເອົາຕົວຢ່າງ ໂດຍເຈົ້າໜ້າທີ່ກວດສອບຄຸນນະພາບ ທີ່ປະຈໍາດ່ານ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
  2. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.